ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໂອກາດທີ່ ພວກນັກລົບ ຈີຮາດີ ຝຣັ່ງ ຈະກັບ ເຂົ້າມາໃນປະເທດ ກາຍເປັນເລື້ອງນອງນັນ


ພາບນີ້ ທີ່ບໍ່ໄດ້ລະບຸວັນເວລາ ໄດ້ມາຈາກເວັບໄຊ ຂອງພວກ
ຫົວຮຸນແຮງ ໃນວັນອັງຄານ ທີ 14 ມັງກອນ 2014 ສະແດງ
ໃຫ້ເຫັນວ່າ ນັກລົບຈາກກຸ່ມ ອາລ-ກາອີດາ ທີ່ເປັນເຄືອຂ່າຍ
ຂອງ ກຸ່ມລັດອິສລາມຂອງອີຣັກ (ISIL) ກຳລັງເດີນສວນ
ສະໜາມ ຢູ່ໃນເມືອງ ຣັກກາ ຂອງຊີເຣຍ.
ພາບນີ້ ທີ່ບໍ່ໄດ້ລະບຸວັນເວລາ ໄດ້ມາຈາກເວັບໄຊ ຂອງພວກ ຫົວຮຸນແຮງ ໃນວັນອັງຄານ ທີ 14 ມັງກອນ 2014 ສະແດງ ໃຫ້ເຫັນວ່າ ນັກລົບຈາກກຸ່ມ ອາລ-ກາອີດາ ທີ່ເປັນເຄືອຂ່າຍ ຂອງ ກຸ່ມລັດອິສລາມຂອງອີຣັກ (ISIL) ກຳລັງເດີນສວນ ສະໜາມ ຢູ່ໃນເມືອງ ຣັກກາ ຂອງຊີເຣຍ.

ໃນຂະນະທີ່ ກຳລັງທະຫານສະຫະລັດ ຖອນໂຕອອກຈາກ ຊີເຣຍ ລັດຖະບານຂອງຝຣັ່ງ
ສະເໜີແນະວ່າ ຕົນອາດສົ່ງພວກນັກລົບເພື່ອສາສະໜາ ຫຼືເອີ້ນວ່າ ຈີຮາດີ ສັນຊາດຝຣັ່ງ
ທີ່ຖືກກັກຂັງຢູ່ໃນປະເທດຕາເວັນອອກກາງນັ້ນ ກັບຄືນມາປະເທດ. ແຕ່ແນວຄິດແບບນີ້
ໄດ້ສ້າງຄວາມແຕກແຍກຢ່າງເລິກເຊິ່ງ ຢູ່ໃນປະເທດດັ່ງ​ກ່າວ. ລີຊາ ບຣາຍແອນຕ໌ ມີລາຍ
ງານຈາກນະຄອນປາຣີ ໃຫ້ວີໂອເອ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ໃນລະຫວ່າງການຖະແຫລງ ຕໍ່ສະພາແຫ່ງ​ຊາດຂອງຝຣັ່ງ ໃນວັນອັງ ຄານຜ່ານມານີ້
ລັດຖະມົນຕີວ່າການ ກະຊວງພາຍໃນ ທ່ານຄຣິສຕັອຟ ຄາສຕາເນ ໄດ້ກ່າວວ່າ ຖ້າພວກ
ຈີຮາດີຊາວຝຣັ່ງຜູ້ໃດ ທີີ່ຖືກເນລະເທດ ອອກຈາກ ຊີເຣຍ ລັດຖະບານ ຈະຮູ້ໄດ້ວ່າ ພວກ
ເຂົາເຈົ້າ ແມ່ນໃຜ ແລະ ພວກເຂົາຢູ່ໃສ ແລະ ພວກເຂົາຈະຕ້ອງຖືກຈັບກຸມ ແລະ ຈະຖືກ
ນຳມາດຳເນີນຄະດີ ໃນນາທີ ທີ່ພວກເຂົາ ກ້າວເຂົ້າມາໃນຝຣັ່ງ.

ລັດຖະບານຝຣັ່ງ ຍັງບໍ່ທັນໄດ້ຢັ້ງຢືນຢ່າງເປັນທາງການ ຕໍ່ລາຍງານຕ່າງໆ ຂອງສື່ມວນ
ຊົນ ທີ່ວ່າ ພວກນັກລົບຈີຮາດີ ຊາວຝຣັ່ງ ຫຼາຍເຖິງ 130 ຄົນ ທີ່ໄດ້ຖືກຄວບຄຸມໂຕຢູ່ໃນ
ຊີເຣຍ ໃນປັດຈຸບັນນີ້ ອາດກັບຄືນມາໃນປະເທດ ໃນອະນາຄົດອັນໃກ້ໆນີ້. ປະເທດຝຣັ່ງ
ລວມຢູ່ໃນບັນດາປະເທດໃນຢູໂຣບ ທີ່ມີນັກລົບຈີຮາດີ ເດີນທາງ ໄປຍັງຊີເຣຍ ແລະອີຣັກ
ຫຼາຍທີ່ສຸດ. ພວກ ຊາວຝຣັ່ງຫຼາຍຮ້ອຍຄົນ ຜູ້ທີ່ໄດ້ໄປຕໍ່ສູ້ໃຫ້ກັບ ກຸ່ມລັດອິສລາມ ແລະ
ກຸ່ມຫົວ ຮຸນແຮງຈັດ ອື່ນໆ ກໍໄດ້ຖືກຂ້າຕາຍ ຢູ່ໃນສະໜາມລົບ. ບາງສ່ວນ ໄດ້ກັບຄືນເຂົ້າ
ມາໃນປະເທດ ລວມທັງຈຳພວກນຶ່ງ ຜູ້ທີ່ຢູ່ເບື້ອງຫລັງ ການໂຈມຕີ ກໍ່ການຮ້າຍ ໃນປາຣີ
ແລະ ບຣັສເຊີລສ໌ ທີ່ຜ່ານມາ.

ແຕ່ໃນມື້ນີ້ ບັນດາເຈົ້າໜ້າທີ່ ກະປະມານວ່າ ມີນັກລົບຊາວຝຣັ່ງ ປະມານ 250 ຄົນ ຍັງ
ສືບຕໍ່ສູ້ລົບຢູ່ໃນຊີເຣຍ ອີງຕາມລາຍງານຂ່າວແລະ 20 ກວ່າຄົນ ແມ່ນ ຖືກຄວບຄຸມໂຕ
ຢູ່ທາງພາກເໜືອ ໂດຍກຳລັງປະຊາທິປະໄຕໃນຊີເຣຍ ທີ່ນຳພາ ໂດຍຊາວເຄີດ. ຈົນເຖິງ
ເວລານີ້ ຝຣັ່ງ ກໍຍັງບໍ່ທັນໄດ້ເຮັດຫຍັງເລີຍເພື່ອທີ່ຈະນຳ ເອົາພວກເຂົາກັບຄືນປະເທດ.
ແຕ່ຊ່ອງຫວ່າງ ​ທີ່​ເກີດ​ຈາກ ການຖອນກຳ ລັງທະຫານຂອງ ສະຫະລັດອອກໄປນັ້ນ ໄດ້
ກໍ່ໃຫ້ເກີດມີຄວາມກັງວົນກ່ຽວ ກັບຊະຕາກຳຂອງພວກເຂົາເຈົ້າ.

ບັນດານັກການເມືອງຝຣັ່ງຈຳນວນນຶ່ງ ແມ່ນຄັດຄ້ານຢ່າງແຂງຂັນ ຕໍ່ການນຳເອົາພວກ
ນັກລົບຈີຮາດີ ກັບຄືນມາໃນປະເທດ. ອັນນັ້ນ ແມ່ນກໍລະນີຂອງ ສະມາຊິກສະພາ ຫົວ
ອະນຸລັກນິຍົມ ທ່ານ ກີລໂລມ ແພລຕີເອ ຜູ້ທີ່ໄດ້ກ່າວບອກ ວິທະຍຸ RMC ວ່າ ຈຳພວກ
ຜູ້ທີ່ເຜົາໜັງສືເດີນທາງຝຣັ່ງຂອງພວກເຂົາເຈົ້ານັ້ນ ໄດ້ກໍ່ອາຊະຍາກຳສົງຄາມ ແລະອາດ
ເປັນການກໍ່ອາຊະຍາກຳຕ້ານມະນຸດຊາດ ກໍເປັນໄດ້ ຊຶ່ງບໍ່ຄວນມີເລີຍ ຢູ່ໃນຝຣັ່ງ.

ແຕ່ຜູ້ນຳ ອະນຸລັກນິຍົມ ອີກທ່ານນຶ່ງ ຄື ທ່ານ ຄຣິສຕຽນ ແອສໂທຣຊີ ຢ້ານວ່າ ພວກກຸ່ມ
ທີ່ຄວບຄຸມໂຕ ຊາວຝຣັ່ງຫົວຮຸນແຮງ ໃນເວລານີ້ ອາດແຕກສະ ຫຼາຍ ແລະມີຄວາມສ່ຽງ
ວ່າ ພວກນັກລົບຈີຮາດີ ອາດຈະຖືກປ່ອຍເປັນອິດສະຫລະ.

ບັນດານັກຊ່ຽວຊານ ເຕືອນວ່າ ພວກນັກລົບຈີຮາດີ ທີ່ກັບຄືນມາ ແລະພວກຫົວ ຮຸນແຮງ
ຄົນອື່ນໆ ທີ່ຢູ່ໃນປະເທດແລ້ວນັ້ນ ອາດເປັນລະເບີດເວລາ ທີ່ກຳລັງຈະແຕກຂຶ້ນໃນຕອນ
ໃດກໍເປັນໄດ້ ລວມທັງ ຈຳພວກທີ່ຢູ່ໃນຄຸກຂອງຝຣັ່ງ ໃນປັດຈຸ ບັນນີ້ ຊຶ່ງໃນບາງສ່ວນ ອາດຈະຖືກປ່ອຍໂຕອອກມາ ພາຍໃນບໍ່ເທົ່າໃດປີຕໍ່​ໜ້າ.

With the U.S. troop pullout from Syria, the French government suggests it may soon repatriate French jihadists held in the Middle Eastern nation. But the idea is deeply divisive at home. From Paris, Lisa Bryant has more for VOA.


(CASTANER IN FRENCH PARLIAMENT)

Speaking Tuesday to the French parliament, Interior Minister Christophe Castaner said if any French jihadists are expelled from Syria, the government will know who they are and where they are located — and they would be arrested and tried the minute they set foot in France.

The government has not officially confirmed media reports that as many as 130 French jihadists now held in Syria may be coming home in the near future. France was among Europe's top exporters of jihadists to Syria and Iraq. Many of the hundreds of French who fought with Islamic State and other extremist groups died in battle. Some returned, including several behind the Paris and Brussels terrorist attacks.

But officials today estimate about 250 French fighters continue fighting in Syria, according to news reports, and dozens are held in the north by Kurdish-led Syrian Democratic forces. Until now, France has done little to bring them home. But the void left by departing U.S. troops raises concern about their fate.

(LAWMAKER GUILLAUME PELTIER SPEAKING ON FRENCH RADIO)

Some French politicians are adamantly opposed to fighters returning home. That's the case of conservative lawmaker Guillaume Peltier, who told RMC radio that those who burned their French passports, committed war crimes and possibly crimes against humanity have no place in France.

(ESTROSI SOUND IN FRENCH, FADE UNDER)

But another leading conservative, Christian Estrosi, fears that groups now holding French radicals may be dissolved and the fighters risk going free.

Experts warn that returning fighters and other radicals already here may present ticking time bombs — including those now in French prisons, some of whom may be released in just a few years.

XS
SM
MD
LG