ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຊ່ຽວ​ຊານ​ມີ​ຄວາມ​ຫວັງ​ວ່າ ຈີນ​ຈະ​ເພີ້ມ ​ການ​ຮ່ວມ​ມື ເພື່ອແກ້​ໄຂ​ຜົນ​ກະ​ທົບ​ ຈາກເຂື່ອນ​ຂອງ​ຕົນ ຕໍ່​​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ​ຫຼາຍ​ຂຶ້ນ


​ແມ່​ນ້ຳ​ຂອງ​ທີ່​ໄຫລ​ມາ​ຈາກ​ເຂດ​ຕີ​ເບດ​ໃນຈີນລົງ​ມາ​ຜ່ານ​ມຽນ​ມາ, ລາວ, ໄທ, ຫວຽດ​ນາມ ແລະ​ກຳ​ປູ​ເຈຍ
​ແມ່​ນ້ຳ​ຂອງ​ທີ່​ໄຫລ​ມາ​ຈາກ​ເຂດ​ຕີ​ເບດ​ໃນຈີນລົງ​ມາ​ຜ່ານ​ມຽນ​ມາ, ລາວ, ໄທ, ຫວຽດ​ນາມ ແລະ​ກຳ​ປູ​ເຈຍ

ເຂື່ອນ​ທີ່ໃຫຍ່​ທີ່​ສຸດ​ໃນ​ໂລກໃນ​ຈຳ​ນວນເຂື່ອນ​ໄຟ​ຟ້າ 11 ແຫ່ງທີ່ສ້າງຢູ່ໃນແມ່​ນ້ຳ​ຂອງ​ໂດຍຈີນໄດ້​ນຳ​ເອົາ​ຄວາມ​ຮູ້​ສຶກ​ເປັນ​ຫ່ວງສຳ​ບັບກຸ່ມ​ອາ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ ​ຍ້ອນ​ວ່າ​ ເຂື່ອນ​ຢູ່ຕອນ​ເທິງ​ຂອງ​ແມ່​ນ້ຳ​ຂອງນັ້ນ ມີ​ຜົນ​ກະ​ທົບ​ອັນ​ໃຫຍ່​ຫລວງຕໍ່​ລະ​ບົບ​ນິ​ເວດໃນ​ເຂດ​ລຸ່ມແມ່​ນ້ຳ​ຂອງ ​ແຕ່​ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ແມ່​ນ້ຳ​ຂອງຍັງມີ ຄວາມ​ຫວັງ​ໃນ​ແງ່​ດີ​ວ່າ​ ຈີນ​ຈະ​ໃຊ້​ຊ່ອງ​ສຳ​ລັບ​ການ​ປະ​ສານ​ງານທີ່​ມີ​ຢູ່​ແລ້ວກັບ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ ເພື່ອຫລຸດ​ຜ່ອນຜົນ​ກະ​ທົບ​ທາງ​ສິ່ງ​ແວດ​ລ້ອມ​ໃນ​ປະ​ເທດ​ເຫລົ່າ​ນີ້​ໄດ້​ ບົວ​ສະ​ຫວັນ​ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 4 ຂອງ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫລື MRC ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2-5 ເມ​ສາ, 2023 ທີ່​ນະ​ຄອນ​ຫລວງວຽງ​ຈັນ
ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 4 ຂອງ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫລື MRC ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2-5 ເມ​ສາ, 2023 ທີ່​ນະ​ຄອນ​ຫລວງວຽງ​ຈັນ

ຈີນທີ່ມີ​ເສດ​ຖະ​ກິດ​ໃຫຍ່ ແລະ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ຂອງ​ຕອນ​ເທິງໄດ້ສ້າງ​ເຂື່ອນ​ 11 ແຫ່ງໃນ​ແມ່​ນ້ຳ​ດັ່ງ​ກ່າວ ​ຊຶ່ງ​ໃນ​ນັ້ນມີ​ສອງ​ແຫ່ງ​ທີ່​ເປັນ​ເຂື່ອນ​ໄຟ​ຟ້າ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ເຂື່ອນເຫລົ່າ​ນີ້​ ມີ​ຜົນ​ກະ​ທົບ​ອັນ​ໃຫຍ່​ຫລວງຕໍ່​ລະ​ບົບ​ນີ​ເວດໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງເພາະມັນ​ເຮັດ​ໃຫ້ລະ​ດັບ​ນ້ຳໃນ​ຢູ່ໃນ​ເຂດ​ນີ້ຍື່ງ​ຂຶ້ນ ແລະ​ຫລຸດ​ລົງ​ແບບຜິດ​ລະ​ດູ​ການ ດັ່ງ​ທີ່ທ່ານ ໄບ​ຣ​ແອນ ອາຍ​ເລີ (Brian Eyler), ນັກ​ຄົ້ນ​ຄວ້າອະ​ວຸ​ໂສ​ກ່ຽ​ວ​ກັບ​ແມ່​ນ້ຳ​ຂອງແລະ​ຫົວ​ໜ້າໂຄງ​ການພະ​ລັງ​ງານ, ນ້ຳ ແລະ​ຄວາມ​ຍືນ​ຍົງຂອງ​ການ​ພັດ​ທະ​ນາໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຈາກ​ສູນ​ກາງສ​ຕິມສັນ (Stimson) ຍົກ​ຕົວ​ຢ່າງ​ສູ່​ຟັງ​ວ່າ:

“ຈີນສ້າງ 2 ເຂື່ອນໃຫຍ່ທີ່ສຸດໃນໂລກຢູ່ຍ່ານ​ເທິງຂອງແມ່ນໍ້າຂອງ, ແລະ ເຂື່ອນເຫຼົ່ານັ້ນມີ​ອິດ​ອິດ​ທິ​ພົນຢ່າງບໍ່ຫນ້າເຊື່ອກັບເຂດລຸ່ມແມ່ນໍ້າ. ຂ້າ​ພະ​ເຈົ້າ ໝາຍຄວາມວ່າຢູ່ແຂວງຫ້ວຍຊາຍ ແລະແຂວງບໍ່ແກ້ວ ເຂົາເຈົ້າສາມາດເຫັນ​ໄດ້​ວ່າ ການໄຫຼຂອງ​ນ້ຳ​ໃນລະດູຝົນ​ຫລຸດ​ລົງ 60 ຫາ 70 ເປີ​ເຊັນ​. ແລະ ຖ້າເຈົ້າ ຍ້າຍລົງໄປລຸ່ມໜ້ອຍ​ນຶ່ງ ກະແສນໍ້າໃນລະດູແລ້ງສາມາດເຫັນ​ວ່າມັນ ເພີ້ມຂຶ້ນ ຫຼາຍກວ່າ 2 ເທົ່າຫລາຍ, ບາງຄັ້ງກໍຮອດສາມເທົ່າຢູ່ແຂວງບໍ່ແກ້ວຂອງລາວ ​ແຕ່​ວ່າ​ເຂື່ອນ​ທີ່​ສ້າງ​ຂຶ້ນ​ໂດຍ​ສະມາຊິກ MRC ​ໃນແລວ​ແມ່​ນ້ຳ​ຂອງ ​ບໍ່​ສາມາດ​ເຮັດ​ແນວ​ນັ້ນ​ໄດ້.”

ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ, ກໍ​ຄື​ມຽນ​ມາ, ລາວ, ໄທ, ຫວຽດ​ນາມ ແລະ​ກຳ​ປູ​ເຈຍມີ​ຄວາມ​ຕ້ອງ​ການ​ໄຟ​ຟ້າ​ເພື່ອ​ມາ​ຮັບ​ໃຊ້​ການພັດ​ທະ​ນາປະ​ເທດແຕ່ການ​ໝູນ​ໃຊ້​ແມ່​ນ້ຳ​ທີ່​ຍາວ​ທີ່​ສຸດໃນ​ຂົງ​ເຂດ​ເຊ​ຕາ​ເວັນ​ອອກ​ສຽງ​ໃຕ້ສາຍ ນີ້ແມ່ນເຮັດ​ໃຫ້ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້​ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊຸມ​ຊົນ​ທີ່​ອາ​ໄສ​ຢູ່​ຕາມ​ແຄມ​ແມ່​ນ້ຳ​ຂອງຕອນ​ລຸ່ມທີ່​ມີ​ຫລາຍ 10 ລ້ານ​ຄົນ​ນັ້ນມີ​ບັນ​ຫາ ດັ່ງທີ່​ ດ​ຣ. ອາ​ນຸ​ລັກ ກິດ​ຕິ​ຄຸນ, ຫົວ​ໜ້າ​ຜູ້​ບໍ​ລິ​ຫານຂອງ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫລື MRC ໃຫ້​ຄຳ​ເຫັນ​ ທີ່​ຂຽນ​ຢູ່​ໃນບົດ​ຂ່າວ​ສານ​ຫລັງ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 4 ຂອງອົງ​ການ​ ​ທີ່​ຈັດ​ຂຶ້ນ​ເມື່ອມໍ່ໆ​ມານີ້​ວ່າ “ລະ​ດັບການ​ໄຫຼຂອງ​ນ້ຳທີ່​ຫລຸດ​ລົງ​ຕໍ່າ​ໃນ​ສີ່​ປີ​ລຽນຕິດ​ໄດ້​ສ້າງ ‘ຄວາມ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ’ ​ໃຫ້​ແກ່​ແມ່​ນ້ຳ – ແລະ​ເຮັ​ດ​ໃຫ້ ຄອບຄົວຊາວປະມົງ ແລະ​ການ​ເຮັດນາທີ່​ອາໄສ​ມັນຫາ​ລ້ຽງ​ຊີບ​ນັ້ນ​ມີຄວາມສ່ຽງ​. ແຕ່ຝົນທີ່ຕົກໜັກຂຶ້ນ ແລະການປ່ອຍນໍ້າທີ່ເກັບຢູ່ຕົ້ນນໍ້າໄດ້ພາໃຫ້​ບັນ​ຫານີ້ຜ່ອນ​ລົງ​ຢ່າງວ່ອງ​ໄວ. ແຕ່ອຸປະສັກຫຼາຍອັນ​ກໍຍັງຄົງມີຢູ່.”

ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ທີ່ນະຄອນວຽງຈັນ
ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ທີ່ນະຄອນວຽງຈັນ

ດັ່ງ​ທີ່​ວີ​ໂອ​ເອ​ໄດ້​ສະ​ເໜີ​ໄປ​ເມື່ອມໍ່ໆ​ມານີ້ ​ບັນ​ຫາດັ່ງ​ກ່າວ ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ແກ່​ປະ​ຊາ​ຊົນ​ຫລາຍ​ລ້ານ​ຄົນ​ທີ່​ອາ​ໄສໃນເຂດແຄ​ມ​ແມ່​ນ້ຳ​ຂອງຕອນ​ລຸ່ມຊຶ່ງ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິ່ງ​ແວດ​ລ້ອມ​ໂດ​ຍ​ສະ​ເພາະ​ຢູ່​ໃນ​ໄທ​ນັ້ນມີ​ຫາງ​ສຽງ​ຕ້ອງ​ຕິ​ຈີນ​ທີ່​ສ້າງ​ເຂື່ອນ​ຫລາຍໃນ​ແມ່​ນ້ຳ​ຂອງ​ຕອນ​ເທິງນັ້ນວ່າ ​ໄດ້​ປຽບ​ໃນ​ການ ໃຊ້​ແມ່​ນ້ຳ​ດັ່ງ​ກ່າວ​ ໂດຍທີ່ສ້າງ​ເຂື່ອນ​ໂດຍ​ທີບໍ່ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບຂອງ MRC ເພາະ​ປະ​ເທດນີ້ບໍ່ໄດ້​ເປັນ​ສະ​ມາ​ຊິກ​ຂອງ MRC ​ແລະ​ບໍ່​ມີ​ຄວາມ​ສົນ​ໃຈ ທີ່​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ຄຸ້​ມ​ຄອງ​ແມ່​ນ້ຳ​ຂອງນີ້​ເລີຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ນັກ​ຊ່ຽວ​ຊານ​ບາງ​ຄົນ​ອະ​ທິ​ບາຍ​ວ່າ ການ​ທີ່​ຈີນ​ໄດ້​ປຽບ​ໃນ​ການ​ໃຊ້​ແມ່​ນ້ຳ​ຂອງນັ້ນ ບໍ່​ແມ່ນ​ມາ​ຈາກ​ການ​ທີ່​ປະ​ເທດນີ້ເປັນ​ພຽງ​ຜູ້​ສັງ​ເກດ​ການ ແຕ່​ມັນ​ໄດ້​ປຽບ​ມາ​ຈາກ​ທີ່​ຕັ້ງ​ຂອງເຂື່ອນເຂົາ​ເຈົ້າ​ທີ່​ຢູ່ຕອນ​ເທິງຂອງແມ່​ນ້ຳ​ ​ຊຶ່ງ​ກົດ​ລະ​ບຽບ​ຂອງ MRC ທີ່​ໃຊ້ຄຸ້​ມ​ຄອງ​ການ​ດຳ​ເນີນ​ງານ​ຂອງ​ເຂື່ອນ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ​ຂອງນັ້ນ ບໍ່​ສາ​ມາດ​ນຳ​ໃຊ້​ກັບ​ເຂື່ອນ​ທີ່ສ້າງຢູ່​ໃນ​ເຂດ​ຂອງ​ຈີນ​ໄດ້ ຊຶ່ງ​ພາ​ໃຫ້​ເກີດ​ບັນ​ຫາ.

ແຕ່ຢ່າງ​ໃດ​ກຳ​ຕາມ ​ນັກ​ຊ່ຽວ​ຊານ​ເຊັ່ນທ່ານອາຍ​ເລີ ​ຍັງ​ມີ​ຄວາມ​ຫວັງ​ໃນ​ແງ່​ດີ​ວ່າ ໂດຍ​ໃຊ້​ຊ່ອງ​ປະ​ສານ​ງານລ​ະ​ຫວ່າງ​ຈີນ ແລະ MRC ກໍ​ຄື Lancang-Mekong Cooperation LMC ທີ່​ຈີນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2015 ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາທາງ​ສັງ​ຄົມ ແລະ​ເສດ​ຖະ​ກິດ​ ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບປະ​ເທດ​ໃນ​ກຸ່​ມາ​ຊຽນ ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ປະ​ສານງານ ແລະ​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ​ກັບ​ບັນ​ດາ​ປະ​ເທດ​ໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ ເພື່ອ​ຫລຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊ​າຊົນ​ທີ່ອ​າ​ໄສ​ແມ່​ນ້ຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ແຫ່ງນັ້ນເພື່ອ​ລ້ຽງ​ຊີບ ດັ່ງທີ່​ທ່ານ​ອາຍ​ເລີໃຫ້​ການ​ຊີ້​ແຈງວ່າ:

ລິງໂດຍກົງ

“ແຕ່ຂ້າພະເຈົ້າຄິດວ່າມີການຮ່ວມມືທີ່ດີ​ກໍ​ລັງເກີດຂຶ້ນ, ການ​ຮ່ວມ​ມື​ທີ່​ມີ​ຄວາມ​ໝາຍກຳ​ລັງເກີດ​ຂຶ້ນ​ລະ​ຫວ່າງ MRC ແລະ​ກົນ​ໄກ​ຂອງ​ຈີນ ​ທີ່ LMC (Lancang-Mekong Cooperation) ແລະ​ພວກ​ເຮົາ​ຕ້ອງ​ໄດ້​ຕິດ​ຕາມ​ເບິ່ງ​ຢ່າງ​ໃກ້​ຊິດ ແລະ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ສົນ​ທະ​ນາ​ເຫຼົ່າ​ນັ້ນ.”

ສະ​ຫລຸບ​ແລ້ວ ຈີເປັນ​ປະ​ເທດ​ທີ່ເປັນ​ປະ​ເທດມີ​ບົດ​ບາດ​ທາງ​ດ້ານ​ເສດ​ຖະ​ກິດ​ ແລະ​ການ​ເມືອງຢູ່​ໃນ​ຂົງ​ເຂດນີ້ ຊຶ່ງ​ນຳ​ເອົາຄວາມ​ຫວັງ​ສູງ​ມາ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ທີ່​ຈະ​ໄດ້​ຮັບ​ການຊ່ວຍ​ເຫລືອ​ດ້ານກາ​ນ​ພັດ​ທະ​ນາ​ປະ​ເທດ ແຕ່ຂະ​ນະ​ດຽວ​ກັນ ມັນກໍໄດ້​ເຮັດ​ໃຫ້​ມີຄວາມ​ຮູ້​ສຶກ​ເປັນ​ຫ່​ວງ ​ຍ້ອນ​ວ່າການ​ສ້າງ​ເຂື່ອນ​ຂອງ​ຈີນຢູ່​ຕອນ​ເທີງຂອງ​ແມ່​ນ້ຳ​ສາຍນີ້ ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ລະ​ດັບ ແລະລະ​ບົບ​ການ​ໄຫລ​ຂອງ​ນ້ຳໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ ແຕ່ນັກ​ຊ່ຽວ​ຊານ ກໍ​ຍັງ​ມີ​ຄວາມ​ຫວັງ​ໃນ​ແງ່​ດີ​ວ່າ ​ຈະ​ມີ​ການ​ຮ່ວມ​ມື​ກັນ​ຫລາຍຂຶ້ນ​ໃນ​ການ​ຫລຸດ​ຜ່ອນ​ບັນ​ຫານີ້.

XS
SM
MD
LG