ທາງການແຂວງຈໍາປາສັກ ວາງແຜນການຈະສ້າງຕັ້ງເຂດເສດ
ຖະກິດພິເສດ 3 ແຫ່ງ ແຕ່ການດໍາເນີນງານໃນລະຍະທີ່ຜ່ານມາ
ຍັງຊັກຊ້າ ເນື່ອງຈາກປະສົບບັນຫາຂາດແຄນດ້ານເງິນລົງທຶນ.
ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງແລະເລຂາພັກແຂວງຈໍາປາສັກ ຖະແຫຼງຢືນຢັນ ວ່າທາງການແຂວງຈໍາປາສັກ ໄດ້ວາງແຜນການ ທີ່ຈະສ້າງຕັ້ງ ເຂດເສດຖະກິດພິເສດຂຶ້ນມາ 3 ແຫ່ງຄືເຂດເສດຖະກິດພິເສດ ຄອນພະເພັງ ເຂດເສດຖະກິດພິເສດວັງເຕົ່າ ແລະເຂດເສດຖະກິດປາກຊ່ອງ.
ໂດຍໃນລະຍະທີ່ຜ່ານມາ ກໍໄດ້ມີການລົງນາມໃນບັນທຶກຄວາມເຂົ້າໃຈ ຮ່ວມກັບບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວ 2 ແຫ່ງ ກໍຄືເຂດເສດຖະກິດພິເສດ ຄອນພະເພັງ ທີ່ເປັນການລົງນາມຮ່ວມກັບວິສາຫະກິດຮຸ້ນສ່ວນພາກໃຕ້ຂອງເອກກະຊົນລາວ ແລະເຂດເສດຖະກິດພິເສດວັງເຕົ່າ ທີ່ໄດ້ລົງນາມຮ່ວມກັບບໍລິສັດເອກກະຊົນຈາກປະເທດ ຣັດເຊຍ ຫາກແຕ່ວ່າການດໍາເນີນງານກໍຍັງບໍ່ມີຄວາມຄືບໜ້າເນື່ອງຈາກບັນຫາດ້ານເງິນທຶນ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
“ມັນກະຍາກເລຶ່ອງແຫຼ່ງລົງທຶນທີ່ຈະມາເຮັດນີ້ຫຼະ ນັບທັງ
ເລຶ່ອງການສໍາຫຼວດ ວາງແຜນລະອຽດ ທຸກອັນມັນຕ້ອງ
ໄດ້ໃຊ້ງົບປະມານ ແລ້ວມາເບິ່ງບໍລິສັດພາຍໃນຂອງເຮົາ
ນີ້ ການພັດທະນາເຂດເສດຖະກິດພິເສດນີ້ ມັນກະຍາກ
ແນ່ໜ້ອຍນຶ່ງ ບໍ່ຄືຕ່າງປະເທດເຂົາເຈົ້າມີທຶນມີຮອນ ໂດຍ
ສະເພາະແມ່ນບໍລິ ສັດມາຈາກປະເທດຈີນ ທີ່ເຂົາເຈົ້າມີ
ເງື່ອນໄຂພັດທະນາຄືຢູ່ບໍ່ເຕັນ ຢູ່ດອກງີ້ວຄໍາບໍ່ ອັນນີ້ເຂົາ
ເຈົ້າກະມີທຶນ ພ້ອມມາເຮັດແທ້.”
ກ່ອນໜ້ານີ້ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ
ມົນຕີ ຜູ້ຊີ້ນໍາວຽກງານດ້ານ ເສດຖະກິດຂອງລັດຖະບານລາວ ແລະປະທານຄະນະກໍາ ມະການຄຸ້ມຄອງ ເຂດເສດຖະກິດພິເສດສະເພາະແຫ່ງຊາດ ໄດ້ໃຫ້ການຢືນຢັນກັບ VOA ວ່າ ລັດຖະບານລາວກໍາລັງທົບທວນ ແຜນການພັດທະນາ ແລະການສ້າງເຂດເສດຖະກິດພິເສດ ສະເພາະຢ່າງຮອບຄອບອີກເທື່ອໃໝ່.
ໂດຍສາເຫດທີ່ເຮັດໃຫ້ຕ້ອງມີການທົບທວນແຜນການດັ່ງກ່າວ ກໍຍ້ອນວ່າການຄຸ້ມຄອງເຂດ ເສດຖະກິດພິເສດ ແລະເຂດເສດຖະກິດສະເພາະທີ່ມີຢູ່ທັງໝົດ 10 ແຫ່ງໃນປັດ ຈຸບັນນີ້ ໄດ້ ດໍາເນີນໄປພາຍໃຕ້ສະພາວະທີ່ຍັງບໍ່ມີຄວາມຊັດເຈນໃນບາງດ້ານ ຈຶ່ງເຮັດໃຫ້ມີບັນຫາຍໍ່ທໍ້ເກີດ ຂຶ້ນຢູ່ໃນບາງເຂດ ຕົວຢ່າງຄືການທີ່ໄດ້ອະນຸຍາດໃຫ້ມີບ່ອນກາສິໂນຢູ່ໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ ທີ່ຕັ້ງຢູ່ທີ່ຊາຍແດນຈີນ ກັບລາວ ໃນເຂດແຂວງຫຼວງນໍ້າທານັ້ນ ກໍປາກົດວ່າມີບັນຫາອາດຊະຍາກໍາຫຼາຍຂຶ້ນນັບມື້ ຊຶ່ງກໍເປັນສາເຫດທີ່ເຮັດໃຫ້ທາງການລາວຕ້ອງ ສັ່ງປິດບ່ອນກາສິໂນດັ່ງກ່າວນັບເປັນເວລາ ກວ່າ 1 ປີມາແລ້ວ.
ຍີ່ງໄປກວ່ານັ້ນ ຈາກບັນຫາ ດັ່ງກ່າວຍັງເຮັດໃຫ້ທາງການລາວ ໄດ້ຕັດສິນໃຈທີ່ຈະບໍ່ອະ ນຸຍາດໃຫ້ມີບ່ອນກາສິໂນຢູ່ໃນເຂດເສດຖະກິດພິເສດ ທີ່ຈະສ້າງຕັ້ງຂຶ້ນໃໝ່ໃນລະຍະຕໍ່ໄປອີກດ້ວຍ ໂດຍຈະອະນຸຍາດໃຫ້ມີບ່ອນກາສິໂນໄດ້ສະເພາະເຂດທີ່ມີຢູ່ແລ້ວເທົ່ານັ້ນ
ໃນປັດຈຸບັນ ທາງການລາວໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ແລ້ວ 10 ແຫ່ງ ຈາກແຜນການທີ່ຈະສ້າງຕັ້ງໃຫ້ໄດ້ບໍ່ໜ້ອຍກວ່າ 20 ແຫ່ງພາຍໃນປີ 2015 ໂດຍເຂດທໍາອິດນັ້ນ ກໍແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນ ໃນແຂວງສະຫວັນນະເຂດ ທີ່ສ້າງຕັ້ງຂຶ້ນໃນປີ 2003 ຕິດຕາມດ້ວຍເຂດເສດຖະກິດພິເສດບໍ່ເຕັນແດນງາມຢູ່ແຂວງຫຼວງ ນໍ້າທາ ທີ່ສ້າງຕັ້ງຂຶ້ນໃນປີດຽວກັນ ແຕ່ທີ່ຖືວ່າໄດ້ມີການພັດທະນາຢ່າງໄວວາທີ່ສຸດ ກໍແມ່ນ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.
ສ່ວນນະຄອນວຽງຈັນນັ້ນ ກໍຖືເປັນເຂດທີ່ມີການສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະຫຼາຍທີ່ສຸດ ໂດຍມີຢູ່ເຖິງ 5 ເຂດດ້ວຍກັນ ແລະໃນຈໍານວນນີ້ ກໍມີຢູ່ 4 ພື້ນທີ່ ດ້ວຍກັນທີ່ເປັນການຍົກລະດັບຈາກເຂດພັດທະນາທົ່ວໄປ ຊຶ່ງກໍຄືເສດນິຄົມອຸດສາຫະກໍາແລະການຄ້າວຽງຈັນ-ໂນນທອງ ເຂດເສດຖະກິດສະເພາະດົງໂພສີ ເຂດເສດຖະກິດສະເພາະລ່ອງ ແຖງ-ວຽງຈັນ ແລະເຂດພັດທະນາກວມລວມ ໄຊເສດຖາ ສ່ວນເຂດທີ່ 5 ນັ້ນເປັນເຂດທີ່ສ້າງ ຕັ້ງຂຶ້ນໃໝ່ ກໍຄືເຂດເສດຖະກິດສະເພາະບຶງທາດຫຼວງ.
ແຕ່ຢ່າງໃດກໍຕາມ ທ່ານສົມສະຫວາດ ກໍຍອມຮັບວ່າການພັດທະນາເຂດເສດຖະກິດພິເສດ ສ່ວນໃຫຍ່ກໍຍັງຊັກຊ້າຫຼາຍ ໂດຍສະເພາະເຂດເສຖະກິດພິເສດສະຫວັນ-ເຊໂນ ທີ່ສ້າງຕັ້ງຂຶ້ນໃນປີ 2003 ແຕ່ກໍຍັງມີການພັດທະນາທີ່ຊັກຊ້າຫຼາຍ ຫາກທຽບກັບເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ລົງທຶນ 100% ໂດຍກຸ່ມບໍລິສັດດອກງີ້ວຄໍາ ຈາກຈີນ.