ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ດ່ານສາກົນ ວັງເຕົ່າ ເກັບລາຍຮັບພາສີ ໄດ້ຕໍ່າກວ່າ ແຜນການທີ່ວາງໄວ້ ໃນປີ 2017


ລົດບັນທຸກຈອດຢູ່ດ່ານກວດນໍ້າໜັກທີ່ດ່ານວັງເຕົ່າ-ຊ່ອງເມັກ.
ລົດບັນທຸກຈອດຢູ່ດ່ານກວດນໍ້າໜັກທີ່ດ່ານວັງເຕົ່າ-ຊ່ອງເມັກ.

ດ່ານສາກົນວັງເຕົ່າ ແຂວງຈຳປາສັກ ເກັບລາຍຮັບພາສີອາກອນຂາອອກ-ຂາເຂົ້າໄດ້
ຕໍ່າກວ່າແຜນການທີ່ວາງໄວ້ໃນປີ 2017 ຍ້ອນການເກັບຄ່າທຳນຽມຂົນສົ່ງສິນຄ້າທີ່ມີ
ຫຼາຍຂັ້ນຫຼາຍຕອນເກີນໄປ.

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າທ່ານສາກົນວັງເຕົ່າ ແຂວງຈຳປາສັກ ຖະ
ແຫຼງຍອມຮັບວ່າ ການຈັດເກັບລາຍຮັບຈາກພາສີີອາກອນການຄ້າຂາອອກ-ຂາເຂົ້າ
ຢູ່ດ່ານວັງເຕົ່າ ໃນຕະຫຼອດປີ 2017 ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ພຽງ 91.47
ເປີເຊັນຂອງແຜນການເທົ່ານັ້ນ ກໍຄືໃນຂະນະທີ່ແຜນການໄດ້ວາງເປົ້າໝາຍການຈັດ
ເກັບລາຍຮັບພາສີອາກອນໃຫ້ໄດ້ເຖິງ 620.58 ຕື້ກີບ ແຕ່ກໍສາມາດຈັດເກັບໄດ້ຈິງພຽງ
567 ຕື້ກີບເທົ່ານັ້ນ.

ທ່ານ ບຸນຍະເດດ ໃຫ້ການອະທິບາຍວ່າ ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບພາສີ
ອາກອນການຄ້າຂາອອກ-ຂາເຂົ້າບໍ່ໄດ້ຕາມເປົ້າໝາຍດັ່ງກ່າວ ກໍຍ້ອນວ່າການກໍ່ສ້າງ
ພື້ນຖານໂຄງລ່າງຢູ່ດ່ານວັງເຕົ່າຍັງ ບໍ່ແລ້ວສຳເລັດ ຈຶ່ງເຮັດໃຫ້ການຂົນສົ່ງສິນຄ້າມີ
ຄວາມຫຍຸ້ງຍາກ ສ່ວນເສັ້ນທາງຢູ່ໜ້າດ່ານກໍຍັງຄັບແຄ ແອອັດ ແລະ ປ່າເພ ລວມທັງ
ບັນຫາການຊັ່ງນໍ້າໜັກສິນຄ້າຢູ່ທາງເລກ 16W ແຕ່ດ່ານວັງເຕົ່າ ໄປຫາເມືອງປາກເຊ
ນັ້ນ ກໍມີຈຸດທີ່ຈະຕ້ອງຊັ່ນນໍ້າໜັກສິນຄ້າເຖິງ 3 ຈຸດ ຊຶ່ງເມື່ອສົມທົບການທີ່ລົດຂົນສົ່ງສິນ
ຄ້າຍັງຈະຕ້ອງເສຍຄ່າທຳນຽມທາງດ້ວຍແລ້ວ ກໍໄດ້ເປັນຜົນເຮັດໃຫ້ຕົ້ນທຶນການຂົນສົ່ງ
ສິນຄ້າເພີ່ມສູງຂຶ້ນດ້ວຍ ຈຶ່ງເຮັດໃຫ້ຜູ້ປະກອບການຄ້າຂາອອກ-ຂາເຂົ້າ ຫັນໄປໃຊ້ເສັ້ນ
ທາງອື່ນທີ່ມີຕົ້ນທຶນການຂົນສົ່ງຕໍ່າກວ່ານັ້ນເອງ ດັ່ງທີ່ທ່ານນາງ ໄມຄຳ ໄຊຊະນະ ຫົວ
ໜ້າລັດວິສາຫະກິດສາງສິນຄ້າຢູ່ດ່ານສາກົນວັງເຕົ່າ ຊຶ່ງມີລາຍຮັບຫຼຸດລົງເຊັ່ນກັນນັ້ນ
ໄດ້ໃຫ້ການຢືນຢັນວ່າ.

"ສຳລັບລົດບັນທຸກສິນຄ້າທຸກປະເພດຈະຕ້ອງໄດ້ເຂົ້າລະບົບສາງເພື່ອລໍຖ້າການເສຍ
ພາສີຂາເຂົ້າ ສະເພາະດ້ານສິນຄ້າເບື້ອງຂາອອກນີ້ ຄັນໃດທີ່ວ່າໄດ້ເຂົ້າມາສະແກນ
ຈະຕ້ອງມາແລ່ນຜ່ານລະບົບສາງເພື່ອເຂົ້າສະແກນ ເພາະວ່າເຄື່ອງສະແກນ ມັນຢູ່ໃນ
ລະບົບສາງພວກເຮົາ ສະເພາະລາຍຮັບປີ 2017 ນີ້ ເຮົາສາມາດເກັບໄດ້ຢູ່ 2 ຕື້ 6 ຖ້າ
ສົມທຽບໃສ່ໃນໄລຍະປີກ່ອນຫັ້ນຫຼຸດລົງຢູ່ 30 ເປີເຊັນ ສາເຫດຫຼັກໆໃນການເກັບລາຍ
ຮັບຫຼຸດລົງນີ້ ນຶ່ງກະຍ້ອນມີການເກັບຄ່າຜ່ານທາງ, ສອງກະຍ້ອນມີຊິງຕິດຊັ່ນຢູ່ຫຼາຍ
ບ່ອນຫັ້ນແຫຼະ ເຮັດໃຫ້ສິນຄ້າທາງເບື້ອງຊ່ອງເມັກເຮົາ ຫຼຸດລົງ."

ທັງນີ້ໂດຍດ່ານສາກົນວັງເຕົ່າ ຖືເປັນດ່ານທີ່ມີການຂົນສົ່ງສິນຄ້າຂາອອກ-ຂາເຂົ້າຫຼາຍ
ເປັນອັນດັບທີ 2 ຮອງຈາກດ່ານສາກົນວຽກຈັນ-ໜອງຄາຍ ໂດຍໃນຕະຫຼອດປີ 2017
ຜ່ານມາກໍປາກົດວ່າ ມີຍານພາຫະນະເຂົ້າ-ອອກທັງໝົດ 6,798 ຄັນ ໃນນີ້ເປັນຍານ
ພາຫະນະຂາເຂົ້າ 6,400 ຄັນ ທັງຍັງມີຄົນລາວ ແລະ ຊາວຕ່າງຊາດຫຼາຍກວ່າ
2,450,000 ຄົນທີ່ເດີນທາງຜ່ານດ່ານສາກົນວັງເຕົ່າອີກດ້ວຍ.

ທາງດ້ານທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ກໍເຊື່ອໝັ້ນວ່າ ການພົວພັນຮ່ວມ
ມືລະຫວ່າງແຂວງຈາກປາສັກ ກັບ 15 ແຂວງ 3 ນະຄອນ ແລະ 1 ສະຖາບັນໃນພາກ
ກາງ ແລະ ພາກໃຕ້ຂອງ ຫວຽດນາມ ຈະເຮັດໃຫ້ເສດຖະກິດໃນແຂວງຈຳປາສັກ ມີ
ການຂະຫຍາຍຕົວເພີ່ມຂຶ້ນນັບມື້ ທັງຍັງເຊື່ອໝັ້ນວ່າ ບັນດາວິສາຫະກິດ ຫວຽດນາມ
ຈະກ້າວຂຶ້ນເປັນຜູ້ລົງທຶນອັນດັບທີ 1 ໃນແຂວງຈຳປາສັກ ໃນໝໍ່ໆນີ້ອີກດ້ວຍ.

ຫາກແຕ່ທ່ານ ບຸນທຽມ ເພຍສາຂາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ
ແຂວງຈຳປາສັກ ຢືນຢັນວ່າ ທາງການແຂວງຈຳປາສັກ ໄດ້ອອກຄຳສັ່ງໃຫ້ຍົກເລີກການ
ລົງທຶນຂອງບໍລິສັດຕ່າງຊາດ 51 ໂຄງການ ເພາະກວດພົບວ່າບໍ່ມີຄວາມຄືບໜ້າ ແລະ
ບໍ່ໄດ້ນຳເງິນລົງທຶນເຂົ້າມາໃນໂຄງການ ຊຶ່ງໃນນີ້ກໍລວມເຖິງວິສາຫະກິດຂອງ
ຫວຽດນາມ ດ້ວຍຈຳນວນ 20 ໂຄງການ.

ຍິ່ງໄປກວ່ານັ້ນ ກອງປະຊຸມເປີດກວ້າງຂອງລັດຖະບານ ລາວ ໃນເດືອນກັນ 2017 ທີ່
ຜ່ານມາກໍໄດ້ອະນຸມັດໃຫ້ບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອງຈາກ ຈີນ ເປັນຜູ້ລົງທຶນໃນເຂດ
ເສດຖະກິດພິເສດຄອນພະເພັງ-ດອນໂຂງໃນແຂວງຈຳປາສັກ ໂດຍການສຶກສາຄວາມ
ເປັນໄປໄດ້ຈະແລ້ວສຳເລັດໃນປີ 2018 ຕໍ່ຈາກນັ້ນກໍຈະເປັນການຂໍອະນຸຍາດສຳປະ
ທານຈາກລັດຖະບານ ລາວ ຢ່າງເປັນທາງການ ຊຶ່ງຈະມີພື້ນທີ່ກວ້າງກວ່າ 7,000 ເຮັກ
ຕາທີ່ຈະພັດທະນາໃຫ້ເປັນເມືອງທັນສະໄໝທີ່ຮອງຮັບພົນລະເມືອງໄດ້ 8 ແສນຄົນ ແລະ
ນັກທ່ອງທ່ຽວ 1 ລ້ານ 2 ແສນຄົນຕໍ່ປີ ໂດຍຈະຕ້ອງໃຂ້ເງິນເຖິງ 10,000 ລ້ານໂດລານັ້ນ
ຈຶ່ງເຮັດໃຫ້ ຈີນ ເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດທັງໃນແຂວງຈຳປາສັກ ແລະ ໃນປະເທດ
ລາວ ນັ້ນເອງ.

XS
SM
MD
LG