ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວກຳປູເຈຍ ທີ່ເຮັດວຽກ ຜິດກົດໝາຍ ໃນ ປະເທດໄທ ພາກັນລຸຫຼັ່ງ ກັບຄືນບ້ານ


ພວກຄົນງານຕ່າງກ້າວກຳປູເຈຍ ທີ່ຖືກສົ່ງກັບຄືນປະເທດ
ພວກຄົນງານຕ່າງກ້າວກຳປູເຈຍ ທີ່ຖືກສົ່ງກັບຄືນປະເທດ
ຄົນງານຊາວ​ກຳປູ​ເຈຍ ຫລາຍສິບ​ພັນ​ຄົນ ພາກັນ​ລຸ​ຫຼັ່ງກັບ
​ບ້ານຈາກ​ປະ​ເທດ​ໄທ ​ຊຶ່ງພາໃຫ້ເກີດ​ສະຖານ​ນະ​ການ ທີ່​
ບັນດາ​ຜູ້ສັງ​ເກດ​ການ​ກ່າວ​ວ່າ ​ຈະ​ເພີ້​ມບັນຫາ ພ້ອມດ້ວຍ
ໂອກາດ​ຕ່າງໆ​ ຢູ່ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ລາຍ​ງານຂ່າວກ່ຽວ​ກັບ​ການ​ປາບປາມຂອງໄທ ຕໍ່ພວກຄົນ
ງານ​ຜິດ​ກົດໝາຍພ້ອມ​ດ້ວຍ​ຂ່າວ​ລື ກ່ຽວກັບ​ຄວາມຮຸນ​ແຮງ
​ເຮັດ​ໃຫ້​ຊາວ​ກຳປູ​ເຈຍ​ຫລາຍ​ຮ້​ອຍຄົນ​ ພາກັນຂ້າມ​ຊາຍ​
ແດນກັບຄືນປະເທດ​ທຸກໆ​ມື້ ບໍ່ດົນນັບຕັ້ງແຕ່ໄດ້ມີການກໍ່
ລັດ​ຖະ​ປະຫານ ​ໃນ​ວັນ​ທີ 22 ​ເດືອນ​ພຶ​ດສະພາ ​ທີ່ບາງກອກ.
​ເຖິງ​ແມ່ນ​ວ່າ ລາຍ​ງານນີ້ໄດ້​ຖືກ​ປະຕິ​ເສດ​ໂດຍບັນດາ​ເຈົ້າ
​ໜ້າທີ່​ໄ​ທ ​ແຕ່​ການຫ​ລັ່ງ​ໄຫລ ​ຂອງ​ພວກ​ຄົນງານ ​ຂ້າ​ມຊາຍແດນ ກັບຄືນປະເທດ ຍັງ ດຳເນີນຢູ່ຕໍ່ມາ.

ທ່ານ Joe Lowry ​ໂຄສົກ​ປະຈຳ​ຂົງ​ເຂດ​ ຂອງອົງການຍົກຍ້າຍຖິ່ນຖານລະ ຫວ່າງປະ
ເທດຫລື IOM ​ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​ກຳປູ​ເຈຍ ​ໂດຍ​ທາງ​ໂທລະສັບ ຈາກບາງ
ກອກວ່າ ການຫລັ່ງໄຫລກັບ​ຄືນ​ສູ່​ບັນດາ​ໝູ່​ບ້ານ​ທີ່​ທຸກ​ຍາກ​ຂອງ​ເຂົາ​ເຈົ້າ ສາມາດກໍ່ໃຫ້
ເກີດ​ບັນຫາ​ຫລາຍ​ຢ່າງ ນັບແຕ່ເລື່ອງການເຮັດວຽກ ເຮັດການ ​ໄປ​ຫາ​ທີ່​ພັກ​ເຊົາ ​ຕະ
ຫລອດທັງການປິ່ນ​ປົວພະຍາບານ.

ທ່ານ Lowry ກ່າວ​ວ່າ “ຂ້າພະ​ເຈົ້າຄິດວ່າ ​ມັນ​ຈະ​ມີ​ຄວາມ​ຍາກ​ລຳບາກ ​ແກ່​ປະຊາ​ຄົມ
​ຂອງ​ເຂົາ​ເຈົ້າ ທີ່​ຈະຮັບມືກັບຜູ້​ຄົນ​ເປັນຈຳນວນ​ຫລວງຫລາຍ ພາກັນ​ກັບ​ຄືນໄປໂດຍ
​ຢ່າງກະທັນຫັນ ​ເພາະວ່າ​ເຂົາ​ເຈົ້າ​ກັບ​ມາ​ຈາກ​ບັນດາເມືອງແລະ​ໝູ່​ບ້ານ ທີ່​ຍັງທຸກຍາກ
ດ້ອຍພັດທະນາ. ​ເຂົາ​ເຈົ້າ​ພາກັນໜີໄປ ​ເພາະວ່າ​ເຂົາ​ເຈົ້າ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ບໍ່
​ໄດ້. ​ເຂົາ​ເຈົ້າ​ຈະຕ້ອງການ​ທີ່​ພັກ​ພາ​ອາ​ໄສ ​ເຂົາ​ເຈົ້າ​ຈະຕ້ອງການ​ອາຫານ ​ເຂົາ​ເຈົ້າ​ຈະ​
ຕ້ອງການ​ໆປີ່​ນປົວພະຍາບານ ​ເຂົາ​ເຈົ້າ​ຈະ​ຕ້ອງກາ​ນ​ໂຮງຮຽນ ​ແລະ​ການສັງຄົມ​ສົງ
ເຄາະ​ອື່ນໆ. ​ເພາະສະ​ນັ້ນ ມັນ​ຈະ​ມີ​ຄວາມຫຍຸ້ງຍາກ​ລຳບາກ​ ໃນ​ການ​ປັບ​ໂຕ​ເຂົາ​ເຈົ້າ
ເຂົ້າກັບສັງຄົມຄືນ​ໃໝ່.”
XS
SM
MD
LG