ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານວາງສະແດງ ເຄື່ອງເອເລັກໂທຣນິກ ໄຂຂຶ້ນທີ່ນະຄອນ ຊຽງໄຮ


CES Asia Opens in Shanghai
please wait

No media source currently available

0:00 0:01:49 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຈາກການຊັ່ງຊາເບິ່ງຂະໜາດຂອງຝູງຄົນ ແລະ ຕົວເລກຂອງຜູ້ວາງສະແດງທີ່ງານ
ວາງສະແດງເຄື່ອງເອເລັກໂທຣນິກ ຜູ້ບໍລິໂພກ ເອເຊຍ ປະຈຳປີຄັ້ງທີສີ່ ເຊິ່ງໄດ້ໄຂຂຶ້ນ
ເມື່ອວັນພຸດທີ່ຜ່ານມາໃນນະຄອນ ຊຽງໄຮ ປະເທດ ຈີນ ນັ້ນ, ແມ່ນກຳລັງຈະກ້າວທັນ
ສະຫະລັດ ແລ້ວໃນເລື່ອງເທັກໂນໂລຈີຜູ້ບໍລິໂພກ. ງານເຊິ່ງມີລັກສະນະຄ້າຍຄືກັບ
ງານ ວາງສະແດງທີ່ເກົ່າແກ່ກວ່າ ໃນນະຄອນ ລາສ ເວກັສ ນັ້ນ, ງານວາງສະແດງ
ເຄື່ອງເອເລັກໂທຣນິກຜູ້ບໍລິໂພກ ເອເຊຍ ປີ 2018 ຈະນຳສະເໜີເຄື່ອງມື ແລະ
ຊອຟແວຄອມພິວເຕີ ໃຫ້ທຸກຄົນໄດ້ຊົມ. ນັກຂ່າວວີໂອເອ ຈອຣ໌ຈ ພູຕິຈ ມີລາຍງານ
ເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ບໍ່ວ່າທ່ານກຳລັງຊອກຫາເກມ ທີ່ເໝືອນຢູ່ໃນໂລກແຫ່ງຄວາມຈິງ ລຸ້ນໃໝ່ ແລະຕື່ນ
ເຕັ້ນ, ກ້ອງຖ່າຍຮູບໃຕ້ນໍ້າທີ່ຄວບຄຸມໂດຍຣີໂໝດ ຫຼື ລົດສະກູດເຕີ້ແຫ່ງອະນາຄົດນັ້ນ,
ງານວາງສະແດງເຄື່ອງເອເລັກໂທຣນິກຜູ້ບໍລິໂພກເອເຊຍ ຫຼື CES 2018 ແມ່ນບ່ອນ
ທີ່ມີທ່ານຄວນໄປ.

ບັນດາຜູ້ຈັດງານຈາກສະມາຄົມເທັກໂນໂລຈີຜູ້ບໍລິໂພກ ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ
ກ່າວວ່າ ປີນີ້, ບັນດາບໍລິສັດນ້ອຍ ແລະ ເອກະຊົນທີ່ມີຄວາມຄິດໃໝ່ໆແມ່ນກຳລັງ
ເຕີບໂຕຂຶ້ນຢູ່ທຸກບ່ອນໃນທະວີບເອເຊຍ.

ທ່ານ ແກຣີ ຊາປີໂຣ (Gary Shapiro), ປະທານສະມາຄົມເທັກໂນໂລຈີຜູ້ບໍລິໂພກ
ກ່າວວ່າ “ພວກເຮົາມີບໍລິສັດໃໝ່ ໃນຫຼາຍຂົງເຂດທີ່ກວ້າງໃຫຍ່. ມີບໍລິສັດເລີ່ມໃໝ່
ຫຼາຍກວ່າ 100 ແຫ່ງ ແຕກຕ່າງກັນ. ນັ້ນແມ່ນການເພີ່ມຂຶ້ນຫຼາຍກວ່າ 33 ເປີເຊັນໃນ
ປີກາຍນີ້. ແລະ ເຂົາ ເຈົ້າແມ່ນບໍ່ພຽງແຕ່ມາຈາກ ຈີນ ເທົ່ານັ້ນ ແຕ່ຍັງມາຈາກຫຼາຍປະ
ເທດ ອື່ນໆ, ພ້ອມດ້ວຍການຕົກແຕ່ງຈາກປະເທດຕ່າງໆທີ່ແຕກຕ່າງກັນທີ່ງານວາງ
ສະແດງນັ້ນ.”

ແຕ່ລະບໍລິສັດນັ້ນ ໄດ້ເຂົ້າວາງສະແດງພ້ອມດ້ວຍເຄື່ອງປະດິດທີ່ອາດເຮັດໃຫ້ຊີວິດ
ຂອງທຸກຄົນມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ, ຈາກຫີບເດີນທາງທີ່ມີຈັກເຊິ່ງເລື່ອນ
ໄປຕາມຫຼັງເຈົ້າຂອງໆມັນ, ຈົນເຖິງຫຸ່ນຍົນເຕັ້ນລຳ.

ແຕ່ບັນດາຜູ້ຊ່ຽວຊານເວົ້າວ່າ ບັນດາຜູ້ບໍລິໂພກຊາວ ເອເຊຍ ກໍຈະຕ້ອງມີແຮງຈູງໃຈ
ທີ່ຈະຈ່າຍເງິນຂອງເຂົາເຈົ້າເຊັ່ນກັນ.

ທ່ານ ເຈສັນ ໂລ, ນັກວິເຄາະອາວຸໂສ ຈາກບໍລິສັດ ຄານາລິສ (Canalys) ເວົ້າວ່າ
“ຖ້າເຂົາເຈົ້າສ້າງສິ່ງຂອງແປກໃໝ່ອອກມາ ເຊິ່ງມັນພຽງແຕ່ຈະດຶງດູດຄວາມສົນໃຈ
ຂອງຜູ້ບໍລິໂພກບາງຄົນໃນໄລຍະເວລາທີ່ສັ້ນນັ້ນ, ຂ້າພະເຈົ້າຄິດວ່າເຂົາເຈົ້າຕ້ອງ
ຄິດຄືນ ກ່ຽວກັບ ສິ່ງທີ່ເຂົາເຈົ້າຄວນເຮັດໃນໄລຍະຍາວ.”

ອີກຂົງເຂດອື່ນທີ່ສະແດງໃຫ້ເຫັນການພັດທະນາທີ່ແຂງແກ່ນກໍແມ່ນປັນຍາປະດິດ
ແລະ ສິ່ງສ່ວນຫຼາຍນັ້ນກໍມີການນຳໃຊ້ລົດທີ່ຄວບຄຸມຕົວມັນເອງ.

ທ່ານ ແກຣີ ຊາປີໂຣ ກ່າວວ່າ “ປີກາຍນີ້ພວກເຮົາມີບໍລິສັດລົດໃຫຍ່ທີ່ສຳຄັນເຂົ້າມາ
ເພີ່ມຂຶ້ນເຖິງ 25 ເປີເຊັນ. ພວກເຮົາໄດ້ເຫັນບໍລິສັດລົດຢ່າງໜ້ອຍສອງບໍລິສັດ ທີ່ໄດ້
ນຳສະເໜີລົດລຸ້ນໃໝ່ຢູ່ງານແຫ່ງນີ້.”

ຫຸ່ນຍົນບໍລິການແມ່ນບໍ່ໄດ້ດຶງດູດຄວາມສົນໃຈຄົນຫຼາຍອີກຕໍ່ໄປ, ໃນຂະນະທີ່ເຂົາ
ເຈົ້າສາມາດເຫັນມັນໄດ້ທີ່ສະໜາມບິນ, ໂຮງແຮມ ແລະ ຫໍພິພິຕະພັນຕ່າງໆ. ແຕ່
ແນວໃດກໍຕາມ, ໂທລະສັບສະຫຼາດ ແມ່ນສິ່ງ ທີ່ທຸກໆຄົນຕ້ອງການ.

ຫຸ່ນຍົນປາສະຫຼາມອາດຈະບໍ່ເປັນຕາສົນໃຈຫຼາຍປານໃດ. ງານ CES ແມ່ນໄດ້ປິດ
ລົງເມື່ອວັນສຸກທີ່ຜ່ານມາ.


Judging by the size of the crowd and the number of exhibitors at the fourth annual Consumer Electronics Show Asia, which opened Wednesday in Shanghai, China is well on its way towards catching up with the United States in consumer technology.A mirror image of the older and bigger sister show in Las Vegas, CES Asia 2018 presents the latest hardware and software for everyone.VOA's George Putic has more.

Whether you are looking for a new, exciting virtual reality game, a remote-controlled underwater camera or a futuristic scooter, Consumer Electronics Show Asia 2018 is the place to be.

Organizers from the U.S.-based Consumer Technology Association say this year, small, private companies with fresh ideas are springing up everywhere in Asia.

"We have a huge startup area.Over 100 different startups. That is up 33 percent over last year.And they are not just from China but from many other countries, with different country pavilions at the show."

Each one of them has arrived with a gadget that may make someone's life easier, from a motorized suitcase that closely follows its owner, to dancing robots.

But experts say Asian consumers will need some convincing to spend their money.

"If they are just coming out with novelty items where they just attract some consumer attention for a short period of time, I think they have to rethink about what they should do in the long term."

Another area showing strong development is artificial intelligence and most of it is employed in controlling self-driving cars.

"Up 25 percent over last year, as we have major car companies coming.We are seeing at least two car companies introducing new cars here."

Service robots do not attract much attention anymore, as they can already be seen at airports, hotels and museums.Smartphones, however, are something everybody needs.

Robotic sharksmaybe not so much.CES Asia will be open through Friday.

XS
SM
MD
LG