ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ປະຊາຊົນ ສາທາລະນະລັດ ອາຟຣິກາກາງ ໄປປ່ອນບັດ 'ຢ່າງຫລວງຫລາຍ' ທ້າມກາງສຽງປືນ ຂອງພວກກະບົດ ແຕກຂຶ້ນເປັນຄັ້ງຄາວ


ທະຫານຂອງ ຣວັນດາຢືນເບິ່ງໃນຂະນະທີ່ຄົນລຽນແຖວກັນຖ້າປ່ອນບັດ ຢູ່ສະຖານທີ່ປ່ອນບັດໃນໂຮງຮຽນມັດທະຍົມ Barthélemy Boganda ຢູ່ເຂດເມືອງທໍາອິດຂອງແຂວງ Bangui ໃນສາທາລະນະລັດ ອາຟຣິກາກາງ (CAR) ໃນວັນທີ 27 ທັນວາ, 2020

ຜູ້ຄົນພາກກັນໄປປ່ອນບັດເລືອກຕັ້ງປະທານາທິບໍດີແລະເລືອກຕັ້ງສະພາຢ່າງຫລວງ
ຫລາຍຢູ່ໃນສາທາ ລະນະລັດອາຟຣິກາກາງໃນວັນອາທິດວານນີ້, ເຖິງແມ່ນວ່າພວກກະ ບົດ ຈະເປີດສາກຍິງໃສ່ບາງພື້ນທີ່ເພື່ອພະຍາຍາມຈະເຮັດໃຫ້ຜູ້ໄປປ່ອນບັດເລືອກຕັ້ງຢ້ານກົວກໍຕາມ, ນັ້ນຄືຄຳເວົ້າ ຂອງຫົວໜ້າສໍານັກງານອົງການສະຫະປະຊາຊາດ ປະຈໍາປະເທດດັ່ງກ່າວ ອີງຕາມລາຍງານຂອງອົງຂ່າວຣອຍເຕີ້.

ກຸ່ມກະບົດທີ່ເປັນສັດຕູຕໍ່ປະທານາທິບໍດີຟອສຕິນ-ອາຊັງ ຕົວເດີຣາ (Faustin-Archange Touadera), ຜູ້ທີ່ກຳລັງລົງແຂ່ງຂັນ ໃຫ້ໄດ້ດໍາລົງຕໍາແໜ່ງເປັນສະໄໝທີສອງ ໄດ້ດຳເນີນການໂຈມຕີ ແລະຂູ່ວ່າ ຈະເດີນຂະບວນໄປຍັງນະ ຄອນຫຼວງ ແລະລົບກວນການເລືອກຕັ້ງ ຫຼັງຈາກສານລັດຖະທຳມະນູນໄດ້ປະ ຕິເສດຜູ້ສະໝັກເລືອກຕັ້ງຫຼາຍທ່ານ ໃນເດືອນນີ້ ລວມທັງອະດີດປະທານາທິ ບໍດີຝຣັ່ງຊົວໂບສຊີສ (Francois Bozize) ນໍາ.

ທ່ານ ຕົວເດີຣາ (Touadera) ຖືກຖືວ່າເປັນຜູ້ທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນບັນດາຜູ້ສະໝັກ 17 ຄົນນັ້ນ. ການນັບຄະແນນສຽງໄດ້ເລີ່ມຕົ້ນໃນວັນອາທິດວານນີ້ ແລະຜົນການນັບຄະແນນຊົ່ວຄາວໂດຍເຕັມ ຄາດວ່າ ຈະຮູ້ໄດ້ໃນທ້າຍອາທິດນີ້. ການເລືອກຕັ້ງຮອບທີ 2 ຈະມີຂຶ້ນອີກ ຖ້າບໍ່ມີຜູ້ສະໝັກຄົນໃດໄດ້ຮັບສຽງຫລາຍກວ່າ 50 ເປີເຊັນ.

ຫລັງຈາກໄດ້ມີການເລີ້ມຕົ້ນແບບຊ້າໆ ແລະມີສຽງປືນດັງຂຶ້ນໃນບາງເມືອງແລ້ວ, ຫົວໜ້າສໍານັກງານຂອງອົງການສະຫະປະຊາຊາດໃນປະເທດກ່າວໄດ້ເວົ້າຢູ່ໃນຖະແຫຼງການສະບັບນຶ່ງວ່າ ມີຜູ້ຄົນໄປປ່ອນບັດຢ່າງຫລວງຫລາຍ. ແຕ່ທ່ານກໍບໍ່ໄດ້ໃຫ້ລາຍລະອຽດແຕ່ຢ່າງໃດ.

ທ່ານແມນເຄີ ເອັນເດຍເຢ (Mankeur Ndiaye) ກ່າວວ່າ "ໃນເຊົ້າມື້ນີ້, ພວກເຂົາ (ພວກກະບົດ) ໄດ້ເລີ້ມເປີດສາກຍິງ, ຫວັງວ່າ ຈະເຮັດໃຫ້ປະຊາຊົນບໍ່ກ້າອອກໄປປ່ອນບັດ. ແມ່ນແລ້ວ, ໃນບາງພື້ນທີ່, ມັນມີຄວາມຫຍຸ້ງຍາກ ແຕ່ຢູ່ໃນເຂດອື່ນຫລາຍໆແຫ່ງ, ທ່ານສາມາດເຫັນປະຊາຊົນອອກໄປເລືອກຕັ້ງຢ່າງຫຼວງຫລາຍ."

ມີຄວາມວິຕົກກັງວົນວ່າ ຈຳນວນຜູ້ລົງທະບຽນເລືອກຕັ້ງມີຫລາຍເຖິງ 1 ລ້ານ 8 ແສນຄົນ ໃນປະເທດທີ່ມີປະຊາກອນຢູ່ຢ່າງກະແຈກກະຈາຍ ແລະມີເນື້ອທີ່ໃຫຍ່ກ່ວາຝຣັ່ງນັ້ນ ບໍ່ສາມາດໄປປ່ອນບັດ ຢູ່ບັນດາຕົວເມືອງ ທີ່ຢູ່ຫ່າງໄກສອກຫລີກ, ບາງບ່ອນແມ່ນຖືກຄວບຄຸມໂດຍພວກກະບົດທີ່ປະກອບອາວຸດ.

ປະຊາຊົນຜູ້ນຶ່ງບອກວ່າ, ໄດ້ມີລາຍງານວ່າ ມີສຽງປືນດັງແຮງຢູ່ເມືອງບູອາ (Bouar), ຕັ້ງຢູ່ຫ່າງຈາກນະຄອນຫຼວງ ປະມານ 435 ກິໂລແມັດ (270 ໄມ) ໄປທາງທິດຕາເວັນຕົກສຽງເໜືອ. ການຍິງປືນຍັງໄດ້ລົບກວນການປ່ອນບັດລົງຄະແນນສຽງໃນບັນດາເມືອງອື່ນໆ ລວມທັງເມືອງ ບອສຊາງົວ (Bossangoa) ຢູ່ທາງພາກຕາເວັນຕົກສຽງເໜືອ, ແລະເມືອງເບຣຍ (Bria) ທາງທິດຕາເວັນອອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG