ຟັງລາຍງານເລື້ອງນີ້ເປັນພາສາອັງກິດ
ຟັງລາຍງານເລື້ອງນີ້ເປັນພາສາລາວ
ສິ່ງທຳອິດທີ່ ນາງ Than Than ຈື່ໄດ້ ໃນເວລາ ນາງມາຮອດ
ອາເມຣິກາ ກໍຄືສະພາບອາກາດ.
ນາງ Than Than ເວົ້າວ່າ “ມັນໜາວຫຼາຍ ຂ້ອຍບໍ່ເຄີຍໜາວຄືແນວນີ້ມາກ່ອນເລີຍ. ຂ້ອຍບອກແມ່ຂ້ອຍວ່າ ຫົວຂ້ອຍເປັນຄືກັນກັບນ້ຳກ້ອນນີ້ແຫຼ໊ະ.”
ນາງ Than Than ເກີດຢູ່ສູນອົບພະຍົບໃນປະເທດໄທ. ລາວສັງກັດຢູ່ໃນຊົນເຜົ່າກຸ່ມນ້ອຍ
ທີ່ເອີ້ນວ່າ ກະລ່ຽງ ທີ່ຖືກທາງການປະຫັດປະຫານ. ຄົນກະລ່ຽງແມ່ນມາຈາກປະເທດມຽນມາ ຫຼືເຄີຍເອີ້ນກັນວ່າພະມ້າ. ຊາວກະລ່ຽງຫຼາຍແສນຄົນ ໄດ້ຫລົບໜີອອກຈາກມຽນມາ ເພື່ອຫລົບໜີ ຄວາມຂັດແຍ້ງ ລະຫວ່າງຊົນເຜົ່າ ທີ່ໄດ້ເລີ້ມຕົ້ນມາ ຫຼາຍກວ່າ 60 ປີກ່ອນ. ຫຼາຍໆຄົນອາໄສຢູ່ສູນອົບພະຍົບ ຢູ່ໃນເຂດປະເທດໄທ ທີ່ເອີ້ນວ່າ ສູນແມ່ຫລ້າ. ຄອບຄົວ ຂອງນາງ ໄດ້ເຂົ້າມາຢູ່ອາເມຣິກາ ເມື່ອ 5 ປີກ່ອນ ເວລານາງອາຍຸໄດ້ພຽງ 12 ປີ. ບ້ານເຮືອນໃໝ່ຂອງນາງແມ່ນນະຄອນ Philadelphia ຊຶ່ງເປັນເມືອງໃຫຍ່ທີ່ສຸດອັນດັບ ທີ 5 ຂອງອາເມຣິກາ.
ນາງ Than Than ເວົ້າວ່າ “ມັນຄືກັນກັບວ່າ ຂ້ອຍຍ້າຍເຂົ້າມາຢູ່ໃນໂລກໃໝ່ໜີ້ລະ. ມັນຫຍຸ້ງຍາກຫຼາຍ.”
ທຸກໆປີໃດ ຈະມີຊາວອົບພະຍົບ ຫຼາຍຮ້ອຍຄົນ ເຂົ້າມາຕັ້ງຖິ່ນຖານຢູ່ ນະຄອນ Philadelphia ຊຶ່ງເປັນບ່ອນທີ່ຮູ້ກັນອີກວ່າ “ເມືອງຮັກຫອມກັນແບບອ້າຍນ້ອງ ຫຼື City of Brotherly Love.” ຊາວອົບພະຍົບທັງຫຼາຍ ພາກັນຄາດຫວັງວ່າຈະໄດ້ເຫັນ ອາເມຣິກາທີ່ມີຄວາມຫລູຫລາ ດັ່ງທີ່ພວກເຂົາເຈົ້າເຄີຍໄດ້ເຫັນກັນ ໃນສື່ມວນຊົນຕ່າງໆ ເຊັ່ນເປັນດິນແດນທີ່ເຕັມໄປດ້ວຍລົດຄັນໃຫຍ່ໆ ເຮືອນຫຼັງໃຫຍ່ໆ ແລະ ຫາເງິນໄດ້ຢ່າງສະບາຍ.
ທ່ານນາງ Melissa Fogg ເປັນຜູ້ຊ່ຽວຊານດ້ານສຸຂະພາບຈິດປະຈຳສູນບໍລິການເດັກ
ແລະຄອບຄົວ ຂອງສາສນາຂະແໜງ Lutheran.
ທ່ານນາງ Fogg ເວົ້າວ່າ “ອົບພະຍົບໝົດທຸກໆຄົນທີ່ພວກເຮົາໄດ້ຊ່ອຍເຫຼືອ ແມ່ນມີບັນຫາການປັບໂຕຢ່າງໃຫຍ່ຫຼວງ ໃນດ້ານທີ່ພວກເຂົາເຈົ້າໄດ້ຄາດຫວັງໄວ້ວ່າ ຈະ
ໄດ້ເຫັນຢູ່ໃນສະຫະລັດ ກັບຄວາມເປັນຈິງ ຂອງສະພາບການເປັນຢູ່ແທ້ໆ.”
ສ່ວນທ່ານນາງ Shira Walinsky ຜູ້ເປັນສິລະປິນ ທີ່ເຮັດວຽກກັບຊຸມຊົນອົບພະຍົບຂອງ Philadelphia ກໍເວົ້າວ່າ “ເຈົ້າຮູ້ເລີຍ ວ່າ ເຈົ້າຈະໄປຕົກໃສ. ເຈົ້າຮູ້ແຕວ່າເຈົ້າຈະໄປສະຫະລັດ ແຕ່ສ່ວນວ່າເຈົ້າຈະໄປຕົກເມືອງໃດນັ້ນ ເຈົ້າຈະຮູ້ໄດ້ແຕ່ພາຍໃນ ສອງມື້ລ່ວງໜ້າເທົ້ານັ້ນ. ‘ໂອ້ ຂ້ອຍສິໄປຕົກ Philadelphia. Philadelphia ຢູ່ໃສ? ນັ້ນ ໝາຍຄວາມວ່າແນວໃດ?’”
ສຳຫລັບ ຊຸມຊົນອົບພະຍົບຂອງ Philadelphia ຫຼາຍໆຄົນແລ້ວ ມັນໝາຍຄວາມວ່າ ເປັນ ຄວາມໂດດດ່ຽວ ແລະເປັນຄວາມຝັນທີ່ສັບສົນ.
ຊາວອົບພະຍົບ ໂດຍທົ່ວໄປແລ້ວ ມັກຈະໄປຕົກຢູ່ຄຸ້ມສັບສົນ ໂຫດຮ້າຍທີ່ສຸດ ໃນຕອນໃຕ້
ຂອງ Philadelphia. ພວກລູກເຕົ້າຂອງເຂົ້າເຈົ້າມັກ ຈະເປັນເປົ້າໝາຍງ່າຍໆ ສຳຫລັບ
ການຖືກຂົ່ມເຫັງຢູ່ ໃນລະບົບໂຮງຮຽນຫຼວງ ສ່ວນນ້ອຍ ກໍຈະໄດ້ຮັບປະສົບການກັບສະພາບ ອາກາດທີ່ໜາວເຢັນ ຫຼື ໄປອາໄສຢູ່ໃນເມືອງໃຫຍ່ຕ່າງໆ. ທ່ານນາງ Fogg ເຮັດວຽກໃກ້
ຊິດກັບຊາວອົບພະຍົບເອເຊຍຕາເວັນອອກສຽງໃຕ້ ທີ່ອາໄສຢູ່ໃນເມືອງ.
ທ່ານນາງ Fogg ເວົ້າວ່າ “ຄຸ້ມນີ້ ມັນໂຫດ. ເຖິງແມ່ນວ່າ ມັນຈະສ້າງປະໂຫຽດໃຫ້ແກ່
ຊາວ ອົບພະຍົບຈາກເອເຊຍຕາເວັນອອກສຽງໃຕ້ ແລະຊາວອົບພະຍົບອື່ນໆ ກໍ ຕາມ ແຕ່ມັນກໍ ເປັນຄຸ້ມຂອງຄົນອາເມຣິກັນ ເຊື້ອສາຍອາຟຣິກາ ຕັ້ງແຕ່ດັ່ງເດີມ
ແລະກ່ອນໜ້ານັ້ນ ມັນເປັນຄຸ້ມຂອງຊາວອາເມຣິກັນ ເຊື້ອສາຍ Ireland ແລະ
Italy. ສະນັ້ນ ມັນເລີຍມີປະຫວັດວ່າເປັນບ່ອນຕັ້ງບ້ານເຮືອນ ຂອງຊາວອົບພະຍົບ
ແຕ່ໃນຂະນະດຽວກັນກໍແມ່ນວ່າ ມັນມີຄວາມເຄັ່ງ ຕຶງຫຼາຍລະຫວ່າງຊາວອົບພະຍົບ ກຸ່ມທີ່ແຕກຕ່າງກັນ ຢູ່ທີ່ແຫ່ງນີ້.”
ສູນ ຕາເວັນອອກສຽງໃຕ້ ໂດຍຊາວຕາເວັນອອກສຽງໃຕ້ ແມ່ນສູນກາງຊຸມຊົນ ສຳຫລັບຊາວ ອົບພະຍົບ ໃນເຂດ Philadelphia ໃຕ້. ທ່ານນາງ Melissa Fogg ແລະ ທ່ານນາງ Shira Walinsky ໄດ້ລິເລີ້ມສະຖານທີ່ແຫ່ງນີ້ ເມື່ອ 3 ປີກ່ອນ.
ທ່ານນາງ Walinsky ເວົ້າວ່າ “ຈຸດປະສົງອັນແທ້ຈິງຂອງສູນນີ້ ແລະໂຄງການທັງໝົດ
ນີ້ ແມ່ນເປັນການສະເຫລີມສະຫລອງຊັບສິນຕ່າງໆຂອງຊຸມຊົນ. ແທນທີ່ຈະຄິດວ່າ
ໂອ້ ຖ້າເຈົ້າມາ ທີ່ນີ້ໃນຖານະອົບພະຍົບ ແມ່ນເຈົ້າມາໃນຖານະຂາດແຄນ ແຕ່ມັນ
ຄວນເປັນການມາເພື່ອສະເຫລີມສະຫລອງ ສິ່ງທີ່ເຈົ້າມີຢູ່ແລ້ວນັ້ນຫຼາຍກວ່າ.
ສະນັ້ນ ພາສາ ອາຫານການກິນ ວັດທະນະທຳ ເຫຼົ່ານັ້ນ ຄວາມຈິງແລ້ວເປັນສ່ວນ
ທີ່ບົ່ງບອກເຖິງເອກກະລັກຂອງເຈົ້າ. ແລະການສະເຫລີມສະຫລອງ ພາກສ່ວນເຫຼົ່າ
ນັ້ນ ມັນເຮັດໃຫ້ເຈົ້າມີຄວາມຮູ້ສຶກມີຄວາມເຊື່ອມໂຍງຜູກພັນ.”
ພວກອົບພະຍົບສ່ວນໃຫຍ່ ທີ່ມາອາເມຣິກາ ແມ່ນມາກັບຄວາມຮູ້ດ້ານພາສາອັງກິດພຽງໜ້ອຍດຽວ ຫຼື ບໍ່ຮູ້ເລີຍ. ທາງເມືອງຈຶ່ງໃຫ້ການບໍລິການດ້ານແປພາສາ ເພື່ອໃຫ້ຊາວອົບພະຍົບສາມາດໄດ້ຮັບການຊ່ອຍເຫຼືອ ຈາກຫລວງ. ສູນຕາເວັນອອກສຽງໃຕ້ ໂດຍຊາວ
ຕາເວັນອອກສຽງໃຕ້ ມີຫ້ອງຮຽນພາສາອັງກິດໃຫ້ຮຽນ ເພື່ອເພັ່ງເລັງໃສ່ດ້ານການປະຕິບັດ
ຕົວຈິງຂອງຊິວິດ.
ທ່ານນາງ Fogg ເວົ້າວ່າ “ຢູ່ໃນຫ້ອງຮຽນ ອັງກິດເປັນພາສາທີສອງ ຫຼື ESL ຂອງພວກເຮົາ ພວກເຮົາເຝິກແອບວິທີໄປຮ້ານຄ້າ ໄປຫໍສະມຸດ ວິທີເວົ້າກັບນາຍຄູຂອງເຈົ້າ ວິທີຖາມເອົາມື້ນັດພົບກັບທ່ານໝໍ. ສິ່ງຕ່າງໆ ທີ່ຊ່ອຍເຫຼືອພວກຄົນເຫຼົ່ານັ້ນ ໃຫ້ດຳລົງຊີວິດໄປໄດ້ແຕ່ລະມື້ ຢ່າງແທ້ຈິງ.”
ໃນຫຼາຍໆກໍລະນີ ຊາວອົບພະຍົບຖ້າຍັງໜຸ່ມນ້ອຍຫຼາຍເທົ່າໃດ ກໍຍິ່ງເປັນການດີ ໃນການປາກເວົ້າພາສາອັງກິດໄດ້ດີຂຶ້ນເລື້ອຍໆ.
ໃນອີກດ້ານນຶ່ງ ພໍ່ແມ່ພວກເຂົາເຈົ້າ ສ່ວນຫຼາຍເຊົາເວົ້າພາສາອັງກິດໄປເລີຍ.
ນາງ Than Than ເວົ້າວ່າ “ມັນຄືວ່າ ຍາກຫຼາຍແທ້ໆ ສຳຫລັບພວກເພິ່ນ ທີ່ຈະ
ຮ່ຳຮຽນ ແລະ ຕໍ່ມາພວກເພິ່ນກໍລືມມັນໄປເລີຍ ຢ່າງງ່າຍດາຍ…ຄືວ່າບາງເວລາ
ພວກເຮົາຕ້ອງໄປຫາໝໍ. ເຂົາເຈົ້າຈະຂໍໃຫ້ເຮົາພາພວກເພິ່ນໄປ.”
ທ່ານນາງ Walinsky ເວົ້າວ່າ “ສະພາບຂອງອຳນາດໄດ້ຫັນປ່ຽນ ຍ້ອນພວກເດັກ
ນ້ອຍ ອາດຮູ້ພາສາຕົນເອງ ຮ່ຳຮຽນອັງກິດໄດ້ງ່າຍຫຼາຍກວ່ານ້ອຍນຶ່ງ ພວກເຂົາ
ເຈົ້າ ອາດເປັນຜູ້ທີ່ແປພາສາໃຫ້ແກ່ພໍ່ແມ່ ສະນັ້ນ ແທ້ໆແລ້ວມັນຈ່ຶງເປັນຄວາມ
ຮັບຜິດຊອບອັນໃຫຍ່ຫຼວງ ສຳຫລັບພວກເດັກນ້ອຍ.”
ການຮ່ຳຮຽນອັງກິດ ແມ່ນເປັນການຍາກລຳບາກສຳຫລັບບັນດາຜູ້ມີ ອາຍຸສູງ.
ຜູ້ສູງອາຍຸເວົ້າວ່າ “ຂ້ອຍຮຽນອັງກິດ. ຮຽນອັງກິດແມ່ນສຳຄັນ.”
ຫຼາຍໆຄົນ ສາມາດເວົ້າອັງກິດໄດ້ພຽງບາງຄວາມເທົ່ານັ້ນ ເຖິງແມ່ນວ່າ ຫຼັງຈາກໄດ້ຢູ່ໃນ
ສະຫະລັດຫຼາຍໆປີມາແລ້ວກໍຕາມ. ພວກອົບພະຍົບທີ່ມີອາຍຸຫຼາຍແລ້ວ ແມ່ນມີບັນຫາຮຽນ
ອັງກິດພ້ອມກັນກັບພວກເດັກນ້ອຍ. ດ້ວຍເຫດຜົນນີ້ ສູນດັ່ງກ່າວ ມີຫ້ອງຮຽນອັງກິດພິເສດ
ສຳຫລັດພວກຜູ້ເຖົ້າຜູ້ແກ່.
ນັກຮຽນ: Yangon Bangkok Taipei.
ທ່ານນາງ Fogg: ອູ້ ຍາວ ຍາວ ຍາວ ໃຊ້ເວລາຍາວ.
ນັກຮຽນ: ຫ່າງໄກຫຼາຍ
ທ່ານນາງ Fogg: ຫ່າງໄກຫຼາຍ
ນາຍຄູ: ຫຼານສາວ
ນັກຮຽນ: ຫຼານສາວ
ນາຍຄູ: ຫຼານສາວ ຫຼານຊາຍ
ນັກຮຽນ: ຫຼານຊາຍ
ນາຍຄູ: ເຈົ້າມີ ຫຼານສາວ ຫຼານຊາຍ ຈັກຄົນ?
ນັກຮຽນ: ມີ
ທ່ານນາງ Fogg: 7, 8, 9, 10, 11, 12 ລູກຫຼານ. 12 ວະ?
ທ່ານນາງ Fogg ກ່າວວ່າ ການສ້າງຕັ້ງຂຶ້ນຄືນໃໝ່ປະເພນີຕ່າງໆ ຈາກປະເທດທີ່ເກົ່າແກ່
ຊ່ອຍໃຫ້ຊາວອົບພະຍົບມີຄວາມຮູ້ສຶກວ່າມີຄວາມມຸ່ງໝາຍ. ຊາວອົບພະຍົບຈາກອີຣັກ
ເຫຼົ່ານີ້ ພວມສະເຫລີມສະຫລອງວັນພັກສາສະໜາມຸສລິມ ວັນ Eid. ຜູ້ຍິງຄົນນີ້ ຊື່ວ່າ Htoo-Ree ເປັນອາຈານຕ່ຳຜ້າ ໃນມຽນມາ ກ່ອນທີ່ນາງຈະຫລົບໜີ. ສູນຕາເວັນອອກ
ສຽງໃຕ້ ໂດຍຕາເວັນອອກສຽງໃຕ້ ສົ່ງເສີມຫ້ອງນຶ່ງເພື່ອສິດສອນວິທີການຕ່ຳຜ້າ ໃຫ້ແກ່
ຊາວອົບພະຍົບ.
ທ່ານນາງ Htoo-Ree ໄດ້ເລີ້ມທຸລະກິດຕ່ຳຜ້າຄືນອີກ ພ້ອມກັນກັບລູກຊາວ ແລະ ຫລານ ສາວຢູ່ໃນອາເມຣິກາ.
ທ່ານນາງ Fogg ຜູ້ຊ່ຽວຊານດ້ານສຸຂະພາບຈິດສຳຫລັບຊາວອົບພະຍົບ ກ່າວວ່າ ມັນມີ
ຄວາມສຳຄັນ ສຳຫລັບຊາວອົບພະຍົບ ທີ່ມີຄວາມຮູ້ສຶກພູກພັນກັບສະພາບແວດລອມຂອງ
ເມືອງ. ສູນດັ່ງກ່າວ ມີຫຸ້ນສ່ວນກັບ ໂຄງການສິລະປະພາບຈິດຕະກຳຝາກຳແພງ ຂອງ
ນະຄອນ Philadelphia ທີ່ຊຸກຍູ້ໃຫ້ຊາວອົບພະຍົບ ແຕ້ມສີໃສ່ຝາກຳແພງ ທີ່ບັນລະຍາຍ
ເຖິງເລື້ອງລາວ ຂອງພວກເຂົາເຈົ້າ.
ທ່ານນາງ Fogg ເວົ້າວ່າ “ໂດຍສ່ວນໃຫຍ່ແລ້ວ ພາບຝາກຳແພງທັງໝົດທີ່ທ່ານຈະເຫັນ ແມ່ນຮູບພາບພູຜາ ແລະ ບາງສ່ວນຂອງປ່າດົງພົງໄພທີ່ເປັນຕົວແທນ ບ່ອນທີ່ບັນດາຄອບຄົວມາຈາກໃນເມື່ອກ່ອນ…ພາບຝາກຳແພງທັງໝົດນີ້ ມັນໄດ້ເອີ່ຍເຖິງແນວຄິດຂອງການສູນເສຍທຳມະຊາດ ແລະ ສະພາບແວດລ້ອມທີ່ເຮົາເຄີຍຢູ່ ແລະ ການເຂົ້າມາຢູ່ໃນສະຖານທີ່ແຫ່ງໃໝ່.”
Philadelphia ມີດິນທີ່ເປົ່າວ່າງຫຼາຍພັນແຫ່ງ ບ່ອນທີ່ເຄີຍມີຕຶກອາຄານຕ່າງໆຕັ້ງຢູ່ນັ້ນ. ພວກໝູ່ບ້ານ ແລະ ອົງການເພື່ອຕັ້ງທິ່ນຖານສຳຫລັບຊາວອົບພະຍົບ ໄດ້ພາກັນມ້ຽນມັດບາງສ່ວນຂອງສະຖານທີ່ດັ່ງກ່າວທີ່ບໍ່ໄດ້ມີການນຳໃຊ້ ແລະ ຫັນປ່ຽນມັນມາເປັນສວນປູກຜັກ.
ທ່ານນາງ Fogg ເວົ້າວ່າ “ພວກເຂົາເຈົ້າ ສາມາດປູກຜັກ ແລະ ຕົ້ນໄມ້ຕ່າງໆ ຈາກບ້ານເກີດຂອງພວກເຂົາເຈົ້າ ແລະນຳໃຊ້ເຮັດຢູ່ເຮັດກິນ. ມັນຍັງເປັນສະຖານທີ່ຂຽວສົດງົດງາມ ໃນສະພາບແວດລ້ອມຂອງຕົວເມືອງແທ້ໆເລີຍ. ພວກເຮົາເຊື່ອວ່າ ໃນພື້ນຖານຂອງສຸຂະພາບ ເປັນຕົວແບບແລ້ວ ບ່ອນທີ່ວ່າ ຖ້າຫາກບຸກຄົນໃດນຶ່ງ ທີ່ບໍ່ມີຄວາມສາມາດໃນການຮຽນອັງກິດ ບໍ່ມີຄວາມສາມາດທີ່ຈະເຮັດວຽກບ້ານ ບໍ່ມີຄວາມສາມາດພົວພັນກັບຊຸມຊົນຂອງເຂົາເຈົ້າໄດ້ ເຫຼົ່ານັ້ນ ພວກເຂົາຈະບໍ່ສາມາດຢູ່ລອດໄດ້ ແລະ ພວກເຂົາເຈົ້າ ຈະບໍ່ສາມາດກ້າວໜ້າໄດ້ໃນເມືອງໃໝ່ນີ້.”
ນາງ Than Than ເວົ້າວ່າ “ຂ້ອຍ ມັກມາທີ່ນີ້ ເພາະວ່າ ຄືວ່າ ມັນຄືກັບຄອບຄົວອັນດຽວກັນດ້ວຍ…ຖ້າຫາກວ່າຂ້ອຍຮູ້ສຶກຄຽດ ຫຼື ສິ່ງໃດກໍຕາມ ໃນເວລາຂ້ອຍມາໃນທີ່ນີ້ ແມ່ນຄືກັບວ່າມີນາຍຄູຢູ່ສະເໝີ. ພວກເຂົາເຈົ້າ ເຮັດໃຫ້ພວກເຮົາຍິ້ມແຍ້ມສະເໝີ ຊຸກຍູ້ໃຫ້ພວກເຮົາ ພະຍາຍາມຫຼາຍຂຶ້ນ.”
ແລະພ້ອມກັນກັບຄວາມຍິ້ມແຍ້ມ ແລະມານະ ທີ່ພຽງພໍ ຊາວອົບພະຍົບຂອງ Philadelphia ອາດພົບພໍ້ຄວາມເປັນພີ່ເປັນນ້ອງກັນ ໃນ ເມືອງອ້າຍນ້ອງທີ່ຮັກຫອມ ຫຼື City of Brotherly Love.
_______________________________________________________________
Words in This Story
adjustment - n. a change that makes it possible for a person to do better or work better in a new situation
loneliness - n. a sadness from being apart from other people
frustrated - adj. very angry, discouraged, or upset because of being unable to do or complete something
continuum - n. a range or series of things that are slightly different from each other and that exist between two different possibilities
assistance - n. the act of helping or assisting someone : help or support
a sense of purpose - the quality of having a definite purpose or value