ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການປະດິດ ໂທລະສັບ ທີ່ບໍ່ໃຊ້ແບັດເທີຣີ ໄດ້ແລ້ວ


ຄົນພາກັນທັງຍ່າງທັງເບິ່ງໂທລະສັບມືຖືຂອງຕົນໄປນໍາ ໃນຂະນະທີ່ຍ່າງຢູ່ຕາມຂ້າງທາງຂອງນະຄອນປັກກິ່ງ ໃນວັນທີ 9 ສິງຫາ, 2017. ຈີນກາຍເປັນຕະຫລາດໂທລະສັບມືຖືໃຫຍ່ທີ່ສຸດຂອງໂລກ ເມື່ອໂທລະສັບມີຄວາມນິຍົມກັນນັບມື້ນັບຫລາຍຂຶ້ນສໍາລັບຄົນເພດທຸກໄວໃນປະເທດດັ່ງກ່າວ.
ຄົນພາກັນທັງຍ່າງທັງເບິ່ງໂທລະສັບມືຖືຂອງຕົນໄປນໍາ ໃນຂະນະທີ່ຍ່າງຢູ່ຕາມຂ້າງທາງຂອງນະຄອນປັກກິ່ງ ໃນວັນທີ 9 ສິງຫາ, 2017. ຈີນກາຍເປັນຕະຫລາດໂທລະສັບມືຖືໃຫຍ່ທີ່ສຸດຂອງໂລກ ເມື່ອໂທລະສັບມີຄວາມນິຍົມກັນນັບມື້ນັບຫລາຍຂຶ້ນສໍາລັບຄົນເພດທຸກໄວໃນປະເທດດັ່ງກ່າວ.

ນັກຄົ້ນຄວ້າ​ຢູ່​ໃນ​ສະຫະລັດ ​ໄດ້​ເປີດ​ເຜີຍ​ຕົ້ນ​ແບບ​ຂອງ​ໂທລະສັບ​ມື​ຖື​ທີ່​ບໍ່​ໃຊ້​ແບັດ​ເທີຣີ ຫລື​ຖ່ານ ​ໂດຍ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ທີ່​ພວກ​ເຂົາ​ເຈົ້າຫວັງ​ວ່າ ​ໃນ​ທີ່​ສຸດ​ກໍ​ຈະ​ເອົາເຂົ້າ​ໄປ​ຢູ່ໃນ​ກຸ່ມ​ດຽວກັນ​ກັບ​ຜະລິດ​ຕະພັນ​ທີ່​ຂາຍ​ໃນ​ຕະຫລາດທົ່ວ​ໄປ. ​ໂທລະ​ສັບ​ດັ່ງກ່າວ ​ແມ່ນ​ຜົນງານ​ຂອງ​ນັກຄົ້ນຄວ້າ​ກຸ່ມ​ນຶ່ງ ທີ່​ມະຫາວິທະ ຍາ​ໄລ ວໍ​ຊິງ​ຕັນ ​ໃນ​ນະຄອນ Seattle ​ແລະ​ວຽກງານ​ທີ່​ໄດ້​ມາ​ໂດຍ​ການ​ເກັບ​ກ່ຽວພະລັງງານ​ຈໍານວນ​ນ້ອຍໆ ທີ່​ໄດ້​ມາ​ຈາກ​ສັນຍານ​ຂອງ​ວິທະຍຸ ທີ່​ເອີ້ນວ່າ ຄວາມ​ຖີ່​ຂອງຄື້ນ​ວິທະຍຸ ຫລື ‘RF’. ນັກ​ຂ່າວ​ວີ​ໂອ​ເອ George Putic ມີ​ລາຍ​ລະອຽດກ່ຽວກັບ​ເລື່ອງ​ນີ້ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການຄົ້ນຄວ້າ​ຂອງພວກທ່ານສອງ​ຄົນນີ້ ​ໃນ​ມະຫາວິທະຍາ​ໄລວໍ​ຊິງ​ຕັນ ອາດຈະບໍ່ຍິ່ງ
ໃຫຍ່ເທົ່າກັນກັບການຄົ້ນພົບຂອງທ່ານ Alexander Graham Bell ທີ່ເປັນຜູ້ຄິດຄົ້ນ
ປະດິດໂທລະສັບຂຶ້ນມາເປັນຄົນທໍາອິດນັ້ນ ແຕ່ເຂົາເຈົ້າກໍເວົ້າວ່າ ການຄົ້ນພົບຂອງເຂົາ
ເຈົ້າແມ່ນສໍາຄັນຫລາຍ.

ທ່ານ Shyam Gollakota, ​ຈາກມະຫາວິທະຍາ​ໄລວໍ​ຊິງ​ຕັນ ກ່າວວ່າ: “ໂທລະສັບທີ່
ບໍ່ມີແບັດເທີຣີໜ່ວຍນີ້ ແມ່ນເປັນຄວາມກ້າວໜ້າອັນໃຫຍ່ຫລວງ ເມື່ອເວົ້າເຖິງຄວາມ
ສາມາດຂອງເຄື່ອງອຸປະກອນທີ່ບໍ່ໃຊ້ຖ່ານ ເພາະວ່າ ດຽວນີ້ພວກເຮົາມີອຸປະກອນທີ່
ໃຊ້ໄດ້ຕະຫລອດ ຊຶ່ງຄົນສາມາດລົມ ແລະທັງຮັບເອົາຂໍ້ມູນໄດ້ຢ່າງເນື່ອງນິດລຽນຕິດ ທີ່ຈະເວົ້າໂດຍພື້ນຖານແລ້ວກໍແມ່ນໂທລະສັບ.”

​ໂທລະສັບ​ມື​ຖື ໃຊ້ໄຟຟ້າຫລາຍໂພດບໍ່ ເພື່ອຈະໃຫ້​ມັນໃຊ້ການໄດ້ ໂດຍບໍ່ໄດ້ໃຊ້​ແບັດ
​ເທີຣີ? ແມ່ນ, ພວກມັນໃຊ້ໄຟຟ້າຫລາຍແທ້.

ທ່ານ VAMSI TALLA, ກໍມາຈາກມະຫາວິທະຍາ​ໄລວໍ​ຊິງ​ຕັນ ເຊັ່ນກັນ ຊຶ່ງໃຫ້ຄໍາເຫັນ
ວ່າ: “ຖ້າຫາກເຮົາເບິ່ງໂທລະສັບແບບທໍາມະດາ ທີ່ຈິງແລ້ວມັນໃຊ້ພະລັງງານປະມານ
ຫລາຍຮ້ອຍມີລີວັດ ໃນຂະນະທີ່ມັນໃຫ້ເຮົາໂທອອກສຽງໄດ້ ແລະມັນກໍເປັນໄປບໍ່ໄດ້ ທີ່ຈະເຮັດໃຫ້ອຸປະກອນເຊັ່ນນັ້ນບໍ່ຕ້ອງໃຊ້ແບັດເທີຣີ. ສະນັ້ນ ສິ່ງທີ່ພວກເຮົາເຮັດ ທີ່ວ່າເປັນຂໍ້ຫຍຸ້ງຍາກກ່ອນໝູ່ໝົດ, ກໍຄືການເຮັດໃຫ້ຈໍານວນພະລັງງານນັ້ນຫລຸດ
ລົງໃນລໍາດັບຕ່າງໆ ຂອງຂະໜາດ.”

ເມື່ອໃດພວກເຂົາເຈົ້າສາມາດເຮັດແນວນັ້ນໄດ້ ເຂົາເຈົ້າກໍຈະໄດ້ມີໂທລະສັບທີ່ສາມາດ
ໝູນໃຊ້ພະລັງງານແມ່ເຫລັກໄຟຟ້າທີ່ເຕັ້ນເປັນຈັງຫວະຢູ່ອ້ອມຂ້າງຂອງເຮົາໃນແບບທີ່
ເປັນຄວາມ​ຖີ່​ຂອງຄື້ນ​ວິທະຍຸ ຫລື ‘RF’ ນັ້ນ ໃຫ້ເກີດປະໂຫຍດໄດ້.

ທ່ານ VAMSI TALLA ກ່າວເພີ້ມວ່າ: “ຄວາມ​ຖີ່​ຂອງຄື້ນ​ວິທະຍຸ ຫລື ‘RF’ ທີ່ມີຢູ່ທົ່ວ
ໄປ ແມ່ນມີຢູ່ອ້ອມຕົວເຮົານີ້ ສະນັ້ນ ຕົວຢ່າງເຊັ່ນ ສະຖານີວິທະຍຸ FM ຂອງເຮົາ ກະຈາຍຄື້ນວິທະຍຸອອກໄປ, ສະຖານີວິທະຍຸ AM ຂອງເຮົາກໍເຮັດຈັ່ງຊັ້ນເຊັ່ນກັນ,
ສະຖານີໂທລະທັດ ຂອງເຮົາ, ເສົາໂທລະສັບມືຖືຂອງເຮົາກໍຄືກັນ. ສິ່ງເຫລົ່ານີ້ ລ້ວນ
ແລ້ວແຕ່ສົ່ງ ຄວາມ​ຖີ່​ຂອງຄື້ນ​ອອກໄປ.”

ທີ່ຈິງແລ້ວ ໂທລະສັບແມ່ນດູູດເອົາພະລັງງານທີ່ມີຢູ່ອ້ອມຂ້າງນັ້ນໝົດ. ເຮົາບໍ່ສາມາດ
ເຮັດທຸກສິ່ງທຸກຢ່າງ ທີ່ເຮົາສາມາດເຮັດໄດ້ ຢູ່ໃນໂທລະສັບມືຖືປັດຈຸບັນຂອງພວກເຮົາ
ແຕ່ເຖິງຖ້າວ່າ ແບັດເທີຣີຂອງເຮົາຫາກຕາຍ ພວກເຮົາກໍຍັງຈະບໍ່ຈົນຕາແຈ.

ທ່ານ TALLA ຍັງເວົ້າອີກວ່າ: “ໃນອະນາຄົດ ໂທລະສັບສະຫລາດທຸກໜ່ວຍ ຈະມີປຸ່ມທີ່ຈະບໍ່ໃຊ້ຖ່ານມານໍາອີກດ້ວຍ ຊຶ່ງເຮັດໃຫ້ເຮົາສາມາດໂທອອກໄດ້ ເມື່ອແບັດເທີຣີຂອງເຮົາໝົດໄຟ.”

ໂດຍທີ່ມີຫລັກຖານທີ່ຢືນຢັນວ່າຄວາມຄິດອັນນີ້ໃຊ້ໄດ້ ເປັນພື້ນຖານຂອງຕົນຢູ່ແລ້ວ, ນັກຄົ້ນຄວ້າສອງຄົນນີ້ ປັດຈຸບັນ ພາກັນຜັນຂະຫຍາຍຜະລິດຕະພັນນີ້ໃຫ້ຫລາຍຂຶ້ນ ເພື່ອໃຫ້ຄົນສາມາດໃຊ້ການສົ່ງຂໍ້ຄວາມ ຫລືໃຊ້ເວັບໄຊ໌ໄດ້.

ທ່ານ TALLA ກ່າວມ້ວນທ້າຍວ່າ: “ພວກເຮົາມີຄວາມຕື່ນເຕັ້ນຕໍ່ເທັກໂນໂລຈີນີ້
ຫລາຍອີ່ຫລີ ແລະມະຫາວິທະຍາ​ໄລວໍ​ຊິງ​ຕັນກໍມີ IP ຫລື Internet Protocol
ສໍາລັບການເຮັດແນວນີ້ ແລະພວກເຮົາກໍຊອກຫາຊ່ອງທາງ ເພື່ອຈະເຮັດໃຫ້ຜະລິດ
ຕະພັນນີ້ຂາຍໄດ້ ແລະໃຫ້ມັນໄປຢູ່ໃນມືຂອງຄົນໄດ້ຢ່າງແທ້ຈິງ ແລະໃຊ້ລະບົບນີ້
ກວ້າງຂວາງຂຶ້ນກວ່າເກົ່າ ຢ່າງແທ້ຈິງ.”

ທີມງານດັ່ງກ່າວຄາດວ່າ ຈະມີສິນຄ້າພ້ອມທີ່ຈະວາງຂາຍໃນຕະຫລາດພາຍໃນເວລາ
ບໍ່ດົນເຖິງນຶ່ງປີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

New Cell Technology Works With Ambient Energy
please wait

No media source currently available

0:00 0:02:18 0:00

XS
SM
MD
LG