ກຸ່ມຫົວຮຸນແຮງ ປາແລັສໄຕນ໌ ຈີຮາດ ອິສລາມ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ພວກເຂົາໄດ້ທຳການຢຸດຍິງ ໃນຄວາມຮຸນແຮງຄັ້ງຫຼ້າສຸດກັບ ອິສຣາແອລ ຫຼັງຈາກທັງສອງຝ່າຍໄດ້ບັນລຸສັນຍາສະຫງົບເສິກ ທີ່ປະເທດ ອີຈິບ ເປັນຜູ້ໄກ່ເກ່ຍ.
ໂຄສົກກຸ່ມ ຈີຮາດ ອິສລາມ ໄດ້ກ່າວວ່າການຢຸດຍິງໄດ້ມີຜົນບັງຄັບໃຊ້ໃນຕອນເຊົ້າວັນພະຫັດມື້ນີ້ ແລະ ອິສຣາແອລ ໄດ້ເຂົ້າຮ່ວມໃນການຕົກລົງຕໍ່ຫຼາຍເງື່ອນໄຂ, ເຊິ່ງລວມມີການຢຸດແນເປົ້າສັງຫານຜູ້ນຳຂອງກຸ່ມນັ້ນ.
ລັດຖະມົນຕີການຕ່າງປະເທດ ອິສຣາແອລ ທ່ານ ອິສຣາແອລ ແຄັດສ໌ ໄດ້ກ່າວຕໍ່ວິທະຍຸທະຫານບົກວ່າ ກອງກຳລັງ ອິສຣາແອລ ຈະລະງັບການໂຈມຕີຕ່າງໆ ຖ້າ ປາແລັສໄຕນ໌ ກໍມິດງຽບເຊັ່ນກັນ. ແຕ່ທ່ານໄດ້ປະຕິເສດທີ່ຈະປ່ຽນແປງໃນນະໂຍບາຍຂອງ ອິສຣາແອລ, ໂດຍເວົ້າວ່າເຂົາເຈົ້າຈະບໍ່ລັງເລໃຈໃນການໂຈມຕີໃຜກໍຕາມ ຜູ້ທີ່ພະຍາຍາມຈະທຳຮ້າຍເຂົາເຈົ້າ.
ການໂຈມຕີທາງອາກາດຂອງ ອິສຣາແອລ ໄດ້ສັງຫານຜູ້ບັນຊາການກຸ່ມ ຈີຮາດ ອິສລາມ ໃນເຂດ ກາຊາ ເມື່ອວັນອັງຄານແລ້ວນີ້. ເຫດການນັ້ນໄດ້ນຳໄປສູ່ການແກ້ແຄ້ນດ້ວຍການຍິງຈະຫຼວດຈາກກຸ່ມຫົວຮຸນແຮງ ປາແລັສໄຕນ໌ ແລະ ການໂຈມຕີທາງອາກາດຂອງ ອິສຣາແອລ ຫຼາຍຮອບໃນເວລາຕໍ່ມາ.
ການຕໍ່ສູ້ກັນສອງວັນນັ້ນໄດ້ເຮັດໃຫ້ຊາວ ປາແລັສໄຕນ໌ ເສຍຊີວິດ 32 ຄົນ. ບໍ່ມີລາຍງານກ່ຽວກັບການຕາຍຂອງຊາວ ອິສຣາແອລ.
ທູດພິເສດປະຈຳເຂດຕາເວັນອອກກາງ ສະຫະປະຊາຊາດ ທ່ານ ນິໂກລາຍ ມລາເດນອຟ ໄດ້ກ່າວວ່າ ອີຈິບ ແລະ ສະຫະປະຊາຊາດ ໄດ້ເຮັດວຽກເພື່ອປ້ອງກັນຄວາມຂັດແຍ້ງ “ຈາກການນຳໄປສູ່ສົງຄາມ.”
ທ່ານ ມລາເດນອຟ ໄດ້ຂຽນໃນທວິດເຕີວ່າ “ໃນສອງສາມຊົ່ວໂມງ ແລະ ວັນຈະມາເຖິງແມ່ນມີຄວາມສຳຄັນ. ທຸກຝ່າຍຕ້ອງສະແດງການຍັບຢັ້ງສູງສຸດ ແລະ ເຮັດໜ້າທີ່ຂອງເຂົາເຈົ້າເພື່ອປ້ອງກັນການນອງເລືອດ. ພາກພື້ນຕາເວັນອອກກາງບໍ່ຕ້ອງການສົງຄາມອີກ.”
Palestinian militant group Islamic Jihad said Thursday it had ceased fire in the latest conflict with Israel after the two sides reached an Egyptian-brokered truce.
An Islamic Jihad spokesman said the cease-fire went into effect Thursday morning and involved Israel agreeing to several conditions, including stopping the targeting killings of the group's leaders.
Israeli Foreign Minister Israel Katz told Army Radio that Israeli forces would refrain from further strikes if the Palestinians also remained "quiet."But he denied a change in Israeli policy, saying it will not hesitate to strike anyone who seeks to harm it.
An Israeli airstrike killed an Islamic Jihad commander in Gaza on Tuesday.That brought retaliatory rocket fire from Palestinian militants and subsequent rounds of Israeli airstrikes.
The two days of fighting left 32 Palestinians dead.There were no reports of Israeli deaths.
U.N. Middle East envoy Nickolay Mladenov said both Egypt and the United Nations worked to prevent the conflict "from leading to war."
"The coming hours and days will be critical," Mladenov wrote Thursday on Twitter."ALL must show maximum restraint and do their part to prevent bloodshed. The Middle East does not need more wars."