ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ສູນກາງປ້ອງກັນ ແລະຄວບຄຸມພະຍາດ ກ່າວວ່າ ການເຂົ້າຮັບການປິ່ນປົວ ຢູ່ຫ້ອງສຸກເສີນ ໄດ້ຫລຸດລົງ


ບັນດາພະນັກງານທີ່ສູນກາງປ້ອງກັນ ແລະຄວບຄຸມພະຍາດ (CDC) ທີ່ນະຄອນອັດແລນຕາ ລັດຈໍເຈຍ.
ບັນດາພະນັກງານທີ່ສູນກາງປ້ອງກັນ ແລະຄວບຄຸມພະຍາດ (CDC) ທີ່ນະຄອນອັດແລນຕາ ລັດຈໍເຈຍ.

ລາຍງານຂອງສູນກາງປ້ອງກັນແລະຄວບຄຸມພະຍາດຫຼື CDC ກ່າວວ່າ ການເຂົ້າຮັບ
ການປິ່ນປົວຢູ່ຫ້ອງສຸກເສີນ ຂອງພວກຄົນທີ່ບໍ່ຕິດໄວຣັສໂຄໂຣນາ ໄດ້ ຫລຸດລົງໃນ
ເດືອນເມສາຜ່ານມາ ຊຶ່ງພວມຢູ່ທ່າມກາງການແຜ່ລະບາດສູງສຸດ.

ອົງການດັ່ງກ່າວໄດ້ພິມເຜີຍແຜ່ບົດວິເຄາະໃນວັນພຸດມີ່ຜ່ານມານີ້ວ່າ ທີ່ການຫຼຸດລົງ
ແມ່ນເປັນຈຳນວນຫຼວງຫຼາຍ ສໍາລັບພວກເດັກນ້ອຍອາຍຸ 14 ປີ ແລະນ້ອຍກວ່າ ພວກ
ແມ່ຍິງ ແລະພວກຄົນທີ່ຢູ່ໃນເຂດພາກຕາເວັນອອກສຽງເໜືອ ຂອງ ສະຫະລັດ. ອົງການ
CDC ໃຫ້ຂໍ້ສັງເກດວ່າ ການຫຼຸດລົງຂອງຄົນຈຳນວນຫຼວງ ຫຼາຍ ທີ່ຊອກຫາການປິ່ນ
ປົວສຸກເສີນຕໍ່ການເຈັບໜ້າເອິກ ຮວມທັງຫົວໃຈວາຍ ຕິດຕາມມາດ້ວຍພວກເດັກນ້ອຍ
ທີ່ຕ້ອງການການໆຊ່ວຍເຫຼືອຕໍ່ອາການຫາຍໃຈ ບໍ່ສະດວກເຊັ່ນໂຣກຫືດ.

ສະຫະລັດມີກໍລະນີຕິດໂຄວິດ-19 ທີ່ໄດ້ຮັບການຢືນຢັນຫຼາຍທີ່ສຸດໃນໂລກ ຫຼາຍກວ່າ 1
ລ້ານ 8 ແສນຄົນທີ່ຕິດພະຍາດນີ້ ໂດຍມີຈຳນວນຜູ້ຕາຍຊຶ່ງປັດຈຸບັນນີ້ ກາຍ 107,175
ຄົນແລ້ວ.

ໜັງສືພິມ New York Times ລາຍງານວ່າ ລັດຖະບານປະທານາທິບໍດີດໍໂນລ ທຣໍາ
ໄດ້ເລືອກເອົາຫ້າບໍລິສັດ ທີ່ອາດຈະເປັນຜູ້ຜະລິດຢາວັກຊິນກັນໄວ ຣັສໂຄໂຣນາ.
ບັນດາບໍລິສັດເຫຼົ່ານີ້ ມີການລະບຸວ່າ ປະກອບດ້ວຍ ໂມເດີນາ (Moderna) ທີ່ຕັ້ງຢູ່
ລັດແມັສຊາຈູແຊັສ ອາສຕຣາເຊີເນກາ (AstraZeneca) ທີ່ເປັນຄູ່ຮ່ວມງານກັບມະຫາ
ວິທະຍາໄລອອກສ໌ຝອດ (Oxford) ແລະບໍລິສັດຜະລິດຢາຍັກໃຫຍ່ ຈອນສັນ ແລະ
ຈອນສັນ (Johnson & Johnson) ເມຣກ໌ ແລະໄຟເຊີ (Merck and Pfizer)

ໜັງສືພິມນິວຢອກທາມສ໌ ໄດ້ອ້າງຄໍາເວົ້າເຈົ້າໜ້າທີ່ລັດຖະບານຄົນນຶ່ງວ່າທຳນຽບຂາວ
ຈະປະກາດການຕັດສິນໃຈ ໃນອີກສອງສາມອາທິດຂ້າງໜ້ານີ້.

ດຣ. ແອນໂທນີ ຟາວຈີ ຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດແລະສະຖາບັນພູມ
ແພ້ ຂອງສະຫະລັດກ່າວຕໍ່ວາລະສານສະມາຄົມການແພດອາເມຣິກັນຫຼື the Journal
of the American Medical Association ໃນວັນອັງຄານ ທີ່ຜ່ານມາວ່າ ທ່ານມີ
ຄວາມ “ຄວາມຫວັງຢ່າງລະມັດລະວັງໄປໃນແງ່ດີ” ທີ່ບັນ ດານັກວິທະຍາສາດຈະຄົ້ນ
ພົບຢາວັກຊິນ ທີ່ໄດ້ຜົນໃນຕົ້ນປີ 2021 ໂດຍກ່າວ ວ່າ ທ່ານຫວັງວ່າ ພວກນັກວິທະຍາ
ສາດ ຈະມີຢາວັກຊີນ “ຫຼາຍຮ້ອຍພັນລ້ານ ໂດສ.” ແຕ່ທ່ານກ່າວເພີ້ມອີກວ່າ “ຍັງຮັບ
ປະກັນບໍ່ໄດ້ເທື່ອ.’

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG