ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມກັງວົນ ທີ່ເພີ້ມຂຶ້ນ ນັບແຕ່​​ ຂົງເຂດ​ເອ​ເຊຍ ຮອດ ອາ​ຟ​ຣິ​ກາ ຕໍ່ໂຄງການ ນຶ່ງແລວທາງ ນຶ່ງເສັ້ນທາງ ຂອງ​ຈີນ


ກຳລັງມີ​ການ​ປະ​ຕິ​ບັດ​ງານເດີນໜ້າໄປຢູ່ທີ່ສະຖານກໍ່ສ້າງ ທີ່ເອີ້ນວ່າ ເສັ້ນທາງສາຍໄໝ ຂອງປາກິສຖານ ແລະ ຈີນ ໃນເມືອງ ຮາຣີເປີຣ ຂອງປາກິສຖານ, ວັນທີ 22 ທັນວາ 2017.
ກຳລັງມີ​ການ​ປະ​ຕິ​ບັດ​ງານເດີນໜ້າໄປຢູ່ທີ່ສະຖານກໍ່ສ້າງ ທີ່ເອີ້ນວ່າ ເສັ້ນທາງສາຍໄໝ ຂອງປາກິສຖານ ແລະ ຈີນ ໃນເມືອງ ຮາຣີເປີຣ ຂອງປາກິສຖານ, ວັນທີ 22 ທັນວາ 2017.

ຄວາມກັງວົນ ໃນໜີ້ສິນລະຫວ່າງປະເທດ ກ່ຽວກັບ ໂຄງການໃຫຍ່ ໃນດ້ານພື້ນຖານ
ໂຄງລ່າງ ຢ່າງກວ້າງຂວາງຂອງຈີນ ທີ່ເອີ້ນວ່າ ນຶ່ງແລວທາງນຶ່ງເສັ້ນທາງ ນັ້ນ ໄດ້ກາຍ
ເປັນແຫລ່ງຂອງການອະພິປາຍກັນຫຼາຍຂຶ້ນເລື້ອຍໆ ຈາກເອເຊຍຈົນເຖິງ ອາຟຣິກາ
ແລະ ພາກຕາເວັນອອກກາງ. ໃນສອງສາມສັບປະດາ​ຜ່ານມານີ້ ຫຼາຍກວ່າ 30 ຕື້ໂດລາ
ສຳລັບໂຄງການຕ່າງໆໄດ້ຖືກຍົກເລີກແລະການ ໃຫ້ເງິນກູ້ຢືມອື່ນໆ ແລະ ການລົງທຶນ
ທັງຫຼາຍ ແມ່ນຢູ່ພາຍໃຕ້ການທົບທວນຄືນໃໝ່.

ການຄັດຄ້ານຂອງມະຫາຊົນ ກໍຍັງເປັນການທົດສອບ ໃນການແກ້ໄຂບັນຫາ ຂອງ
ອຳນາດການປົກຄອງທັງຫຼາຍ ຈາກ ຮ່າໂນ່ຍ ຈົນເຖິງ ລູຊາກາ ນະຄອນຫຼວງ ຂອງ
ແຊມເບຍ ໃນຂະນະທີ່ ຄວາມກັງວົນ ກ່ຽວກັບ ການລົງທຶນຂອງຈີນ ນັ້ນ ກຳລັງເພີ້ມຂຶ້ນ.

ໃນທ້າຍເດືອນສິງຫາຜ່ານມາ ນາຍົກລັດຖະມົນຕີ ຂອງມາເລເຊຍ ທີ່ຫາກໍຖືກເລືອກ
ໃໝ່ ທ່ານ ມາຮາເທຍ ໂມຮາມັດ ໄດ້ຍົກເລີກໂຄງການ ນຶ່ງແລວທາງນຶ່ງເສັ້ນທາງ ມູນຄ່າ
ຫຼາຍກວ່າ 20 ຕື້ໂດລາ ສຳລັບ ການກໍ່ສ້າງທາງລົດໄຟ ແລະ ການວາງທໍ່ສົ່ງນ້ຳມັນ ສ່ວນ
ປາກິສຖານ ກໍໄດ້ຕັດແຜນການກໍ່ສ້າງທາງ ລົດໄຟ ມູນຄ່າ 2 ຕື້ໂດລາ ຕື່ມອີກ ຊຶ່ງອັນນີ້
ໄດ້ມີຂຶ້ນ ຫຼັງຈາກ ມີການຕັດສິນໃຈ ເມື່ອທ້າຍປີກາຍນີ້ ໃນການຍົກເລີກ ໂຄງການກໍ່
ສ້າງເຂື່ອນໄຟຟ້າມູນ ຄ່າ 14 ຕື້ໂດລາ ໂດຍອ້າງອີງເຖິງຄວາມເປັນຫ່ວງທາງດ້ານ
ການເງິນ. ປະເທດ ເນປານ ກໍໄດ້ຍົກເລີກ ໂຄງການກໍ່ສ້າງເຂື່ອນໄຟຟ້າຂອງຕົນ ເມື່ອ
ເດືອນແລ້ວນີ້ ແລະ ຊີແອຣາ ເລອອນ ກໍໄດ້ປະກາດ ເມື່ອສັບປະດາແລ້ວນີ້ ວ່າ ຕົນໄດ້
ງົດໂຄງການກໍ່ສ້າງສະໜາມບິນ ຍ້ອນຄວາມເປັນຫ່ວງດ້ານໜີ້ສິນ.

ໃນບາງປະເທດ ເຊັ່ນຫວຽດນາມ ມັນເປັນພຽງຄວາມຄິດໃນການລົງທຶນຂອງຈີນ ຕໍ່
ໂຄງການນຶ່ງແລວທາງນຶ່ງເສັ້ນທາງ ທີ່ກຳລັງເກີດຂຶ້ນນັ້ນ ຈຶ່ງໄດ້ນຳໄປສູ່ ເກີດການ
ຕໍ່ຕ້ານ.

ຫຼັງຈາກທີ່ມີການປະທ້ວງໂດຍມະຫາຊົນຫວຽດນາມ ເມື່ອບໍ່ດົນມານີ້ ໄດ້ຕັດສິນໃຈ
ໂຈະແຜນການຈັດຕັ້ງເຂດເສດຖະກິດພິເສດຫຼາຍແຫ່ງ.

ໂຄງການນຶ່ງແລວທາງ ນຶ່ງເສັ້ນທາງ ຫຼາຍແຫ່ງ ໄດ້ປະສົບກັບຄວາມຫຍຸ້ງຍາກ ຢູ່ໃນ
ຫຼາຍປະເທດ ບ່ອນທີ່ ຄວາມເປັນຫ່ວງດ້ານໜີ້ສິນ ໄດ້ເກີດຂຶ້ນພ້ອມໆກັບ ການເລືອກ
ຕັ້ງທາງການເມືອງ ແລະ ການປ່ຽນແປງຂອງອຳນາດການປົກຄອງ ເຊັ່ນວ່າ ປາກິສຖານ
ມາເລເຊຍ ຫຼື ມາລດິບ ອີງຕາມຄຳ​ເວົ້າ ຂອງ ນັກເສດຖະສາດ ຄຣິສໂຕເຟີ ບອລດິງ.

ທ່ານ ບອລດິງ ກ່າວວ່າວ “ພວກຄົນທັງຫຼາຍຢູ່ໃນປະເທດເຫຼົ່ານີ້ແມ່ນມີຄວາມເປັນ
ຫ່ວງ ເປັນໃຍຫຼາຍ ກ່ຽວກັບ ລະດັບຂອງໜີ້ສິນ ທີ່ປະເທດພວກນີ້ ທີ່ກູ້ຢືມ ມາຈາກ
ຈີນ ແລະ ຂ້າພະເຈົ້າ ຄຶດວ່າ ມັນມີຄວາມສຳຄັນຫຼາຍ ທີ່ຈະຊີ້ໃຫ້ເຫັນ. ມັນບໍ່ພຽງແຕ່
ເປັນການຕໍ່ຕ້ານພວກຄົນຈີນ ທີ່ກຳລັງຂັບດັນອັນນີ້ຢູ່ ແຕ່ວ່າ ມີ ຄວາມກັງວົນຫຼາຍ
ຢູ່ໃນພາກພື້ນຖານຂອງປະເທດ ກ່ຽວກັບອັນນັ້ນ.”

ສ່ວນຈີນກ່າວວ່າ ບໍ່ມີການເຊື່ອມໂຍງ​ທາງດ້ານການເມືອງເລີຍ ສຳລັບການລົງທຶນ ແລະ
ການໃຫ້ເງິນກູ້ຢືມທັງຫຼາຍ ຂອງຕົນ. ຈີນຍັງໄດ້ໂຕຖຽງວ່າ ມັນເປັນການສະໜອງທຶນ ໃນ
ແຫ່ງຕ່າງໆ ບ່ອນທີ່ປະເທດອື່ນ ບໍ່ໃຫ້. ແຕ່ການເຂົ້າກຳທ່າເຮືອແຫ່ງນຶ່ງ ໃນ ສຣີລັງກາ​
ຂອງ​ປັກ​ກິ່ງ ເມື່ອປີກາຍນີ້ ແລະ ການລົງ​ທຶນ ຈຳນວນມະຫາສານຂອງຈີນ ໃນຕາມ ໂຄງການນຶ່ງແລວທາງນຶ່ງເສັ້ນທາງ ນັ້ນ ກໍບໍ່ໄດ້ເຮັດໃຫ້ຄວາມກັງວົນເຫຼົ່ານີ້ ຜ່ອນຄາຍ
ລົງເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG