ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງ ຊາວຄາຕາໂລເນຍ ຮຽກຮ້ອງ ໃຫ້ປ່ອຍຕົວ ຜູ້ນຳ ແບ່ງແຍກດິນແດນ


ພວກປະທ້ວງພ້ອມກັບທຸງ ''esteladas'' ຫຼື ທຸງເອກະລາດ ຄາຕາໂລເນຍ ລວມຕົວກັນ ທີ່ຈະຕຸລັດມະຫາວິທະຍາໄລ ໃນລະຫວ່າງການນັດຢຸດງານນຶ່ງມື້ ໃນນະຄອນບາເຊໂລນາ, ສເປນ. 3 ຕຸລາ 2017.
ພວກປະທ້ວງພ້ອມກັບທຸງ ''esteladas'' ຫຼື ທຸງເອກະລາດ ຄາຕາໂລເນຍ ລວມຕົວກັນ ທີ່ຈະຕຸລັດມະຫາວິທະຍາໄລ ໃນລະຫວ່າງການນັດຢຸດງານນຶ່ງມື້ ໃນນະຄອນບາເຊໂລນາ, ສເປນ. 3 ຕຸລາ 2017.

ປະຊາຊົນຫຼາຍສິບພັນຄົນໄດ້ພາກັນປະທ້ວງໃນຕອນຄໍ່າຂອງວັນອັງຄານວານນີ້ທີ່ນະ
ຄອນ ບາເຊໂລນາ ຕໍ່ການກັກຂັງຜູ້ນຳແບ່ງແຍກດິນແດນ ຄາຕາໂລເນຍ ສອງທ່ານ
ໂດຍລັດຖະບານ ສເປນ.

ພວກປະທ້ວງໄດ້ຖືທຽນ ແລະ ປ້າຍຄຳຂວັນຕ່າງໆ ຮຽກຮ້ອງໃຫ້ປ່ອຍທ່ານ Jordi
Sanchez ແລະ ທ່ານ Jordi Cuixart, ຜູ້ທີ່ຖືກຄວບຄຸມຕົວໃນຂໍ້ກ່າວຫາຍຸຍົງໃຫ້ຕໍ່
ຕ້ານລັດຖະບານທີ່ອາດເປັນໄປໄດ້. ບັນ ດາໄອຍະການໄດ້ກ່າວຫາ ທ່ານ Cuixart
ຈາກ ຂະບວນການເຄື່ອນ ໄຫວວັດທະນະທຳ Omnium ແລະ ທ່ານ Sanchez ຈາກ
ສະພາແຫ່ງຊາດ ຄາຕາໂລເນຍ ກ່ຽວກັບ ການຍຸແຍ່ໃຫ້ເກີດຄວາມຮຸນແຮງຕໍ່ຕຳຫຼວດ
ໃນລະຫວ່າງການເດີນຂະບວນສະໜັບສະໜູນ ແຍກຕົວເປັນເອກະລາດໃນເດືອນທີ່
ຜ່ານມາ.

ບັນດາຜູ້ນຳ ຄາຕາໂລເນຍ ໄດ້ຮ້ອງບຸກຄົນທັງສອງວ່າ ເປັນນັກໂທດການເມືອງ, ເຊິ່ງ
ລັດຖະບານໄດ້ປະຕິເສດ.

ໃນຕອນເຊົ້າຂອງວັນອັງຄານວານນີ້, ສານສູງສຸດຂອງ ສເປນ ໄດ້ຕັດ ສິນ ການລົງປະ
ຊາມະຕິແຍກຕົວເປັນເອກະລາດຂອງ ຄາຕາໂລເນຍ ວ່າ ຜິດກົດໝາຍ, ໂດຍກ່າວວ່າ
ກົດໝາຍພາກພື້ນ ທີ່ສະໜັບສະໜູນການລົງຄະແນນສຽງ ໄດ້ລ່ວງລະເມີດຕໍ່ລັດຖະທຳ
ມະນູນຂອງ ສເປນ.

ລັດຖະບານ ຄາຕາໂລເນຍ ໄດ້ຮັບຜ່ານ “ກົດໝາຍການລົງປະຊາມະຕິເພື່ອຊີ້ຊາຕາກຳ
ຕົນເອງ” ໃນວັນທີ 9 ກັນຍາ ທີ່ຜ່ານມາ. ສູນສູງສຸດຂອງ ສເປນ ໄດ້ກ່າວວ່າ ກົດໝາຍນີ້
ຕ້ອງຖືກງົດໃຊ້ຊົ່ວຄາວໃນຂະນະທີ່ເຂົາເຈົ້າໄດ້ປະເມີນການຄັດຄ້ານຂອງລັດຖະບານ
ສເປນ ຕໍ່ກົດໝາຍດັ່ງກ່າວ, ແຕ່ເຂດ ຄາຕາໂລເນຍ ໄດ້ດຳເນີນການຕໍ່ໄປໃນການລົງປະ
ຊາມະຕິ ເມື່ອວັນທີ 1 ຕຸລາທີ່ຜ່ານມາ.

ອີງຕາມກົດລະບຽບຂອງສານນັ້ນ, ການຫ້າມຊົ່ວຄາວນັ້ນແມ່ນມີໄລຍະດົນເຖິງ 5 ເດືອນ
ໃນຂະນະທີ່ບັນດາຜູ້ພິພາກສາທຳການຕັດສິນ, ແຕ່ພັນທະມິດສະໜັບສະໜູນການ
ແຍກຕົວເປັນເອກະລາດ ທີ່ກຳລັງປົກ ຄອງເຂດ ຄາຕາໂລເນຍ ໄດ້ອ້າງວ່າ ສິດທິທົ່ວ
ໄປໃນການຊີ້ຊາຕາກຳຕົນເອງ ແມ່ນເໜືອກວ່າກົດໝາຍຂອງ ສເປນ.

ໂຄສົກລັດຖະບານເຂດ ຄາໂລເນຍ ທ່ານ Jordi Turull ໄດ້ກ່າວຕໍ່ບັນດານັກຂ່າວໃນ
ວັນອັງຄານວານນີ້ວ່າ ເຂດ ຄາຕາໂລເນຍ ຈະບໍ່ “ຍອມຈຳນົນ” ໃນຄວາມພະຍາຍາມ
ແຍກຕົວຂອງເຂົາເຈົ້າ ແລະ ໄດ້ກ່າວຢໍ້າການຮຽກຮ້ອງ ສຳລັບການເຈລະຈາກັບລັດ
ຖະບານ ມາດຣິດ ກ່ຽວກັບ ສິ່ງທີ່ເຂົາເຈົ້າເອີ້ນວ່າ “ບັນຍັດປະຊາທິປະໄຕ” ເພື່ອຄວາມ
ເອກະລາດ.

ສເປນ ໄດ້ໃຫ້ເວລາແກ່ເຂດ ຄາຕາໂລເນຍ ຈົນຮອດວັນພະຫັດມື້ອື່ນ ເພື່ອຕ່າວປີ້ນ
ການເຄື່ອນໄຫວໃດໆກໍຕາມທີ່ເຂົາເຈົ້າໄດ້ກະທຳໄປ ຫຼື ບໍ່ດັ່ງນັ້ນກໍປະເຊີນກັບການປົກ
ຄອງໂດຍກົງຈາກລັດຖະບານ ມາດຣິດ.

ເຂດ ຄາຕາໂລເນຍ, ທີ່ເປັນພາກພື້ນທີ່ມີຄວາມຈະເລີນຮຸ່ງເຮືອງທີ່ສຸດຂອງ ສເປນ ນັ້ນ,
ແມ່ນບ່ອນຢູ່ຂອງປະຊາຊົນເຖິງ 7 ລ້ານ 5 ແສນຄົນ. ເມືອງ ບາເຊໂລນາ ເຊິ່ງແມ່ນ
ເມືອງຫຼວງຂອງເຂດດັ່ງກ່າວແມ່ນນຶ່ງໃນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງ ຢູໂຣບ. ເຂດ
ຄາຕາໂລເນຍ ມີພາສາຂອງເຂົາເຈົ້າເອງ ແລະ ມີວັດທະນະທຳທີ່ແຕກຕ່າງ ແລະ ມີ
ຄວາມເຫັນບໍ່ກົງກັນຢ່າງຍິ່ງ ກ່ຽວກັບ ການແຍກຕົວເປັນເອກະລາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Spain Catalonia
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG