ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມັນຕົ້ນ ທີ່ເພີ້ມ ໄວຕາມິນ A ສາມາດຕ້ານ ໂຣກຂາດ ທາດບໍາລຸງ ອາຫານໄດ້ (ວີດີໂອ)


ຜູ້ຍິງຄົນນຶ່ງປອກມັນຕົ້ນ ເພື່ອເຮັດແປ້ງມັນຕົ້ນຢູ່ຕະຫລາດ Lagos ຂອງໄນຈີເຣຍໃນເດືອນພຶດສະພາ 2013.
ຜູ້ຍິງຄົນນຶ່ງປອກມັນຕົ້ນ ເພື່ອເຮັດແປ້ງມັນຕົ້ນຢູ່ຕະຫລາດ Lagos ຂອງໄນຈີເຣຍໃນເດືອນພຶດສະພາ 2013.
ມີເດັກນ້ອຍຫລາຍເຖິງ 2 ແສນ 50 ໝື່ນຄົນ ຢູ່ທົ່ວໂລກເສຍ
ຊີວິດໃນແຕ່ລະປີ ຍ້ອນຂາດພຽງແຕ່ໄວຕາມິນ A ເທົ່ານັ້ນ
ອີງຕາມອົງການ ອະນາໄມໂລກ. ໄວຕາມິນ A ແມ່ນສໍາຄັນ
ຕໍ່ສາຍຕາຫລາຍ ແລະຖ້າຂາດມັນໄປແລ້ວ ກໍຈະພາໃຫ້
ເດັກນ້ອຍຕາບອດ ຫລາຍກວ່າສາເຫດອັນອື່ນທີ່ສາມາດ
ປ້ອງກັນໄດ້. ການຂາດໄວຕາມິນ A ແມ່ນເປັນເລື້ອງມັກ
ມີຫຼາຍເປັນພິເສດ ໃນກຸ່ມຄົນທຸກ ທີ່ບໍ່ສາມາດຈະຊອກ
ໝາກໄມ້, ຜັກແລະອາຫານຫລາຍຢ່າງ ທີ່ອຸດົມສົມບູນ
ໄປດ້ວຍໄວຕາມິນ ມາກິນໄດ້. ສະນັ້ນ ດັ່ງທີ່ Steven
Baragona, ຜູ້ສື່ຂ່າວວີໂອເອ ລາຍງານມາວ່າ ພວກນັກ
ຄົ້ນຄວ້າກໍາລັງຫາວິທີ ເຮັດໃຫ້ອາຫານຫລັກ ທີ່ພວກເຂົາ
ເຈົ້າພໍຈະຊື້ໄດ້ນັ້ນ ມີທາດບໍາລຸງຫລາຍຂຶ້ນ.

ລິງໂດຍກົງ

ເວລາກິນເຂົ້າຢູ່ໄນຈີເຣຍ ປົກກະຕິແລ້ວແມ່ນກິນ gari ຫລືແປ້ງໜຽວທີ່ເຮັດດ້ວຍມັນຕົ້ນ. ທ່ານ ພີເຕີ ຄູເລໂຄ (Peter Kulakow) ຜູ້ຜະລິດແນວພັນມັນຕົ້ນເວົ້າວ່າ ມັນເປັນພືດຜົນທີ່ຈໍາເປັນສໍາລັບຊາວໄນຈີເຣຍ. ທ່ານ ຄູເລໂຄ ອະທິບາຍວ່າ:

“ມັນຕົ້ນແມ່ນສໍາຄັນຫລາຍທີ່ສຸດ. ຢູ່ໄນຈີເຣຍ ຄົນທໍາມະດາ ແມ່ນກິນມັນຕົ້ນ ປະມານ 450 ກຣາມຕໍ່ມື້. ເຂົາເຈົ້າມັກຈະກິນມັນຕົ້ນໃນຕອນກິນເຂົ້າເຊົ້າ, ເຂົ້າທ່ຽງ ແລະເຂົ້າແລງ.”

ຮາກໄມ້ທີ່ເປັນແປ້ງນີ້ເປັນທີ່ນິຍົມກັນຫລາຍ ຢູ່ທົ່ວເຂດ ໃຕ້ທະເລຊາຍ ຊາຮາຣາ ບ່ອນທີ່ມັນປູກໄດ້ດີໃນອາກາດຮ້ອນ ແລະມີນໍ້າໜ້ອຍ. ປະມານ 1 ສ່ວນ 3 ຂອງຄາໂລຣີ ທີ່ບໍລິໂພກກັນຢູ່ໃນຂົງເຂດດັ່ງກ່າວ ແມ່ນມາຈາກມັນຕົ້ນ, ອີງຕາມສະຖາບັນສາກົນດ້ານກະສິກໍາເຂດຮ້ອນ ຫລື I-I-T-A ບ່ອນທີ່ທ່ານ ຄູເລໂຄ ນໍາພາການຄົ້ນຄວ້າ ກ່ຽວກັບມັນ ຕົ້ນນັ້ນ.
ແຕ່ທ່ານກໍກ່າວວ່າ ຜັກທີ່ເປັນຮາກແຂງໆນີ້ ມີຈຸດບົກຜ່ອງໜັກອັນນຶ່ງ.
ທ່ານ ຄູເລໂຄເວົ້າວ່າ:
“ມັນຕົ້ນທໍາມະດາທີ່ມີສີຂາວນີ້ ເກືອບວ່າບໍ່ມີໄວຕາມິນ A ເລີຍ.”

ນັ້ນກໍຄືເຫດຜົນໃຫຍ່ທີ່ບອກວ່າ ເປັນຫຍັງປະມານ 1 ສ່ວນ 3 ຂອງເດັກນ້ອຍໄນຈີເຣຍແມ່ນຂາດໄວຕາມິນ A.

ເບິ່ງວີດີໂອກ່ຽວກັບເລື້ອງນີ້:



ສະນັ້ນບັນດານັກຄົ້ນຄວ້າທີ່ສະຖາບັນ IITA ແລະອົງການ HarvestPlus ທີ່ເປັນພາຄີຂອງ
ສະຖາບັນດັ່ງກ່າວ ກໍາລັງເຮັດໃຫ້ມັນ ຕົ້ນ ແກ້ໄຂຈຸດບົກຜ່ອງອັນນີ້ໄດ້. ທ່ານ ພໍ ອີໂລນາ (Paul Ilona) ຈາກ HarvestPlus ທີ່ປະຈໍາຢູ່ສະຖາບັນ IITA ໃຫ້ຄໍາເຫັນວ່າ:

“ແລະເຮົາມີມັນຕົ້ນສອງຊະນິດນີ້ແຕກຕ່າງກັນ. ຊະນິດນຶ່ງແມ່ນມີປະລິມານໄວ
ຕາມິນ A ຕໍ່າຫລາຍ ແລະສະນັ້ນສີມັນ, ສີເນື້ອຂອງມັນແມ່ນຂາວ. ອີກຊະນິດ
ນຶ່ງແມ່ນມີປະລິມານໄວຕາມິນ A ສູງ ແລະສີເນື້ອຂອງມັນແມ່ນເຫລືອງ.”


ທ່ານ ອີໂລນາ ເວົ້າວ່າ ສີເຫລືອງໃນມັນຕົ້ນ ແມ່ນມາຈາກທາດ bata carotene ຊຶ່ງເປັນ
ທາດໄວຕາມິນ A ທີ່ເຮັດໃຫ້ຫົວແຄຣົດມີສີສົ້ມ.

ພັນມັນຕົ້ນບາງຢ່າງແມ່ນມີໄວຕາມິນ A ຢູ່ໃນຕົວແບບທໍາມະຊາດ. ສະນັ້ນ ທ່ານ ອີໂລນາ
ເວົ້າວ່າ ການເພີ້ມລະດັບໄວຕາມິນ A ຂຶ້ນໃຫ້ແກ່ພັນເຫລົ່ານັ້ນ ບໍ່ຕ້ອງໄດ້ໃຊ້ການເຮັດ
ວິສະວະກໍາດ້ານພັນທຸກຳ. ທ່ານ ອີໂລນາ ອະທິບາຍວ່າ:

“ແບບດຽວກັນກັບການເຮັດແນວພັນ ມັນຕົ້ນທີ່ໃຫ້ມີແປ້ງຫຼາຍ, ແລະກໍແບບ
ດຽວກັນກັບສ້າງແນວພັນທີ່ເຮັດ ໃຫ້ມີລະດັບນໍ້າຕານສູງ, ມີຜົນຜະລິດສູງ ມັນ
ເປັນວິທີດຽວກັນ ທີ່ນັກ ຜະລິດແນວພັນ ໄດ້ໃຊ້ເພື່ອເພີ້ມໄວຕາມິນ A ໃນມັນ
ຕົ້ນຂຶ້ນໃຫ້ຢູ່ໃນລະດັບທີ່ໜ້າເພິ່ງພໍໃຈ.”


ປັດຈຸບັນນີ້ ມັນຕົ້ນສີເຫລືອງ ແມ່ນມີລະດັບໄວຕາມິນ A ປະມານ 1 ສ່ວນ 3 ຂອງລະດັບທີ່
ນັກຄົ້ນຄວ້າແນວພັນແນເປົ້າໝາຍໃສ່. ມັນຈະບໍ່ແກ້ໄຂ ບັນຫາການຂາດໄວຕາມິນ A ໄດ້
ໂດຍທັງໝົດ ແຕ່ທ່ານ ອີໂລນາ ກໍເວົ້າວ່າ ມັນຈະຊ່ວຍໄດ້ລະດັບໃດນຶ່ງ. ສະຖາບັນ IITA
ເວົ້າວ່າ ບັດນີ້ ໜ້າທີ່ກໍຄື ເອົາມັນຕົ້ນສີເຫລືອງອອກໄປໃຫ້ຊາວສວນປູກ.

ສະຖາບັນ IITA ແລະພາຄີຂອງຕົນ ໄດ້ໃຊ້ເວລາສອງ ສາມປີ ຜ່ານມາ ປູກມັນຕົ້ນພັນນີ້
ໃຫ້ພຽງພໍ ເພື່ອແຈກຢາຍ. ໃນປີນີ້ ພວກເຂົາເຈົ້າມີແຜນທີ່ຈະເອົາພັນນີ້ໄປໃຫ້ຊາວສວນ ໃຫ້ໄດ້ຫລາຍເຖິງ 1 ແສນຄົນ. ທ່ານ ຄູເລໂຄກ່າວມ້ວນທ້າຍວ່າ:

“ປີ 2013 ເປັນປີແຫ່ງຂີດໝາຍ ສໍາຄັນອັນນຶ່ງສໍາລັບມັນຕົ້ນ ເພາະວ່າມັນເປັນ
ປີທໍາອິດ ທີ່ຊາວສວນ ໄດ້ຮັບມັນຕົ້ນສີເຫລືອງ ໃນປະລິມານອັນຫລວງຫລາຍ ຢູ່ໃນໄນຈີເຣຍ.”


ຈາກນັ້ນ ມັນຕົ້ນສີເຫລືອງສາມາດຜະລິດ ໃຫ້ກາຍເປັນຜະລິດຕະພັນມັນຕົ້ນ ທີ່ຊາວໄນ
ຈີເຣຍມັກກິນ ນັບແຕ່ແປ້ງ gari ທີ່ເຮັດເປັນຫໍ່ ໄປເຖິງເຂົ້າຈີ່ເປັນກ້ອນ ທີ່ມີແປ້ງມັນຕົ້ນຢູ່ 40 ເປີເຊັນ.

ລັດຖະບານຂອງໄນຈີເຣຍແມ່ນໃຫ້ການສະໜັບສະໜຸນແກ່ການດໍາເນີນ ຄວາມພະຍາຍາມ
ດັ່ງກ່າວ. ໃນຂະນະດຽວກັນ ການດໍາເນີນງານຍັງດຳເນີນຕໍ່ໄປເພື່ອເຮັດໃຫ້ມັນຕົ້ນສີ
ເຫລືອງເພີ້ມສີໃຫ້ເຫລືອງຂຶ້ນ ແລະມີທາດບໍາລຸງທີ່ສູງຂຶ້ນກວ່າເກົ່າ.
XS
SM
MD
LG