ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄ​ະ​ດີ​ຂອງ​ທ່ານ ຈູ​ລຽນ ອາ​ສຊາງ ກໍ່​ໃຫ້​ເກີດ​ຄຳ​ຖາມ ກ່ຽວ​ກັບ ເສ​ລີ​ພາບ​ ໃນ​ການ​ສື່​ຂ່າວ


​ຜ​ູ້​ກໍ່​ຕັ້ງ​ວິ​ວີ​ລີກ​ສ໌ ທ່ານ ຈູ​ລຽນ ອາ​ສ​ຊາງ ເດີນ​ທາງ​ຮອດ​ສານຜູ້​ພິ​ພາກ​ສາ ເວັ​ສ​ມິນ​ສ​ເຕີ ຫຼັ​ງຈາກ​ຖືກ​ຈັບ​ໃນ​ນະ​ຄອນຫຼວງ ລອນດອນ. 11 ເມ​ສາ, 2019.
​ຜ​ູ້​ກໍ່​ຕັ້ງ​ວິ​ວີ​ລີກ​ສ໌ ທ່ານ ຈູ​ລຽນ ອາ​ສ​ຊາງ ເດີນ​ທາງ​ຮອດ​ສານຜູ້​ພິ​ພາກ​ສາ ເວັ​ສ​ມິນ​ສ​ເຕີ ຫຼັ​ງຈາກ​ຖືກ​ຈັບ​ໃນ​ນະ​ຄອນຫຼວງ ລອນດອນ. 11 ເມ​ສາ, 2019.

ໃນ​ເວ​ລາ​ທີ່​ບັນ​ດາ​ຜູ້​ພິ​ພາກ​ສາ​ ສະ​ຫະ​ລັດ ໄດ້​ເປີດ​ເຜີຍ​ການ​ຟ້ອງ​ຮ້ອງ​ເມື່ອ​ເດືອນ​ມີ​ນາ
2018 ທີ່ກ່າວຫາ ທ່ານ ຈູລຽນ ອາສຊາງ ກ່ຽວກັບ ການລວມຫົວເພື່ອລັກເຈາະເຂົ້າລະ
ບົບຄອມພິວເຕີຂອງກະຊວງປ້ອງກັນປະເທດຢ່າງຜິດກົດໝາຍວ່າ, ມັນໄດ້ກໍ່ໃຫ້ມີ
ຫຼາຍກວ່າພຽງການກວດສອບຄະດີ ແລະ ຜູ້ຖືກກ່າວຫານັ້ນ.

ຜູ້​ຮ່ວມ​ກໍ່​ຕັ້ງ​ເວັບ​ໄຊ ວິກີ​ລີກ​ສ໌ ຖືກ​ຕັ້ງ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​ເຂົ້າ​ຮ່ວມ​ໃນ​ການ​ “ຕົກ​
ລົງລັກເຈາະລະຫັດລັບ” ກັບທ້າວ ແຊລຊີ ແມນນິງ, ອະດີດນັກວິເຄາະຂໍ້ມູນລັບຂອງ
ກອງທັບ ສະຫະລັດ ຜູ້ທີ່ຖືກຂັງຄຸກ 7 ປີສຳລັບການປ່ອຍນຶ່ງໃນເອກະສານລັບທີ່ໃຫຍ່
ທີ່ສຸດໃນປະຫວັດສາດ ສະຫະລັດ. ບົດບັນນາທິການຂອງໜັງສືພິມຕ່າງໆ, ຜູ້ຊ່ຽວຊານ
ດ້ານການເມືອງ ແລະ ບັນດານັກວິເຄາະຂ່າວໂທລະພາບເຄເບິລ ໄດ້ໂຕ້ຖຽງກັນວ່າ
ຄະດີຕໍ່ທ້າວ ອາ​ສຊາງ ຈະເປັນໄພຕໍ່ເສລີພາບໃນການສື່ຂ່າວຫຼືບໍ່, ບໍ່ວ່າລາວຈະເປັນສະ
ມາຊິກຂອງສື່ມວນຊົນ, ແລະ ວ່າມັນຈະເປັນໄພຂົ່ມຂູ່ ຕໍ່ການປົກປ້ອງລັດຖະທຳມະນູນ
ຂໍ້ທີນຶ່ງຂອງ ສະຫະລັດ ຫຼືບໍ່.

ອະ​ດີດ​ຜູ້​ຊ່ວຍ​ຮອງ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ສຳ​ລັບ​ຄວາ​ມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ນາງ ແມ
ຣີ ແມັກຄອດ ກ່າວວ່າ “ມັນບໍ່ຄວນມີການໂຕ້ຖຽງ ກ່ຽວກັບວ່າທ່ານ ອາາຊາງ ແມ່ນັກ
ຂ່າວ ຫຼືວ່າຄະດີນີ້ແມ່ນ ກ່ຽວກັບ ການຂ່າວ ຫຼື ເສລີພາບໃນການປາກເວົ້າ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ​ວ່າ “ພວກ​ເຮົາພຽງ​ແຕ່ຢາກ​ສະຫຼຸບ​ການກວດ​
ສອບສິ່ງທີ່ ວິກີລີກສ໌ ໄດ້ເຜີຍແຜ່ອອກໄປວ່າ ທ່ານ ອາຊາງ ບໍ່ແມ່ນັກຂ່າວ.”

ທ່ານ​ນາງ ໄດ້​ກ່າວ​ວ່າ “ວິ​ກີ​ລີກ​ສ໌ ແມ່ນຊ່ອງ​ທາງ​ ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ທີ່​ຖືກ​ລັກ​ມາ, ທັງ​
ລັບ ແລະ ບໍ່ລັບ, ໂດຍບໍ່ມີຄຳອະທິບາຍ, ໂດຍບໍ່ມີການວິເຄາະໃດໆ. ນັກຂ່າວເຂົາເຈົ້າ
​ຈະໃຫ້ຄຸນຄ່າ, ວິເຄາະຂໍ້ເທັດຈິງ ແລະ ເຊື່ອມຕໍ່ຂໍ້ມູນທີ່ເຂົາເຈົ້າແຈກຢາຍອອກໄປ. ວິ
ກີລີກສ໌ ແມ່ນພຽງທາງຜ່ານ, ເປັນພຽງຖານສຳລັບເອກະສານທີ່ຮັບມາໄດ້ຢ່າງຜິດກົດ
ໝາຍເທົ່ານັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG