ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ປ້ອງກັນປະເທດ Carter ສັນລະເສີນ ພັນທະມິດ ລະຫວ່າງ ສຫລ ກັບ ຍີ່ປຸ່ນ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton Carter (ຊ້າຍ) ແລະ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຍີ່ປຸ່ນ ພົນເອກ Nakatani ຈັບມືກັນ ກ່ອນໜ້າ ການປຶກສາຫາລືກັນທີ່ ກະຊວງປ້ອງກັນປະເທດ ໃນໂຕກຽວ, ວັນທີ 8 ເມສາ 2015.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton Carter (ຊ້າຍ) ແລະ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຍີ່ປຸ່ນ ພົນເອກ Nakatani ຈັບມືກັນ ກ່ອນໜ້າ ການປຶກສາຫາລືກັນທີ່ ກະຊວງປ້ອງກັນປະເທດ ໃນໂຕກຽວ, ວັນທີ 8 ເມສາ 2015.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton Carter
​ໄດ້​ປະຕິຍານ​ວ່າ ຈະ​ຂະຫຍາຍ​ການ​ຮ່ວມ​ມື​ ດ້ານ​ການ​ປ້ອງ​ກັນ
ປະເທດ​ກັບ​ຍີ່ປຸ່ນ ຂະນະ​ທີ່ ທ່ານ ​ໄດ້​ທຳ​ການ​ເຈລະຈາ ກັບ​ຄູ່
​ຕຳ​ແໜ່​ງຝ່າຍ​ຍີ່ປຸ່ນ​ ໃນ​ວັນ​ພຸດ​ມື້​ນີ້ ຢູ່​ທີ່​ນະຄອນຫລວງ ​ໂຕ​ກຽວ.

ທ່ານ Carter ໃນ​ມື້ທຳ​ອິດ​ ​ຂອງການ​ຢ້ຽມຢາມຍີ່ປຸ່ນ ​ເປັນເວລາ
3 ມື້ ຊຶ່ງ​ທັງ​ສອງ​ຝ່າຍ ຈະ​ທຳ​ການ​ເຈລະຈາກັນຄືນໃໝ່​ ກ່ຽວກັບ
ການ​ຮ່ວມ​ມື​ດ້ານປ້ອງ​ກັນປະເທດ ລະຫວ່າງ ວໍ​ຊິງ​ຕັນ ​ແລະ
ໂຕ​ກຽວ.

ການ​ເດີນທາງ​ໃນ​ຄັ້ງນີ້ ຍັງເປັນ​ຂີດໝາຍ​ ທີ່​ເນັ້ນ​ເຖິງ ການ​ເປັນ​
ພັນທະ​ມິດ​ທາງ​ດ້ານ​ທະຫານ ອັນ​ຍາວ​ນານ ຂອງ​ທັງ​ສອງ​ປະ​ເທດ ຊຶ່ງ​ເປັນ​ພາກສ່ວນ​
ອັນສຳຄັນ ​ທີ່ທຳນຽບຂາວ ​ພະຍາຍາມ ທີ່​ຈະ​ໃຫ້ມີການ​ເພັ່ງ​ເລັງຄືນໃໝ່ ບູລິມະສິດຂອງ​ຕົນ
ຕໍ່​ພາກ​ພື້ນ​ເອ​ເຊຍ.

​ໃນການຖະ​ແຫລ​ງ ທີ່​ມີ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຍີ່​ປຸຸ່ນ ນາຍພົນ​ Nakatani ຢືນ​ຢູ່​
ຄຽງ​ຂ້າງນັ້ນ ທ່ານ Carter ​ກ່າວ​ວ່າ ທ່ານ ​ໄດ້​ຮັບ “ການ​ມອບໝາຍ ​ໃຫ້​ດູ​ແລ ຂັ້ນຕໍ່​ໄປ”
ຂອງ​ອັນ​ທີ່​ເອີ້ນ​ວ່າ ການສ້າງ ຄວາມກ້ຳ​ເກິງຄືນ​ໃໝ່ນັ້ນ.

​ໃນ​ລະຫວ່າງ ການ​ເຈລະຈາ​ກັບ​ທ່ານ Nakatani ​ນັ້ນ ທ່ານ Carter ຍັງ​ໄດ້​ກ່າວ​ອີກ​ວ່າ
ທ່ານ ​ໄດ້ “ຢືນຢັນ” ກ່ຽວກັບທ່າ​ທີ​ຂອງສະຫະລັດ ໃນເລື້ອງ​ໝູ່​ເກາະ ຢູ່​ໃນ​ທະ​ເລ​ຈີນ​
ຕາ​ເວັນ​ອອກ ທີ່​ເປັນ​ຈຸດ​ສູນ​ກາງຂອງ​ຂໍ້​ຂັດ​ແຍ້ງກັນ​ກັບ​ຈີນນັ້ນ.

US Japan Visit
please wait
Embed

No media source currently available

0:00 0:01:35 0:00

U.S. Defense Secretary Ashton Carter vowed to expand defense collaboration with Japan, as he held talks with his Japanese counterparts Wednesday in Tokyo.

Carter is on the first day of a three-day visit during which the two sides will renegotiate the defense cooperation guidelines between Washington and Tokyo.

The trip is also meant to highlight the two countries' long-standing military alliance, a key part of the White House's attempts to refocus its priorities on Asia.

Speaking alongside Japanese Defense Minister General Nakatani, Carter said he was "committed to overseeing the next phase" of the so-called rebalance.

During his talks with Nakatani, Carter also said he "confirmed" the U.S. stance on the East China Sea islands that are at the center of a dispute with China.

XS
SM
MD
LG