ນັບແຕ່ Facebook ໄປຈົນຮອດ Twitter ຕະຫລອດຈົນ Ins-
tagram ແລະ Snapchat ຊຶ່ງເປັນສື່ສັງຄົມທີ່ແຕກຕ່າງກັນຂອງ
ໂລກ ແມ່ນໄດ້ເຮັດໃຫ້ງ່່າຍຂຶ້ນກວ່າເກົ່າ ແບບທີ່ບໍ່ເຄີຍມີມາກ່ອນ
ສຳລັບບັນດາຜູ້ສະມັກເປັນປະທານາ ທິບໍດີອາເມຣິກັນ ທີ່ຈະຕິດ
ຕໍ່ພົວພັນກັບພວກຜູ້ປ່ອນບັດຢູ່ໃນລະດັບເປັນກັນເອງ. ນັກຂ່າວ
ວິໂອເອ Katherine Gypson ຈະພາທ່ານສຳຫຼວດເບິ່ງສື່ສັງຄົມ
|ພວມ ພາໃຫ້ມີປ່ຽນແປງກ່ຽວກັບການໂຄສະນາຫາສຽງ ຊຶ່ງກິ່ງສະຫວັນ ຈະນຳເອົາລາຍ
ລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ທີ່ສຳນັກງານໃຫຍ່ ໃນການໂຄສະນາຫາສຽງຂອງ ທ່ານ Ted Cruz ເຂົາເຈົ້າມີວິທີທາງ
ໃໝ່ ໃນການຕິດຕໍ່ກັບບັນດາຜູ້ມີສິດປ່ອນບັດ.
“ເປັນການດຶງດູດເອົາທຸກໆຄົນ ທີ່ມີທ່າທາງວ່າຈະໃຫ້ການສະໜັບສະໜູນແກ່ ທ່ານ
Cruz.”
ໃນການໂຄສະນາຫາສຽງປີ 2016 ນີ້ ສື່ສັງຄົມກຳລັງທັບມ້າງຂອບເຂດປະເພນີເດີມ
ລະຫວ່າງບັນດາຜູ້ສະມັກ ແລະຜູ້ມີສິດປ່ອນບັດ.
ທ່ານ Chris Wilson ຫົວໜ້າໂຄສະນາຫາສຽງ ຄົ້ນຄວ້່າແລະວິໄຈ ຂອງທ່ານ Cruz
ກ່າວວ່າ ບັນດາພະນັກງານໂຄສະນາຫາສຽງ ທີ່ໃຊ້ CruzCrew ແອັປ ໃຫ້ລາງວັນ ແກ່
ຜູ້ສະໜັບສະໜູນດ້ວຍຄະແນນ ໃນການສົ່ງ Twitter ແລະ Facebook ເພື່ອຕິດຕາມ
ແລະແບ່ງປັນ emails.
ທ່ານ Chris Wilson ກ່າວອີກວ່າ “Cruz Crew ແອັປ ອະນຸຍາດໃຫ້ທຸກຄົນພົວ
ພັນໄດ້.”
“ມັນເປັນເລື້ອງຕຶ່ນເຕັ້ນທີ່ສຸດສຳລັບພວກເຮົາ ທີ່ຈະນຳເອົາຂ່າວບໍ່ມີການກັ່ນຕອງ
ແລະ ບໍ່ໄດ້ກວດກາດັ່ງກ່າວ ອອກໄປສູ່ບັນດາຜູ້ມີສິດປ່ອນບັດໂດຍກົງ.”
ໃນຂະນະທີ່ແອັປດັ່ງກ່າວ ເຮັດໃຫ້ບັນດາຜູ້ສະໜັບສະໜູນພົວພັນຢູ່ນັ້ນສຽງຂອງ ສື່ສັງ
ຄົມ ສຳລັບທ່ານ Ted Cruz ແມ່ນພະຍາຍາມທີ່ຈະເອົາຊະນະໃຈບັນດາຜູ້ມີສິດປ່ອນ
ບັດໂດຍທາງ Twitter.
ທ່ານ Josh Perry ຫົວໜ້າໂຄສະນາຫາສຽງທາງສື່ສັງຄົມ ຂອງທ່ານ Cruz ກ່າວວ່າ
“ມັນມີຄວາມມ່ວນຊື່ນດີ ທີ່ເຫັນຄົນ ທີ່ອາດຫາໂອກາດເຂົ້າຮ່ວມພົວພັນ ຊຶ່ງອາດ
ເປັນຜູ້ທີ່ຍັງລັງເລໃຈ ແລະສາມາດຈະຊັກຊວນເຂົ້າມາໄດ້."
ຄວາມພະຍາຍາມດັ່ງກ່າວນີ້ ໄດ້ຮັບຜົນດີ ຊຶ່ງການໂຄສະນາຫາສຽງຂອງທ່ານ Cruz ແມ່ນນຳໜ້າໝູ່ໃນພັກຣີພັບບລິກັນ ທີ່ມີຜູ້ເຂົ້າໄປຢ້ຽມຢາມເວັບໄຊຕ໌ຫຼາຍ ທີ່ສຸດ.
ສື່ສັງຄົມ ເປັນພາກສ່ວນສຳຄັນຂອງຍຸດທະສາດໃນທຸກໆການໂຄສະນາຫາສຽງ ໃນ
ຂະນະທີ່ພວກມີສິດປ່ອນບັດ ຫັນໜ້າຫຼາຍຂຶ້ນໄປສູ່ໂທລະສັບເຂົາເຈົ້າ ເພື່ອອ່ານຂ່າວ
ການເມືອງແລະຕິດຕາມໂຕເລກໃນການໂຄສະນາຫາສຽງ. ໂດຍສະເພາະແລ້ວ ພວກ
ປ່ອນບັດໜຸ່ມນ້ອຍ ໄດ້ຕີລາຄາສູງ ໃນພົວພັນຢ່າງເປັນການສ່ວນຕົວກັບບັນດານັກ
ການເມືອງ.
ບັນດາຜູ້ສະມັກ ເຂົ້າໃຈເຖິງຄວາມສຳຄັນ ຂອງການພົວພັນເຫລົ່ານັ້ນ ແລະຕິດ ຕາມ
ຫາພວກສະໜັບສະໜຸນໃນສື່ສັງຄົມທຸກໆຊະນິດ.
ທ່ານ Michael Cornfield ຈາກມະຫາວິທະຍາໄລ George Washington ກ່າວວ່າ
"ທ່ານ Donald Trump ເປັນຜູ້ທີ່ເກັ່ງຫຼາຍ ໃນການສົ່ງ Tweetter. ທ່ານ Ben
Carson ແມ່ນເກັ່ງໃນເລື້ອງ Facebook ແລະຄົນອຶ່ນໆ ຄືທ່ານນາງ Hillary
Clinton ແລະ ທ່ານ Bernie Sanders ແມ່ນ ເກັ່ງຫລາຍໃນການໃຊ້ອີແມລ.”
ທ່ານ Ben Spielberg ຜູ້ສະໜັບສະໜູນ ທ່ານ Sanders ກ່າວວ່າ ການໂຄ ສະນາ
ຫາສຽງແມ່ນເພັ່ງເລັງໃສ່ຜູ້ຄົນແລະບັນຫາຕ່າງໆ ຊຶ່ງຕາມປົກກະຕິແລ້ວບໍ່ ໄດ້ຮວມຢູ່
ໃນຂັ້ນຕອນທາງການເມືອງ ທີ່ເໝາະສົມກັນ ທີ່ສຸດສຳລັບປະຊາທິປະໄຕທີ່ເປີດກວ້າງ
ຂອງອິນເຕີແນັດ.
ທ່ານ Spielberg ກ່າວວ່າ “ບໍ່ຄືກັນກັບແຫຼ່ງສື່ມວນຊົນທີ່ມີມາແຕ່ດັ້ງເດີມທີ່ຈິງ ແລ້ວ
ທຸກໆຄົນສາມາດອອກສຽງໄດ້ແລະເຂົາເຈົ້າສາມາດສົ່ງ Tweetter ກ່ຽວກັບບາງ
ສິ່ງບາງຢ່າງທີ່ສາມາດກະຕຸ້ນຄວາມສົນໃຈຫລືຖ້າຫາກມີຂໍ້ມູນທີ່ເປັນທ່າ ອຽງ ທີ່
ເຂົາເຈົ້າສາມາດໄດ້ຍິນ.”
ທ່ານ Spielberg ໄດ້ສົ່ງ Tweetter ແລະຂຽນຂ່າວລົງໃນອິນເຕີແນັດ ຫລື Blog ໃນ
ແຕ່ລະວັນ ເພື່ອຊ່ວຍສ້າງການສົນທະນາໃຫ້ແກ່ທ່ານ Sanders.
ທ່ານ Spielberg ກ່າວວ່າ “ມີກິດຈະການເປັນລ້ານໆຢ່າງຢູ່່ອອ້ມລ້ອມການສົ່ງ
Tweetter ຂອງທ່ານ. ສິ່ງເຫລົ່ານີ້ໄດ້ແຊກຊຶມເຂົ້າໄປຢູ່ໃນລະບົບສື່ມວນຊົນທີ່
ແທ້ຈິງ ແລະຫລັງຈາກນັ້ນ ຂ້າພະເຈົ້າຄິດວ່າກໍກາຍເປັນຄວາມຮູ້ສຶກສຳນຶກຂອງ
ປະເທດຊາດ."
ແລະໃນທີ່ສຸດ ບາງທີຜົນກະທົບທີ່ຍືນຍົງຕໍ່ສື່ສັງຄົມຢູ່ໃນການເລືອກຕັ້ງຄັ້ງນີ້ ກໍຄືການ
ພົວພັນແບບໃໝ່ກັບກຸ່ມຜູ້ມີສິດປ່ອນບັດ.
ທ່ານ Ben Spielberg ກ່າວສະຫລຸບວ່າ “ຜູ້ຄົນຍັງຈະພາກັນສົ່ງ Tweetter ກ່ຽວ
ກັບເລື້ອງຕ່າງແລະເຮັດໃຫ້ນັກການເມືອງຜູ້ທີ່ຖືກເລືອກຕັ້ງນັ້ນເປັນຜູ້ຮັບຜິດຊອບ.”