ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີວິທີປົວ ໂຣກມະເຮັງ ແບບໃໝ່ ທີ່ບໍ່ຕ້ອງ ຜ່າຕັດ ແລະ ເຮັດເຄມີ ບໍາບັດ ແລ້ວ


ນັກສຶກສາທີ່ມະຫາວິທະຍາໄລ Washington ທີ່ເມືອງ St. Louis ອະທິບາຍກ່ຽວກັບການຄົ້ນຄວ້າຫາວິທີປິ່ນປົວ ແຊລຂອງໂຣກມະເຮັງ ທີ່ລາວແລະເພື່ອຮ່ວມທໍາການຄົ້ນຄວ້າຂອງລາວ ໄດ້ດໍາເນີນໃນໄລຍະທີ່ຍັງສຶກສາຮໍ່າຮຽນຢູ່.
ນັກສຶກສາທີ່ມະຫາວິທະຍາໄລ Washington ທີ່ເມືອງ St. Louis ອະທິບາຍກ່ຽວກັບການຄົ້ນຄວ້າຫາວິທີປິ່ນປົວ ແຊລຂອງໂຣກມະເຮັງ ທີ່ລາວແລະເພື່ອຮ່ວມທໍາການຄົ້ນຄວ້າຂອງລາວ ໄດ້ດໍາເນີນໃນໄລຍະທີ່ຍັງສຶກສາຮໍ່າຮຽນຢູ່.

ຍ້ອນວ່າມີເທັກໂນໂລຈີໃໝ່ໃນການຈັດລໍາດັບພັນທຸກໍາ ບັນດາທ່ານໝໍຢູ່ໃນ
ສະຫະລັດ ຈຶ່ງພາກັນນັບມື້ ນັບໃຊ້ວິທີການໃໝ່ ເພື່ອປິ່ນປົວເນື້ອງອກ. ການ
ເຮັດແນວນັ້ນ ໄດ້ຊ່ວຍໃຫ້ພວກເຂົາເຈົ້າສາມາດກວດເບິ່ງຄົນເຈັບແຕ່ລະຄົນ
ແລະໂຣກມະເຮັງ ເປັນແຕ່ລະກໍລະນີໄປ ພ້ອມທັງສາມາດພັດທະນາວິທີການ
ບໍາບັດ ທີ່ເໝາະກັບສະພາບການເຈັບເປັນຂອງແຕ່ລະຄົນໄດ້. ວິທີການໃໝ່
ດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນຜົນອອກມາບາງຢ່າງ ທີ່ມີທ່າທາງວ່າ ຈະໃຊ້ໄດ້
ຜົນດີ. George Putic ນັກຂ່າວຂອງວີໂອເອ ມີລາຍລະອຽດກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ແທນທີ່ຈະໃຊ້ວິທີດັ້ງເດີມທີ່ຮຸນແຮງ ແລະເຈັບປວດ ເພື່ອຕັດເອົາເນື້ອເຍື່ອທີ່
ສົງໄສວ່າເປັນພະຍາດນັ້ນອອກມາກວດ ວິທີການປິ່ນປົວແບບໃໝ່ ຊຶ່ງເອີ້ນວ່າ ການເອົາທາດແຫລວໄປກວດນີ້ ສາມາດກວດພົບແຊລຂອງເນື້ອງອກ ທີ່ໜ້າ
ເຊື່ອຖືໄດ້ ໂດຍການກວດເລືອດຂອງຄົນເຈັບ.

ແຕ່ວ່າ ການທີ່ພຽງແຕ່ກວດເບິ່ງແຊລເທົ່ານັ້ນ ເຮົາບໍ່ສາມາດຮູ້ໄດ້ ກ່ຽວກັບສະ
ພາບຂອງພະຍາດທັງໝົດ.

ດຣ. Razelle Kurzrock ນັກຊ່ຽວຊານດ້ານເນື້ອງອກ ທີ່ມະຫາວິທະຍາໄລ
ຄາລິຟໍເນຍ ໃຫ້ຄໍາເຫັນວ່າ “ສະນັ້ນ ວິທີການໃໝ່ໃນການວິໄຈພະຍາດນີ້ ຈຶ່ງແມ່ນເບິ່ງເຂົ້າໄປເລິກໆ ຢູ່ໃນແຊລນັ້ນ ແລະໃຫ້ເຂົ້າໃຈຢ່າງແມ່ນຍໍາ
ວ່າ ແມ່ນຫຍັງພາໃຫ້ມັນເປັນເນື້ອງອກ ແລະນັ້ນກໍຄື ວິທີການຈັດສັນລໍາ
ດັບພັນທຸກໍາ.”

ຖ້າຈະເວົ້າໃນເຊີງພາກປະຕິບັດແລ້ວ ການຈັດລໍາດັບພັນທຸກໍາ ແມ່ນກ່ຽວພັນ
ກັບການເຮັດວິໄຈພັນທຸກໍາຂອງຄົນເຈັບຢ່າງລະອຽດ, ຊອກຫາຂະບວນການ
ປ່ຽນແປງຕ່າງໆ ທີ່ພາໃຫ້ມີການເຕີບໂຕຂອງແຊລແບບບໍ່ສາມາດຄວບຄຸມໄດ້ ແລ້ວກັບກາຍໄປເປັນເນື້ອງອກ.

ເມື່ອໃດຜົນຂອງການກວດສອບຫາກອອກມາແລ້ວ ພວກທ່ານໝໍທີ່ປະກອບ
ກັນເປັນອັນທີ່ເອີ້ນວ່າ ຄະນະເນື້ອງອກນັ້ນ ກໍຈະມາປະຊຸມກັນ ເພື່ອປຶກສາຫາ
ລືກ່ຽວກັບວິທີການທີ່ດີທີ່ສຸດເພື່ອໃຊ້ປິ່ນປົວຄົນເຈັບຄົນນັ້ນ ເປັນການສະເພາະ.

ການບໍາບັດແບບດັ້ງເດີມ ແມ່ນຈະມີການຜ່າຕັດ ແລະ ເຄມີບໍາບັດ ຫລື ການ
ສາຍແສງ.

ແຕ່ວ່າ ພາຍຫລັງທີ່ມີການຈັດລໍາດັບພັນທຸກໍາແລ້ວ ນາງ Alision Cairnes ຄົນປ່ວຍທີ່ເປັນໂຣກມະເຮັງ ຈຶ່ງພຽງແຕ່ໄດ້ຮັບການປິ່ນປົວໂດຍໃຊ້ຢາສອງຢ່າງ
ເທົ່ານັ້ນ.

Dr. Shumei Kato ປະຈຳມະຫາວິທະຍາໄລ ກາລີຟໍເນຍ ເວົ້າວ່າ “ພາຍໃນ
ເວລາປະມານແປດອາທິດ ພາບຈາກການສ່ອງໄຟຟ້າ ກໍສະແດງໃຫ້ເຫັນວ່າ ມີເນື້ອງອກຫລຸດລົງໄປປະມານ 50 ເປີເຊັນ ແລະພາຍຫລັງທີ່ມັນຫລຸດລົງ
ໃນເທື່ອທໍາອິດແລ້ວ ສ່ວນທີ່ຍັງເຫລືອຢູ່ນັ້ນ ກໍຫົດແຫ່ວລົງໄປເລື້ອຍໆ ໃນ
ປີທີ່ຜ່ານມານີ້ ຊຶ່ງມາບັດນີ້ ກໍໄດ້ເກືອບນຶ່ງປີແລ້ວ.”

ແຕ່ ນັກຊ່ຽວຊານດ້ານເນື້ອງອກບາງຄົນ ໄດ້ເຕືອນວ່າ ຊີວະວິທະຍາຂອງໂຣກ
ມະເຮັງ ແມ່ນມີຄວາມສະຫລັບສັບຊ້ອນຫລາຍ ແລະວ່າ ຍັງມີຫລາຍສິ່ງຫລາຍ
ຢ່າງທີ່ເຮົາຕ້ອງໄດ້ຮຽນຮູ້ກ່ຽວກັບໂຣກນີ້ອີກ.

ດຣ. Len Lichtenfeld ຈາກສະມາຄົມໂຣກມະເຮັງ ຂອງອາເມຣິກາ ເວົ້າວ່າ
“ທີ່ຈິງແລ້ວ ພວກເຮົາໄດ້ຮຽນຮູ້ຈາກສະພາບການເຫລົ່ານີ້ຈໍານວນນຶ່ງ ຊຶ່ງ
ສິ່ງປ່ຽນແປງຕ່າງໆ ໃນແຊລ ແມ່ນມີຢູ່ໃນການວິໄຈດ້ານພັນທຸກໍາ ແລະມີຢາ
ທີ່ຖືກກັບສິ່ງປ່ຽນແປງເຫລົ່ານັ້ນ ແຕ່ເມື່ອໃຊ້ກັບພວກຄົນເຈັບເຫລົ່ານັ້ນ ມັນ
ບໍ່ໄດ້ຮັບຜົນເລີຍ.”

ສ່ວນພວກທ່ານໝໍຄົນອື່ນໆ ຮູ້ສຶກວ່າ ມີຄວາມຫວັງຫລາຍກວ່າ ໂດຍໄດ້ເວົ້າວ່າ ພວກເຂົາເຈົ້າຫວັງວ່າ ການໃຫ້ຂໍ້ມູນກ່ຽວກັບຄວາມເປັນມາຂອງເນື້ອງອກ ຈະ
ກາຍມາເປັນມາດຕະຖານ ທີ່ໃຊ້ກັບຄົນທີ່ເປັນໂຣກມະເຮັງທຸກຄົນ.

ແລະພວກຄົນປ່ວຍຜູ້ທີ່ອາການເຈັບເປັນຂອງເຂົາເຈົ້າດີຂຶ້ນ ກໍມີຄວາມຮູ້ສຶກແນວ
ນັ້ນເຊັ່ນກັນ.

ນາງ Alision Cairnes ກ່າວ ມ້ວນທ້າຍວ່າ “ໂອ້, ຖ້າເຈົ້າຫາກເອົາ DNA ໄປ
ກວດ ແລະມີຢາທີ່ຖືກກັບມັນແລ້ວ ຂ້ອຍກໍຂໍແນະນໍາແທ້ໆ ໃຫ້ເຈົ້າໃຊ້ວິທີປິ່ນປົວ
ແນວນີ້ ເພາະວ່າມັນໄດ້ຜົນອີ່ຫລີ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG