ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການໃຊ້​ສີ​ຍ້ອມ ທີ່ມີແສງເຮືອງຮຸ່ງ ສາມາດຊ່ວຍໃຫ້ ຊອກພົບແຊລຂອງໂຣກມະເຮັງ ທີ່ລີ້ຊ່ອນຢູ່ ໄດ້


ດຣ. ຊຸນ​ນິລ ຊິງ​ຫາລ (Sunil Singhal) ນັກຜ່າຕັດ​​ ຍົກສີຍ້ອມທີ່ມີແສງນີເຮືອງຮຸ່ງຂຶ້ນໃຫ້ເບິ່ງ ຢູ່ໂຮງໝໍຂອງ​ມະຫາວິທະຍາ​ໄລ ​ເພັນ​ຊີລວາ​ເນຍໃນວັນທີ 23 ມັງກອນ, 2018.
ດຣ. ຊຸນ​ນິລ ຊິງ​ຫາລ (Sunil Singhal) ນັກຜ່າຕັດ​​ ຍົກສີຍ້ອມທີ່ມີແສງນີເຮືອງຮຸ່ງຂຶ້ນໃຫ້ເບິ່ງ ຢູ່ໂຮງໝໍຂອງ​ມະຫາວິທະຍາ​ໄລ ​ເພັນ​ຊີລວາ​ເນຍໃນວັນທີ 23 ມັງກອນ, 2018.

ພວກ​ນັກຄົ້ນຄວ້າ ຢູ່​ໃນ​ສະຫະລັດ​ກໍາລັງທໍາ​ການ​ທົດ​ລອງສີ​ຍ້ອມ​ທີ່​ມີ​ແສງ​ໄຟ​ນີອອນ ທີ່​ສາມາດ​ເຍືອງ​ໃຫ້​ເຫັນແຊ​ລຂອງ​ໂຣກມະເຮັງ​ໃນເວລາ​ທໍາ​ການຜ່າຕັດ​ຢູ່ນັ້ນ​ໄດ້. ນັກ​ຊ່ຽວຊານ​ທ່ານ​ນຶ່ງ​ເວົ້າວ່າ ການ​ໃຊ້ວິທີ​ການ​ໃໝ່​ແລະສີຍ້ອມ​ທີ່​ມີ​ແສງ​ນີອອນ​ດັ່ງກ່າວ​ນີ້ ສາມາດທີ່​ຈະປ່ຽນ​ແປງ​ວິທີ​ ທີ່​ພວກ​ເຮົາ​ປິ່ນປົວ​ໂຣກມະ​ເຮັງ​ໄດ້ຕະຫລອດ​ໄປ. ນັກ​ຂ່າວ
ວີ​ໂອ​ເອ ​ມາ​ເຣຍມາ ​ເດຍ​ໂລ (Mariama Diallo) ມີ​ລາຍ​ງານ​ກ່ຽວກັບເລື່ອງ​ນີ້ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ລາຍ​ລະອຽດ​ມາສະ​ເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ການຜ່າຕັດ​ ແມ່ນ​ວິທີ​ການພື້ນຖານວີ​ທີ​ນຶ່ງ ​ທີ່​ຈະ​ກໍາຈັດ​ໂຣກມະເຮັງ​ໃຫ້ໝົດ​ໄປ​ໄດ້. ​ເພາະ
ສະນັ້ນ​ເມື່ອ​ທ້າວ ​ໄຣ​ເອິນ ຊີ​ໂຄ​ຊຊີ (Ryan Ciccozzi) ຮູ້​ຈັກວ່າ​ລາວ​ມີ​ເນື້ອງອກຢູ່​ໃກ້ກັບ​ຫົວ​ໃຈ​, ພວກທ່ານໝໍຂອງ​ລາວ ກໍ​ບອກ​ວ່າ ​ພວກ​ເຂົາເຈົ້າຕ້ອງປະຕິບັດການ​ຢ່າງ​ໄວວາ.

ດຣ. ຊິງຫາລ (ຂວາ) ເອົາກ້ອງຖ່າຍຮູບພິເສດເພື່ອຈະໃຫ້ທ່ານສາມາດເບິ່ງເນື້ອງອກຂອງຄົນເຈັບໄດ້ ໃນຂະນະທີ່ທ່ານທໍາການຜ່າຕັດ
ດຣ. ຊິງຫາລ (ຂວາ) ເອົາກ້ອງຖ່າຍຮູບພິເສດເພື່ອຈະໃຫ້ທ່ານສາມາດເບິ່ງເນື້ອງອກຂອງຄົນເຈັບໄດ້ ໃນຂະນະທີ່ທ່ານທໍາການຜ່າຕັດ

ດຣ. ຊຸນ​ນິລ ຊິງ​ຫາລ (Sunil Singhal) ຈາກ​ມະຫາວິທະຍາ​ໄລ ​ເພັນ​ຊີລວາ​ເນຍເວົ້າ​ວ່າ: “ລາວ​ມີ​ເນື້ອງອກ​ທີ່​ໃຫຍ່​ຫລາຍ, ມັນ​ເກືອບ​ເທົ່າ​ກັບ 4 ຫລື 5 ນີ້ວ ພຸ້ນ​ຫລະ. ເພື່ອ​ຢາກ​ໃຫ້​ຮູ້ຈັກ​ວ່າ​ມັນ​ໃຫຍ່​ຊໍ່າ​ໃດແທ້ນັ້ນ ​ມັນກໍ​ມີ​ຂະໜາດເທົ່າ​ກັບກໍ່າປັ້ນສອງ​ອັນ​ເອົາ​ມາ
ຕໍ່​ໃສ່​ກັນ.”

ບໍ່ມີ​ການຮັບປະກັນ​ໄດ້​ແຕ່​ຢ່າງ​ໃດ​ເລີຍ​ວ່າ ການຜ່າຕັດຈະ​ສາມາດ​ປິ່ນປົວ​ໂຣກມະເຮັງ​ໄດ້. ບາງ​ຄັ້ງ​ໂຣກດັ່ງກ່າວ​ກໍ​ກັບ​ຄືນ​ມາ​ເປັນ​ອີກ ​ເພາະວ່າ​ແຊ​ລຂອງ​ເນື້ອງອກ ທີ່​ກະຈາຍ
​ຢູ່​ບ່ອນ​ອື່ນ ​ບໍ່​ໄດ້​ຖືກ​ຕັດ​ອອກ ​ໃນ​ໄລຍະ​ທີ່​ມີ​ການຜ່າຕັດ​ຢູ່​ນັ້ນ. ​ແຕ່​ວ່າ​ດຽວນີ້ ພວກ​ທ່ານ
ໝໍ​ໄດ້​ທົດ​ລອງ​ໃຊ້​ສີ​ຍ້ອມ ທີ່​ສາມາດ​ບອກ​ໃຫ້​ຮູ້​ວ່າ ​ອັນ​ໃດ​ແມ່ນ​ແຊ​ລຂອງ​ໂຣກມະເຮັງ​ໂດຍ​ການ​ທີ່​ເຮັດ​ໃຫ້​ມັນ​ມີສີ​ຮຸ່ງ​ຂຶ້ນ. ​ໃນ​ຂະນະ​ທີ່​ລາວ​ກຽມພ້ອມ​ທີ່​ຈະ​ເຂົ້າຜ່າຕັດຢູ່ນັ້ນ, ທ້າວຊີ​ໂຄ​ຊຊີ (Ciccozzi) ມີ​ຄວາມ​ຫວັງ​ວ່າ ການ​ປິ່ນປົວ​ໂດຍ​ການ​ໃຊ້​ສີ​ຍ້ອມ​ດັ່ງກ່າວ
​ຈະ​ໃຊ້​ໄດ້ຜົນ. ລາວ​ບອກ​ວີ​ໂອ​ເອວ່າ “ອັນ​ໃດ​ກໍ​ຕາມ​ທີ່​ມີ​ສີຮຸ່ງໆຂຶ້ນ ​ແມ່ນຕ້ອງ​ໄດ້​ຖືກ​ຕັດ​ອອກ​ໂລດ ບັດ​ນີ້.”

​ໃນ​ຂະນະ​ທີ່ ດຣ. ຊິງ​ຫາລ ທໍາ​ການຜ່າຕັດ​ຢູ່​ນັ້ນ ​ເພິ່ນ​ໄດ້​ຊີ້​ໄປ​ໃສ່​ສິ່ງ​ທີ່​ມີສີ​ຍ້ອມຮຸ່ງ​ຂຶ້ນ
ຊຶ່ງ​ເຮັດ​ໃຫ້​ພວກ​ທ່ານໝໍສາມາດ​ເຫັນ​ໄດ້. ​ເພິ່ນ​ອະທິບາຍ​ດັ່ງນີ້

“ສະນັ້ນ ດຽວນີ້​ແສງ​ເລ​ເຊີ​ໄດ້ເປີດ​ຂຶ້ນ​ແລ້ວ ​ເຈົ້າສາມາ​ເຫັນ​ຄວາມ​ແຕກ​ຕ່າງ​ຂອງ​ມັນ​ໄດ້. ສະນັ້ນ ພາກສ່ວນ​ນີ້ ​ແມ່ນ​ໂຣກມະເຮັງ ​ແລະ​ອັນ​ນີ້ ບໍ່​ແມ່ນ... ​ໂຣກມະເຮັງນີ້ກໍາລັງລາມ​
ໄປ​ຫາ​ປອດ ​ເພາະສະນັ້ນ ພວກ​ເຮົາ​ຈະ​ຕ້ອງ​ຕັດ​ເອົາ​ສິ້ນນຶ່ງ​ອອກ​ຈາກ​ປອດ​ເຊັ່ນ​ກັນ.”

ພວກ​ນັກ​ຊ່ຽວຊານ​ບາງ​ທ່ານ​ຄິດ​ວ່າ ສີ​ຍ້ອມອາດ​ຈະ​ເຮັດໃຫ້​ມີຄວາມ​ຫວັງ​ຫລາຍ​ທີ່​ສຸດ
ສໍາລັບ​ການ​ປົວໂຣກມະເຮັງ​ເຕົ້ານົມ. ມີ​ແມ່ຍິງ​ຫລາຍ​ເຖິງ 1 ສ່ວນ 3 ຂອງ​ແມ່ຍິງ​ທັງໝົດ ທີ່ໄດ້​ຕັດ​ກ້ອນ​ເນື້ອງອກ​ອອກ ຊຶ່ງ​ສຸດ​ທ້າຍ​ກໍ​ຕ້ອງ​ໄດ້​ມີ​ການຜ່າຕັດຄັ້ງທີ 2 ຕື່ມ​ອີກ ​ຍ້ອນ​ວ່າ​ແຊ​ລຂອງ​ໂຣກມະເຮັງຍັງ​ຕົກ​ຄ້າງ​ຢູ່​ພາຍຫລັງ​ທີ່​ມີ​ການຜ່າຕັດ​ຄັ້ງທີ 1 ​ແລ້ວ. ທ່ານ​ນາງ ​ພອລລາ ຈາກັອບສ໌ (Paula Jacobs) ນັກ​ຊ່ຽວຊານ​ດ້ານການ​ຖ່າຍພາຍ​ລັງສີ ທີ່​
ສະ​ຖາ​ບັນ​ໂຣມະເຮັງ​ແຫ່ງ​ຊາດ ​ໃຫ້​ຄໍາ​ເຫັນ​ວ່າ

“ອັນ​ນີ້​ແມ່ນ​ເປັນ​ບັນຫາ, ມັນ​ບໍ່​ພຽງ​ແຕ່​ມີຄ່າ​ໃຊ້​ຈ່າຍ​ແພງ​ເທົ່າ​ນັ້ນ, ມັນ​ຍັງເຮັດ​ໃຫ້ໝົດ
ກໍາລັງ​ໃຈ​, ​ເສຍ​ໃຈ​ນໍາອີກດ້ວຍ, ​ແລະ​ມັນ​ກໍ​ເຮັດ​ໃຫ້​ເປັນ​ບັນຫາທັງໝົດທັງ​ປວງເຫລົ່ານີ້; ​
ແລະ​ຄົນ​ປ່ວຍ​ຜູ້​ນຶ່ງ ຍັງ​ຈະ​ຕ້ອງ​ໄດ້​ຜ່ານ​ຜ່າ​ການຜ່າຕັດ​ອັນ​ນຶ່ງ​ອີກ ​ເທື່ອ​ນຶ່ງ ຫລືບັງຄັ້ງກໍ
​ຍັງ​ທັງ​ວ່າ ​ຕ້ອງໄດ້​ຖືກ​ຜ່າຕັດ​ເພີ້ມ​ຕື່ມ​ອີກຄັ້ງນຶ່ງອີກ​ດ້ວຍ.”

​ໃນ​ທີ່ຜ່ານ​ມາ, ພວກນັກ​ຜ່າຕັດຕ້ອງ​ໄດ້​ອີງ​ອາ​ໄສ​ຕໍ່ມື​ຂອງ​ຕົນ ​ແລະກໍ​ອາ​ໄສ​ແຕ່​ຕາ​ຂອງ​ຕົນ​ເບິ່ງ​ເອົາ ​ແຕ່​ວ່າ​ ດຣ. ຊິງ​ຫາລ​ເວົ້າວ່າ ວິທີ​ການ​ໃໝ່​ນີ້​ເປັນ​ອາວຸດ ທີ່​ມີ​ຢູ່​ໃນ​ສາງເກັບ
ອາ​ວຸດຂອງ​ພວກ​ເຂົາ​ເຈົ້າ. ຊຶ່ງ​ທ່ານ​ກ່າວ​ດັ່ງນີ້

“ມາ​ບັດ​ນີ້ ມັນ​ເກືອບ​ຄ້າຍ​ກັບ​ວ່າ ​ພວກ​ເຮົາມີສາຍຕາທຽມ ​ແລະ​ພວກ​ເຮົາ​ກໍສາມາດ​ທີ່​ຈະ​ເລີ້ມ​ທໍາ​ການກວດ​ເບິ່ງ​ເຂດ​ດັ່ງກ່າວ​ໄດ້ອີກ ​ເພື່ອ​ໃຫ້​ແນ​ໃຈ​ວ່າ ພວກ​ເຮົາ​ໄດ້​ຕັດ​ທຸກ​ສິ່ງ​ທຸກ​ຢ່າງ​ອອກໝົດ​ແລ້ວ.”

ດຣ. ຊິງ​ຫາລ ​ເຊື່ອ​ວ່າການ​ໃຊ້​ສີ​ຍ້ອມ ​ແລະ​ວິທີ​ການ​ໃໝ່ນີ້​ ແມ່ນເຮັດ​ໃຫ້​ສາມາດ​ທີ່​ຈະ
ປ່ຽນ​ແປງ​ການ​ປິ່ນປົວ​ໂຣກມະເຮັງຕະຫລອດ​ໄປ​ໄດ້.

ເບິ່ງວີດິໂອນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG