ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກາ​ນາ​ດາ ຈະ​ເນ​ລະ​ເທດ ຄົນ​ເຂົ້າ​ເມືອງ ​ທີ່ບໍ່​ມີ​ເອກ​ກະ​ສານ ເພີ້ມ​ຂຶ້ນ


ຜູ້​ຄົນ​ເຕົ້າ​ໂຮມ​ກັນ ຕໍ່​ຕ້ານ​ການ​ແບ່ງ​ແຍກ​ຜິວ ຢູ່​ເຂດ​ໃຈ​ກາງ ນະ​ຄອນ​ໂຕ​ຣອນ​ໂຕ. (ວັນ​ທີ 11 ສິງ​ຫາ 2018)
ຜູ້​ຄົນ​ເຕົ້າ​ໂຮມ​ກັນ ຕໍ່​ຕ້ານ​ການ​ແບ່ງ​ແຍກ​ຜິວ ຢູ່​ເຂດ​ໃຈ​ກາງ ນະ​ຄອນ​ໂຕ​ຣອນ​ໂຕ. (ວັນ​ທີ 11 ສິງ​ຫາ 2018)

ພະ​ແນກ​ຄຸ້ມ​ຄອງ​ຊາຍ​ແດນ​ຂອງ​ກາ​ນາ​ດາ ມີ​ແຜນ​ການ​ທີ່​ຈະ​ເພີ້ມ​ການ​ເນ​ລະ​ເທດ ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ຫຼາຍ​ເຖິງ 10,000 ຄົນ​ຕໍ່​ປີ.

ການ​ເນ​ລະ​ເທດ​ເຫຼົ່າ​ນີ້ ບໍ່​ແມ່ນ​ແຕ່​ພວກ​ອົບ​ພະ​ຍົບ​ແລະ​ພວກ​ຂໍ​ລີ້​ໄພ​ທີ່​ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດເທົ່າ​ນັ້ນ ແຕ່​ຍັງ​ຈະ​ຮວມ​ທັງ​ພວກ​ທີ່​ເຈົ້າ​ໜ້າ​ທີ່​ຖື​ວ່າ ເປັນ​ໄພ​ຂົ່ມ​ຂູ່ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ​ນຳ​ດ້ວຍ.

ໂຄ​ສົກ​ຂອງ​ພະ​ແນກ​ຄຸ້ມ​ຄອງ​ຊາຍ​ແດນ​ຄົນ​ນຶ່ງກ່າວ​ຕໍ່​ອົງ​ການ​ອອກ​ອາ​ກາດ​ຂອງ​ທາງ​ການ​ກາ​ນາ​ດາ​ວ່າ “ໃນ​ຂະ​ນະ​ທີ່​ກາ​ນາ​ດາເປັນ​ປະ​ເທດມີ​ມະ​ນຸດ​ສະທຳ ທີ່​ໃຫ້ການ​ຕ້ອນ​ຮັບ​ພວກ​ຄົນ​ເຂົ້າ​ເມືອງ ແລະ​ພວກ​ຂໍ​ລີ້​ໄພ​ຈຳ​ນວນ​ຫຼວງ​ຫຼາຍໃນ​ໄລ​ຍະຫຼາຍໆ​ປີ​ຜ່ານ​ມານີ້ ພວກ​ທີ່​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ​ແມ່ນ​ຄາດ​ວ່າ ຕ້ອງປະ​ຕິ​ບັດ​ຕາມ​ກົດ​ໝາຍ​ແລະ​ຂັ້ນ​ຕອນ​ຕ່າງໆ​ຂອງ​ພວກ​ເຮົາ.”

ມີ​ລາຍ​ຊື່​ພວກ​ຄົນ​ເຂົ້າ​ເມືອງ​ປ​ະ​ມານ 18,000 ຄົນ ທີ່​ຈະ​ຖືກ​ເນ​ລະ​ເທ​ດ​ຄ້າງ​ຄາ​ຢູ່ ພ້ອມ​ກັບ​ພວກ​ທີ່​ເອີ້ນ​ວ່າ “ເອົາ​ມາດ​ຕະ​ການ​ ທາງ​ກົດ​ໝາຍ​ໄດ້” 5,300 ຄົນຊຶ່ງ​ໝາຍ​ຄວາມ​ວ່າ ບໍ່​ມີ​ເງື່ອນ​ໄຂ​ທາງ​ກົດ​ໝາຍ​ທີ່​ຈະ​ຂໍ​ອຸ​ທອນ​ຫຼື​ເຫດ​ຜົນ​ອື່ນໆ​ທີ່ພວກ​ເຂົາ​ຈະ​ຕ້ອງ​ຢູ່​ໃນ​ປະ​ເທດ​ຕໍ່​ໄປ.

ພັກ​ນິ​ຍົມ​ແນວ​ທາງ​ເດີມ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ເອີ້ນ​ພວກ​ຂໍ​ລີ້​ໄພ ທີ່​ລັກ​ເຂົ້າ​ໄປໃນ​ກາ​ນາ​ດາ ຢູ່​ໃນ​ບໍ​ລິ​ເວນ​ຊາຍ​ແດນ​ ທີ່​ບໍ່​ມີ​ເຈົ້າ​ໜ້າ​ທີ່​ຍາມ​ຮັກ​ສາ​ການນັ້ນ​ວ່າ“ເປັນ​ວິ​ກິດ​ການ.” ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ລັດ​ຖະ​ບານ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ເລື້ອງນີ້​ເລີຍ ແລະ​ກໍ​ບໍ່​ມີ​ແຜນ​ການ​ແນວ​ໃດ​.

ພັກ​ເສ​ລີ​ນິ​ຍົມ​ເອີ້ນ​ສະ​ຖາ​ນະ​ການ​ໃນ​ເຂດ​ຊາຍ​ແດນ​ວ່າ ເປັນ​ບັນ​ຫາ “ທ້າ​ທາຍ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັ​ສ​ຕິນ ທ​ຣູ​ໂດ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ພວກ​ເຮົາ​ພວມ​ຢູ່ໃນ​ຂັ້ນ​ຕອນ ເພື່ອ​ສຶກ​ສາ​ເບິ່ງວ່າ ພວກ​ເຮົາ​ຈະ​ປັບ​ປຸງ ​ລະ​ບົບ​ຄົນ​ເຂົ້າ​ເມືອງ​ໄດ້​ແນວ​ໃດ ເພື່ອ​ໃຫ້​ຮູ້​ວ່າ ພວກ​ເຮົາ​ຈະ​ດຳ​ເນີນ​ການ​ໄດ້​ໄວ​ສ່ຳ​ໃດ ມັນ​ເປັນ​ບູ​ລິ​ມະສິດ​ສຳ​ລັບ​ພວກ​ເຮົາ ທີ່​ຈະ​ມີ​ລະ​ບົບ​ຄົນ​ເຂົ້າ​ເມືອງ​ທີ່​ໃຊ້​ການ​ໄດ້ ແລະ​ນັ້ນ​ກໍ​ເປັນສິ່ງ​ທີ່​ພວກ​ເຮົ​າ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ.”

ຫຼາຍໆ​ຄົນ​ໃນ​ຈຳ​ນວນ​ພວກ​ທີ່​ຂໍ​ລີ້​ໄພ ຫຼື​ຂໍ​ຖາ​ນະ​ພວກ​ອົບ​ພະ​ຍົບ ຢູ່​ໃນ​ກາ​ນາ​ດານັ້ນ ແມ່ນ​ມາ​ຈາກ​ໂຄ​ລອມ​ເບຍ ເອ​ຣິ​ເທ​ຣຍ ເຮ​ຕີ ນິ​ກາ​ຣາ​ກົວ ແລະ​ເທີ​ກີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG