ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາ​ນາ​ດາ​ ຊອກ​ຫາ​ຊ່ອງ​ທາງ ທີ່​ຈະ​ເຕີມ​ເຕັມ​ພະ​ລັງ​ງານ​ຂອງ​ໂລກ ດ້ວຍ​ພະ​ລັງ​ງານ​ທົດ​ແທນ ຫຼື​ເຊື້ອ​ໄຟ​ຟອ​ສ​ເຊີ​ລ


ແຟ້ມ - ຮູບ​ພາບ​ໂຮງ​ກັ່ນ​ນ້ຳ​ມັນ ຊັນ​ຄໍພະ​ລັງ​ງານ ທີ່​ເມືອງ​ຊາ​ເນຍ ແຂວງ​ອອນ​ຕາ​ຣິ​ໂອ ປະ​ເທດ​ກາ​ນາ​ດາ ເມື່ອ​ວັນ​ທີ 20 ມີ​ນາ 2021.
ແຟ້ມ - ຮູບ​ພາບ​ໂຮງ​ກັ່ນ​ນ້ຳ​ມັນ ຊັນ​ຄໍພະ​ລັງ​ງານ ທີ່​ເມືອງ​ຊາ​ເນຍ ແຂວງ​ອອນ​ຕາ​ຣິ​ໂອ ປະ​ເທດ​ກາ​ນາ​ດາ ເມື່ອ​ວັນ​ທີ 20 ມີ​ນາ 2021.

ພວກ​ນັກ​ຊ່ຽວ​ຊ້ານ​ດ້ານ​ພະ​ລັງ​ງານ​ຂອງ​ກາ​ນາ​ດາ ມອງ​ເບິ່ງ​ລາ​ຄາ​ນ້ຳ​ມັນ​ທີ່​ແພງ​ຂຶ້ນ ເນື່ອງ​ມາ​ຈາກ​ສົງ​ຄາມ​ໃນ​ປະ​ເທດ​ຢູ​ເຄ​ຣນນັ້ນ ​ເປັນ​ດາບ​ສອງ​ຄົມ ໂດຍ​ປະ​ຕິ​ເສດ​ທີ່​ຈ​ະ​ເລັ່ງ​ລັດ​ໃນ​ການ​ພັດ​ທະ​ນາແຫຼ່ງພະ​ລັງ​ງານ​ທົດ​ແທນ ໃນ​ຂະ​ນະ​ດຽວ​ກັນ​ກໍ​ຊຸກ​ຍູ້​ໃຫ້​ມີ​ການ​ເພີ້ມ​ການ​ຜະ​ລິດ​ເຊື້ອ​ໄຟ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ສັດ​ຫຼື​ເຊື້ອ​ໄຟ​ຟອ​ສ​ເຊິ​ລ ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ສະ​ພາບ​ແວດ​ລ້ອມ.

ສຳ​ລັບ​ກາ​ນາ​ດາ ​ປະ​ເທດ​ສົ່ງ​ອອກ​ພະ​ລັງ​ງານ​ທີ່​ສຳ​ຄັນ ຊຶ່ງ​ມີ​ຄວາມ​ສາ​ມາດ​ເປັນ​ຜູ້​ເຕີມ​ເຕັມ​ຊ່ອງ​ຫວ່າງ ທີ່​ເກີດ​ຈາກ​ການບອຍ​ຄອດ ຢ່າງກວ້າງ​ຂວາງ ​ຕໍ່ພະ​ລັງ​ງານ​ຂອງ​ຣັດ​ເຊຍນັ້ນ ການ​ເອົາ​ບາດ​ກ້າວ​ ເພື່ອ​ສ້າງ​ຄວາມ​ກ້ຳ​ເກິ່ງ​ແມ່ນ​ມີ​ຄວາມ​ສະ​ຫຼັບ​ຊັບ​ຊ້ອນ​ເປັນ​ພິ​ເສດ.

ລັດ​ຖະ​ບານ​ທີ່​ເປັນ​ກາງ​ອຽງ​ຊ້າຍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັ​ສ​ຕິນ ທ​ຣູ​ໂດ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ທຳ​ການ​ລົງ​ທຶນ​ທີ່​ສຳ​ຄັນ​ໃນ​ດ້ານ​ພະ​ລັງ​ງານ​ທົດ​ແທນ ແຕ່​ກາ​ນາ​ດາ​ ຍັງ​ເປັນ​ບ່ອນ​ຜະ​ລິດນ້ຳ​ມັນ​ດິນ​ຊາຍ ທີ່​ແຂວງ​ອາ​ລ​ເບີ​ຕາ ຊຶ່ງວາ​ຣະ​ສານ National Geographic ບັນ​ຍາຍ​ວ່າ “ເປັນ​ການ​ປະ​ຕິ​ບັດ​ງານ​ຂຸດ​ຄົ້ນ​ນ້ຳ​ມັນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ.”

ໃນ​ການ​ຖະ​ແຫຼງ​ທີ່​ນະ​ຄອນ​ແວນ​ຄູ​ເວີ ເມື່ອ​ທ້າຍ​ເດືອນ​ມີ​ນາ​ຜ່ານ​ມານີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ​ຣູ​ໂດ ໄດ້​ປະ​ກາດ​ແຜນ​ການ​ໃຊ້​ຈ່າຍ 9 ພັນ 100 ລ້ານ​ໂດ​ລາ​ພາຍ​ໃນ​ປີ 2030 ເພື່ອ​ຫຼຸດ​ການ​ປ່ອຍ​ທາດ​ຄາ​ບອນ ໂດຍ​ການ​ສະ​ໜັບ​ສະ​ໜຸນ​ການ​ໃຊ້​ລົດ​ໄຟ​ຟ້າ ບ້ານ​ເຮືອນ​ແລະ​ລົດ​ທີ່​ມີ​ປະ​ສິດ​ທິ​ພາບ​ທາງ​ດ້ານ​ພະ​ລັງ​ງ​ານ ໂຄງ​ການ​ພະ​ລັງ​ງານ​ລົມ​ແລະ​ແສງ​ຕາ​ເວັນ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ເຮັດ​ຟາມ​ແບບ​ຍືນ​ຍົງ​ແລະ​ມາດ​ຕະ​ການ​ອື່ນໆ​ອີກ.

ທ່ານ​ທ​ຣູ​ໂດກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ເວ​ລານັ້ນ​ວ່າ “ພວກ​ຜູ້​ນຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຫາ​ລື​ໃນ​ຢູ​ໂຣບ ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມານີ້ ແມ່ນ​ເປັນ​ທີ່​ຈະ​ແຈ້ງ. ພວກ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຈະ​ຢຸດ​ເຊົາ​ການ​ເພິ່ງ​ພາ​ນ້ຳ​ມັນ​ ແລະ​ແກັ​ສຈາກ​ຣັດ​ເຊຍ​ເທົ່າ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ຈະ​ເລັ່ງ​ລັດ​ການ​ຫັນ​ປ່ຽນ​ພະ​ລັງ​ງານ​ໄປ​ສູ່​ພະ​ລັງ​ງານ​ທີ່​ສະ​ອາດ​ແລະ​ພະ​ລັງ​ງານ​ສີ​ຂຽວ.

ທ່ານ​ກ່າວ​ວ່າ “ໂລກ​ທັງ​ໝົດ​ຈະ​ເພັ່ງ​ເລັງ​ໃສ່​ພະ​ລັງ​ງານ​ທີ່​ສະ​ອາດ ແລະ​ກາ​ນາ​ດາ ບໍ່​ສາ​ມາດ​ທີ່​ຈ​ະ​ປະ​ຕິ​ເສດ​ກ່ຽວ​ກັບ​ເລື້ອງນັ້ນ.”

ແຕ່​ແນວ​ໃດ​ກໍ​ຕາມ ຄວາມ​ໄຝ່​ຝັນ​ໃນ​ໄລ​ຍະ​ຍາວ​ຂອງ​ທ່ານ​ທ​ຣູ​ໂດ​ອາດ​ຈະ​ສະ​ຫຼັບ​ຊັບ​ຊ້ອນ​ໃນ​ໄລ​ຍະ​ສັ້ນ ຍ້ອນ​ຄວາມ​ຕ້ອງ​ການ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ໃນ​ດ້ານ​ນ້ຳ​ມັນ​ຈາກ​ກາ​ນາ​ດາ ຊຶ່ງ​ເປັນ​ປະ​ເທດ​ສົ່ງ​ອອກ​ລາຍ​ໃຫຍ່​ອັນ​ດັບ 4 ຂອງ​ໂລກ ແລະ​ກໍ​ໃຫ້​ຄວາມ​ສົນ​ໃຈ​ຄືນ​ໃໝ່​ກ່ຽວ​ກັບ​ໂຄງ​ການ​ຜະ​ລິດ​ນ້ຳ​ມັນ​ຈາກ​ດິນ​ຊາຍ​ທີ່​ແຂວງ​ອາ​ລ​ເບີ​ຕາ ຊຶ່ງ​ໄດ້​ໃຫ້​ກຳ​ລັງ​ຫຼາຍ​ຂຶ້ນກວ່​າທີ່​ເຄີຍ​ເປັນ​ມາ​ໃນ​ໄລ​ຍະ​ຫຼາຍໆ​ປີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG