ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ກ່າວວ່າ ອິນເດຍ ພົວພັນກັບການສັງຫານຜູ້ນໍາຊາວຊີກ ໂດຍ​ສັ່ງເນລະເທດ ຫົວໜ້າ​ສືບ​ລັບ

ແຟ້ມຮູບ-ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດາ ໂມດີ ຕ້ອນຮັບນາຍົກລັດຖະມົນຕີການາດາ ທ່ານຈັດຕິນ ທຣູໂດ ໃນນະຄອນຫຼວງນິວເດລີ, ອິນເດຍ,​ ວັນທີ 9 ກັນຍາ 2023. ການາດາ ຂັບໄລ່ນັກການທູດຂັ້ນສູງຂອງອິນເດຍໃນວັນທີ 18 ກັນຍາ 2023, ເນື່ອງຈາກພວກເຂົາເຈົ້າດໍາເນີນການສືບສວນ ກ່ຽວກັບການລອບສັງຫານນັກເຄື່ອນໄຫວຊາວຊີກ.

ການາດາ ກ່າວຫາລັດຖະບານອິນເດຍ ກ່ຽວກັບການພົວພັນ ໃນການສັງຫານຜູ້ນໍາສາສະໜາຊີກ (Sikh) ໃກ້ກັບນະຄອນແວນຄູເວີ ໃນເດືອນມິຖຸນາທີ່ຜ່ານມາ, ສົ່ງຜົນໃຫ້ມີການຕອບໂຕ້ໃນທັນທີ ໂດຍການຂັບໄລ່ທາງການທູດ ລຸນຫຼັງນິວເດລີປະຕິເສດຂໍ້ກ່າວຫາດັ່ງກ່າວວ່າ “ບໍ່ມີສາລະ,” ອີງຕາມລາຍງານຂອງອົງການຂ່າວ AFP.

ຂໍ້ກ່າວຫາດັ່ງກ່າວ ໄດ້ເຮັດໃຫ້ຄວາມສໍາພັນທີ່ຊຸດໂຊມຢູ່ແລ້ວ ລະຫວ່າງ ອອຕຕາວາ ແລະ ນິວເດລີ ກ້າວສູ່ຈຸດສຸດຕໍ່າສຸດຄັ້ງໃໝ່.

ນາຍົກລັດຖະມົນຕີການາດາ ທ່ານຈັດຕິນ ທຣູໂດ ກ່າວຕໍ່ປະຊຸມສະພາສະໄໝສຸກເສີນວ່າ ລັດຖະບານຂອງທ່ານ ມີ “ການ​ກ່າວ​ຫາທີ່ໜ້າເຊື່ອຖື” ​ພົວ​ພັນກັບໜ່ວຍງານຂອງ ອິນເດຍ ຕໍ່ການສັງຫານຜູ້ນໍາຊາວຊີກທີ່ຖືກເນລະເທດ ທ່ານຮາດີບ ຊິງ ນິດຈາ (Hardeep Singh Nijjar) ເຊິ່ງອາໄສຢູ່ໃນ​ເຂດບຣິດຕິສ ໂຄລອມເບຍ.

ທ່ານກ່າວວ່າ “ການມີສ່ວນຮ່ວມໃດໆຂອງລັດຖະບານຕ່າງປະເທດ ຕໍ່ການສັງ ຫານປະຊາຊົນຊາວການາດາ ເທິງດິນແດນປະເທດການາດາ ເປັນການລະເມີດຕໍ່ອະທິປະໄຕຂອງພວກເຮົາ ທີ່ຮັບບໍ່ໄດ້.”

ທ່ານຍັງໄດ້ຮຽກຮ້ອງໃຫ້ລັດຖະບານອິນເດຍ “ນໍາໃຊ້ເງື່ອນໄຂທີ່ເຂັ້ມແຂງທີ່ສຸດທີ່ເປັນໄປໄດ້” ເຂົ້າໃນການຮ່ວມມື ເພື່ອເຮັດໃຫ້ເລື້ອງນີ້ແຈ່ມແຈ້ງຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG