ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແກ້ໄຂແບບສອງລັດ ຈະລອດພົ້ນ ຈາກຄວາມຂັດແຍ້ງ ລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ໄດ້ບໍ?


ແຟ້ມພາບ - ທຸງຊາດອິສຣາແອລ ປັກຢູ່ໜ້າຮົ້ວກັ້ນຂອງອິສຣາແອລ ໃນບ້ານອາບູ ດິສ (Abu Dis)ເຂດເວັສແບັ້ງ ນອກນະ​ຄອນເຢຣູຊາແລັມ ວັນທີ 7 ກໍລະກົດ 2004.
ແຟ້ມພາບ - ທຸງຊາດອິສຣາແອລ ປັກຢູ່ໜ້າຮົ້ວກັ້ນຂອງອິສຣາແອລ ໃນບ້ານອາບູ ດິສ (Abu Dis)ເຂດເວັສແບັ້ງ ນອກນະ​ຄອນເຢຣູຊາແລັມ ວັນທີ 7 ກໍລະກົດ 2004.

​ເປັນ​ເວລາ 3 ທົດ​ສະ​ວັດ​ແລ້ວ ທີ່ປະ​ເທດ​ຕາ​ເວັນ​ຕົກ ​ແລະ​ປະຊາ​ຄົມ​ໂລກ​ໄດ້​ເຫັນ​ແນວຄວາມ​ຄິດ​ສອງລັດ ​ຄື: ນຶ່ງອິສຣາ​ແອລ, ນຶ່ງປາ​ແລັ​ສ​ໄຕ​ນ໌ ​ເປັນ​ພື້ນ ຖານສຳລັບ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ​ເຖິງ​ແມ່ນ​ວ່າ​ຫຼັງ​ການ​ສັງຫານ​ໝູ່​ໃນ​ວັນ​ທີ 7 ຕຸລາ ​ຂອງ​ກຸ່ມ ຮາມາສ ​ແລະ​ການ​ໂຈມ​ຕີ​ຢ່າງ​ໜັກໜ່ວງ​ຂອງ​ອິ​ສ​ຣາ​ແອລ, ຫຼາຍຄົນ​ເຊື່ອ​ວ່າ​ມັນ​ຍັງ​ເປັນ​ເສັ້ນທາງ​ດຽວ​ເທົ່າ​ນັ້ນ ໃນການກ້າວໄປຂ້າງໜ້າ.

ຫຼາຍ​ກວ່າ 1,200 ຄົນ​ໄດ້​ເສຍ​ຊີວິດ ​ແລະ 242 ຄົນ​ຖືກ​ລັກພາ​ຕົວ​ໄປ ໃນ​ການ​ໂຈມ​ຕີ​ອິສຣາ​ແອ​ລ​ໂດຍ​ກຸ່ມ ຮາມາສ ​ເຊິ່ງ​ສະຫະລັດລະບຸວ່າເປັນ​ອົງການ​ກໍ່​ການ​ຮ້າຍ​. ການຕອບໂຕ້ທາງທະຫານຂອງອິສຣາແອລ ໄດ້ສັງຫານຫຼາຍກວ່າ 11,000 ຄົນ, ອີງຕາມກະຊວງສາທາລະນະສຸກຂອງເຂດກາຊາ.

ແນວໃດກໍຕາມ, ນັກວິທະຍາສາດການເມືອງ ຢູຮຽລ ອາບູລອັຟ (Uriel Abulof) ຈາກມະຫາວິທະຍາໄລ ເທລ ອາວີບ (Tel Aviv) ເຊື່ອວ່າ ການສູນເສຍຊີວິດຄັ້ງໃຫຍ່ຂອງທັງສອງຝ່າຍ ບໍ່ໄດ້ເຮັດໃຫ້ສັນຕິພາບເປັນໄປບໍ່ໄດ້.

“ການ​ແກ້​ໄຂ​ສອງ​ລັດ​ຍັງ​ເປັນ​ໄປ​ໄດ້, ບາງ​ທີອາດຈະ​ຫຼາຍ​ກວ່າ​ແຕ່​ກ່ອນ, ​ເພາະ ວ່າ​ມີເປັນໄປໄດ້ທີ່​ທັງ​ສອງ​ຝ່າຍຈະ​ເຂົ້າ​ໃຈ​ວ່າ ນີ້​ບໍ່​ແມ່ນ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຊາວ​ອິສຣາ​ແອລ ​ແລະ ປາ​ແລັສ​ໄຕ​ນ໌ ສ່ວນ​ໃຫຍ່, ​ເຊິ່ງ (ທັງ​ສອງ​ຝ່າຍ) ຕ້ອງ ການຢູ່​ຮ່ວມ​ກັນ ໂດຍບໍ່ມີຜູ້ນໍາຫົວຮຸນແຮງ," ທ່ານກ່າວ.

“ດ້ານນື່ງ ທ່ານມີກຸ່ມ ຮາມາສ ເຊິ່ງທ່ານຕ້ອງຮັບມືທາງທະຫານ, ແລະອີກດ້ານນຶ່ງແມ່ນ ທ່ານ ເບັນຈາມິນ ເນຕັນຢາຮູ ແລະກຸ່ມພັນທະມິດຂອງທ່ານ, ເຊິ່ງຈໍາເປັນຕ້ອງໄດ້ມີການຈັດການທາງດ້ານການເມືອງ," ທ່ານກ່າວຕໍ່ວີໂອເອ.​ “ຖ້າສິ່ງນີ້ເກີດຂຶ້ນ - ແລະ ຂ້າພະເຈົ້າກໍ່ໃສ່ເຄື່ອງໝາຍຄຳຖາມໃຫຍ່ໆບ່ອນນັ້ນ, ມັນມີໂອກາດທີ່ດີກວ່າ ສຳລັບການແກ້ໄຂບັນຫາ."

ທ່ານ ຮຸສເຊນ ອີບິຊ (Hussein Ibish) ຈາກສະຖາບັນປະ​ເທດອາຣັບ​ໃນ​ເຂດ​ອ່າວ​ເປີ​ເຊຍ ທີ່ຕັ້ງຢູ່ໃນວໍຊິງຕັນ ຍັງເຊື່ອວ່າ ການແກ້ໄຂບັນຫາຢ່າງຖາວອນ ຕໍ່ຄວາມຂັດແຍ້ງທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດນັ້ນແມ່ນເປັນໄປໄດ້ດ້ວຍຮູບແບບ 2 ລັດເທົ່ານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG