ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກ ຝ່າຍຄ້ານ ໄດ້ອ້າງເອົາ ໄຊຊະນະ ໃນການເລືອກຕັ້ງ ໃນກາເມຣູນ ແຕ່ ເຈົ້າໜ້າທີ່ ເຕື່ອນວ່າ ບໍ່ຟ້າວເທື່ອ


ພະນັກງານເລືອກຕັ້ງ ນັບຄະແນນສຽງ ໃນລະຫວ່າງ ການເລືອກ
ຕັ້ງ ປະທານາທິບໍດີ ຢູ່ໃນນະຄອນຫຼວງ ຢາອຸນເດ ຂອງກາເມຣູນ, ວັນທີ 7 ຕຸລາ 2018.
ພະນັກງານເລືອກຕັ້ງ ນັບຄະແນນສຽງ ໃນລະຫວ່າງ ການເລືອກ ຕັ້ງ ປະທານາທິບໍດີ ຢູ່ໃນນະຄອນຫຼວງ ຢາອຸນເດ ຂອງກາເມຣູນ, ວັນທີ 7 ຕຸລາ 2018.

ຜູ້ສະໝັກຝ່າຍຄ້ານ ໄດ້ກ່າວອ້າງວ່າ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ
ຂອງກາເມຣູນ ໃນຂະນະທີ່ ຄະແນນສຽງ ກຳລັງຖືກນັບຢູ່.

ທ່ານ ໂມຣີສ ຄາມໂຕ ຂອງພັກຂະບວນການຕໍ່ຕ້ານຂອງກາເມຣູນ ບໍ່ໄດ້ໃຫ້ຫລັກຖານ
ໃດໆ ທີ່ຢັ້ງຢືນຜົນການນັບຄະແນນສຽງ ຕໍ່ການກ່າວອ້າງຂອງທ່ານ ໃນວັນຈັນວານນີ້.
ທ່ານໄດ້ປະກາດ ວ່າ ປະຊາຊົນຊາວກາເມຣູນ ໄດ້ມອບໝາຍໃຫ້ທ່ານ “ອຳນາດຢ່າງ
ຈະແຈ້ງ”
ເພື່ອໃຫ້ປ່ຽນລັດຖະບານໃໝ່ຢ່າງສັນຕິ ແລະ ໃຫ້ສ້າງຄວາມປອງດອງຊາດ.

ບັນດາເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງ ໄດ້ເຕືອນທ່ານ ຄາມໂຕ ແລະພວກຄົນ
ອື່ນໆ ຜູ້ທີ່ອາດຈະພະຍາຍາມ ປະກາດໄຊຊະນະນັ້ນ ວ່າ ພວກເຂົາເຈົ້າ ກະທຳຜິດ
ຕໍ່ກົດໝາຍ.

ບັນດາເຈົ້າໜ້າທີ່ ຮັບຜິດຊອບການເລືອກຕັ້ງ ເຂົ້າຮ່ວມໃນການນັບຄະແນນສຽງ ໃນລະຫວ່າງ ການເລືອກຕັ້ງ ປະທານາທິບໍດີ ຢູ່ໃນນະຄອນຫຼວງ ຢາອຸນເດ ຂອງກາເມຣູນ, ວັນທີ 7 ຕຸລາ 2018.
ບັນດາເຈົ້າໜ້າທີ່ ຮັບຜິດຊອບການເລືອກຕັ້ງ ເຂົ້າຮ່ວມໃນການນັບຄະແນນສຽງ ໃນລະຫວ່າງ ການເລືອກຕັ້ງ ປະທານາທິບໍດີ ຢູ່ໃນນະຄອນຫຼວງ ຢາອຸນເດ ຂອງກາເມຣູນ, ວັນທີ 7 ຕຸລາ 2018.

ລັດຖະມົນຕີຂອງລັດຖະບານ ທ່ານນຶ່ງ ໄດ້ກ່າວວ່າ “ການປະກາດຢ່າງເປັນທາງການ
ຂອງຜົນການລົງຄະແນນສຽງ ນັ້ນ ເປັນສິດທິໂດຍສະເພາະ ຂອງສະພາລັດຖະທຳ
ມະນູນ ແລະ ບໍ່ມີຜູ້ໃດ ຈະມີສິດປ່ຽນແທນ ອົງການຈັດຕັ້ງທີ່ຖືກຕ້ອງຕາມກົດໝາຍ
ນີ້ໄດ້.”

ຜົນການລົງຄະແນນສຽງສຸດທ້າຍ ຄາດກັນວ່າ ຈະອອກມາຢ່າງໜ້ອຍອີກສອງສັບປະດາ.

ປະທານາທິບໍດີ ຂອງກາເມຣູນ ທ່ານ ພອລ ບີຢາ ປ່ອນບັດເລືອກຕັ້ງຂອງທ່ານ ໃນຂະນະທີ່ ພັນລະຍາຂອງທ່ານ ທ່ານນາງ ຈັນໂທລ ບີຢາ, ແນມເບິ່ງຢູ່ທີ່ໜ່ວຍເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ຢູ່ທີ່ນະຄອນຫຼວງ ຢາອຸດເດ ຂອງກາເມຣູນ, ວັນທີ 7 ຕຸລາ 2018.
ປະທານາທິບໍດີ ຂອງກາເມຣູນ ທ່ານ ພອລ ບີຢາ ປ່ອນບັດເລືອກຕັ້ງຂອງທ່ານ ໃນຂະນະທີ່ ພັນລະຍາຂອງທ່ານ ທ່ານນາງ ຈັນໂທລ ບີຢາ, ແນມເບິ່ງຢູ່ທີ່ໜ່ວຍເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ຢູ່ທີ່ນະຄອນຫຼວງ ຢາອຸດເດ ຂອງກາເມຣູນ, ວັນທີ 7 ຕຸລາ 2018.


ທ່ານ ພອລ ບີຢາ ຜູ້ເປັນປະທານາທິບໍດີ ມາໄດ້ຍາວນານ ຄາດກັນວ່າ ຈະຖຶືກເລືອກໃຫ້ ເປັນຕື່ມອີກນຶ່ງສະໄໝ ໄລຍະ 7 ປີ. ທ່ານບີຢາ ອາຍຸ 85 ປີ ໄດ້ເຂົ້າຮັບຕຳແໜ່ງ ໃນປີ
1982 ແລະ ຜູ້ນຳຂອງອາຟຣິກາ ຄົນນຶ່ງ ທີ່ຮັບໃຊ້ປະເທດຊາດຍາວນານທີ່ສຸດ.

ເຖິ່ງແມ່ນວ່າ ການອອກມາປ່ອນບັດແມ່ນຕ່ຳ ກໍຕາມ ມີຄວາມຮຸນແຮງ ແລະ ຄວາມຜິດ
ປົກກະຕິແດ່ເລັກນ້ອຍ ທີ່ກ່ຽວຂ້ອງກັບການເລືອກຕັ້ງ ເຊິ່ງບັນດາຜູ້ສັງເກດການ ຂອງ
ສະຫະພາບອາຟຣິກາ ເອີ້ນການເລືອກຕັ້ງ ໃນວັນອາທິດຜ່ານມານັ້ນ ວ່າ ປະສົບ
ຄວາມສຳເລັດ.

ກາເມຣູນ ໄດ້ປະເຊີນກັບຄວາມຮຸນແຮງ ໂດຍ ກຸ່ມຄົນທີ່ປາກເວົ້າພາສາອັງກິດ ຜູ້ທີ່ອ້າງ
ວ່າ ພວກເຂົາເຈົ້າ ຖືກກົດຂີ່ຂົ່ມເຫັງ ແລະ ຖືກຈຳແນກ ໂດຍ ກຸ່ມຄົນທີ່ປາກເວົ້າພາສາ
ຝຣັ່ງ ທີ່ເປັນກຸ່ມສ່ວນໃຫຍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG