ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ປະສົບຜົນສຳເລັດ ໃນການເກັບກູ້ ລະເບີດ ບໍ່ທັນແຕກ ຢູ່ໃຕ້ນ້ຳ (ວີດີໂອ ພາສາລາວ)


Cambodian Underwater Mine Team Finds Success
please wait

No media source currently available

0:00 0:02:18 0:00

ຊົມວິດີໂອກ່ຽວກັບຂ່າວນີ້

ທີມດຳນັກນ້ຳທີມໜຶ່ງໃນກຳປູເຈຍ ທີ່ໄດ້ທຳ​ການຝຶກຊ້ອມດ້ວຍ ທຶນກະຊວງການຕ່າງປະເທດສະຫະລັດ ເພື່ອເກັບກູ້ ລະເບີິດ ທີ່ຍັງບໍ່ທັນແຕກຈາກແມ່ນ້ຳແລະຫ້ວຍຮ່ອງຕ່າງໆໄດ້ເສັດສິ້ນ
ພາລະກິດ ຄັ້ງທຳອິດຂອງພວກເຂົາ ຢ່າງເປັນຜົນສຳເລັດ.
ເມື່ອເດືອນພຶດສະພາທີ່ຜ່ານມາ ພວກເຂົາໄດ້ກູ້ເອົາລະເບີດ
ທີ່ຜະລິດຈາກສະຫະລັດອາເມຣິກາ ນ້ຳໜັກ 500 ປອນ ຫຼື
226 ກິ​ໂລກຣາມ ຊຶ່ງຖືກຖິ້ມລົງໃນສະໄໝສົງຄາມເຢັນຂອງ
ປະເທດ. ຊາວປະມົງຄົນໜຶ່ງ ໄດ້ແຈ້ງບອກທີມນັກດຳນ້ຳ ຫຼັງ
ຈາກທີ່ລາວໄດ້ວ່ານແຫໄປຕິດໜ່ວຍລະເບີດຊຶ່ງໄດ້ນອນຢູ່ໃນ
ນ້ຳຕື້ນ ບໍ່ໄກຈາກແຄມຝັ່ງມາເປັນເວລາ 40 ປີ. Robert
Carmichael ມີບົດລາຍງານເລື້ອງນີ້ໃຫ້ ວີໂອເອ ຈາກແຂວງ
ການດານ (Kandal) ປະເທດກຳປູເຈຍ ດັ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດ ມາສະເໜີທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ມັນແມ່ນຕອນເຊົ້າມື້ໜຶ່ງຢູ່ແມ່ນ້ຳຂອງ, ປະມານ 30 ກິໂລແມັດທາງພາກຕາເວັນອອກ ສຽງໃຕ້ ຂອງ​ນະຄອນພະນົມເປັນ, ເຮືອໂດຍສານຂ້າມຟາກ ກໍຂ້າມແມ່​ນ້ຳຂອງໄປ-ມາ ເປັນປົກກະຕິ.

ຢູ່ໃກ້ໆກັນນັ້ນ, ແມ່ນທີມນັກດຳນ້ຳເກັບກູ້ລະເບີດ ທີ່ບໍ່ທັນແຕກຢູ່ໃຕ້ນ້ຳກຳລັງຕຽມພ້ອມ ທຳພາລະກິດຄັ້ງທຳອິດຂອງພວກເຂົາ.

ທີມນັກດຳນ້ຳ​ເຊິ່ງປະກ​ອບມີຜູ້ຊາຍເກົ້າຄົນ ກວ່າ​ພວກ​ເຂົາຈະມາຮອດລະດັບນີ້ ພວກເຂົາ​ໄດ້ໃຊ້ເວລາສອງປີໃນການຝຶກຊ້ອມ.

ຕອນທີ່ພວກເຂົາເລີ່ມຕົ້ນນັ້ນ, ພວກເຂົາລອຍນ້ຳບໍ່ໄດ້ ແລະ ວ່າແມ່ນ້ຳຂອງແມ່ນຂຸ່ນຫຼາຍ ເຊິ່ງເຮັດໃຫ້ບໍ່ສາມາດແນມເຫັນໄດ້ ແມ່ນແຕ່ໄລຍະໃກ້ໆ, ພວກເຂົາຈຶ່ງໄດ້ຝຶກຊ້ອມດ້ວຍ ການໃຊ້ໜ້າກາກດຳນ້ຳມືດສະໜິດ. ຕອນນີ້ພວກເຂົາແມ່ນໜຶ່ງໃນນັກດຳນ້ຳ ທີ່ມີຄວາມ ຊຳນານທີ່ສຸດໃນໂລກ.

ນັກດຳນ້ຳຄົນໜຶ່ງໄດ້ດຳລົງໄປໃນນ້ຳ ເພື່ອຂຸດເອົາດິນຕົມອອກເພື່ອການເກັບກູ້ເອົາ ລະເບີດ ເຊິ່ງມີນ້ຳໜັກ 500 ປອນ ຫຼື ​226 ກິ​ໂລກຣາມ ທີ່ຜະລິດ ຈາກສະຫະລັດ ຊຶ່ງຖືກ ຖິ້ມປັກຫົວ ລົງໃນນ້ຳຂອງເລິກ 20 ຟີ​ທ໌ ຫຼື 6 ​ແມັດ.

ພວກເຂົາໄດ້ຮັບການຝຶກຊ້ອມໂດຍ ມູນນິທິ Golden West Humanitarian, ຊຶ່ງເປັນ ອົງກອນບໍ່ຫວັງຜົນກຳລັງຂອງສະຫະ ລັດ ທີ່ເຮັດວຽກກ່ຽວກັບການເກັບກູ້ລະເບີດທີ່ ບໍ່ທັນແຕກ.

ຫົວໜ້າປະຈຳປະເທດ ທ່ານ Allen Dodgson Tan ໄດ້ກ່າວວ່າ ຄວາມສ່ຽງຕໍ່ຄວາມ ປອດ ໄພຂອງສາທາລະນະແມ່ນສຳຄັນສຸດ ຕໍ່ຈຸດປະສົງຂອງໂຄງການນີ້.

ທ່ານ Allen Tan ກ່າວວ່າ, “ແມ່ນຊາວປະມົງເອົາແຫໄປເກາະ ມັນຫວາ? ແມ່ນເຮືອຈະ ແລ່ນໄປຕຳມັນບໍ? ພວກເຂົາຈະກໍ່ສ້າງ ບາງຢ່າງ​ເ​ຊັ່ນຂົວ​ ເຊິ່ງພວກເຂົາຕ້ອງໄດ້ມ້ຽນມັດ ເພື່ອຝັງເສົາບໍ? ພວກເຂົາຈະຂຸດຄອງນ້ຳຢູ່ຫັ້ນບໍ? ສິ່ງແນວນີ້ແມ່ນ ສິ່ງ​ທີ່ພວກເຮົາຕ້ອງໄດ້ຊອກຫາ, ແມ່ນບໍ?.”

ວີດີໂອພາສາລາວ ກ່ຽວກັບການເຝິກແອບ ຂອງນັກເກັບກູ້ລະເບີດໃຕ້ນ້ຳ
ຂອງກຳປູເຈຍ ເມື່ອສອງປີກ່ອນ:

ມາຮອດຕອນທ່ຽງ ພວກເຂົາກໍ່ສາມາດດຶງເອົາລະເບີດຂຶ້ນມາ ໂດຍການນຳໃຊ້ປຸມເປົ້າ ໃຫຍ່ຟູນ້ຳ, ເຊິ່ງເປັນຂັ້ນຕອນທີ່ອັນຕະ ລາຍທີ່ສຸດ ຂອງການປະຕິບັດພາລະກິດ.

ຫລັງຈາກນັ້ນພວກເຂົາກໍໄດ້ດຶງເອົາລະເບີດຂຶ້ນມາ​ເທິງຝັ່ງ, ກວດ ກາສະພາບຂອງມັນ ແລະ ກວດສອບ​ເບິ່ງວ່າມັນຍັງໃຊ້ງານໄດ້ຫຼືບໍ່.

ຫົວໜ້າທີມດຳນ້ຳທ່ານ Sok Chenda ແມ່ນດີໃຈກັບຜົນງານ ຂອງທີມດຳນ້ຳຂອງລາວ.

ທ່ານ Sok Chenda ກ່າວວ່າ, “ມັນດີຫຼາຍ, ແລະ ກະເປັນ ຄັັ້ງທຳອິດ, ແລະ ມັນກະຍາກ ແລະ ອັນຕະລາຍ ແຕ່ວ່າ ພວກເຮົາກໍ່ສາມາດເຮັດໄດ້ດ້ວຍການສຳພັດເທົ່ານັ້ນ.”

ຕໍ່ມາລະເບີດກໍ່ໄດ້ຖືກນຳໄປທົ່ງນາ ບ່ອນທີ່ພວກ​ເຂົາເອົາເລື່ອຍໄຟຟ້າທີ່ໃຊ້ຣີໂໝດຄວບ ຄຸມ ຕັດເອົາຫົວ ແລະ ຫາງຂອງລະເບີດອອກໃຫ້ມັນປອດໄພ.

ທ່ານ Mike Nisi ຜູ້ແນະນຳເຕັກນິກການດຳນ້ຳຂອງມູນນິທິ Golden West ໄດ້ກ່າວວ່າ ທີມນັກດຳນ້ຳຈະສືບຕໍ່ສົ່ງຂ່າວໃຫ້ປະຊາຊົນໃນທົ່ວແຂວງໄດ້ຮັບຮູ້.

ທ່ານ Mike Nisi ກ່າວວ່າ, “ຖ້າພວກເຂົາ​ເຫັນຫຍັງພວກເຮົາກໍມີເບີໂທລະສັບໃຫ້ພວກເຂົາ ໂທຫາ, ພວກເຮົາກໍແຈກນາມບັດທຸກໆບ່ອນທີ່ພວກເຮົາໄປ.”

ແລະ ດັ່ງ​ກັບ​ໃນກໍລະນີຮູບແບບດັ້ງເດີມຂອງການປ່ຽນດາບ ໃຫ້ກາຍເປັນໝາກສົບໄຖ, Golden West ຈະປ່ຽນ ລະເບີດໜ່ວຍນີ້ໃຫ້ເປັນຊິ້ນສ່ວນນ້ອຍໆ 1000 ອັນ ເພື່ອນຳ ໄປລະເບີດພວກ ລະເບີດຝັງດິນທີ່ຍັງ​ຝັງກະຈັດກະຈາຍຢູ່ໃນຫຼາຍພາກສ່ວນ ຂອງປະເທດກຳປູເຈຍ.

ວີດີໂອພາສາອັງກິດ ກ່ຽວກັບການເຝິກແອບຂອງ ນັກເກັບກູ້ລະເບີດໃຕ້ນ້ຳ ຂອງກຳປູເຈຍ:

Cambodian Deminers Train for Underwater Mission
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

In Cambodia a dive team trained with U.S. State Department funding to remove unexploded ordinance from rivers and waterways has successfully completed its first mission. On Thursday they made safe a 500-pound U.S.-made bomb dropped during the country's civil war. A fisherman tipped off the team after snagging his nets on the bomb, which had lain for 40 years in shallow waters just yards from the riverbank. Robert Carmichael reports for VOA from Kandal province.

((NARRATOR))
It's early morning on the Mekong river, some 30 kilometers southeast of Phnom Penh, as a passenger ferry makes its regular crossing.

Nearby, Cambodia's underwater unexploded ordnance team prepares for its first mission.

It's taken two years of training for the nine-man crew to reach this stage.

When they started, they couldn't swim. And, as there's typically zero visibility on the silt-heavy Mekong, they trained with scuba masks blacked out. Now they're among the most specialized divers in the world.

((mandatory cg: Golden West Humanitarian Foundation))
With the 500 pound, U.S.-made bomb nose-down at a depth of 20 feet, one diver descends to dig away the mud.

They were trained by the Golden West Humanitarian Foundation, a U.S. non-profit that works on demining.

Country director Allen Dodgson Tan says public safety risks are central to this program's purpose.

((ALLEN TANGOLDEN WEST HUMANITARIAN FOUNDATION))
"Is a fisherman getting his net caught in it? Is a boat going to hit it? Are they going to build something like a bridge where they need to clear an area for a pylon? Are they going to dredge there? These are the kinds of things we look at, right?"

By midday the team had lifted the bomb using an inflatable balloonthe most dangerous part of the operation.

They then towed the bomb to shore, checked its status and determined it was still live.

Dive unit leader Sok Chenda is pleased with his team's performance.

((SOK CHENDA, CMAC DIVE UNIT LEADER, (in English) ))
"It's good, and the first time, and it's difficult and dangerousbut we can do by feel."

((NARRATOR))
Next the bomb was driven to a rice field where a remote-controlled mobile cutter sawed off the nose and tail, rendering the device safe.

Mike Nisi, Golden West's Dive Technical Advisor, says the team will continue getting the word out to people in the provinces.

((MIKE NISIGOLDEN WEST HUMANITARIAN FOUNDATION))
"If they find anything we have numbers for them to callwe pass out cards everywhere we go."

And in a classic case of turning swords into plowshares, Golden West will convert this bomb into 1,000 small charges to blow up some of the landmines that still litter parts of Cambodia.

XS
SM
MD
LG