ສະຫະລັດ ມີຄວາມໝັ້ນໝາຍທີ່ຈະຮັບເອົາອົບພະຍົບ 10,000
ຄົນຈາກເຂດທີ່ພວມເກີດບັນຫາຂັດແຍ້ງໃນປັດຈຸບັນຢູ່ໃນຊີເຣຍ
ຊຶ່ງຊາວອົບພະຍົບອີກກຸ່ມນຶ່ງ ທີ່ໄດ້ມາເຖິງສະຫະລັດ ເມື່ອ 35 ປີ
ກ່ອນ ກ່າວວ່າ ຍັງມີອີກຫລາຍຢ່າງ ທີ່ຈະຕ້ອງເຮັດ ເພື່ອຊ່ວຍໃນ
ການຕັ້ງຖິ່ນຖານຂອງອົບພະຍົບ ແລະປ້ອງກັນບໍ່ໃຫ້ ເກີດຄວາມ
ທຸກທໍລະມານຕໍ່ໄປພ້ອມທັງບັນຫາທາງດ້ານສັງຄົມໃນອານາຄົດ
ຂ້າງໜ້າ. Elizabeth Lee ມີລາຍງານຈາກເມືອງ Long Beach
ລັດ California ຊຶ່ງເປັນບ່ອນທີ່ມີຊາວຂະເໝນ ອາໄສຢູ່ຫຼາຍທີ່
ສຸດ ນອກປະເທດກຳປູເຈຍ ຊຶ່ງກິ່ງສະຫວັນ ຈະນຳເອົາລາຍລະ
ອຽດມາສະເໜີທ່ານ.
ເມືອງ Long Beach ບໍ່ເປັນທີ່ແປກປະຫລາດຫຍັງ ຕໍ່ຄວາມທຸກຈົນ ແລະຄວາມຮຸນແຮງ
ຂອງກຸ່ມອັນທະພານ. ມັນຍັງເປັນບ່ອນຢູ່ອາໄສຂອງບັນດາ ຊາວອົບພະຍົບກຳປູເຈຍ ທີ່
ໄດ້ພາກັນມາຕັ້ງຖິ່ນຖານຢູ່ທີ່ນີ້ ເວລາເຂົາເຈົ້າໄດ້ເດີນທາງມາເຖິງສະຫະລັດ ແລະໄດ້ເລີ້ມ
ລ້ຽງດູຄອບຄົວຂອງເຂົາເຈົ້າ.
ນາງ Sara Pol-Lim ອົບພະຍົບກຳປູເຈຍ ກ່າວວ່າ “ເພາະສະນັ້ນ ຂ້າພະເຈົ້າ ຖືກ
ບອກວ່າ ເສລີພາບ ແລະໂອກາດ ແມ່ນສິ່ງສຳຄັນໃນການມາຢູ່ທີ່ນີ້. ແຕ່ວ່າບາງ
ຢ່າງທີ່ພວກເຮົາບໍ່ໄດ້ຕຽມພ້ອມໄວ້ນັ້ນ ແມ່ນເລື້ອງຊ່ອງຫວ່າງດ້ານພາສາ.”
ຊ່ອງຫວ່າງດ້ານພາສາ ແມ່ນເປັນພຽງນຶ່ງຂອງການທ້າທາຍຕ່າງໆ.
ທ່ານນາງ Chan Hopson ຜູ້ຮ່ວມກໍ່ຕັ້ງສະມາຄົມພໍ່ແມ່ຂອງກຳປູເຈຍ ກ່າວວ່າ “ບໍ່ມີຜູ້
ໃດຄິດ ຫລືໃຫ້ຄວາມສົນໃຈ ແກ່ເລື້ອງສຸຂະພາບຈິດຂອງພວກເຮົາເລີຍ. ເຂົາເຈົ້າ
ໄດ້ໃຫ້ການຊ່ວຍເຫລືອຂັ້ນພື້ນຖານກ່ຽວກັບຄວາມຈຳເປັນ ເພື່ອໃຫ້ຢູ່ລອດທາງ
ດ້ານຮ່າງກາຍ ແຕ່ວ່າໃນດ້ານຄວາມຮູ້ສຶກ ດ້ານຈິດຕະວິທະຍາ ແລະດ້ານຈິດໃຈ
ນັ້ນ ພວກເຮົາບໍ່ໄດ້ຮັບເລີຍ.”
ນາງ Sara Pol-Lim ກ່າວວ່າ ພວກຜູ້ໃຫຍ່ຫລາຍຄົນ ທີ່ລອດຊີວິດມາໄດ້ ຈາກການຂ້າ
ລ້າງເຜົ່າພັນ ຢູ່ກຳປູເຈຍ ໃນຊຸມປີ 1970 ຍັງສືບຕໍ່ຕົກຢູ່ໃນສະ ພາບທີ່ຢ້ານກົວຕໍ່ເຫດ
ການທີ່ໂຫດຮ້າຍດັ່ງກ່າວ. ບັນດາລູກເຕົ້າຂອງເຂົາເຈົ້າ ໄດ້ພາກັນດູແລ ແລະເບິ່ງແຍງ
ຮັກສາ ພວກເຂົາເຈົ້າດ້ວຍຕົວເອງ.
ນາງ Sara Pol-Lim ກ່າວວ່າ “ບັດນີ້ ພວກເຮົາກຳລັງເຫັນການຕິດຕໍ່ ຂອງ ຄວາມ
ເຈັບປວດດັ່ງກ່າວ ມາສູ່ຮຸ້ນຄົນທີສອງ ແລະທີສາມ ເພາະວ່າ ບໍ່ເຄີຍໄດ້ຮັບການ
ສະໜັບສະໜູນ ໃນດ້ານຄວາມຮູ້ສຶກ ແລະຄວາມຕ້ອງການກ່ຽວກັບຄວາມຮູ້
ສຶກເລີຍ.”
ທ່ານນາງ Sophya Chun ຂອງກຸ່ມບົດບາດແມ່ຍິງຂະເໝນ ກ່າວວ່າ “ທ່ານຮູ້ບໍ່ ຂ້າ
ພະເຈົ້າໄດ້ຍິນເລື້ອງຕ່າງໆນາໆຢູ່ຕະຫລອດ ຈາກພໍ່ແມ່ຂອງໝູ່ເພື່ອນ ຂ້າພະ
ເຈົ້າທີ່ເວົ້າເຖິງເຂົາເຈົ້າໄດ້ຖືກທໍລະມານ ແລະແມ່ນກະທັ້ງປັດຈຸບັນນີ້ເຂົາເຈົ້າ
ຍັງມີການເຈັບປ່ວຍທີ່ເຮື້ອຮັງ ແລະພິການທາງຮ່າງກາຍຈຳນວນນຶ່ງ ເພາະສາ
ເຫດດັ່ງກ່າວ. ນັ້ນແມ່ນເຫດຜົນທີ່ວ່າ ເປັນຫຍັງພວກເຮົາຍັງພາກັນດິ້ນລົນ ແລະ
ຍັງພະຍາຍາມ ເພື່ອໃຫ້ມີຊີວິດຢູ່ລອດ. ຜູ້ຄົນບໍ່ສາມາດເຮັດວຽກໄດ້ ເພາະວ່າ
ບັນຫາເຫລົ່ານີ້.”
ທ່ານນາງ Sophya Chum ເຮັດວຽກກັບພວກຊາວໜຸ່ມ ທີ່ເປີດເຜີຍເບື້ອງຫຼັງ ຂອງລາວ ພວກເດັກນ້ອຍອາເມຣິກັນທີ່ມີພໍ່ແມ່ເປັນອົບພະຍົບກຳປູເຈຍ. ການສຶກສາຂັ້ນສູງ ມັກຈະ
ຍື່ນມືໄປຫາບໍ່ເຖິງ ເພາະວ່າຄວາມທຸກຍາກຍັງແຜ່ລາມຢູ່ໃນປະຊາຄົມເຂົາເຈົ້າ. ນາງ
Alisha Sim ກ່່າວວ່າ ຄວາມທຸກຈົນເປັນສາເຫດ ໃຫ້ແກ່ນ້ອງຊາຍຂອງລາວ ລັກລົດ
ແລະໄດ້ຖືກເນລະເທດ.
ນາງ Alisa Sim ກ່າວວ່າ “ລາວເລີ້ມດ້ວຍການລັກອາຫານການກິນ ແຕ່ຫລັງ າກ
ນັ້ນກໍໃຫຍ່ຂື້ນເລື້ອຍໆ. ລາວເລີ້ິມລັກເຄື່ອງອາໄຫລ່ລົດພຽງແຕ່ຢາກໄດ້ລົດ ໃຫ້
ພວກເຮົາ ພຽງແຕ່ເພື່ຶອຢາກພາພວກເຮົາໄປບ່ອນຕ່າງໆ.”
ທ່ານນາງ Sophya Chum ຂອງກຸ່ມບົດບາດແມ່ຍິງຂະເໝນກ່າວວ່າ “ຄວາມຈິງແລ້ວ
ບໍ່ມີການບໍລິການຊ່ວຍເຫລືອຫຍັງຫລາຍ ດ້ານສຸຂະພາບ ການສຶກສາຂັ້ນສູງ ທີ່
ຈະຊ່ວຍອົບພະຍົບ ຜູ້ທີ່ມາຮອດກ່ອນໃນປະເທດນີ້ ເພື່ອໃຫ້ເຂົາເຈົ້າ ສາມາດ
ຊ່ວຍໂຕເຂົາເຈົ້າເອງ ແລະຄອບຄົວຂອງເຂົາເຈົ້ານັ້ນ.”
ຊາວອົບພະຍົບຈຳນວນນຶ່ງ ໄດ້ຕັ້ງກຸ່ມຂອງເຂົາເຈົ້າເອງຂຶ້ນ ເພື່ອຊ່ວຍສະໜອງຄວາມ
ຕ້ອງການຕ່າງໆ. ທ່ານນາງ Chan Hopson ຜູ້ຮ່ວມກໍ່ຕັ້ງ ສະມາຄົມພໍ່ແມ່ກຳປູເຈຍ
ພ້ອມດ້ວຍສາມີຂອງນາງໄດ້ໃຫ້ການຊ່ວຍເຫລືອແກາບັນດາຄອບ ຄົວຊາວກຳປູເຈຍ
ແນະນຳທາງກ່ຽວກັບລະບົບການສຶກສາຂອງສະຫະລັດ. ທ່ານນາງ Hopson ກ່າວວ່າ
ຖ້າຫາກມີການສະໜັບສະໜູນໃນດ້ານຈິດໃຈ ສັງຄົມ ແລະການສຶກສາ ເພື່ອຕອບ
ສະໜອງຕໍ່ຄວາມຄວາມຕ້ອງການຂອງອົບພະຍົບຜູ້ມາຮອດໃໝ່ແລ້ວ ເຂົາເຈົ້າຈະໄດ້
ຕຽມໂຕໃຫ້ດີຂື້ນ ເພື່ອປະກອບເປັນ ສັງຄົມທີ່ ເຂັ້ມແຂງ.