ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ນຳ​ຝ່າຍ​ຄ້ານ ກຳ​ປູ​ເຈຍ ບໍ່​ໄດ້​ກັບ​ຄືນ​ປະ​ເທດ ຕາມ​ທີ່​ໄດ້​ສັນ​ຍາ​ໄວ້


ຜູ້​ນຳ​ຝ່າຍ​ຄັດ​ພັດ​ຖິ່ນ​ຂອງ ກຳ​ປູ​ເຈຍ, ທ່ານ ແຊມ ເຣນ​ຊີ, ຊ້າຍ, ໃຫ້​ຄຳ​ເຫັນ​ຕໍ່​ສື່ມວນ​ຊົນ ໃນ​ເວ​ລາ​ທີ່​ທ່ານ​ເດີນທາງ​ຮອດ ສະ​ໜາມ​ບິນ ກົວ​ລາ ລຳ​ເປີ, ມາ​ເລ​ເຊຍ. 9 ພະ​ຈິກ, 2019.
ຜູ້​ນຳ​ຝ່າຍ​ຄັດ​ພັດ​ຖິ່ນ​ຂອງ ກຳ​ປູ​ເຈຍ, ທ່ານ ແຊມ ເຣນ​ຊີ, ຊ້າຍ, ໃຫ້​ຄຳ​ເຫັນ​ຕໍ່​ສື່ມວນ​ຊົນ ໃນ​ເວ​ລາ​ທີ່​ທ່ານ​ເດີນທາງ​ຮອດ ສະ​ໜາມ​ບິນ ກົວ​ລາ ລຳ​ເປີ, ມາ​ເລ​ເຊຍ. 9 ພະ​ຈິກ, 2019.

ທ່ານ ແຊມ ເຣນ​ຊີ ຜູ້​ນຳ​ຝ່າຍ​ຄ້ານ​ຂອງ​ກຳ​ປູ​ເຈຍ ທີ່​ໄດ້​ຂໍ​ລີ້​ໄພ​ຢູ່​ຕ່າງ​ປະ​ເທດ ຜູ້​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ກັບ​ຄືນ​ປະ​ເທດ ໃນ​ວັນ​ເສົາ​ວານນີ້ ໄດ້ເດີນ​ທາງອອກ​ຈາກ​ນະ​ຄອນຫຼວງ ​ປາ​ຣີ ໄປ​ຍັງ​ ກຳ​ປູ​ເຈຍ ເພື່ອ​ໄປ​ຮ່ວມ​ໃນວັນ​ເອ​ກະ​ລາດ​ຂອງ​ປະ​ເທດ ຄົບ​ຮອບ 66 ປີ ແລະ​ໄດ້​ບິນ​ລົງ​ໃນ​ປະ​ເທດ​ ມາ​ເລ​ເຊຍ ໃນ​ວັນ​ເສົາ​ມື້​ດຽວ​ກັນ ແຕ່​ທ່ານບໍ່​ໄດ້​ກັບ​ຄືນໄປ ກຳ​ປູ​ເຈຍ ຫຼັງ​ຈາກ​ທີ່ມີ​ການ​ຄາດ​ການ​ມາ​ໄດ້ຫຼາຍ​ເດືອນ ແລະ​ຍ້ອນ​ເກີດ​ຄວາມ​ເຄັ່ງ​ຕຶງ​ທີ່​ທະ​ວີ​ຂຶ້ນ​ເລື້ອຍໆ​ຢູ່​ນະ​ທີ່ນັ້ນ.

ທ່ານ​ ເຣນ​ຊີ ຮັກ​ສາ​ການ​ປະ​ທານ​ພັກ​ຝ່າຍ​ຄານ ພັກ​ກອບ​ກູ້​ ກຳ​ປູ​ເຈຍ ​ແຫ່ງ​ຊາດ ຫຼື CNRP ໄດ້​ກ່າວ​ວ່າ ທ່ານ​ຈະ​ກັບ​ຄືນ​ໄປ​ເພື່ອຟື້ນ​ຄືນ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ໃນ​ປະ​ເທດ. ທ່ານ​ໄດ້​ຮຽກ​ຮ້ອງຕໍ່ຊາວ​ ກຳ​ປູ​ເຈຍ​ ທັງຫຼາຍ​ທີ່​ໄປ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ໄທ ​ໃຫ້​ເຂົ້າ​ຮ່ວມ​ກັບ​ທ່ານ ໃນ​ລະ​ຫວ່າງ​ແຜນ​ການ​ຂ້າມ​ຊາຍ​ແດນ​ຈາກ​ໄທ ເຂົ້າ​ໄປ​ໃນ​ກຳ​ປູ​ເຈຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ ​ລັດ​ຖະ​ບານ​ໄທ ໄດ້​ສະ​ແດງ​ເຈ​ຕະ​ນາ​ວ່າ ເປັນ​ໄປ​ບໍ່​ໄດ້​ທີ່​ຕົນ​ຈະ​ໃຫ້​ທ່ານ​ ເຣນ​ຊີ ເຂົ້າ​ມາ​ໃນ​ໄທ ຍ້ອນ​ຄວາມ​ເປັນ​ຫ່ວງ​ໃນ “ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ.”

ບໍ່​ດົນຫຼັງ​ຈາ​ກ​ການ​ປະ​ກາດ​ຂອງ​ທ່ານ ​ເຣນຊີ ຄວາມ​ເຄັ່ງ​ຕຶງ ກໍ​ໄດ້​ທະ​ວີ​ຂຶ້ນ​ຢູ່​ພາຍ​ໃນ​ປະ​ເທດ ​ໂດຍ​ພວກ​ສະ​ໜັບ​ສະ​ໜຸນ​ພັກ​ຝ່າຍ​ຄ້ານຫຼາຍ​ຄົນ ກໍທັງໄດ້​ຖືກ​ຈັບ​ກຸມ ຫຼືບໍ່ ກໍ​ປາ​ກົດ​ວ່າ ຖືກ​ກົດ​ດັນ​ໃຫ້ “ຮັບ​ສາ​ລະ​ພາບ​ຜິດ” ທາງ​ອາ​ຍາ ຫຼືບໍ່ ກໍ​ໃຫ້​ປະ​ກາດ​ຢ່າງ​ເປີດ​ເຜີຍ​ໃນ​ການ​ປະ​ນາ​ມ​ພັກ CNRP.

ໃນ​ວັນ​ເສົາ​ວານນີ້ ທາງ​ການ ໄດ້​ຍົກ​ລະ​ດັບການ​ຮັກ​ສາ​ຄວາມ​ສະ​ຫງົບຂຶ້ນ. ໃນ​ລະ​ຫວ່າງ ມື້​ດຽວ​ກັນ​ນັ້ນ ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ ຫຼາຍ​ຮ້ອຍຄົນ ໄດ້​ກີດ​ກັນດ່ານ​ຂ້າມ​ຊາຍ​ສາ​ກົນ ປອຍ​ເປັດ ຢູ່ຟາກ​ເບື້ອງ​ຂອງ​ໄທ​ ແລະ​ພວກ​ຄົນ​ຈຳ​ນວນ​ນຶ່ງ​ທີ່ຖືກ​ຄັດ​ເລືອກ ອະ​ນຸ​ຍາດ​ໃຫ້​ຂ້າມ​ເຂົ້າ​ມາ​ໄດ້. ທະ​ຫານກອງ​ທັບ​ບົກ ໄດ້​ໄປ​ມີ​ໜ້າຢູ່​ໃນ​ອ້ອມ​ແອ້ມ ​ສະ​ຖານ​ທີ່​ແຫ່ງ​ຕ່າງໆ ເຊັ່ນ ນະ​ໜາມ​ບິນ​ພະ​ນົມ​ເປັນ ແລະ ​ອີງ​ຕາມ​ລາຍ​ງານ ຕຳຫຼວດຈະ​ລາ​ຈອນ ກໍ​ໄດ້​ຖື​ປືນ ອາ​ກ້າ-47 ໃນ​ນະ​ຄອນຫຼວງ​ນຳ​ດ້ວຍ.

​ທ່ານ​ຟີ​ລ ຣອບ​ເບີດ​ສັນ ຮອງ​ຜູ້​ອຳ​ນວຍ​ການ ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ປະ​ຈຳ​ເອ​ເຊຍ ໄດ້​ກ່າວ​ປະ​ນາມການ​ໃຊ້ມາດ​ຕະ​ກ​ານທັງຫຼາຍ​ດັ່ງ​ກ່າວ.

​ທ່ານ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸນ ເຊັນ ເບິ່ງຄື​ວ່າ ເປັນ​ຜູ້​ໂງ່​ຈ້າ ແລະລະ​ແວງຫຼາຍ​ໂພດ ໂດຍ​ສັ່ງ​ໃຫ້​ຕຳຫຼວດ ແລະ​ທະ​ຫານ ຫຼາຍ​ພັນ​ຄົນ ອອກລາດ​ຕະ​ເວດ​ໄປ​ທົ່ວ​ດ້ວຍ​ພວກ​ລົດ​ຫຸ້ມ​ເກາະ ແລະ​ຕິດ​ອາ​ວຸດ​ເຕັມ​ອັດ​ຕາ.” ທ່ານ​ກ່າວ​ຕໍ່​ໄປ​ອີກວ່າ “ດ້ວຍ​ການ​ກະ​ທຳ​ເຊັ່ນ​ນັ້ນ ເພິ່ນ​ເປີດ​ເຜີຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ​ຂອງ​ກຳ​ລັງ​ຮັກ​ຄວາມ​ສະ​ຫງົບ​ນັ້ນ ກໍ​ແມ່ນ​ເພື່ອ​ການຂົ່ມ​ຂູ່ ແລະ​ປາບ​ປາມ​ສິດ​ທິ ແລະ​ຄວາມປາດ​ຖະ​ໜາ​ປະ​ຊາ​ທິ​ປະ​ໄຕ ຂອງ​ປະ​ຊາ​ຊົນ​ຊາວ​ກຳ​ປູ​ເຈຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG