ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ຝ່າຍ​ຄ້ານ ​ກຳ​ປູ​ເຈຍ ທ່ານ​ແຊມ ແຣັງ​ສີ ໄປ​ເຖິງ​ ມາ​ເລ​ເຊຍແລ້ວ


​ນັກ​ການ​ເມືອງ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ແຊມ ແຣັງ​ສີ ຍົກ​ກຳ​ປັ້ນ​ຂຶ້ນໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກັບ​ຄືນໄປກຳ​ປູ​ເຈຍ ວັນ​ທີ 7 ພະ​ຈິກ 2019 ທີ່​ສະ​ໜາມ​ບິນ Charles de Gaulle ນະ​ຄອນ​ຫຼວງ​ປາ​ຣີ.
​ນັກ​ການ​ເມືອງ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ແຊມ ແຣັງ​ສີ ຍົກ​ກຳ​ປັ້ນ​ຂຶ້ນໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກັບ​ຄືນໄປກຳ​ປູ​ເຈຍ ວັນ​ທີ 7 ພະ​ຈິກ 2019 ທີ່​ສະ​ໜາມ​ບິນ Charles de Gaulle ນະ​ຄອນ​ຫຼວງ​ປາ​ຣີ.

ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທີ່​ລີ້​ໄພ​ຢູ່​ຕ່າງ​ປະ​ເທດ​ຂອງ​ກຳ​ປູ​ເຈຍ ທ່ານ​ແຊມ ແຣັງ​ສີ ໄດ້​ໄປ​ເຖິງ​
ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ​ຂອງ​ມາ​ເລ​ເຊຍ​ໃນ​ວັນ​ເສົາ​ມື້​ນີ້ ຫຼັງ​ຈາກ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ
​ທີ່​ຈະ​ກັບ​ຄືນ​ບ້ານ ເພື່ອ​ໂຮມ​ຊຸມ​ນຸມ​ພວກ​ຝ່​າຍ​ຄ້ານ​ປະ​ທ້ວງ​ຜູ້ ປົກ​ຄອງ​ຜະ​ເດັດ​ການ​
ຮຸນເຊນ.

ທ່ານ​ແຣັງ​ສີ ກ່າວ​ຢູ່ໃນ​ຄຳ​ຖະ​ແຫຼງທີ່​ສົ່ງ​ໄປ​ເຖິງ​ຜູ້​ສະ​ໜັບ​ສະ​ໜູນ ເວ​ລາ​ໄປຮອດ​ສະ
​ໜາມ​ບິນ​ສາ​ກົນ​ກົວ​ລາ​ລຳ​ເປີວ່າ “ຈົ່ງ​ຮັກ​ສາ​ຄວາມ​ຫວັງ​ເອົາ​ໄວ້. ພວກ​ເຮົາ​ຢູ່ໃນ​ເສັ້ນ​
ທາ​ງ​ທີ່​ຖືກ​ຕ້ອງ​ແລ້ວ. ປະ​ຊາ​ທິ​ປະ​ໄຕ​ຈະ​ເປັນ​ຜູ້​ຊະ​ນະ. ປະ​ຊາ​ທິ​ປະ​ໄຕ​ເປັນ​ຜູ້​ຊະ​ນະ
​ຢູ່​ໃນ​ມາ​ເລ​ເຊຍ. ປະ​ຊາ​ທິ​ປະ​ໄຕ​ຈະ​ເປັນ​ຜູ້​ຊະ​ນະ​ຢູ່​ໃນ​ກຳ​ປູ​ເຈຍ.”

ເວ​ລາ​ຖາມ​ວ່າ ທ່ານ​ຈະ​ກັບ​ຄືນ​ໄປ​ກຳ​ປູ​ເຈຍ​ບໍ? ທ່ານ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເວົ້າຫຍັງ
ບໍ່ໄດ້. ຂ້າ​ພ​ະເຈົ້າບໍ່​ໄດ້​ປະ​ຕິ​ເສດ ຂ້າ​ພະ​ເຈົ້າບໍ່ຂໍ​ຢືນ​ຢັນ.”

ຜູ້​ນຳ​ຝ່າຍ​ຄ້ານ​ທີ່ມີ​ປະ​ສົບ​ການ​ສຳ​ຄັນທ່ານນີ້ ​ມີ​ແຜນ​ທີ່​ຈະ​ກັບ​ຄືນ​ໄປ​ກຳ​ປູ​ເຈຍ​ໃນ​ວັນ​
ເສົາ​ມື້​ນີ້ ຊຶ່ງ​ເປັນວັ​ນ​ເອກ​ກະ​ລາດ ໃນ​ອັນ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນເຊນ ​ກ່າວ​ວ່າ ​ເປັນ​
ຄວາມ​ພະ​ຍາ​ຍາ​ມ​ທີ່​ຈະ​ເຮັດ​ລັດ​ຖະ​ປະ​ຫານ​ເພື່ອ​ໂ​ຄ່ນ​ລົ້ມການ​ປົກ​ຄອງ​ຂອງ​ທ່ານ​
ມາ​ໄດ້​ກວ່າ​ສາມ​ທົດ​ສະ​ວັດແລ້ວ.

ແຕ່​ທ່ານ​ແຊມ ແຣັງ​ສີ ໄດ້​ຖືກ​ຂັດ​ຂວາງ​ບໍ່​ໃຫ້​ຂຶ້ນ​ເຮືອ​ບິນ ຂອງ​ສາຍ​ການ​ບິນ​ໄທ​ແອ
ເວ​ ໄປ​ຫາ​ບາງກອກ ​ໃນ​ນະ​ຄອນ​ຫຼວງປາ​ຣີ ໃນ​ວັນ​ພະ​ຫັດ​ວານ​ນີ້. ທ່ານ ແລະ​ຄະ​ນະ​
ຜູ້​ນຳ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ຖືກ​ຫ້າມ ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ
​ຕ້ອງ​ການ​ກັບ​ຄືນ​ໄປ​ກຳ​ປູ​ເຈຍ ໂດຍຈະ​ຂ້າມ​ຊ​າຍ​ແດນ ທາງ​ພາກ ພື້ນ​ດິນ ທີ່​ຕິດ
ກັບ​ປະ​ເທດ​ໄທ.

ປະ​ເທດ​ມາ​ເລ​ເຊຍ ບໍ່​ມີ​ຊາຍ​ແດນ​ກັບ​ກຳ​ປູ​ເຈຍ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງຂອງ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ​ ຫຼື CNRP ຢູ່​ປະ​ເທດ​ໄທ​ກ່າວ​ວ່າ ​ບໍ່​ມີ
ໃຜ​ຈະ​ກັບ​ຄືນ​ໄປ​ໃນ​ວັນ​ເສົາ​ມື້​ນີ້.

ທ່ານ​ຊາວ​ຣິ ພອນ ເລ​ຂາ​ທິ​ການ​ໃຫຍ່​ຂອງ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ​ພົ້ນ​ທະ​ເລ ກ່າວ​ຕໍ່​ອົງ
​ການ​ຂ່າວ​ຣອຍ​ເຕີ​ ໂດຍຕ້ອງ​ຕິ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ພັກຈຳ​ນວນ​ນຶ່ງ​ໃນ​ປະ​ເທດ​ໄທ
ໄດ້​ຖືກ​ຮາ​ວີລົບ​ກວນແລະ​ຕິດ​ຕາມ​ໂດຍ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ໄທ
ຊຶ່ງ​ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ກັບ​ຄືນ​ໄປ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ໂຄ​ສົກ​ລັດ​ຖະ​ບານ ທ່ານ​ໄພ ສີ​ພັນ ກ່າວ​ວ່າ ຖ້າ​ຫາກ​ທ່ານ​ແ​ຊມ ຣັງ​ສີ ກັບ​ຄື​ນ​ມາ
ທ່ານ​ຈະ​ປະ​ເຊີນ​ກັບ​ການ​ກ່າວ​ຫາ​ຕໍ່​ທ່ານ ທີ່​ມີ​ຢູ່​ໃນ​ສານນັ້ນ​ແລ້ວ.

ທ່ານ​ກ່າວ​ວ່າ ​“ຖ້າ​ຫາກ​ທ່ານ​ມາສ້າງ​ຄວາມ​ບໍ່ທຸ່ນທ່ຽງ ແລະກໍ່​ຄວາມວຸ້ນ​ວາຍ ພວກ​
ເຮົາ​ຈະ​ທຳ​ລາຍ​ທ່ານ.”

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຈຳ​ນວນ 50 ຄົນ​ໄດ້​ຖືກ​ຈັບ​ຫວ່າງ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​
ຜ່ານ​ມາ​ນີ້.

Self-exiled Cambodian opposition figure Sam Rainsy landed in the Malaysian capital of Kuala Lumpur on Saturday after promising to return home to rally opponents of authoritarian ruler Hun Sen.

"Keep up the hope. We are on the right track," Rainsy said on arrival at Kuala Lumpur International Airport in a message to supporters. "Democracy will prevail. Democracy has prevailed in Malaysia. Democracy will prevail in Cambodia."

Asked whether he planned to return to Cambodia he said: “I cannot say anything. I do not deny, I do not confirm.â€

The veteran opposition figure had planned to return to Cambodia on Saturday, Independence Day, in what Prime Minister Hun Sen characterised as an attempted coup against his rule of more than three decades.

But Sam Rainsy was blocked from boarding a Thai Airways flight to Bangkok in Paris on Thursday. He and other leaders of his banned opposition party have said they want to return to Cambodia by crossing the land border with Thailand.

Malaysia has no border with Cambodia.

An official of Rainsy's banned Cambodia National Rescue Party (CNRP) in Thailand said that nobody would be returning on Saturday.

"We will be returning as soon as possible," Saory Pon, General Secretary of the Cambodia National Rescue Party Overseas told Reuters, complaining that some party officials in Thailand had been harassed and followed by security services.

Cambodian government spokesman Phay Siphan said that if Sam Rainsy did return he would face outstanding charges against him in court.

"If he comes to cause instability and chaos, we will destroy him," he said.

Some 50 opposition activists have been arrested in recent weeks.

In Cambodia's capital, Phnom Penh, security forces patrolled in pickup trucks on Saturday, which marks Cambodia's 66th anniversary of independence from France. On Sunday and Monday, Cambodia celebrates an annual water festival.

Police armed with assault rifles lined up at Cambodia's Poipet border crossing with Thailand, where Sam Rainsy had said he planned to cross, pictures posted on Twitter by the independent Cambodian Center for Human Rights showed.

Rainsy, a founder of the CNRP, fled four years ago following a conviction for criminal defamation. He also faces a five-year sentence in a separate case. He says the charges were politically motivated.

XS
SM
MD
LG