ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຫຼິ້ນອິນເຕີແນັດຄົນ ກຳປູເຈຍ ປະເຊີນກັບ ຄວາມສ່ຽງໃໝ່ ໃນຂະນະທີ່ ລັດຖະບານ ຄວບຄຸມ ຢ່າງເຄັ່ງຄັດ


ທ່ານ ເຍັດ ໂມເຊັສ ຫົວໜ້າສື່ມວນຊົນ/ICT ຈາກສູນກາງ ເພື່ອ
ພັນທະມິດ ແຮງງານ ແລະ ສິດທິມະນຸດໃນນະຄອນຫຼວງ
ພະນົມເປັນ, ກຳປູເຈຍ.
ທ່ານ ເຍັດ ໂມເຊັສ ຫົວໜ້າສື່ມວນຊົນ/ICT ຈາກສູນກາງ ເພື່ອ ພັນທະມິດ ແຮງງານ ແລະ ສິດທິມະນຸດໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ.

ໃນ ກຳປູເຈຍ, ເຊິ່ງແມ່ນນຶ່ງໃນບັນດາປະເທດທີ່ທຸກຍາກທີ່ສຸດໃນທະວີບເອເຊຍນັ້ນ,
ການພັດທະນາຢ່າງວ່ອງໄວໃນການເຊື່ອມຕໍ່ອິນເຕີແນັດ ແລະ ການມີຂາຍຂອງໂທ
ສະສັບສະຫຼາດລາຄາຖືກແມ່ນຢູ່ໃນລະດັບດຽວກັນ.

ປະຊາຊົນ 15 ລ້ານຄົນ ທີ່ອາໄສຢູ່ໃນຕົວເມືອງ ແລະ ເຂດຊົນນະບົດຈຳນວນຫຼາຍຄົນ
ໄດ້ຮັບການເຂົ້າເຖິງອິນເຕີແນັດໂທລະສັບມືຖື ແລະ ສື່ສັງຄົມໃນໄລຍະເວລາສັ້ນ, ເຊິ່ງ
ສະໜອງການສື່ສານທີ່ບໍ່ເສຍລາຄາ ແລະ ເປັນອິດສະຫຼະ, ແລະ ໄດ້ຮັບຂໍ້ມູນຈາກ
ແຫຼ່ງຂ່າວທີ່ບໍ່ຂຶ້ນກັບລັດຖະບານ.

ບັນດານັກເຄື່ອນໄຫວທີ່ຊຳນານດ້ານເທັກໂນໂລຈີຂອງ ກຳປູເຈຍ ບາງຄົນ, ຄືທ່ານ
ເຍັດ ໂມເຊັສ ໄດ້ເລີ່ມໃຊ້ອິນເຕີແນັດເພື່ອສະໜັບສະໜູນການປ່ຽນແປງທາງສັງຄົມ
ຫຼາຍປີຜ່ານມາແລ້ວ.

ທ່ານ ເຍັດ ໂມເຊັສ, ຫົວໜ້າໜ່ວຍ ສື່ສັງຄົມ/ICT ຂອງສູນກາງເພື່ອພັນທະມິດ ແຮງ
ງານ ແລະ ສິດທິມະນຸດ ທີ່ມີຫ້ອງການໃນນະຄອນຫຼວງ ພະນົມເປັນ, ໄດ້ໂຄສະນາ
ທາງອອນໄລນ ຜ່ານສື່ສັງຄົມ ສຳລັບຈຸດປະສົງເສລີພາບທາງການເມືອງ ແລະ ສິດທິ
ມະນຸດ.

ທ່ານ ເຍັດ ໂມເຊັສ ຍັງໄດ້ຝຶກສອນບັນດາສະມາຊິກຂອງອົງການທີ່ບໍ່ຂຶ້ນກັບລັດຖະ
ບານ ແລະ ອົງການຊາວໜຸ່ມ ກ່ຽວກັບ ວິທີທີ່ຈະໃຊ້ການໂຄງສະນາທາງອອນໄລນ
ແລະ ສະຖານທີ່ການສະແດງອອກຄວາມຄິດເຫັນທາງອອນໄລນ, ເຊັ່ນ Open
Cyber Talk.

ແນວໃດກໍຕາມ, ໃນປີທີ່ຜ່ານມາ, ການມອງເບິ່ງໂລກໃນແງ່ດີຂອງບັນດານັກເຄື່ອນ
ໄຫວ ກ່ຽວກັບ ຜົນກະທົບໃນແງ່ບວກ ຂອງການເຂົ້າເຖິງອິນເຕີແນັດທີ່ກວ້າງຂວາງ
ໄດ້ເຮັດໃຫ້ເກີດມີຄວາມຢ້ານກົວເພີ່ມຂຶ້ນ ໃນຂະນະທີ່ລັດຖະບານ ກຳປູເຈຍ ໄດ້ເພີ່ມ
ຄວາມພະຍາຍາມທີ່ຈະກຳຈັດການສະແດງຄວາມຄິດເຫັນຢ່າງເສລີ ແລະ ການຄັດ
ຄ້ານການເມືອງທາງອອນໄລນ.

ທ່ານ ເຍັດ ໂມເຊັສ ໄດ້ກ່າວວ່າ “ຕອນນີ້ຂ້າພະເຈົ້າມີຄວາມລະມັດລະວັງຫຼາຍຂຶ້ນ
ກ່ອນທີ່ຈະລົງ ຫຼື ຂຽນຂໍ້ຄວາມ ກ່ຽວກັບ ການເມືອງທາງອອນໄລນ” ຍ້ອນການກວດ
ກາເນື້ອຫາຂໍ້ຄວາມທາງອອກໄລນ ທີ່ເພີ່ມຂຶ້ນຂອງລັດຖະບານ ແລະ ການຕຳນິຕິຕຽນ
ຫຼື ການຈັບກຸມປະຊາຊົນທີ່ຫຼິ້ນອິນເຕີແນັດເພີ່ມຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG