ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວປະມົງ ກຳປູເຈຍ ຮຽກຮ້ອງໃຫ້ ລັດຖະບານລາວ ສຶກສາໃຫ້ດີ ກ່ຽວກັບ ການສ້າງ ເຂື່ອນດອນສະຫົງ


ນັກເຄຶ່ອນໄຫວ ກຳປູເຈຍ ທີ່ບໍ່ຂຶ້ນກັບລັດຖະບານ ພາກັນຕິດປ້າຍ ໃສ່ເຮືອ ປະທ້ວງການສ້າງເຂື່ອນດອນສະຫົງ
ນັກເຄຶ່ອນໄຫວ ກຳປູເຈຍ ທີ່ບໍ່ຂຶ້ນກັບລັດຖະບານ ພາກັນຕິດປ້າຍ ໃສ່ເຮືອ ປະທ້ວງການສ້າງເຂື່ອນດອນສະຫົງ

ໃນ​ຂະນະ​ທີ່ ກຳປູ​ເຈຍກຳລັງກະກຽມ​ ຈັດກອງ​ປະຊຸມປະຈຳ
​ຂົງ​ເຂດຂຶ້ນ ກ່ຽວ ກັບ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າແຫ່ງ​ໜຶ່ງຂອງ
ລາວ ທີ່​ເປັນ​ຫົວຂໍ້​ຖົກ​ຖຽງ​ກັນ ຢູ່​ລຳ​ແມ່​ນຳ້ຂອງນັ້ນ ບັນດາ​ປະ
ຊາ​ຄົມຊາວ​ມົງຂະ​ເໝນ ​ຢູ່ແຂວງ Stung Treng ​ໄດ້​ພາກັນ​
ອຸທອນຕໍ່ປະ​ເທດ​ລາວ ​ເພື່ອ​ໃຫ້​ລົບ​ລ້າງ​ໂຄງການ​ດັ່ງກ່າວ.

​ເຂື່ອນ​ດອນ​ສະ​ຫົງແມ່ນ​ຈະ​ສ້າງຂື້ນ​ຢູ່​ແມ່​ນຳ້ຂອງ ​ໃນ​ພາກ​ໃຕ້
​ຂອງ​ລາວ ສອງ​ກິ​ໂລ​ແມັດຫ່າງ​ຈາກ​ຊາຍ​ແດນກຳປູ​ເຈຍ. ບັນ
ດາ​ຜູ້​ຕິ​ຕຽນເຕືອນ​ວ່າ ມັນ​ອາດ​ຈະ​ເປັນ​ອັນ​ຕະລາຍ​ຕໍ່​ຊີວິດ
​ການ​ເປັນ​ຢູ່​ ຂອງຜູ້​ທີ່ຢູ່ລຸ່ມແມ່​ນໍ້າຂອງລົງ​ໄປ. ພວກ​ຕິ ຕຽນ
​ກ່າວ​ວ່່າ ບັນດາ​ປະຊາ​ຄົມທີ່​ຢູ່​ເໜືອ​ເຂດ​ນັ້ນ​ຂອງ​ແມ່​ນໍ້າ ຂອງ
ຂຶ້ນ​ໄປ ໃນ​ປະ​ເທດ​ໄທ ​ ​ແລະ​ຢູ່​ລຸ່ມລົງ​ໄປ​ໃນກຳປູ​ເຈຍ ​ແມ່ນຈະ​ປະ​ເຊີນ​ກັບ​ຄວາມສ່ຽງ​ຕໍ່​
ການ​ຂາດ​ແຄນ​ປາ ຖ້າ​ຫາກ​ເຂື່ອນ​ສ້າງ​ສຳເລັດ​ລົງ.

ຊາວ​ປະ​ມົງຜູ້​ນຶ່ງ ທ້າວ Kong Chanthy ທີ່​ເມືອ​ງThala Barivat ຂອງ​ແຂວງ Stung
Treng ຕິດ​ກັບ​ຊາຍ​ແດນ​ລາວ ກ່າວ​ຕໍ່ ວີໂອ​ເອ ພະ​ແນ​ກ ພາສາຂະ​ແມ ວ່າ ລັດຖະບານ
​ລາວຄວນຈະ​ທຳ​ການສຶກສາ​ເບິ່ງ​ຄວາມ​ອາດ​ສາມາດ​ເປັນ​ໄປ​ໄດ້ຂ້າມ​ຊາຍ​ແດນ ກ່ອນ​ທີ່
ຈະ​ດຳ​ເນີນໄປຕາມ​ແຜນນັ້ນ.

ຊາວ​ປະມົງ Kong Chanthy ກ່າວ​ວ່າ: “ມັນ​ຢູ່​ໃກ້​ກັບ​ຊາຍ​ແດນ​ທີ່​ສຸດ. ມັນ​ຢູ່​ເຂດ
ຂາວຂ້າພະ​ເຈົ້າຢາກຂໍຮ້ອງ ລັດຖະບານກຳປູ​ເຈຍ ​ໃຫ້​ພິຈາລະນາ​ກ່ຽວ​ກັບ​ບັນ​ຫາ​
ດັ່ງກ່າວຄືນ​ໃໝ່​ອີກ ​ແລະ​ສົນທະນາ​ກັບ ລັດ​ລະ​ບານ​ລາວ ​ເພື່ອ​ຊອກ​ຫາທາງແກ້​
ໄຂຮ່ວມກັນ. ຂ້າ​ພະ​ເຈົ້າຢາກຂໍ​ສົ່ງ​ຂໍ້​ຄວາມນີ້ ໄປ​ຫາລັດຖະບານ​ລາວ ​ທັງພວກທີ່​

ມີ​ສ່ວນ​ໄດ້​ສ່ວນ​ເສຍ ​ແລະ​ບັນດາ​ຜູ້​ຕັດສິນ​ໃຈ ​ແລະ​ຖາມວ່າ ​ເຂົາ​ເຈົ້າ​ໄດ້​ທຳການ
​ສຶກສາ​ເບິ່ງ​ຄູ​ວາ​ມ​ເປັນ​ໄປ​ໄດ້ ກ່ຽວ​ກັບ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂື້ນ​ແກ່​ປະຊາຊົນ​ທີ່ຢູ່​

ລຸ່ມ​ແມ່ນຳ້ຂອງ ​ແລ້ວ​ບໍ?”

ຫົວໜ້າ​ປະຊາ​ຄົມປະມົງ ທີ່ຢູ່ລຸ່ມ​ແມ່​ນໍ້າຂອງ ​ບໍ່​ຫ່າງໃກ​ເທົ່າ​ໃດຈາກ​ບ່ອນທີ່​ສະ​ເໜີຈະ​ສ້າງ​
ເຂື່ອນ ທ່ານ Sek Sophat ກ່າວ​ວ່າ 200 ຄອບຄົວ​ຈະ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ການ​ສ້າງ
ເຂື່ອນດັ່ງກ່າວ.

ຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ ຈະ​ຈັດ​ກອງ​ປະຊຸມ​ເປີດ​ກ້​ວາງປະຈຳຂົງ​ເຂດ ​ຂຶ້ນ ​ໃນ​ວັນ​ທີ
12 ທັນວານີ້ ​ເພື່ອ​ສົນທະນາ​ກ່ຽວ​ກັບໂຄ​ງການ​ດັ່ງກ່າວ.

XS
SM
MD
LG