ໃນ ກຳປູເຈຍ, ເຂົ້າ ແມ່ນເປັນພືດທີ່ປູກເພື່ອການຄ້າ ມາເປັນເວລາດົນນານແລ້ວ, ບັນດາຊາວນາໄດ້ຖືກສົ່ງເສີມໃຫ້ຫັນປ່ຽນ ມາປູກຜັກເພື່ອສະໜອງ ໃຫ້ກັບຄວາມຮຽກຮ້ອງຕ້ອງການທີ່ສູງຂຶ້ນ ສຳລັບຜະລິດຕະພັນກະສິກໍາປອດສານພິດພາຍໃນປະເທດ. ຜູ້ສື່ຂ່າວ ວີໂອເອ Daniel de Carteret ມີລາຍງານຈາກ ພະນົມເປັນ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
ໃນທີ່ດິນກວ້າງ 6 ເຮັກຕານີ້, ນາງ Sem Chantha ແລະ ຊາວ ນາຄົນອື່ນໆອີກ 8 ຄົນ ໄດ້ປູກຜະລິດຕະພັນ ປອດສານພິດ ລວມມີ, ຜັກຫົມ, ຜັກກະລ່ຳດອກ, ຜັກສະຫຼັດ ແລະ ຜັກກາດນາ.
ເຖິງແມ່ນວ່າຈະສ້າງລາຍໄດ້ຢ່າງໜ້ອຍສາມເທື່ອຫຼາຍກວ່າພືດອື່ນໆ, ສວນຜັກຂອງ Chantha ແມ່ນເກາະດິນນ້ອຍໆຢູ່ໃນທະເລແຫ່ງນາເຂົ້າ.
ນາງ Sem Chantha ກ່າວວ່າ “ຜັກສາມາດຂາຍໃນລາຄາທີ່ສູງກວ່າເຂົ້າ ແລະ ມັນກໍໃຊ້ເວລາພຽງແຕ່ໜຶ່ງເດືອນເຄິ່ງເພື່ອອອກຜົນ ແລ້ວກໍພ້ອມທີ່ຈະເກັບກ່ຽວ, ໃນຂະນະທີ່ເຂົ້າເປືອກໃຊ້ເວລາເຖິງ 6 ເດືອນຈຶ່ງຈະອອກຜົນ.”
ຄົນ ກຳປູເຈຍ ປູກເຂົ້າໃນເນື້ອທີ່ດິນກະສິກຳປະມານ 3 ລ້ານເຮັກຕາໃນປີ 2012. ຜັກໃຊ້ເນື້ອທີ່ພຽງແຕ່ 54,000 ເຮັກຕາ. ທ້າວ Voun Chem ຊາວສວນຜັກປອດສານພິດ ກ່າວວ່າ ສ່ວນໃຫຍ່ນັ້ນ ກໍຍ້ອນການຂາດການສຶກສາ.
ທ້າວ Voun Chem ກ່າວວ່າ “ຖ້າເຮົາປູກໝາກມະລະ, ພວກເຮົາຕ້ອງມີຄວາມຮູ້ຫຼາຍໆກ່ຽວກັບວິທີປູກໝາກມະລະ, ຖ້າວ່າມັນເປັນໝາກຖົ່ວຢາວ, ພວກເຮົາຕ້ອງຮູ້ກ່ຽວກັບພືດນັ້ນ. ການປູກເຂົ້າຕ້ອງອາໄສນ້ຳຝົນຫຼາຍໂພດ ໃນເມື່ອການປູກຜັກແມ່ນສາມາດປັບປ່ຽນໄດ້ຫຼາຍກວ່າ ເມື່ອເວົ້າເຖິງຊັບພະຍາກອນນ້ຳ.”
ອຸຸປະສັກຈຳນວນຫຼາຍ ແມ່ນຈາກການຂາດຊົນລະປະທານ, ຄວາມຫຍຸ້ງຍາກໃນການເຂົ້າເຖິງດ້ານການເງິນ ແລະ ການສ້າງອົງກອນຂອງຊາວນາ ເຊິ່ງໝາຍຄວາມວ່າມັນຈະຖືກກວ່າເມື່ອນຳເຂົ້າຜັກຈາກ ຫວຽດນາມ ແລະ ໄທ.
ແຕ່ດ້ວຍລາຍໄດ້ທີ່ສູງຂຶ້ນໃນເຂດຕົວເມືອງ ແລະ ພາກສ່ວນການ ທ່ອງທ່ຽວທີ່ຂະຫຍາຍຕົວຂຶ້ນ, ມັນໄດ້ເຮັດໃຫ້ລັດຖະບານມີຄວາມກົດດັນ ເພື່ອສົ່ງເສີມການສຶກສາດ້ານກະສິກຳ.
ທ່ານ Yang Saing Koma ຈາກສູນກາງເພື່ອການສຶກສາ ແລະ ການພັດທະນາໃນດ້ານກະສິກຳ ກຳປູເຈຍ ກ່າວວ່າ “ຍ້ອນແນວນັ້ນ, ພວກເຮົາສາມາດສົ່ງຜູ້ຊ່ຽວຊານ 200 ຄົນອອກໄປທົ່ວປະເທດ ເພື່ອຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃນການເຮັດສວນຜັກ, ສ້າງຕັ້ງຊຸມຊົນຊາວນາ ແລະ ເຊື່ອມຕໍ່ການເຮັດສວນສູ່ຕະຫຼາດ. ຖ້າສິ່ງດັ່ງກ່າວນີ້ສາມາດບັນລຸຜົນໄດ້, ມັນຈະສ້າງຜົນປະໂຫຍດໃຫ້ກັບເສດຖະກິດ ຂອງປະເທດ.”
ທ່ານກ່າວວ່າ ສິ່ງດັ່ງກ່າວນັ້ນ ຈະຊ່ວຍສ້າງວຽກເຮັດງານທຳ ແລະ ຮັກສາເງິນຫຼາຍຮ້ອຍລ້ານໂດລາ ໄວ້ໃນ ກຳປູເຈຍ ເຊິ່ງໃຊ້ຈ່າຍໃນການນຳເຂົ້າຜັກແຕ່ລະປີນັ້ນ.