ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຊ້ເທັກໂນໂລຈີ ຈື່ຈຳໃບໜ້າຂອງກຳປູເຈຍ ສ້າງຄວາມຢ້ານກົວຂອງການນຳໃຊ້ ໃນທາງທີ່ບໍ່ຖືກຕ້ອງ


ແຟ້ມພາບ - ນາຍົກລັດຖະມົນຕີຂອງກຳປູເຈຍ ຮຸນ ເຊນ ກ່າວຖະແຫລງຢູ່ທີ່ພິທີເປີດໂຕ ໂຮງໝໍມິດຕະພາບ ປຣີ ໂກສສາມາກ (Preah Kossamak) ກຳປູເຈຍ ແລະ ຈີນ, ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 21 ມີນາ 2022.
ແຟ້ມພາບ - ນາຍົກລັດຖະມົນຕີຂອງກຳປູເຈຍ ຮຸນ ເຊນ ກ່າວຖະແຫລງຢູ່ທີ່ພິທີເປີດໂຕ ໂຮງໝໍມິດຕະພາບ ປຣີ ໂກສສາມາກ (Preah Kossamak) ກຳປູເຈຍ ແລະ ຈີນ, ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 21 ມີນາ 2022.

ບັນດານັກຊ່ຽວຊານ ສະແດງຄວາມເປັນຫ່ວງ ທີ່ວ່າ ເມື່ອບໍ່ດົນາມານີ້ ລັດຖະ ບານກຳປູເຈຍ ສັ່ງການໃຫ້ຈັດສັນເງິນປະມານ 1 ລ້ານໂດລາ ແກ່ບໍລິສັດໃນທ້ອງຖິ່ນແຫ່ງນຶ່ງ ສຳລັບໂຄງການເທັກໂນໂລຈີໃນການຈື່ຈຳໃບໜ້າ ທີ່ອາດແຜ້ວທາງໃຫ້ເທັກໂນໂລຈີນີ້ ຖືກນຳມາໃຊ້ໃນການຕໍ່ຕ້ານພົນລະເມືອງ ແລະບັນດານັກຕໍ່ສູ້ເພື່ອສິດທິມະນຸດທັງຫຼາຍ.

ຄຳສັ່ງດັ່ງກ່າວ ໄດ້ຖືກລົງນາມໂດຍນາຍົກລັດຖະມົນຕີ ຮຸນ ເຊນ ແລະໄດ້ຖືກເປີດເຜີຍໃນເດືອນມີນາ ຢູ່ໃນເອກະສານດ້ານການເງິນຂອງລັດຖະການເມື່ອມໍ່ໆ ມານີ້ ຊຶ່ງຈະມອບທຶນດັ່ງກ່າວໃຫ້ແກ່ ບໍລິສັດ HSC Co. Ltd. ທີ່ເປັນບໍລິສັດຂອງກຳປູເຈຍ ນຳພາໂດຍມະຫາເສດຖີ ສົກ ຮົງ ທີ່ກ່ອນໜ້ານີ້ ໄດ້ພິມເອກະ ສານເດີນທາງຂອງກຳປູເຈຍ ແລະໄດ້ຕິດຕັ້ງກ້ອງວົງ​ຈອນປິດ ຫຼື CCTV ໃນທົ່ວນະຄອນຫຼວງພະນົມເປັນຂອງກຳປູເຈຍ.

ຄຳສັ່ງລົງວັນທີ 17 ຕຸລາ ປາກົດວ່າ ເປັນຄຳສັ່ງສະບັບທຳອິດທີ່ບົ່ງບອກໂດຍກົງເຖິງຄວາມສົນໃຈຂອງກຳປູເຈຍ ໃນການສະແຫວງຫາການຈື່ຈຳໃບໜ້າ ຊຶ່ງເຮັດໃຫ້ບັນດານັກຊ່ຽວຊານ ມີຄວາມເປັນຫ່ວງ ຜູ້ທີ່ກ່າວວ່າ ໂຄງການລິເລີ້ມເຊັ່ນນີ້ ອາດຈະໃນທີ່ສຸດຖືກນຳໃຊ້ເພື່ອແນເປົ້າໝາຍໃສ່ພວກທີ່ຄັດຄ້ານ ແລະສ້າງການຕິດຕາມເບິ່ງພົນລະເມືອງຂອງລັດ ທີ່ຄ້າຍຄືກັບຂອງຈີນ. ໃນບໍ່ເທົ່າໃດເດືອນມໍ່ໆມານີ້ ລັດຖະບານໄດ້ກີດກັນພັກຝ່າຍຄ້ານຫຼັກຂອງປະເທດ ບໍ່ໃຫ້ເຂົ້າຮ່ວມໃນການເລືອກຕັ້ງແຫ່ງຊາດໃນເດືອນກໍລະກົດ, ປິດສື່ມວນຊົນທີ່ເປັນອິດ ສະຫຼະ ແລະຄຸມຂັງພວກວິພາກວິຈານລັດຖະບານ ເຊັ່ນ ພວກຜູ້ຈັດແຈງໃນດ້ານແຮງງານ ແລະບັນດານັກການເມືອງຝ່າຍຄ້ານ.

ທັງກະຊວງພາຍໃນ ຫຼື ບໍລິສັດດັ່ງກ່າວ ປະຕິເສດທີ່ຈະຕອບຄຳຖາມຕ່າງໆກ່ຽວກັບວ່າ ໂຄງການນັ້ນ ແມ່ນກ່ຽວຂ້ອງກັບຫຍັງ.

Experts are raising concerns that a recent Cambodian government order allocating around $1 million to a local company for a facial recognition technology project could pave the way for the technology to be used against citizens and human rights defenders.

The order, signed by Prime Minister Hun Sen and released in March in a recent tranche of government documents, would award the funds to HSC Co. Ltd., a Cambodian company led by tycoon Sok Hong that has previously printed Cambodian passports and installed CCTV cameras in Phnom Penh, Cambodia’s capital.

The Oct. 17 order appears to be the first direct indication of Cambodia’s interest in pursuing facial recognition, alarming experts who say such initiatives could eventually be used to target dissenters and build a stronger surveillance state similar to China’s. In recent months, the government has blocked the country’s main opposition party from participating in the July national elections, shut down independent media and jailed critics such as labor organizers and opposition politicians.

Neither the Interior Ministry nor the company would answer questions about what the project entails.

XS
SM
MD
LG