ທີ່ເວົ້າວ່າ ບັນດາວິທະຍຸກະຈາຍສຽງ ທີ່ໄດ້ຮັບທຶນຊ່ວຍເຫລືອ
ຈາກສະຫະລັດ ກໍາລັງໃຫ້ການສະໜັບສະໜຸນແກ່ພວກ
ຝ່າຍຄ້ານ.
ໂຄສົກປະຈໍາສະຖານທູດສະຫະລັດ ທ່ານ Sean McIntosh
ໄດ້ຕອບໂຕ້ຄືນການກ່າວ ຫາໃນວັນສຸກວານນີ້ ໂດຍໄດ້ກ່າວຕໍ່ ວີໂອເອພະແນກພາສາຂະແມວ່າ ວິທະຍຸເອເຊຍເສຣີ ແລະສຽງ ອາເມຣິກາບໍ່ໄດ້ຕັ້ງຕົວເປັນຜູ້ “ຕໍ່ຕ້ານກໍາປູເຈຍ” ແຕ່ຢ່າງໃດ.
ທ່ານກ່າວວ່າ: “ວິທະຍຸເອເຊຍເສຣີ ແລະສຽງອາເມຣິກາ ທີ່ໄດ້ຮັບທຶນຈາກສະຫະລັດ ບໍ່ໄດ້ ຕໍ່ຕ້ານກໍາປູເຈຍ ແລະ ການກະທໍານີ້ກໍບໍ່ສະໜັບສະໜຸນພວກຝ່າຍຄ້ານ ແຕ່ຢ່າງ
ໃດ. ມັນແມ່ນການສະໜັບສະໜຸນສິ່ງທີ່ເປັນຈິງ ບໍ່ເຂົ້າ
ຂ້າງຝ່າຍໃດ ແລະສິ່ງທີ່ໜ້າອອກເປັນຂ່າວໃຫ້ປະຊາຊົນ
ກໍາປູເຈຍໄດ້ຮູ້ຈັກ.”
ລັດຖະບານກໍາປູເຈຍ ເອີ້ນນັກສື່ຂ່າວ ຈາກວິທະຍຸທີ່ໄດ້ຮັບທຶນສະໜັບສະໜຸນຈາກລັດ ຖະບານສະຫະລັດທັງສອງແຫ່ງດັ່ງກ່າວ ເຂົ້າໄປປະຊຸມລັບໃນຕົ້ນອາທິດນີ້ ເພື່ອສົນທະ ນາ ຫາລື “ເລື້ອງການຮ່ວມມື.”
ທັງອົງການຂ່າວ Reuters ແລະອົງການຂ່າວຝຣັ່ງຕ່າງກໍໄດ້ອ້າງຄໍາເວົ້າຂອງແຫລ່ງຂ່າວ ທີ່ຢູ່ໃນກອງປະຊຸມນັ້ນ ທີ່ເວົ້າວ່າພວກເຈົ້າໜ້າທີ່ໄດ້ຕິຕຽນ ການລາຍງານຂ່າວຂອງວິທະ ຍຸ ເອເຊຍເສຣີ ຫລື RFA ແລະສຽງອາເມຣິກາ ຫລື VOA. ນອກນັ້ນແຫລ່ງຂ່າວຂອງ Reuters ຍັງເວົ້າອີກວ່າ ລັດຖະບານກໍາປູເຈຍຍັງໄດ້ນາບຂູ່ວ່າ ຈະໃຊ້ມາດຕະການທາງ ກົດໝາຍ ທີ່ບໍ່ໄດ້ບົ່ງບອກຈະແຈ້ງ ຕໍ່ພວກກ່ຽວ.
ສ່ວນໂຄສົກລັດຖະບານກໍາປູເຈຍ ທ່ານ ໄພ ສີພັນ ໄດ້ກ່າວຕໍ່ວິທະຍຸ VOA ພະແນກ ພາສາຂະແມ ໃນວັນສຸກວານນີ້ວ່າ ບໍ່ໄດ້ມີການນາບຂູ່ແຕ່ຢ່າງໃດ. ທ່ານກ່າວດັ່ງນີ້:
“ພວກເຮົາພຽງແຕ່ໂອລົມກັນເທົ່ານັ້ນ. ພວກເຮົາບໍ່ໄດ້ເຮັດຫຍັງ. ລັດຖະບານບໍ່ໄດ້ມີແຜນ ທີ່ຈະດໍາເນີນການໃດໆ.”
ທາງດ້ານທ່ານ ຮຸນ ເຊນ ນາຍົກລັດຖະມົນຕີ ແລະພັກປະຊາຊົນກໍາປູເຈຍຂອງທ່ານ ທີ່ ກໍາລັງກໍາອໍານາດຢູ່ໃນເວລານີ້ ແມ່ນນັບມື້ນັບຖືກຕ້ອງຕິຈາກສາກົນກ່ຽວກັບການປະຕິບັດ ຕໍ່ພະນັກງານເລື້ອງສິດທິມະນຸດ ແລະພວກນັກສື່ຂ່າວ ແລະອົງການ Freedom House ທີ່ຕັ້ງຢູ່ສະຫະລັດ ລະບຸວ່າ ສະພາບແວດລ້ອມດ້ານສື່ມວນຊົນຂອງກຳປູເຈຍ “ແມ່ນ
ບໍ່ມີເສລີພາບ.”
ທາງສະພາຜູ້ວ່າການກະຈາຍສຽງຂອງສະຫະລັດ ຫລື BBG ທີ່ຄຸ້ມຄອງທັງເອເຊຍເສຣີ ແລະສຽງອາເມຣິກາ ໄດ້ປະນາມການປະຊຸມໃນອາທິດນີ້ວ່າ “ເປັນການດໍາເນີນຄວາມພະ ຍາ ຍາມທີ່ຈົ່ງແຈ້ງ ບໍ່ຢາກໃຫ້ມີການລາຍງານຂ່າວທີ່ເປັນຈິງກ່ຽວກັບລັດຖະບານກໍາປູ ເຈຍ.”
ທາງທ່ານ Chris Decherd ຫົວໜ້າ VOA ພະແນກພາສາຂະແມ ກໍໄດ້ເວົ້າໃນຄໍາຖະ ແຫລງຂ່າວສະບັບນຶ່ງວ່າ VOA “ຈະສືບຕໍ່ກະຈາຍສຽງ ແລະລາຍງານຂ່າວທີ່ບໍ່ເຂົ້າ ຂ້າງຝ່າຍໃດ ແລະມີລັກສະນະວິຊາການ ເໝືອນດັ່ງໄດ້ເຮັດມາເປັນເວລາຫລາຍ ກວ່າຫ້າທົດສະວັດ” ແລະໄດ້ກ່າວຢໍ້າອີກວ່າ “ຊາວກໍາປູເຈຍສົມຄວນທີ່ຈະໄດ້ຮັບ ຟັງຂ່າວ ທີ່ມີຄຸນນະພາບ ທີ່ພວກເຂົາເຈົ້າເຊື່ອຖືໄດ້.”
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ