ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍໜຸ່ມກໍາປູເຈຍ ເຝິກອົບລົມ ເກັບກູ້ລະເບີດ ໃຕ້ນໍ້າ (ວີດີໂອລາວ/ອັງກິດ)


ຮູບເວັບໄຊ້ທ໌ອົງການຊ່ວຍຕົນເອງເກັບກູ້ລະເບີດຂອງກໍາປູເຈຍ.
ຮູບເວັບໄຊ້ທ໌ອົງການຊ່ວຍຕົນເອງເກັບກູ້ລະເບີດຂອງກໍາປູເຈຍ.
ໃນລະຫວ່າງສົງຄາມບັ້ນ​ຕ່າງໆ​ຢູ່ຂົງເຂດເອເຊຍຕາເວັນອອກສຽງ
ໃຕ້ ​ໃນຊຸມປີ 1970 ນັ້ນ ວັດຖຸລະເບີດ ແລະກະສຸນ ຈໍານວນຫຼາຍ
ພັນໂຕນ ​ໄດ້ຈົມນໍ້າລົງ​ໄປກັບກໍ່າປັ່ນລໍາລຽງໃນແມ່ນໍ້າສາຍຕ່າງໆ
ຂອງກໍາປູເຈຍ ​ແລະ​ກໍຍັງຈົມ ຢູ່​ໃນນັ້ນເທົ່າເຖິງປັດຈຸບັນນີ້ ແລະ
ມາບັດນີ້ ອົງການເກັບກູ້ລະເບີດແລະກະສຸນຂອງກໍາປູເຈຍ ກໍາລັງ
ເຝິກອົບລົມພະນັກງານ ເພື່ອ​ແກ້​ໄຂບັນຫາດັ່ງກ່າວ. Rick
Valenzuela ຜູ້ສື່ຂ່າວວີໂອເອ ມີລາຍງານມາຈາກເມືອງສີຫານຸ
ວິລ ປະເທດກໍາປູເຈຍ.

ເບິ່ງວິດິໂອລາຍງານນີ້ ເປັນພາສາລາວ:


ຢູ່​ນອກຝັ່ງທະເລຂອງກໍາປູເຈຍ ມື້​ນຶ່ງສອງຊົ່ວໂມງ ນັກດໍານໍ້າ 14 ຄົນ ທີ່ໄດ້ຜ່ານການເຝິກ
ອົບລົມດໍານໍ້າມາໃໝ່ໆ ພາກັນໂດດລົງສູ່ນໍ້າ​ ໃນເຂດອ່າວໄທ ລົງ​ໄປ​ເຝິກ​ແອບເຮັດວຽກ​ຂອງ
​ເຂົາ​ເຈົ້າ. ທ້າວ​ດາຣາ​ເປັນ​ຜູ້​ນຶ່ງ​ໃນ​ນັ້ນ. ລາວເວົ້າວ່າ:

“ພວກນັກທ່ອງທ່ຽວມາໂດດນໍ້າຫຼິ້ນມ່ວນຊື່ໆ ແຕ່ສໍາລັບຂ້ອຍແລ້ວ ມັນຄືວຽກ
ງານ ແລະຂ້ອຍຕ້ອງຕັ້ງໃຈໃສ່ໃນເລຶ່ອງ
ນີ້ ຂ້ອຍເຮັດຢ່າງຈິງຈັງ ຂ້ອຍເປັນນັກ
ກູ້ລະເບີດ ສະນັ້ນ
ວຽກງານຂອງຂ້ອຍ​ແມ່ນສ່ຽງອັນຕະລາຍ ທີ່ສຸດ.”

ສ່ວນຄູເຝິກ Robert Rice ເວົ້າວ່າ:

“ໂອເຄ ຖ້ານັກດໍານໍ້າຜູ້ໃດຜູ້ນຶ່ງໃຫ້ສັນຍານດ້ວຍການດຶງເຊືອກແບບນີ້
ກໍໝາຍຄວາມ
ວ່າ ໃຫ້ຟ້າວດຶງຂ້ອຍຂຶ້ນມາ ທັນທີ.”

Robert Rice ເປັນນາຍຊ່າງລະເບີດບໍ່ທັນແຕກ ສະນັ້ນລາວເອງກໍມີຫຼາຍສິ່ງຄືກັນກັບ
ພວກນັກຮຽນຂອງລາວ ຊຶ່ງທັງໝົດມາຈາກກຸ່ມກູ້ລະເບີດ ຊັ້ນແນວໜ້າຂອງກໍາປູເຈຍ.
ຄູເຝິກ Rice ເວົ້າວ່າ:

“ນີ້ຄືຈຸ​ດທີ່ພວກເຮົາປ່ຽນຈາກການດໍານໍ້າ PADI ຄືການດໍານໍ້າເພື່ອຄວາມ
ມ່ວນຊື່ນ ມາ​ເປັນດໍານໍ້າແບບ​ເຮັດ​ວຽກ ຫຼື ແບບທະຫານ.

ປະຫວັດຂອງ Robert Rice ​ໃນ​ຖານະ​ທະຫານກອງທັບເຮືອສະຫະລັດມາ​ກ່ອນ ເປັນ
ຜົນໃຫ້ລາວ​ໄດ້ເປັນຜູ້ນໍາພາກຸ່ມດໍານໍ້າຊຸດ​ນີ້ ທີ່ຈະປະກອບເປັນກຸ່ມດໍານໍ້າ ແລະເກັບກູ້
ຊຸດທໍາອິດ ຂອງກໍາປູເຈຍ. ລາວເວົ້າວ່າ:

“ມັນເປັນການສໍາຄັນຫຼາຍ ທີ່ພວກເຂົາເຈົ້າຕ້ອງມີຄວາມສາມາດເຮັດວຽກນີ້ ດ້ວຍຕົວເຂົາເຈົ້າເອງ​ໄດ້ ເພາະຖ້າຫາກວ່າພວກເຮົາບໍ່ສອນວິທີໃຫ້ພວກເຂົາ ເຈົ້າຮຽນຮູ້ແລ້ວ ວຽກນີ້ກໍຈະຕົກໄປເປັນພາລະຂອງຕ່າງປະເທດ ຫຼືຜູ້​ໃດກໍຕາມ ທີ່ອາດບໍ່ມີເງິນ ບໍ່ມີງົບປະມານ ຫຼືແມ່ນແຕ່ເວລາ.”

ການເກັບກູ້ວັດຖຸລະເບີດອອກຈາກແມ່ນໍ້າຕ່າງໆຂອງກໍາປູເຈຍ ​ແມ່ນ​ຮວມຢູ່​ໃນ​ບັນດາ
ວຽກງານທີ່ທ້າທາຍທີ່ສຸດ ສໍາລັບນັກເກັບກູ້ລະເບີດຂອງກໍາປູເຈຍ. ໃນປາງສົງຄາມ ຫວຽດນາມ ແລະການ​ສູ້​ລົບກັນທີ່ກ່ຽວພັນກັບສົງຄາມດັ່ງກ່າວໃນຊຸມປີ 1970 ນັ້ນ ກໍ່າ
ປັ່ນບັນທຸກສິນຄ້າຫຼາຍໆ​ລໍາ ທີ່ລໍາລຽງກະສຸນແລະວັດຖຸລະເບີດຫຼາຍພັນ​ໂຕນ ໄດ້ຈົມ
ນໍ້າ. ແຕ່ກ່ອນທີ່ພວກນັກເກັບກູ້ລະເບີດຈຸນີ້ ຈະສາມາດເລີ່ມລົງໄປຊອກ​ຫາ​ລະ​ເບີດຢູ່
ກົ້ນແມ່ນໍ້ານັ້ນ ພວກເຂົາເຈົ້າຈະຕ້ອງຮຽນຮູ້ ວິທີຮັບມືກັບສິ່ງທ້າທາຍຂັ້ນພື້ນຖານກ່ອນ.
Robert Rice ເວົ້າວ່າ:

“ພວກດໍານໍ້າຈຸນີ້ ບໍ່ມີຈັກຄົນທີ່ເຄີຍດໍານໍ້າມາກ່ອນ ສະນັ້ນ ມັນກໍ​ເປັນ​ສິ່ງທ້າທາຍ
ພໍສົມຄວນ
ທີ່​ຈະ​ສອນພວກເຂົາເຈົ້າໃຫ້​ດໍາ​ນໍ້າ​ໄດ້​ຄ່ອງ​ໂຕ​ ຈົນເຮັດ​ໄດ້​ຢ່າງໝັ້ນໃຈ
ແຕ່
ກໍ​ຖື​ວ່າພວກເຂົາເຈົ້າຮຽນຮູ້​ໄດ້ໄວ ໂດຍສະເພາະເມື່ອ​ເຮົາ​ພິຈາລະນາ​ເບິ່ງ​ອັດ
ຕາ​ຄວາມ​ໄວ ທີ່
ພວກເຂົາເຈົ້າຕ້ອງຮຽນຮູ້​ໃຫ້​ໄດ້​ນັ້ນ. ຄືມັນບໍ່ແມ່ນໃຊ້ເວລາສອງ
ອາທິດ
ຮຽນ​ຕາມ​ສະບາຍ ແຕ່ມັນເປັນສອງອາທິດ ທຸກໆ​ມື້ ແຕ່ລະມື້ຈະມີວັດຖຸ
ໃໝ່
ຮຽນ​ຮູ້ຄວາມຊໍານິຊໍານານໃໝ່ໆ ສະນັ້ນຈຶ່ງ​ຖື​ວ່າ ພວກເຂົາເຈົ້າກໍາລັງເຮັດ
ໄດ້ດີ.”


ທ້າວ Tri Khun ທີ່ເຮັດ​ວຽກເກັບກູ້ລະເບີດຢູ່ຕາມທົ່ງມາໄດ້ 16 ປີ ມີ​ຄວາມຮູ້ສຶກກັງວົນແດ່
ນໍາການດໍານໍ້າລົງໄປເກັບກູ້ລະເບີດນັ້ນ ຍ້ອນຜູ້ກ່ຽວຢ້ານວ່າຈະໄປພໍ້ສັດປະຫຼາດ ແລະວິຕົກ
ກ່ຽວກັບການດໍານໍ້າຢູ່ບ່ອນຄັບແຄບ ອັນຕະລາຍ ລະຫວ່າງກ້ອນຫິນນັ້ນ. ລາວເວົ້າວ່າ:

“ທໍາອິດ ຂ້ອຍຢ້ານເວລາຈະໂດດລົງທະເລ ແຕ່ພໍໄດ້ສອງສາມມື້ ຄວາມຢ້ານ
ກໍຫາຍໄປ
. ຫຼັງຈາກທີ່ໄດ້ຮຽນຮູ້ຫຼັກສູດທັງໝົດແລ້ວ ຂ້ອຍຮູ້ສຶກວ່າ ຄັນເຮົາບໍ່
ໄປກວນສັດສາວາສິ່ງຢູ່ໃນທະເລ ພວກມັນກໍຈະບໍ່ກວນ
ຮົາຄືກັນ.”

ໃນອາທິດນີ້ ນັກຮຽນເຝິກອົບລົມ 10 ຄົນ ຈະຮຽນຈົບຫຼັກສູດ ແລະຈະປະກອບເປັນກຸ່ມດໍານໍ້າ
ຊຸດທໍາອິດ. ຕໍ່ໄປໃນປີນີ້ ໜ່ວຍດໍານໍ້າແລະກູ້ເຮືອຂອງກອງທັບບົກສະຫະລັດ ມີກໍານົດຈະມາ
ເຝິກແອບພວກເຂົາເຈົ້າ ໃນຫຼັກສູດຂັ້ນຕໍ່ໄປ ຄືການປະຕິບັດງານເກັບກູ້ວັດຖຸລະເບີດໂຕຈິງ.

ວີດິໂອ ພາສາອັງກິດ:

Cambodian Deminers Train for Underwater Mission
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG