ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທູດ ສປຊ ອາດພິຈາລະນາ ໄກ່ເກ່ຍ ໃຫ້ມີການ ເຈລະຈາ ຢູ່ ກຳປູເຈຍ


ທູດພິເສດ ດ້ານສິດທິມະນຸດ ສປຊ ປະຈຳກຳປູເຈຍ ທ່ານ Surya Subedi ອ່ານຈາກເອກກະສານ ໃນລະຫວ່າງການຖະແຫຼງຂ່າວ ທີ່ ກຸງພະນົມເປັນ (16 ມັງກອນ 2014)
ທູດພິເສດ ດ້ານສິດທິມະນຸດ ສປຊ ປະຈຳກຳປູເຈຍ ທ່ານ Surya Subedi ອ່ານຈາກເອກກະສານ ໃນລະຫວ່າງການຖະແຫຼງຂ່າວ ທີ່ ກຸງພະນົມເປັນ (16 ມັງກອນ 2014)
ທູດພິເສດດ້ານສິດທິມະນຸດຂອງອົງການສະຫະປະຊາຊາດປະ
ຈຳກຳປູເຈຍກ່າວວ່າ ທ່ານອາດຈະພິຈາລະນາ ເພື່ອຫາທາງໄກ່
ເກ່ຍໃຫ້ມີການເຈລະຈາ ທາງດ້ານການເມືອງ ລະຫວ່າງພັກລັດ
ຖະບານ ແລະພັກຝ່າຍຄ້ານ ຂອງກຳປູເຈຍ.

ທ່ານ Surya Subedi ກຳລັງຢູ່ທີ່ກຸງພະນົມເປັນໃນການສືບສວນ
ຄົ້ນຄ້ວາຫາຄວາມຈິງ ຫລັງຈາກໄດ້ມີການປາບປາມຢ່າງຮຸນແຮງ
ຕໍ່ພວກຄົນງານ ທີ່ພາກັນປະທ້ວງ ໃນເດືອນນີ້.

ໃນການພົບປະລະຫວ່າງທ່ານ Subedi ແລະນາຍົກລັດຖະມົນ
ຕີຮຸນເຊນໃນວັນພຸດຜ່ານມານີ້ຜູ້ນຳຂອງກຳປູເຈຍກ່າວວ່າທ່ານ
ຢາກໃຫ້ທ່ານ Subedi ຊ່ອຍຫາທາງ ແກ້ໄຂສະພາບການບໍ່ໄປບໍ່ມາ ທາງດ້ານການເມືອງ
ທີ່ໄດ້ມີມາຕັ້ງແຕ່ການເລືອກຕັ້ງສະພາແຫ່ງຊາດ ທີ່ມີການຖົກຖຽງໂຕ້ແຍ້ງກັນ ໃນເດືອນກໍ
ລະກົດປີກາຍນີ້.

ບໍ່ໄດ້ມີການຮ້ອງຂໍຢ່າງເປັນທາງການໃດໆໃຫ້ທ່ານ Subedi ຈັດການເຈລະຈາຫາລືເພື່ອ ໄກ່ເກ່ຍກ່ຽວກັບເລື່ອງນີ້ ແຕ່ທ່ານ Subedi ເວົ້າວ່າ ປະຊາຄົມນາໆຊາດ ພ້ອມແລ້ວທີ່ຈະ ໃຫ້ການຊ່ອຍເຫຼືອແກ່ທັງສອງຝ່າຍບັນລຸການຕົກລົງກັນອີງຕາມຖະແຫຼງຂ່າວຈາກສຳນັກ ງານອົງການຂ້າຫລວງໃຫຍ່ດ້ານສິດທິມະນຸດສະຫະປະຊາຊາດ.

ທ່ານ Subedi ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດວານນີ້ວ່າ ທ່ານຈະພິຈາລະນາໃນການ ເປັນຜູ້ໄກ່ເກ່ຍ ຖ້າມີການຮ້ອງຂໍ ຢ່າງເປັນທາງການ.

ທ່ານແຊມ ຣັງສີປະທານພັກກູ້ຊາດຫລື CNRP ຂອງກຳປູເຈຍ ກ່າວໃນວັນພະຫັດວານ ນີ້ວ່າ ຖ້າມີການຮ້ອງຂໍ ໃຫ້ມີການແກ້ໄຂແທ້ ມັນຄວນຈະມາຈາກທັງພັກຝ່າຍຄ້ານ ແລະ ພັກປະຊາຊົນກຳປູເຈຍ ຊຶ່ງເປັນພັກລັດຖະບານ.

ພັກລັດຖະບານແລະພັກຝ່າຍຄ້ານຍັງສືບຕໍ່ມີການຂັດແຍ້ງກັນກ່ຽວກັບຜົນການເລືອກຕັ້ງ ໃນເດືອນກໍລະກົດ ທີ່ພັກຝ່າຍຄ້ານປະຕິເສດບໍ່ຍອມເຂົ້າຮ່ວມລັດຖະບານແລະຮຽກຮ້ອງ ໃຫ້ນາຍົກລັດຖະມົນຕີຮຸນເຊນລາອອກ.
XS
SM
MD
LG