ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳປູເຈຍ ແນເປົ້າໝາຍ ໃສ່ພວກຕິຕຽນ ທີ່ໄດ້ນຳເອົາ ເລື້ອງຕ່າງໆ ລົງເຜີຍແຜ່ ທາງເຟສບຸກ


ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນພະນົມເປັນ
ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນພະນົມເປັນ

ໃນຄ່ຳຄືນຂອງວັນທີ 16 ເດືອນມັງກອນ ນາງ ກໍ ຊາດ ບໍ່ສາມາດ​ຮູ້​ວ່າ ສາມີ ຂອງລາວ
ຢູ່​ໃສ ເຖິງແມ່ນວ່າ ໄດ້ຕິດຕໍ່ຫາໝົດທຸກຄົນທີ່ນາງຄິດອອກ ຜູ້ທີ່ອາດ ຈະຮູ້ວ່າ ທ້າວ
ກອງ ມັສ ສາມີລາວ ຢູ່ໃສ.

ມື້ເຊົ້າຕໍ່ມາ ໂທລະສັບມືຖືຂອງລາວດັງຂຶ້ນ. ມັນແມ່ນແມ່ຍ່າຂອງລາວ ທີ່ມີຂ່າວຄາວວ່າ
ຕຳຫຼວດ ໄດ້ນຳເອົາທ້າວ ກອງ ມັສ ໄປສອບຖາມ ຫຼັງຈາກທີ່ໄດ້ຈັບກຸມເອົາລາວ ໃນມື້
ວານນີ້.

ນາງ ກໍ ຊາດ ເປັນພະນັກງານຕັດຫຍິບຢູ່ໃນນະຄອນຫຼວງພະນົມເປັນໄດ້ບອກ ວີໂອເອ
ວ່າ ສາມີຂອງນາງ ໄດ້ຮັບເອົາການເຊື້ອເຊີນໄປກິນກາເຟ ຈາກເພື່ອນຄົນນຶ່ງ ແລ້ວກໍ
ໄດ້ຖືກຮັບເອົາໄປໃນເວລາປະມານ 9 ໂມງເຄິ່ງຕອນເຊົ້າ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ
ທ້າວ ກອງ ມັສ ໄດ້ເດີນທາງໄປຮອດ ນະຄອນພະນົມເປັນ ຈາກແຂວງສຽມ​ຣຽບ
ບ່ອນທີ່ລາວໄດ້ເຮັດວຽກເປັນພະນັກງານ ຫົວໜ້າຄວບຄຸມການກໍ່ສ້າງ.

ການຖືກຈັບກຸມຂອງລາວນັ້ນ ແມ່ນພົວພັນກັບ ການໂພສລົງທາງເຟສບຸກຕ່າງໆ
ອີງຕາມ ການກ່າວຂອງ ນາງ ກໍ ຊາດ ອາຍຸ 35 ປີ.

ພາຍໃນເລື້ອງອື່ນໆນັ້ນ ລາວໄດ້ຕິຕຽນລັດຖະບານຂອງກຳປູເຈຍ ສຳລັບ ບົດບາດຂອງ
ລັດຖະບານ ໃນຄວາມເປັນໄປໄດ້ຂອງການຍົກເລີກໂຄງການທີ່ເອີ້ນ ວ່າ ທຸກສິ່ງທຸກຢ່າງ
ເວັ້ນແຕ່ ອາວຸດ ຫຼືເອີ້ນຫຍໍ້ວ່າ EBA ນັ້ນ ຊຶ່ງເປັນໂຄງການລິເລີ້ມ ຂອງສະຫະພາຢູໂຣບ
ທີ່ອະນຸຍາດໃຫ້ສິດທິພິເສດແກ່ ກຳປູເຈຍ ເພື່ອເຂົ້າຫາຕະຫຼາດຕ່າງໆຂອງຕົນໄດ້ ອັນ
ເປັນໂຄງສ້າງທີ່ສາມາດ ຈະຖອນອອກໄດ້ ຖ້າຫາກບັນດາປະເທດທີ່ໄດ້ຮັບໂຄງການນີ້
ບໍ່ເຄົາລົບຕໍ່​ຫຼັກ​ການ​ພື້ນຖານ​ດ້ານສິດທິມະນຸດ.

ນັບຕັ້ງແຕ່ນັ້ນມາ ສະຫະພາບຢູໂຣບ ໄດ້ເອົາບາດກ້າວທຳອິດ ເພື່ອໂຈະໂຄງ ການ EBA.

On the night of January 16, Kol Sat could not locate her husband even after contacting everyone she thought might know the whereabouts of Kong Mas.

The next morning, her cellphone rang. It was her mother-in-law with news: Police were questioning Kong Mas after arresting him the day before.

Kol Sat, a garment worker in Phnom Penh, told VOA her husband had accepted a friend's invitation to have coffee only to be picked up at around 9:30 a.m., just hours after Kong Mas arrived in Phnom Penh from Siem Reap province, where he worked as a construction supervisor.

His arrest was related to Facebook posts, said Kol Sat, 35.

Among other things, he criticized the Cambodian government for its role in the possible suspension of Everything but Arms (EBA), the European Union's initiative that grants Cambodia preferential access to its markets, a structure that can be removed if beneficiary countries fail to respect core human rights.

XS
SM
MD
LG