ເມື່ອຕົ້ນປີນີ້ ລາຍງານສະບັບໜຶ່ງຂອງອົງການສະຫະປະຊາຊາດ
ພົບວ່າ 10 ສ່ວນຮ້ອຍຂອງເດັກນ້ອຍຂະເໝນ ຫລື 1 ໃນ 10 ຄົນ
ໃດ ອາຍຸໃນລະຫວ່າງ 7-14 ປີ ແມ່ນໄດ້ເຮັດວຽກ ຊຶ່ງເປັນໜຶ່ງໃນ
ພວກອັດຕາທີ່ສູງທີ່ສຸດໃນຂົງເຂດ ແລະ 1 ໃນ 4 ຄົນໃດ ໃນໄວດັ່ງ
ກ່າວ ແມ່ນໄດ້ອອກໂຮງຮຽນ ເພື່ອມາຊ່ວຍພໍ່ແມ່ຫາລ້ຽງຊີບ ຫລືດູ
ແລນ້ອງ. ເຖິງແມ່ນວ່າອັດຕາແຮງງານເດັກ ໄດ້ຫລຸດຕ່ຳລົງໃນໄລ
ຍະ 10 ປີຜ່ານມານີ້ກໍຕາມ ກຳປູເຈຍກໍຍັງຈະຕ້ອງໄດ້ເຮັດຕື່ມອີກ
ຫລາຍຢູ່ ຮວມທັງການຮັກສາເດັກນ້ອຍ ໃຫ້ເຂົ້າຮຽນຕໍ່ໄປ. ດາຣາ
ມີລາຍລະອຽດ ຈາກລາຍງານຂອງ Robert Carmichael ທີ່
ນະຄອນຫລວງ ພະນົມເປັນ.
ສາວນ້ອຍ Pheap ໄວ 15 ປີ ກັບແມ່ຂອງນາງ ຊື່ Chrup ເຮັດວຽກຊວ້ນດິນດາກ ຢູ່ໂຮງງານເຮັດດິນຈີ່ແຫ່ງໜຶ່ງ. ນາງ Pheap ເຮັດ ວຽກຢູ່ບ່ອນນີ່ມາໄດ້ໜຶ່ງປີແລ້ວ ຫລັງຈາກທີ່ໄດ້ອອກຈາກໂຮງຮຽນທີ່ນາງຮຽນ ແບບເຂົ້າໆອອກໆຢູ່ເປັນເວລາສອງປີນັ້ນ ເພື່ອມາຊ່ວຍດູແລ ພໍ່ທີ່ລົ້ມປ່ວຍລົງ ແລະນ້ອງສາວອາຍຸ 10 ປີ ກັບນ້ອງຊາຍຄົນໜຶ່ງທີ່ຍັງເປັນທາລົກຢູ່.
ສາວນ້ອຍ Pheap ກັບແມ່ ເຮັດວຽກໜັກມື້ໜື່ງ 8 ຊົ່ວໂມງ 7 ມື້ຕໍ່ອາທິດ ແລະໄດ້ຄ່າແຮງງານ ຄົນລ່ະ $80 ຕໍ່ເດືອນ.
ນາງ Pheap ເວົ້າວ່າ “ການເຮັດວຽກຢູ່ນີ່ແມ່ນເປັນການຊ່ວຍແມ່ຂ້ອຍ
ຫາເງິນລ້ຽງຄອບຄົວ ເພາະວ່າເພິ່ນບໍ່ສາມາດຫາເອງໄດ້ຢ່າງພຽງພໍ.
ແລະມັນກໍຊ່ວຍລ້ຽງດູພວກນ້ອງໆຂ້ອຍນຳ.”
ມີເດັກນ້ອຍ ອາຍຸຕ່ຳກ່ວາ 18 ປີ ປະມານ 430,000 ຄົນ ເຮັດວຽກ ຢູ່ໃນກຳປູເຈຍ. ໃນນັ້ນ ປະມານເຄິ່ງໜຶ່ງແມ່ນເຮັດວຽກ ທີ່ອົງການແຮງງານສາກົນ the International Labor Organization ຫລື ILO ເອີ້ນວ່າ ເປັນວຽກທີ່ໜັກໜາທີ່ສຸດສຳຫລັບແຮງງານເດັກ ເຊັ່ນວຽກກະສິກຳ ວຽກຜະລິດເກືອ ວຽກຄົນຮັບໃຊ້ໃນເຮືອນ ວຽກຫາປາ ແລະ ວຽກເຮັດດິນຈີ່.
Veng Heang ຫົວໜ້າກົມແຮງງານເດັກໃນກຳປູເຈຍ ກ່າວວ່າ ຈຳນວນຄົນງານເດັກ 4 ແສນ 3 ໝື່ນຄົນນັ້ນ ແມ່ນຈຳນວນທີ່ໄດ້ຫລຸດລົງມາເກືອບເຄິ່ງໜຶ່ງແລ້ວ ນັບແຕ່ປີ 1999 ມາ ແລະຢາກຈະຫລຸດມັນລົງອີກ ໃຫ້ເຫລືອພຽງ 375,000 ພາຍໃນທ້າຍປີນີ້.
ທ່ານ Veng Heang ເວົ້າວ່າ “ບໍ່ພຽງແຕ່ໃນປີ 2015 ເທົ່ານັ້ນ ແຕ່ຫລັງຈາກ
ປີ 2015 ໄປອີກ. ພວກເຮົາຕ້ອງໄດ້ເຮັດວຽກຢ່າງລະມັດລະວັງແຫລະ ໃນ
ເລື່ອງຄຸນນະພາບຂອງການສຶກສາ ຄວາມໝັ້ນຄົງດ້ານອາຫານ ແລະໂດຍ
ສະເພາະແລ້ວ ກໍແມ່ນການສ້າງລາຍຮັບໃຫ້ພວກຄົນທຸກ.”
ອົງການຈັດຕັ້ງບໍ່ຫວັງຜົນກຳໄລ World Vision ໄດ້ພະຍາຍາມຊ່ວຍ ຫລຸດຜ່ອນແຮງງານເດັກຢູ່ໃນກຳປູເຈຍລົງ ດ້ວຍການສະເໜີໃຫ້ຄວາມ ຊ່ວຍເຫລືອ ທັງໃນດ້ານການສຶກສາແລະການທຳມາຫາກິນດຳລົງຊີວິດຂອງຄອບຄົວ ໂດດຍໄດ້ຊ່ວຍເດັກນ້ອຍ 20,000 ຄົນແລ້ວມາຮອດປັດຈຸບັນນີ້. Imelda Ochavillo ຈາກອົງການ World Vision ກ່າວວ່າ ດຽວນີ້ ຊາວກຳປູເຈຍບໍ່ອະນຸໂລມໃຫ້ມີຫລາຍປານໃດແລ້ວ ໃນເລື່ອງແຮງງານເດັກນັ້ນ ແຕ່ກໍຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເຮັດຫລາຍຂຶ້ນຕື່ມອີກ ເພື່ອແກ້ໄຂບັນຫາທີ່ສະລັບຊັບຊ້ອນອັນນີ້.
ທ່ານນາງ Imelda Ochavillo ເວົ້າວ່າ “ຖ້າເຮົາຕ້ອງການທີ່ຈະຫລຸດມັນລົງ
ໃຫ້ໄດ້ຢ່າງສຳຄັນ ເຮົາກໍຄວນຈະມີການແຊກແຊງຮອບດ້ານຫລາຍໆຢ່າງ
ຊຶ່ງຈະຮວມທັງການຫລຸດຜ່ອນຄວາມທຸກຈົນຢ່າງຕໍ່ເນື່ອງ ການສະໜອງ
ທາງເລືອກສຳຫລັບແຫລ່ງລາຍຮັບລາຍໄດ້ໃຫ້ເຂົາເຈົ້າ ສະໜອງວຽກເຮັດ
ງານທຳທີ່ເໝາະສົມໃຫ້ພວກເຍົາວະຊົນ ແລະອຳ ນວຍໃຫ້ພວກເຂົາໄດ້
ເຂົ້າຮຽນໜັງສື.”
ສຳຫລັບນາງນ້ອຍ Pheap ນັ້ນ ແມ່ນໄຝ່ຝັນຢາກໄດ້ເຮັດວຽກຢູ່ໂຮງງານຕັດຫຍິບ ຊຶ່ງຈະ
ເຮັດໃຫ້ນາງມີລາຍໄດ້ເພີ້ມຂຶ້ນເປັນສອງເທົ່າໂຕ. ສ່ວນນາງ Chrup ແມ່ຂອງນາງ ແມ່ນ
ຢາກໄດ້ຫລາຍກ່ວານັ້ນອີກ ໃຫ້ລູກສາວ.
ນາງ Chrup ເວົ້າວ່າ “ຂ້ອຍບໍ່ຢາກໃຫ້ລູກຂ້ອຍ ເຮັດວຽກຢູ່ໂຮງງານ ເຮັດດິນຈີ່ ຕະຫລອດໄປດອກ. ຂ້ອຍເອງໄດ້ເຮັດວຽກຢູ່ໂຮງງານນີ້ມາ ຕະຫລອດຊີວິດຂ້ອຍ
ແລະບໍ່ຢາກໃຫ້ມັນເປັນຄືກັນກັບຂ້ອຍ. ຖ້າມັນ ໄດ້ເຮັດວຽກຢູ່ບ່ອນອື່ນ ມັນກໍຈະສາມາດສ້າງອະນາຄົດທີ່ດີກ່ວານີ້ໄດ້.”
ແຕ່ເບິ່ງຄືວ່າ ອະນາຄົດທີ່ດີກ່ວານີ້ສຳຫລັບຄອບຄົວຂອງນາງ Chrup ນັ້ນ ເປັນໂອກາດທີ່
ຢູ່ຫ່າງໄກຫລາຍ. ໂຮງຮຽນທ້ອງຖິ່ນບໍ່ຍອມໃຫ້ນ້ອງ ສາວ ໄວ 10 ປີ ຂອງສາວນ້ອຍ Pheap
ຈົດຊື່ເຂົ້າຮຽນ ແລະນາງ Chrup ເອງກໍຕ້ອງການໃຫ້ລູກສາວຄົນນີ້ຢູ່ບ້ານ ເພື່ອເບິ່ງແຍງນ້ອງ
ຊາຍທີ່ຍັງເປັນທາລົກນັ້ນ. ແລະຖ້າບໍ່ມີການສຶກສາແລ້ວ ກໍແມ່ນຈະຍາກຫລາຍ ທີ່ຈະຫາທາງ
ໜີອອກຈາກຄວາມທຸກຈົນໄປໄດ້.