ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ບ.ກ. ແລະນັກຂ່າວ ຕ່າງປະເທດ ຂອງ ໜັງສືພິມ ອິດສະຫຼະ ຢູ່ກຳປູເຈຍ ລາອອກ


ໄຄ ກິມສົງ, ຊ້າຍ ຜູ້ໃສ່ແວ່ນຕາ, ຫົວໜ້າບັນນາທິການ ໜັງສືພິມ ພະນົມເປັນໂພສຕ໌ ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຫຼັງຈາກຖືກປົດອອກໜ້າທີ່ ໂດຍເຈົ້າຂອງໜັງສືພິມຄົນໃໝ່, ທີ່ນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ ເມື່ອວັນຈັນ ທີ 7 ພຶດສະພາ 2018. (AP Photo)
ໄຄ ກິມສົງ, ຊ້າຍ ຜູ້ໃສ່ແວ່ນຕາ, ຫົວໜ້າບັນນາທິການ ໜັງສືພິມ ພະນົມເປັນໂພສຕ໌ ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຫຼັງຈາກຖືກປົດອອກໜ້າທີ່ ໂດຍເຈົ້າຂອງໜັງສືພິມຄົນໃໝ່, ທີ່ນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ ເມື່ອວັນຈັນ ທີ 7 ພຶດສະພາ 2018. (AP Photo)

ພວກນັກຂ່າວຕ່າງປະເທດເກືອບທັງໝົດ ຍົກເວັ້ນແຕ່ສອງສາມຄົນ ທີ່ເປັນພະນັກງານ
ຂອງໜັງສືພິມ ພະນົມເປັນໂພສຕ໌ (Phnom Penh Post) ຊຶ່ງເປັນໜັງສືພິມລາຍວັນ ອິດສະຫຼະສະບັບສຸດທ້າຍ ທີ່ຍັງເຫຼືອຢູ່ໄດ້ພາກັນລາອອກໃນວັນພຸດວານນີ້. ໂດຍອ້າງ ການມີຄວາມເຫັນຂັດແຍ້ງ ກ່ຽວກັບຄວາມໝາຍຂອງຄຳວ່າ “ບັນນາທິການທີ່ເປັນອິດ
ສະຫຼະ”
ນັ້ນ ພວກເຂົາເຈົ້າ ໄດ້ພາກັນລາອອກ ບໍ່ເທົ່າໃດມື້ ຫລັງຈາກເຈົ້າຂອງຄົນໃໝ່ ຂອງໜັງສືພິມໄດ້ປົດຫົວໜ້າບັນນາທິການ ທີ່ປະຕິເສດບໍ່ຍອມລຶບບົດຂຽນບົດນຶ່ງທີ່ໄດ້
ພິມໄປແລ້ວ ອອກຈາກເວັບໄຊ ທີ່ລາຍງານການພົວພັນ ລະຫວ່າງ ເຈົ້າຂອງຄົນໃໝ່
ແລະ ນາຍົກລັດຖະມົນຕີ ຮຸນເຊນ.

ທ່ານ ໄຄ ກິມສົງ (Kay Kimsong), ຫົວໜ້າບັນນາທິການ, ໂອ້ລົມກັບບັນດາພະນັກງານຂອງ ໜັງສືພິມ Phnom Penh Post, ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 7 ພຶດສະພາ 2018. (Photo courtesy of Alessandro Marazzi Sassoon)
ທ່ານ ໄຄ ກິມສົງ (Kay Kimsong), ຫົວໜ້າບັນນາທິການ, ໂອ້ລົມກັບບັນດາພະນັກງານຂອງ ໜັງສືພິມ Phnom Penh Post, ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 7 ພຶດສະພາ 2018. (Photo courtesy of Alessandro Marazzi Sassoon)

ການລາອອກທີ່ວ່ານີ້ແມ່ນໝາຍຄວາມວ່າ ມີແຕ່ພວກນັກຂ່າວຕ່າງປະເທດພຽງແຕ່ສອງ
ສາມຄົນເທົ່ານັ້ນ ຍັງເຫຼືອຢູ່ໃນຫ້ອງຂ່າວ ເວລາມີການຂາຍ ໜັງສືພິມດັ່ງກ່າວ. ໜັງສືພິມ
ພະນົມເປັນໂພສຕ໌ ຊຶ່ງເປັນໜັງສືພິມພາສາອັງກິດ ໄດ້ຈ້າງພວກນັກຂ່າວ ກຳປູເຈຍ ແລະ
ຕ່າງປະເທດ ນັບຕັ້ງແຕ່ໄດ້ມີການກໍ່ຕັ້ງຂຶ້ນ ໃນປີ 1992 ຊຶ່ງເປັນທີ່ຮູ້ກັນໃນຖານະທີ່ເປັນ
ປາກສຽງ ທີ່ໜັກແໜ້ນ ກ້າຫານ ແລະມັກຕ້ອງຕິລັດຖະບານ ແລະມີການພົວພັນໃນດ້ານ
ຜົນປະໂຫຍດທາງເສດຖະກິດ.

ການລາອອກຂອງພວກນັກຂ່າວ ມີຂຶ້ນຫຼັງຈາກທ່ານ ບິລ ຄລັຟ (Bill Cough) ນັກ
ທຸລະກິດ ບໍ່ແຮ່ຊາວອອສເຕຣເລຍ ຊຶ່ງເປັນເຈົ້າຂອງໄດ້ຂາຍໜັງສືພິມພະນົມເປັນ
ໂພສຕ໌ ໃຫ້ແກ່ນັກປະຊາສຳພັນຄົນມາເລເຊຍ ທ່ານສີວາກຸມາ ການາພາຕີ.

ບໍລິສັດປະຊາສຳພັນຂອງທ່ານສີວາກຸມາ ໄດ້ລະບຸວ່າທ່ານຮຸນເຊນເປັນຜູ້ຈ້າງບໍລິສັດ
ຄົນນຶ່ງ. ທ່ານສີວາກຸມາ ບໍ່ໄດ້ໃຫ້ຄຳຕອບ ຕໍ່ການຂໍສຳພາດຂອງວີໂອເອ ທີ່ໄດ້ພະຍາ
ຍາມຕິດຕໍ່ໄປຫາທ່ານ ນັບແຕ່ໄດ້ມີການປະກາດຂາຍໜັງສືພິມນີ້ ໃນວັນອາທິດ ທີ່
ຜ່ານມາ. ທ່ານສີວາກຸມາໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນທີ 6 ພຶດສະພາ ໂດຍ
ປະຕິເສດວ່າ ທ່ານບໍ່ມີຄວາມສຳພັນໃດໆ ກັບທ່ານຮຸນເຊນ ແລະເອີ້ນລາຍງານຂ່າວນີ້
ວ່າ “ບໍ່ມີມູນຄວາມຈິງຢ່າງສິ້ນເຊີງ ແລະບໍ່ສາມາດສະຫລຸບໄດ້ ອີງຕາມເຫດການ
ທີ່ເກີດຂຶ້ນລະຫວ່າງ ບໍລິສັດປະຊາສຳພັນດັ່ງກ່າວ ກັບຜູ້ວ່າຈ້າງບໍລິສັດ ເມື່ອ 25
ປີກ່ອນ.”

ພວກນັກຂ່າວໄດ້ພາກັນລາອອກ ຫລັງຈາກມີການປະທ້ວງນັດຢຸດງານແລະພົບພໍ້ກັບ
ຜູ້ຕາງໜ້າຄົນໃໝ່.

ຍານາງແອຣິນ ແຮນລີ ອະດີດນັກຂ່າວຂອງໜັງສືພິມພະນົມເປັນໂພສຕ໌ ໄດ້ກ່າວຕໍ່
ວີໂອເອ ພະແນກພາສາຂະແມ ໃນການຕິດຕໍ່ທາງອີແມລວ່າ “ຂ້ອຍຍັງສົງໄສຢູ່ ທີ່ວ່າ
ໜັງສືພິມພະນົມເປັນໂພສຕ໌ ຈະສືບຕໍ່ເປັນໜັງສືພິມອິດສະຫຼະ ທີ່ມີຄວາມກ້າຫານ
ດັ່ງທີ່ເຄີຍເປັນມາ ໄດ້ 26 ປີແລ້ວນັ້ນ. ການລາອອກຂອງຂ້ອຍ ບໍ່ແມ່ນການຕັດສິນໃຈ
ແບບງ່າຍໆ ແຕ່ມັນເປັນການຕັດສິນໃຈທີ່ເຕັມໄປດ້ວຍຄວາມຮູ້ສຶກ ຄ້າຍຄືກັນກັບວ່າ
ຂ້ອຍໄດ້ທໍລະຍົດ ຕໍ່ເພື່ອນຮ່ວມງານຄົນຂະເໝນ ທີ່ຂ້ອຍຮູ້ສຶກມີຄວາມພາກພູມໃຈ
ເປັນຢ່າງສູງນັ້ນ.”

ການຂາຍໜັງສືພິມພະນົມເປັນໂພສຕ໌ ແລະຄວາມວຸ້ນວາຍໃນເວລາຕໍ່ມາ ມີຂຶ້ນທ່າມ
ກາງທີ່ມີຄວາມເປັນຫ່ວງກັງວົນ ກ່ຽວກັບການປາບປາມຕໍ່ວົງການຂ່າວ ແລະ ພວກຕ້ອງຕິ
ຂອງລັດຖະບານ ກ່ອນການເລືອກຕັ້ງທົ່ວໄປ ທີ່ກຳນົດຈະມີຂຶ້ນໃນວັນທີ 29 ກໍລະກົດ.
ທ່ານຮຸນເຊນ ແລະ ພັກຂອງທ່ານຄາດວ່າຈະໄດ້ຮັບໄຊຊະນະ ໂດຍທີ່ທ່ານໄດ້ຍຸບພັກ
ຝ່າຍຄ້ານ ໄປແລ້ວ ໃນເດືອນພະຈິກປີກາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG