ເຈົ້າໜ້າທີ່ທ່ານນຶ່ງເວົ້າວ່າ ກໍາປູເຈຍຈະຮ້ອງຂໍເອົາຂໍ້ມູນເພີ້ມເຕີມກ່ຽວກັບຜົນກະທົບຂ້າມຊາຍແດນຈາກໂຄງການເຂື່ອນໄຟຟ້ານໍ້າຕົກ ປາກແບງທີ່ລາວກໍາລັງສະເໜີສ້າງຢູ່ນັ້ນ ພາຍຫລັງທີ່ມີກອງປະຊຸມຂອງບັນດາ ກຸ່ມປະເທດທີ່ມີສ່ວນກ່ຽວຂ້ອງທີ່ຈັດຂຶ້ນໃນວັນສຸກມື້ນີ້.
ສະນັ້ນ ທ່ານ Sophort, ຮອງເລຂາທິການໃຫຍ່ຂອງຄະນະກໍາມາທິການແມ່ນໍ້າຂອງແຫ່ງຊາດ ກໍາປູເຈຍ ເວົ້າວ່າ ກໍາປູເຈຍຈະເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການແມ່ນໍ້າຂອງ ຫລື (MRC) ທີ່ວຽງຈັນ ຊຶ່ງເປັນສ່ວນນຶ່ງຂອງຂັ້ນຕອນການປຶກສາຫາລືທີ່ດໍາເນີນໄປເປັນເວລາຫົກເດືອນກ່ອນຈະມີການອະນຸມັດສໍາລັບເຂື່ອນທີ່ຈະຜະລິດໄຟຟ້າໄດ້ 921 ເມກາວັດ.
ທ່ານເວົ້າວ່າ ເມື່ອຂັ້ນຕອນການປືກສາດັ່ງກ່າວສິ້ນສຸດລົງໃນເດືອນມິຖຸນາຈະມາເຖິງນີ້ ກໍາປູເຈຍ ຈະຂໍຮ້ອງໃຫ້ມີການປະເມີນຜົນກະທົບໃຫ້ລະອຽດເພີ້ມຂຶ້ນ ຍ້ອນວ່າຂໍ້ມູນເພີ້ມທີ່ມີໃນປັດຈຸບັນທີ່ທາງລາວສະໜອງໃຫ້ນັ້ນ ແມ່ນບໍ່ພຽງພໍ. ທ່ານໃຫ້ຄໍາເຫັນດັ່ງນີ້:
“ໂດຍທົ່ວໄປແລ້ວ ພວກເຮົາເຫັນວ່າ ເອກະສານທີ່ຝ່າຍລາວສະໜອງໃຫ້ແມ່ນມີຂໍ້ບົກຜ່ອງ ຫລາຍ ໂດຍສະເພາະແມ່ນຜົນກະທົບຂ້າມຊາຍແດນຂອງໂຄງການເຂື່ອນດັ່ງກ່າວຕໍ່ປະເທດທີ່ຢູ່ເຂດລຸ່ມແມ່ນໍ້າຂອງ, ຊຶ່ງລວມທັງ ກໍາປູເຈຍນໍ າ.” “ນອກນັ້ນແລ້ວ ພວກເຮົາຍັງຢາກເຫັນ ຜົນກະທົບລວມທັງໝົດ [ຂອງເຂື່ອນໄຟຟ້າທຸກເຂື່ອນຂອງລາວ] ເພາະວ່າ ຢູ່ໃນລໍາແມ່ນໍ້າຂອງນີ້ ການສະເໜີຂໍສ້າງເຂື່ອນມີຢູ່ 11 ແຫ່ງ. ພວກເຮົາຍັງຢາກເຫັນ ຜົນກະທົບລວມທັງໝົດ ຕໍ່ຄຸນນະພາບຂອງນໍ້າ, ຕໍ່ການຢູ່ອາໄສຂອງປາ, ການຕົກຕະກອນຂອງນໍ້າ, ສິ່ງແວລ້ອມ ແລະຕໍ່ລະບົບນິເວດ.”
ໂຄງການເຂື່ອນທີ່ມີມູນຄ່າ 2 ຕື້ 300 ລ້ານໂດລານີ້ ແມ່ນເຂື່ອນແຫ່ງທີສາມ ທີ່ລາວຈະສ້າງຢູ່ໃນລໍາແມ່ນໍ້າຂອງ ຊຶ່ງເຮັດໃຫ້ກຸ່ມອະນຸລັກສິ່ງແວດລ້ອມ ແລະຊຸມຊົນຢູ່ລຸ່ມແລວແມ່ນໍ້າດັ່ງກດ່າວ ທີ່ຕ້ອງໄດ້ຮັບຜົນກະທົບຢູ່ແລ້ວນັ້ນ ບໍ່ພໍໃຈ. ເຂື່ອນດັ່ງກ່າວແມ່ນຄາດວ່າ ຈະໄດ້ຮັບອະນຸມັດ ແລະສ້າງສໍາເລັດໃນປີ 2024.