ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປູເຈຍ ເປີດຕົວ ອະນຸສອນສະຖານ ແດ່ພວກໄດ້ຮັບເຄາະ ຈາກລະບອບຂະເໝນແດງ (ວີດີໂອ ພາສາລາວ)


Cambodia Inaugurates Memorial for Genocide Victims
please wait

No media source currently available

0:00 0:03:23 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເມື່ອ​ທ້າຍ​ເດືອນ​ມີນາຜ່ານ​ມາ​ນີ້ ​ໄດ້​ມີ​ພິທີ​ໄຂອະນຸສອນ​ສະຖານ
ແຫ່ງ​ນຶ່ງ​ທີ່​ນະຄອນຫລວງ​ພະນົມ​ເປັນ ​ແດ່​ພວກ​ຜູ້​ຊາຍ​ ແມ່ຍິງ​
ແລະ​ເດັກ​ນ້ອຍ ຫລາຍ​ພັນ​ຄົນ ທີ່​ໄດ້​ຖືກ​ນຳ​ມາ​ກັກ​ຂັງ​ໄວ້ ຢູ່​ໃນ​
ຄຸກ S-21 ອັນ​ໂຫດ​ຮ້າຍຂອງ​ກຳປູ​ເຈຍ ​ໃນ​ລະຫວ່າງ​ປີ 1975
ຫາ 1979 ຊຶ່ງພວກ​ເຂົາ​ເຈົ້າ​ໄດ້​ຖືກ​ທໍລະມານ​ແລະ​ປະຫານ​ຊີວິດ ​
ໂດຍລະບອບ​ຄາດ​ຕະກອນ​ຂອງ ພອນ ພົດ. ​ເຖິງ​ແມ່ນ​ຫລາຍໆ​
ຄົນ​ມີ​ຄວາມ​ຍິນ​ດີ​ນຳ​ອະນຸສອນ​ສະຖານ​ແຫ່ງ​ນີ້​ກໍ​ຕາມ ​ແຕ່​ກໍ​ມີ​
ດ້ານ​ນຶ່ງ​ຂອງ​ມັນທີ່​ໄດ້​ກາຍ​ມາ​ເປັນ​ເລື້ອງ ຖົກ​ຖຽງ​ໂຕ້​ແຍ້​ງກັນ.
Robert Carmichael ມີ​ລາຍ​ງານ​ຈາກ​ພະນົມ​ເປັນ ຊຶ່ງ​ດາຣາ
ຈະ​ນຳ​ມາສະ​ເໜີທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ມີ​ນັກ​ທ່ອງ​ທ່ຽວຫລາຍ​ຮ້ອຍ​ຄົນ ​ໄປ​ຊົມ​ພິພິດທະ​ພັນຂ້າ​ລ້າງ​ເຜົ່າ​ພັນ ຂອງ​ພະນົມ​ເປັນ
​ໃນ​ແຕ່​ລະ​ມື້ ​ເພື່ອ​ເບິ່ງ​ຄຸກ​ທໍລະມານ​ແລະ​ປະຫານ​ຊີວິດ​ຂອງ​ພວກ​ຂະ​ເໝນ​ແດງ.

ຄຸກແຫ່ງ​ນັ້ນທີ່​ບັດ​ນີ້​ມີ​ຊື່ວ່າ ພິພິດທະ​ພັນຂ້າ​ລ້າງ​ເຜົ່າ​ພັນ ຕວນ ສະ​ເລງ ( The Tuol Sleng Genocide Museum) ໄດ້​ກາຍມາ​ເປັນ​ບ່ອນ​ຢຸດ​ແວ່​ທີ່​ໄດ້​ຮັບ​ຄວາມ​ນິຍົມ​
ແຫ່ງນຶ່ງ​ ຂອງ​ພວກ​ນັກທ່ອງ​ທ່ຽວ.

ຢູ່​ໃນ​ຄຸກດັ່ງກ່າວ​ ທີ່​ເຄີຍ​ເປັນ​ໂຮງຮຽນ​ມາ​ກ່ອນນັ້ນ ຜູ້​ຄົນ​ຫລາຍໆ​ພັນ​ຄົນ​ທີ່​ພວກ​ຂະ​ເໝນ
ແດງ​ເອີ້ນ​ວ່າ ເປັນ​ສັດຕູ​ຂອງ​ການ​ປະຕິວັດ ​ໄດ້​ຖືກ​ທໍ​ລະ​ມານ ​ເພື່ອ​ບີບ​ບັງຄັບ​ໃຫ້ເຂົາ​ເຈົ້າ
ຮັບສາລະພາບ​ ຕໍ່​ຄວາມ​ຜິດ​ທີ່​ຖືກ​ສົມມຸດ​ຂຶ້ນ​ມາ.

ເຈົ້າ​ໜ້າ​ທີ່​ລັດຖະບານ ພວກ​ບໍລິຈາກ​ເງິນ​ ​ແລ​ະບັນ​ດາພະນັກງານ​ຈາກ ສານ​ອາ​ຊະ​ຍາ​ກຳ​ສົງຄາມ ທີ່​ໄດ້​ຮັບການ​ສະໜັບສະໜຸນ​ຈາກ​ອົງການ​ສະຫະ​ປະຊາ​ຊາດ ຈຳນວນຫລາຍ​ສິບ
ຄົນ ໄດ້​ໄປ​ມີໜ້າ​ເມື່ອວັນພະຫັດ ທີ 26 ມີນາຜ່ານ​ມາ ​ເພື່ອຮ່ວມ​ໃນ​ພິທີ​ໄຂ​ອະນຸສອນ​ສະ
ຖານ ຫລື​ອະນຸສາວະລີດັ່ງກ່າວ ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ບໍລິ​ເວນ​ເດິ່ນພິພິດທະພັນ ຕວນ ສະ​ເລງ. ​

ສະມາຊິກ​ຄອບຄົວພວກ​ເຄາະ​ຮ້າ​ຍຫລາຍ​ຄົນ ກໍ​ໄດ້​ໄປ​ມີໜ້າ​ເຊັ່ນ​ກັນ. ​ແລະ​ສອງ​ຄົນ​ໃນ​ຈຳນວນ​ພວກ​ຜູ້​ຊາຍ​ທີ່​ລອດ​ຊີວິດ ມາ​ຈາກ​ຄຸກ​ທີ່ໂຫດ​ຮ້າ​ຍແຫ່ງ​ນັ້ນ ​ອັນ​ມີ Chum Mey
ທີ່ເປັນ​ຊ່າງ​ແປງ​ຈັກ​ພິມ​ດີດ ຢູ່​ໃນ​ຄຸກ ​ແລະ Bou Meng ທີ່​ເປັນ​ສິນລະປິນ. ທັງ​ສອງ​ມີຊີວິດ​ລອດ​ມາ​ໄດ້ ກໍ​ຍ້ອນ​ ສະ​ຫາຍ​ດອ໊ຍກ໌ ຜູ້​ບັນຊາ​ການ​ຄຸກ ​ເພາະວ່າ​ເຂົາ​ເຈົ້າ​ມີ​ຄວາມ​ຊຳນານ ທີ່​ເຂົາ​ສາມາດ​ນຳ​ໃຊ້​ໄດ້.

ສ່ວນນັກໂທດຄົນອື່ນໆ ເກືອບວ່າຄົນເວ້ນຄົນ ແມ່ນໄດ້ຖືກປະຫານ ຊີວິດ.

ອະນຸສາວະລີ​ໃໝ່ ທີ່ມີ​ລັກ​ສະ​ນະ​ເປັນ​ທາດ ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ​ລຸນ​ຫລັງ​ມີ​ການ​ຮ້ອງ​ຂໍຈາກ​ພວກໂຈດຢູ່​ສານ​ອາ​ຊະ​ຍາ​ກຳ​ສົງຄາມ ທີ່​ໄດ້​ຕັດສິນໂທດຈຳຄຸກ ສະຫາຍດອ໊ຍກ໌ ຕະຫລອດ
ຊີວິດ ໃນປີ 2012.

ຜູ້ນຶ່ງໃນຈຳນວນໂຈດ ແມ່ນນາງ Im Sunty ຊຶ່ງສາມີຂອງນາງ ທີ່ເປັນອາຈານສອນໜັງສື
ທີ່ມີຊື່ສຽງ ໄດ້ຖືກຄາດຕະກຳ ຢູ່ໃນຄຸກນັ້ນ. ລາວຮູ້ສຶກດີໃຈທີ່ໄດ້ເຫັນອະນຸສາວະລີແຫ່ງນັ້ນ ສ້າງຂຶ້ນ.

ນາງໝ້າຍ Im Sunty ກ່າວວ່າ “ບັດນີ້ ອະນຸສາວະລີກໍໄດ້ສ້າງຂຶ້ນແລ້ວ ມັນຊ່ວຍຫລຸດຜ່ອນຄວາມເຈັບປວດລົງແດ່ ເພາະວ່າ ບັດນີ້ ພວກເຮົາ
ມີບ່ອນໃຫ້ມາຂາບໄຫວ້ ແລະສະແດງຄວາມເຄົາລົບນັບຖື ຕໍ່ພວກທີ່
ໄດ້ເສຍຊີວິດໄປ ໃນກຳປູເຈຍ ຮວມທັງພວກທີ່ເສຍຊີວິດ ຢູ່ບ່ອນນີ່ນຳ.”


ຊື່ຂອງພວກເຄາະຮ້າຍ ກ່ວາ 12,000 ຄົນ ທີ່ເສຍຊີວິດໄປໃນຄຸກ S-21 ນັ້ນ ຈະຖືກຈາລຶກ
ລົງ ໃນແຜ່ນຫິນອ່ອນສີດຳຢູ່ອ້ອມຂ້າງທາດ. ແລະຈຸດນີ້ເອງ ທີ່ເປັນຈຸດໂຕ້ແຍ້ງຖົກຖຽງກັນ.

Youk Chhang ເປັນຜູ້ອຳນວຍການຂອງ ສູນກາງບັນທຶກແຫ່ງກຳປູເຈຍ ທີ່ເປັນອົງການ
ສຳຄັນທີ່ທຳການຄົ້ນຄວ້າ ກ່ຽວກັບອາຊະຍາກຳຕ່າງໆ ຂອງພວກຂະເໝນແດງ.

ລາວກ່າວວ່າ 80 ສ່ວນຮ້ອຍຂອງພວກທີ່ຖືກຂ້າຕາຍ ຢູ່ໃນຄຸກ S-21 ແມ່ນພວກຂະເໝນ
ແດງ ແລະມີພຽງແຕ່ 20 ສ່ວນຮ້ອຍເທົ່ານັ້ນ ທີ່ຕົກຢູ່ໃນກໍລະນີພວກເຄາະຮ້າຍແທ້ໆ.

Youk Chhang ເວົ້າວ່າ ການ​ເອົາ​ໝົດທຸກ​ຊື່​ມາຈາລຶກ​ລົງ​ນັ້ນ ​ເຮັດ​ໃຫ້​ຊື່​ຂອງ​ພວກ​ເຄາະ
ຮ້າຍ ​ເຊັ່ນ​ສາມີ​ຂອງ​ນາງ Im Sunty ປະ​ປົນ​ກັນ​ກັບ ​ຊື່​ຂອງ​ພວກ​ອາຊະ​ຍາກ​ອນ.

ທ່ານ Youk Chhang ກ່າວ​ວ່າ “ມັນ​ເປັນ​ອະນຸສອນ​ສະຖານ ທີ່​ມີ​ການ​ຖົກ​ຖຽງ​
ໂຕ້​ແຍ້​ງກັນ​ຫລາຍ​ທີ່​ສຸດ. ນັ້ນ​ເປັນ​ເຫດຜົນ ທີ່​ວ່າ​ເປັນ​ຫຍັງ ຂ້ອຍ​ຈື່ງ​ມັກ​ອະນຸສາ
ວະລີ​ອັນ​ກ່ອນ. ມັນພຽງ​ເປັນ​ອະນຸສາວະລີ​ທາງ​ດ້ານ​ຈິດ​ໃຈ ສຳ​ຫລັບ​ໝົດທຸກ​ຄົນ​
ທີ່​ຕາຍ​ໄປ​ເທົ່າ​ນັ້ນ. ​ແຕ່ວ່າ ພໍເຈົ້າ​ເລີ້ມ​ລະບຸ​ຊື່ ​ແລະ​ເລີ້ມ​ຈາລຶກ​ມັນ​ລົງ​ໄປ ​ແລະ​
ເຈົ້າ​ເລີ້ມ​ລະບຸ​ວ່າ​ ເປັນ​ພວກ​ນັ້ນພວກ​ນີ້​ແລ້ວ ​ເວລາ​ນັ້ນ​ແຫລະ ມັນ​ສ້າງ​ບັນຫາ.”


ຂຸນ​ນາງ Joachim von Marschall ​ເປັນ​ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ ປະຈຳ​ກຳ​ປູ
ເຈຍ. ປະ​ເທດ​ຂອງ​ທ່ານ​ເປັນ​ຜູ້​ໃຫ້ທຶນ​ສ້າງ ອະນຸສາວະລີ​ນີ້. ທ່ານ​ເຂົ້າ​ໃຈ​ບັນຫາ​ໂຕ້​ແຍ້​ງ
ກ່ຽວ​ກັບເລື້ອງ​ຊື່ນັ້ນ ​ແຕ່​ກໍ​ເຕືອນ​ວ່າ ການ​ຂີດ​ເສ້ນ​ລະຫວ່າງ​ພວກ​ເຄາະ​ຮ້າຍ ​ກັບ​ພວກ​ກໍ່​
ອາ​ຊະ​ຍາ​ກຳ​ ​ໃນ​ສະຖານະ​ການ​ທີ່​ຮ້າຍ​ແຮງ​ແບບ​ນີ້ ​ແມ່ນ​ບໍ່​ງ່າຍ​ສະ​ເໝີ​ໄປ.

ຂຸນ​ນາງ von Marschall ກ່າວ​ວ່າ “​ແລະເພາະສະ​ນັ້ນ ​ໃນ​ທາງສ່ວ​ນຕົວ​ແລ້ວ
ຂ້າພະ​ເຈົ້າຈຶ່ງຮູ້ສຶກ​ວ່າ ການ​ບໍ່​ພະຍາຍາມ​ໃຈ້​ແຍກ​ນັ້ນ ​ແມ່ນ​ເປັນ​ການ​ຕັດສິນ
​ໃຈ​ທີ່​ສະຫລາດ​. ພວກ​ທີ່​ຮູ້​ເລື້ອງ​ກ່ຽວ​ກັບ​ອະດີດ​ຂອງ​ພວກ​ເຄາະ​ຮ້າ​ຍຢູ່​ທີ່​ນີ້ ​
ເຂົາ​ເຈົ້າ​ຮູ້ຈັກ​ແຍກ​ແຍະ ຂ້າພະ​ເຈົ້າ​ເຂົ້າ​ໃຈເຊັ່ນ​ນັ້ນ. ​ແລະ​ໃນ​ບັ້ນ​ສຸດ​ທ້າຍ​
ແລ້ວ ທຸກໆ​ຄົນ​ທີ່ຢູ່​ໃນ​ຫ້ອງ​ທໍລະມານ ກໍ​ແມ່ນ​ເສຍ​ຊີ​ວິດ​ໄປ ​ໃນ​ທາງ​ທີ່​ໂຫດ
ຮ້າຍ​ແບບ​ດຽວ​ກັນ​ໝົດ.”


​ແຕ່​ສິ່ງ​ນຶ່ງ​ທີ່​ທຸກໆ​ຄົນ​ເຫັນພ້ອມ​ນຳ​ກັນ ກໍ​ຄືຂໍ້ຄວາມ​ທີ່​ຈາລຶກ​ໄວ້​ໃນ​ທັງສີ່​ດ້ານ​ຂອງ​ທາດ
ທີ່​ເວົ້າ​ວ່າ “ພວກ​ເຮົາ​ຈະ​ບໍ່​ມີ​ວັນ​ລືມ​ອາ​ຊະ​ຍາ​ກຳ​ທັງຫລາຍ ທີ່​ກໍ່​ຂຶ້ນ​ໃນ​ລະຫວ່າງ​ລະບອບ​ປະຊາທິປະ​ໄຕ​ກຳປູ​ເຈຍ” ກໍ​ຄື​ ລະບອບ​ຂະ​ເໝນ​ແດງ​ນັ້ນ.

ວີດີໂອ: ສານອາຊະຍາກຳສົງຄາມ ຕັດສິນ ເມື່ອເດືອນສິງຫາ 2014 ວ່າ
ຂຽວ ສົມພອນ ກັບ ນວນ ເຈຍ ສອງອະດີດ ຜູ້ນຳຂະເໝນແດງ ມິຄວາມຜິດ ໃນການຂ້າລ້າງເຜົ່າພັນຊາວຂະເໝນ:

Emotional Scene Follows Khmer Rouge Guilty Verdicts
please wait

No media source currently available

0:00 0:02:59 0:00

XS
SM
MD
LG