ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຫາປາ ຢ່າງຜິດກົດໝາຍ ຢູ່ໃນເຂດຕົງເລສາບ ຂອງກໍາປູເຈຍ (ວີດີໂອ ລາວ/ອັງກິດ ກັບສະໄລດ໌)


ເບິ່ງລາຍງານນີ້ ເປັນພາສາລາວ

ພວກ​ຊາວບ້ານ​ທີ່​ອາ​ໃສ​ຢູ່​ຕາມບຶງ ຕົງ​ເລ​ສາບ ຫລື ທະ​ເລ​ສາບ ​ໃນ​ກໍາປູ​ເຈຍ ທີ່ເພິ່ງ​ພາອາໄສ​ການ​ຫາປາ​ເພື່ອລ້ຽງ​ຊີບ​ປະ​ຈໍາ​ວັນ​ນັ້ນ ເວົ້າ​ວ່າ ວິຖີ​ການ​ດໍາ​ລົງຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ ​ແມ່ນ​ໄດ້​ຖືກ​ຂົ່ມຂູ່​ໂດຍ​ການ​ປະມົງເພື່ອ​ການ​ຄ້າ​ທີ່ຜິດ​ກົດໝາຍ ຊຶ່ງກໍ​ຍັງດໍາ​ເນີນ​ໄປ​ຢ່າງ​ບໍ່​ລົດ​ລະ ທັງໆ​ທີ່ໄດ້​ມີ​ການ ​ສັ່ງ​ຫ້າມ​ຂອງ​ລັດຖະບານ​ແລ້ວ​ກໍ​ຕາມ ​ແລະ​ພວກ​ຊາວ ບ້ານ​ເວົ້າ​ອີກ​ວ່າ ບັນດາ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ການບັງ​ຄັບໃຊ້ຂໍ້​ຫ້າມ
ດັ່ງກ່າວ​ນີ້ ​ຖືກ​ຈ້າງ​ສິນ​ບົນ ​ໃຫ້​ເຮັດ​ເອົາ​ຫູ​ໄປ​ນາ​ເອົາ​ຕາ​ໄປ​ໄຮ່.

​ເຖິງ​ແມ່ນ​ລັດຖະບານ​ໄດ້​ມີ​ຄໍາສັ່ງ​ຫ້າມ ​ບໍ່​ໃຫ້​ທໍາ​ການ​ປ​ະມົງ​ເພື່ອ​ການ​ຄ້າ ຢູ່​ໃນທົ່ວ​ທະເລ​ສາບ​ ຊຶ່ງ​ເປັນ​ບຶງ​ໃຫຍ່​ທີ່​ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້​ນັ້ນກໍ​ຕາມ ​ແຕ່ພວກ​ປະຊາ​ຄົມຊາວບ້ານ​ຫາ​ປາຢູ່​ທີ່ນີ້​ກ່າວ​ວ່າ ການໃຫ້ສິນ​ບົນ​ພວກ​ເຈົ້າໜ້າ​ທີ່ທ້ອງ​ຖິ່ນ ທີ່​ສໍ້​ລາດ​ບັງ​ຫຼວງນັ້ນ​ ​ໝາຍ​ຄວາມ​ວ່າ ການ​ປະ​ມົງ​ເພື່ອ​ການ​ຄ້າແມ່ນ​ຍັງ​ສືບຕໍ່​ເພີ່ມຂື້ນໄປ​ຢ່າງ​ຕໍ່​ເນື່ອງ​ນັ້ນ​ເອງ.

ການ​ສັ່ງ​ຫ້າມດັ່ງກ່າວ ​ແມ່ນ​ມີ​ເປົ້າ​ໝາຍ​ ​ເພື່ອ​ລົດ​ອັດຕາ​ການ​ຫາ​ປາຫລາຍ​ເກີນໄປ​ແລະ ຢ່າງ​ໄວ ຢູ່​ໃນ​ທະ​ເລ​ສາບ​ນັ້ນ​ລົງ ຊຶ່ງບຶງ​ແຫ່ງ​ນີ້​ເປັນ​ແຫຼ່ງ ອາຫານ​ຫຼັກສໍາລັບ​ສ່ວນ​ໃຫຍ່ ຂອງປະ​ເທດ​.

ມາວ ​ເປັນ ຫົວໜ້າ​ປະຊາ​ຄົມ​ຫາ​ປາ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ ກ່າວ​ວ່າ​ ພວກເຈົ້າ ໜ້າ​ທີ່ບັງຄັບ​ກົດໝາຍ ​ແມ່ນກໍາລັງສົມຮູ້​ຮ່ວມ​ຄິດ ​ກັບ​ພວກ​ຫາ​ປາ​ຜິດ​ກົດ ໝາຍ.

ລາວກ່າວ​ວ່າ: “ຝ່າຍ​ນຶ່ງເປັນ​ຜູ້​ຮັບ​ເງິນ​ສິນບົນ ​ແລະ​ກໍຫຼັບ​ຫູ​ຫຼັບ​ຕາ​ເຮັດ​ບໍ່​ຮູ້​ບໍ່​ເຫັນ ສ່ວນ​ອີກ​ຝ່າຍ​ກໍ​ພາກັນ​ຖື​ໂອກາດຫາ​ປາ​ຜິດ​ກົດ​ໝາຍ.ພວກເຈົ້າໜ້າ​ທີ່​ບັງຄັບ​ກົດ ໝາຍ​ແມ່ນ​ສົມຮູ້​ຮ່ວມ​ຄິດ​ກັບ​ພວກ​ຝ່າຝືນ​ກົດໝາຍ​. ມັນ​ເປັນ​ສະຖານະ​ການແບບ 50-50 ​ໄດ້​ນໍາ​ກັນ​ທັງ​ສອງ​ຝ່າຍ. ນີ້​ຫຼະຄື​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ໝູ່​ບ້ານ​ຂອງ​ຂ້ອຍ​ສູ່​ມື້​ນີ້.”

ປະຊາ​ຄົມ​ນີ້ ປະກອບດ້ວຍໝູ່​ບ້ານເຮືອນ​ແພ​ ຫ້າ​ໝູ່​ບ້ານດ້ວຍ​ກັນ ທີ່​ເປັນ​ບ້ານ​ຢູ່​ຂອງ​ຫຼາຍ​ກວ່າ 2000 ຄອບຄົວ ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ເພິ່ງ​ພາ​ການ​ຫາ​ປາ​ ເປັນ​ອາຊີບຫຼັກ ລ້ຽງ​ຊີວິດ ປະ​ຈໍາ​ວັນ​ຂອງ​ພວກ​ເຂົາ​ເຈົ້າ.

ບຸນ ​ເພັງ ຫົວໜ້າ​ຄຸ້ມໝູ່​ບ້ານດັ່ງກ່າວ​ນີ້ ຍອມຮັບ​ວ່າ ການ​ກິນ​ສິນ​ບົນ ​ເປັນ​ບັນຫາໜັກ. ລາວ​ບອກ​ວີ​ໂອ​ເອວ່າ ບໍ່​ມີໂຄງ​ຮ່າງທາງ​ກົດໝາຍສໍາລັບ​ບັງຄັບ​ໃຊ້​ຂໍ້​ຫ້າມ ​ບໍ່​ໃຫ້ຫາ​ປາ​ໄປຄ້າຂາຍ​ໃນ​ລະດັບ​ໃຫຍ່​ນັ້ນ. ​ແຕ່​ບາດ​ແລ້ວ ​ລາວເວົ້າ​ວ່າ ລາວ​ຈະ​ກໍາຈັດຖອນ​ຮາກ​ການ ລະ​ເມີດ​ນີ້ໃຫ້​ໄດ້​ພາຍໃນ​ທ້າຍ​ປີ​ນີ້ ​ໂດຍ​ບໍ່​ຕ້ອງໄດ້​ອະທິບາຍ​ຕໍ່​ວ່າ​ແນວ​ໃດ​.

ລາວ​ເວົ້າ​ວ່າ: “ສະ​ຖາ​ບັນ​ຕ່າງໆ​ຫຼື​ບັນດາ​ເຈົ້າໜ້າ​ທີ່ ກໍ​ຍັງ​ພາກັນ ຮ່ວມ​ຫົວ​ກັນ​ກິນ​ສິນ​ບົນ​ກັນ​ຢູ່ ຢູ່​ໃນ​ປະຊາ​ຄົມ​ຂອງ​ຂ້ອຍ ​ແຕ່​ຈາກ​ນີ້​ໄປ​ຈົນ​ເຖິງ​ທ້າຍ​ປີ​ນີ້ ຂ້ອຍ​ຈະ​ຈັດການ​ກໍາຈັດ​ມັນ​ໃຫ້​ໄດ້​ ຢ່າງ​ເດັດຂາດ.

​ທາງ​ຝ່າຍບັນດາ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຈາກ​ກົມ​ປະ​ມົງຂອງກະຊວງ​ກະ​ເສດ ກໍ​ປະຕິເສດ​ວ່າ ​ບໍ່​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ແບບ​ນັ້ນ​ເກີດ​ຂຶ້ນ.

ທ່ານ Yuth Tan ​ເປັນຮອງ​ຫົວ​ໜ້າປະມົງ ປະ​ຈໍາ​ເຂດ Preak Tol

ທ່ານ ຢຸດ​ຕັນ ກ່າວ​ວ່າ: “ກ່ຽວ​ກັບ​ບັນຫາ​ນີ້ ທາງ​ເຈົ້າໜ້າ​ທີ່ ​ເຊັ່ນ​ຈາກ​ກົມ​ປະມົງນີ້ ​ແມ່ນບໍ່ໄດ້
ມີ​ສ່ວນ​ພົວພັນ ຫຼື​ວ່າໄດ້​ສົມຮູ້​ຮ່ວມ​ຄິດ​ໃດໆ ​ກັບ​ພວກ​ລະເມີດກົດ​ໝາຍຫ້າມຫາ​ປາ​ຜິດ​ກົດໝາຍນັ້ນ​.ບໍ່…ບໍ່​ມີ​ເລີຍ.

​ແຕ່​ກໍ​ຍັງ​ມີ ການ​ປະມົງຜິດ​ກົດໝາຍ​ເກີດ​ຂຶ້ນຢູ່​ທີ່​ນີ້ຢູ່. ​ແມ່ນ​ແຕ່​ພວກ​ມາ​ທ່ອງ​ທ່ຽວ​ກໍ​ເຫັນ. ຄົນຫາປາ​ຊາວ​ຫວຽດນາມ​ທີ່​ເວົ້າ​ພາສາ​ຂະ​ເໝນ​ໄດ້ ບອກ​ວີ​ໂອ​ເອ ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ກຸ່ມ​ຂອງ​ລາ​ວ
​ໄດ້​ຈ່າຍ​ເງິນ​ໃຫ້​ເຈົ້າໜ້າ​ທີ່ທ້ອງ​ຖິ່ນ​ຄົນ​ນຶ່ງ ຊື່ ລີ ປະມານ 50 ​ໂດ​ລາ ​ເພື່ອ​ແລ​ກກັບ​ໃບ​ອະນຸຍາດໃຫ້​ໃຊ້ມອງ​ຫາ​ປາຍາວ​ຫຼາຍ​ຮ້ອຍ​ແມັດ ທີ່​ຜິດກົດໝາຍນັ້ນ ຫາ​ປາ​.

​Mao Peng Ly ເຈົ້າໜ້າ​ທີ່​ກົມ​ປະມົງ​ຄົນ​ນຶ່ງ ​ທີ່ຢູ່​ໃກ້​ກັນ ປະຕິ​ເສດວ່າ​ ບໍ່​ໄດ້ສ່ວນພົວພັນ​ໃນ​ເລຶ່ອງນີ້.

ລາວ​ເວົ້າວ່າ: “ຂ້ອຍ​ບໍ່​ຍອມຮັບ​ໃນ​ເລຶ່ອງນີ້ ​ເພາະວ່າ​ຂ້ອຍ​ບໍ່​ຮູ້ຈັກ​ກັບ​ພວກ​ຫາ​ປາ​ຜິດ​ກົດໝາຍ ​ແລະ​ກໍ​ບໍ່​ເຄີຍ​ພົວພັນ​ກັບ​ພວກ​ເຂົາ.”

​ໃນ​ຊ່ອງ​ວ່າງ​ລະຫວ່າງ​ສິ່ງ​ທີ່​ກໍາລັງເກີດ​ຂຶ້ນໂຕ​ຈິງ ກັບສິ່ງ​ທີ່​ພວກ​ເຈົ້າໜ້າ​ທີ່​ກົມ​ປະ​ມົງ ກ່າວວ່າ​ມັນ​ກໍາລັງ​ເກີດ​ຂຶ້ນນັ້ນ ​ແມ່ນ​ພວກ​ຊາວບ້ານ​ທີ່ເພິ່ງພາ​ປາ​ເປັນ​ອາຫານ​ຫຼັກ​ແລະ​ແຫ​ລ່ງລາຍ​ໄດ້​ເລັກໆ​ນ້ອຍໆ​ເພື່ອ​ຍັງ​ຊີບ ​ຜູ້​ທີ່​ເວົ້າ​ວ່າ ພວກ​ເຂົາ​ເຈົ້າຢາກໃຫ້ກໍາຈັດ ການ​ປະຕິບັດ​ທີ່​ຜິດ​ກົດ
ໝາຍ​ນີ້​ ໃຫ້​ໝົດ​ສິ້ນ​ໄປ​ໂດຍ​ໄວ.

ເບິ່ງວີດີໂອລາຍງານເລື້ອງນີ້ ເປັນພາສາອັງກິດ:
Livelihood of Villagers Along Cambodia's Tonle Sap Lake Threatened
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ


ເບິ່ງສະໄລຮູບການຫາປາຢູ່ຕົງເລສາບ
XS
SM
MD
LG