ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຫາປາ ຢ່າງຜິດກົດໝາຍ ໃນຕົງເລສາບ ຂອງກໍາປູເຈຍ


ພວກ​ຊາວບ້ານ​ທີ່​ອາ​ໄສ​ຢູ່​ຕາມບຶງ ຕົງ​ເລ​ສາບ ຫລື ທະ​ເລ​ສາບ ​ໃນ​ກໍາປູ​ເຈຍ ທີ່​​ເພິ່ງ​ພາອາ​​ໄສ​ການ​ຫາປາ​​​ເພື່ອລ້ຽງ​ຊີບ​ປະ​ຈໍາ​ວັນ​ນັ້ນ ເວົ້າ​ວ່າ ວິຖີ​ການ​ດໍາ​ລົງຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ ​ແມ່ນ​ໄດ້​ຖືກ​ຂົ່ມຂູ່​ໂດຍ​ການ​ປະມົງ​​ເພື່ອ​ການ​ຄ້າ​ທີ່ຜິດ​ກົດໝາຍ ຊຶ່ງກໍ​ຍັງດໍາ​ເນີນ​ໄປ​ຢ່າງ​ບໍ່​ລົດ​ລະ ທັງໆ​ທີ່​​ໄດ້​ມີ​ການ ​ສັ່ງ​ຫ້າມ​ຂອງ​ລັດຖະບານ​ແລ້ວ​ກໍ​ຕາມ ​ແລະ​ພວກ​ຊາວ ບ້ານ​ເວົ້າ​ອີກ​ວ່າ ບັນດາ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ການບັງ​ຄັບ​​ໃຊ້ຂໍ້​ຫ້າມດັ່ງກ່າວ​ນີ້ ​ຖືກ​ຈ້າງ​ສິນ​ບົນ ​​​ໃຫ້​ເຮັດ​ເອົາ​ຫູ​ໄປ​ນາ​ເອົາ​ຕາ​ໄປ​ໄຮ່.

XS
SM
MD
LG