ຄວາມພະຍາຍາມຂອງກຳປູເຈຍ ທີ່ຈະແກ້ໄຂບັນຫາ HIV/AIDS
ໃນໄລຍະ 15 ປີຜ່ານມາ ແມ່ນໄດ້ຮັບການຕົບມືຊົມເຊີຍ ທັງໄດ້
ເຮັດໃຫ້ກຳປູເຈຍກ້າວຂຶ້ນມາຢູ່ ແຖວໜ້າຂອງພວກປະເທດທີ່ມີ
ລາຍໄດ້ນ້ອຍຫລາຍໆປະເທດ. ແຕ່ວ່າພວກທີ່ໄດ້ມີສ່ວນພົວພັນ
ຫລາຍທີ່ສຸດໃນການດຳເນີນຄວາມ ພະຍາຍາມດັ່ງກ່າວ ບາງຄົນ
ມີຄວາມວິຕົກວ່າ ການທ້າທາຍຫລາຍໆຢ່າງທີ່ປາກົດຂຶ້ນມາ
ອາດສາມາດລຶບຄວາມກ້າວໜ້າທີ່ໄດ້ຮັບມານັ້ນ ກໍໄດ້. Robert
Carmichael ຜູ້ສື່ຂ່າວວີໂອເອ ລາຍງານມາຈາກນະຄອນຫລວງ
ພະນົມເປັນ ຊຶ່ງດາຣາຈະນຳມາ ສະເໜີທ່ານ.
ເປັນເວລາຫລາຍປີ ທີ່ກຳປູເຈຍໄດ້ກາງຕໍ່ເງິນທຶນຈາກພວກຊ່ວຍເຫລືອຕ່າງປະເທດ ສຳຫລັບການຕໍ່ສູ້ທີ່ໄດ້ຮັບຜົນສຳເລັດເປັນສ່ວນໃຫຍ່ຂອງຕົນ ຕ້ານເຊື້ອໄວຣັສ HIV/AIDS ນັ້ນ. ໂຕຢ່າງ ໃນປີ 2012 90 ສ່ວນຮ້ອຍຂອງເງິນຈຳນວນ 50 ລ້ານດອລລ່າ ທີ່ໃຊ້ຈ່າຍໃນການຕໍ່ສູ້ກັບໂຣກເອດສ໌ ແມ່ນມາຈາກພວກໃຫ້ເງິນຊ່ວຍເຫລືອ ເຊັ່ນອົງການ Global Fund, ລັດຖະບານສະຫະລັດ ແລະລັດຖະບານອອສເຕຣເລຍ.
ການຈັດຕັ້ງ ປະຕິບັດການປ້ອງກັນ ການສິດສອນ ແລະການປິ່ນປົວເປັນເວລາຫລາຍປີໄດ້
ປະສົບຜົນສຳເລັດ: ອັດຕາຂອງພວກຜູ້ໃຫຍ່ທີ່ຕິດເຊື້ອໄວຣັສ HIV ໄດ້ລຸດລົງຈາກ 2 ສ່ວນ
ຮ້ອຍ ໃນປີ 1998 ມາເຫລືອພຽງປະມານ 0.7 ສ່ວນຮ້ອຍ ຊຶ່ງແມ່ນລື່ນເປົ້າໝາຍການພັດ
ທະນາສະຫັດສະຫວັດຂອງກຳປູເຈຍ ສຳຫລັບປີ 2015 ຄື 1 ເປີເຊັນນັ້ນ. ຄວາມພະຍາ
ຍາມດັ່ງກ່າວນີ້ ແມ່ນນຳພາໂດຍສູນກາງເຊື້ອHIV/AIDS ພະຍາດຜິວໜັງແລະພະຍາດຕິດ
ແປດທາງເພດແຫ່ງຊາດ National Center for HIV/AIDS, Dermatology and STD
ຫລື
NCHADS ຂອງກຳປູເຈຍ ຊຶ່ງເປັນອົງກອນຂອງລັດຖະບານທີ່ໄດ້ຮັບມອບໝາຍໜ້າທີ່ໃຫ້
ຫາທາງກຳຈັດ ເຊື້ອໄວຣັສ HIV.
ຫົວໜ້າຂອງ NCHADS, Dr Mean Chhivun ມີເປົ້້າໝາຍທີ່ໃຫຍ່ໂຕກ່ວານັ້ນອີກ.
Dr Mean Chhivun ກ່າວວ່າ: “ອິງໃສ່ປະສົບປະການທີ່ພວກເຮົາໄດ້ຮັບໃນໄລຍະ
15 ປີຜ່ານມາ ອິງໃສ່ບົດຮຽນທີ່ພວກເຮົາໄດ້ຮຽນຮູ້ ໃນການຕໍ່ສູ້ກັບເຊື້ອ HIV ແລະ
ໃນການສະໜອງການດູແລທີ່ດີຂຶ້ນໃຫ້ແກ່ ພວກປະຊາຊົນ ທີ່ດຳລົງຊີວິດຢູ່ກັບເຊື້ອ
HIV ແລະໂຮກ AIDS ນັ້ນ ພວກເຮົາຈຶ່ງໄດ້ວາງເປົ້າໝາຍທີ່ໃຫຍ່ໂຕຫລາຍ ໃນການ
ກຳຈັດການ ຕິດແປດເຊື້ອ HIV ໃຫ້ ໝົດສິ້ນໄປ ພາຍໃນປີ 2020."
ຢູ່ກຳປູເຈຍ ເຊື້ອ HIV ແມ່ນຈະຖືກແຜ່ຜາຍອອກໄປ ໂດຍຜ່ານການມີເພດສຳພັນກັບເພດກົງກັນຂ້າມ ເປັນສ່ວນໃຫຍ່. ພວກກຸ່ມຄົນທີ່ມີຄວາມສ່ຽງສູງ ແມ່ນພວກພະນັກງານໃຫ້ຄວາມບັນເທິງ ຈຳນວນປະມານ 36,000 ຄົນ ຊຶ່ງຫລາຍໆຄົນພາກັນຂາຍການບໍລິການທາງເພດ ຕະຫລອດທັງພວກເສບຢາທີ່ສັກຢາເສບຕິດໃສ່ເສ້ນເລືອດ ພວກຜູ້ຊາຍທີ່ມີເຊັກສ໌ກັບເພດຊາຍດ້ວຍກັນ ແລະພວກທີ່ປ່ຽນເພດ.
ພວກກຸ່ມຄວາມສ່ຽງສູງເຫລົ່ານີ້ ແມ່ນຊອກພົບໂຕໄດ້ຍາກ. ສະນັ້ນ ສູນກາງແລະພວກຄູ່
ຮ່ວມງານ ຈຶ່ງໄດ້ເຮັດວຽກກັບບັນດາອົງການຈັດ ຕັ້ງປະຊາສັງຄົມ ທີ່ເປັນໂຕແທນຜົນປະ
ໂຫຍດຂອງພວກເຂົາ. ເມື່ອ ນຶ່ງປີກ່ອນນີ້ ສູນກາງ NCHADS ໄດ້ຈັດຕັ້ງປະຕິບັດໂຄງ
ການນຶ່ງ ທີ່ສະເໜີ ທຳການກວດເລືອດໃຫ້ແບບງ່າຍໆໂດຍການແທງເອົາເລືອດ ຈາກນິ້ວມື
ເພື່ອກວດຫາເຊື້ອ HIV ນັ້ນ ແລະໃຫ້ການປຶກສາແນະນຳ ແກ່ພວກປະຊາກອນທີ່ມີຄວາມ
ສ່ຽງຫລາຍທີ່ສຸດ. ປັດຈຸບັນ ໂຄງການນີ້ໄດ້ເຂົ້າເຖິງ ປະມານ 40 ສ່ວນຮ້ອຍຂອງປະຊາຊົນ
ໃນພວກກຸ່ມທີ່ກ່າວມານັ້ນ. Dr Chhivun ເວົ້າວ່າ ພາຍໃນເວລານຶ່ງປີ ໂຄງການນີກໍໜ້າຈະ
ເຖິງຮອດ 90 ສ່ວນຮ້ອຍ.
ທັງໝົດນັ້ນແມ່ນສ່ວນນຶ່ງຂອງອັນທີ່ Dr Chhivun ເອີ້ນວ່າ “ເຮັດໃຫ້ໄດ້ຫລາຍຂຶ້ນ ໂດຍໃຊ້ຊັບພະຍາກອນໜ້ອຍລົງ” ຊຶ່ງໄດ້ກາຍມາມີຄວາມສຳຄັນຫລາຍຂຶ້ນ ໃນຂະນະທີ່ພວກໃຫ້ທຶນພາກັນຕັດງົບປະມານ ຊ່ວຍເຫລືອລົງ.
Dr Chhivun ເວົ້າວ່າ: “ພວກເຮົາຕ້ອງໄດ້ຊອກຫາ ວິທີການແຊກແຊງທີ່ສິ້ນເປືອງຄ່າ
ໃຊ້ຈ່າຍໜ້ອຍ ແຕ່ມີຜົນກະທົບສູງ ຫລືໄດ້ຜົນດີ. ອັນນີ້ແມ່ນສຳຄັນຫລາຍ ທ່ານຮູ້ບໍ່?
ເພາະວ່າ ພວກເຮົາໄດ້ໃຊ້ຄວາມສາມາດຂອງພວກເຮົາທີ່ໄດ້ສ້າງມາໃນໄລຍະ 15 ປີ
ທີ່ຜ່ານມາ ເພື່ອຮັກສາຄວາມພະຍາຍາມຂອງພວກເຮົາເອົາໄວ້ ກໍຄືຮັກສາທຶນທີ່ໄດ້
ຮັບມາ. ນັ້ນແຫລະຄືການທ້າທາຍຫລັກທີ່ພວກເຮົາຈະປະເຊີນໃນອະນາຄົດ ໃນ
ເລື້ອງຂອງຊ່ອງໂຫວ່ທາງການເງິນ.”
ທ່ານນາງ Marie-Odile Emond ຫົວໜ້າພະແນກໂຣກ AIDS ຂອງສະຫະປະຊາຊາດ
ຫລື UNAIDS, ປະຈໍາກຳປູເຈຍ ກ່າວວ່າ 83 ສ່ວນຮ້ອຍຂອງພວກປະຊາຊົນທີ່ຕິດເຊື້ອ
HIV ຈຳນວນ 76,000 ຄົນ ຂອງກຳປູເຈຍ ບັດນີ້ ໄດ້ພາກັນກິນຢາຕໍ່ຕ້ານການກັບຄືນມາ
ຂອງເຊື້ອໄວຣັສ HIV ແລະການເສຍຊີວິດທີ່ພົວພັນກັບໂຣກ AIDS ກໍໄດ້ຫລຸດລົງ 72
ສ່ວນຮ້ອຍ ຈາກປີ 2005 ຫາ 2013. ຢ່າງໃດກໍຕາມ ທ່ານນາງເວົ້າວ່າ ພວກກຸ່ມທີ່ມີຄວາມ
ສ່ຽງ ກໍຍັງບໍ່ໄດ້ຮັບການຊ່ວຍເຫລືອ ຢ່າງພຽງພໍ. ກົດໝານສອງສະບັບທີ່ຖືກຮັບຜ່ານເອົາ
ໃນຊຸມປີຜ່ານມາບໍ່ດົນ ໄດ້ເຮັດໃຫ້ການເຂົ້າຫາພວກກຸ່ມຄົນເຫລົ່ານັ້ນ ຍາກຂຶ້ນ: ອັນນຶ່ງກໍ
ແມ່ນກົດໝາຍປາບປາມການຄ້າມະນຸດ ທີ່ຫ້າມໂຮງແມ່ຈ້າງ ຊຶ່ງເຮັດໃຫ້ການຄ້າປະເວນີ
ກາຍເປັນທຸລະກິດໃຕ້ດິນໄປ. ສ່ວນອີກສະບັບນຶ່ງ ແມ່ນກົດໝາຍປັບປຸງຄວາມໝັ້ນຄົງ ໃນ
ລະດັບທ້ອງຖິ່ນ.
ທ່ານນາງ Marie-Odile Emond ເວົ້າວ່າ, “ຜົນ ກະທົບຂອງກົດ ໝາຍເຫລົ່ານີ້
ແທ້ໆແລ້ວ ກໍແມ່ນເຮັດໃຫ້ພວກປະຊາຊົນເຫລົ່ານັ້ນ ຫລາຍໆຄົນ ຜູ້ຊຶ່ງ ກໍຄືທ່ານຮູ້
ຫັ້ນແຫລະ ມີຄວາມສ່ຽງສູງຕໍ່ການຕິດເຊື້ອ HIV - ຄື ພວກບໍລິການທາງເພດ ຫລື
ພວກເສບຢາເສບຕິດນັ້ນ ຢ້ານກົວການຖືກຈັບ ແລ້ວກໍພາກັນລັກລີ້ເຮັດ ແລະບໍ່
ເປີດເຜີຍຫລາຍຂຶ້ນ.”
ທ່ານ ນາງ Marie-Odile Emond ເວົ້າວ່າ ນີ້ແມ່ນຄວາມເປັນຫ່ວງທີ່ຮ້າຍແຮງ ທີ່ສາມາດບ່ອນທຳລາຍຫລືບັ່ນທອນ ຄວາມພະຍາຍາມທີ່ຈະກຳຈັດການຕິດເຊື້ອ HIV ລາຍໃໝ່. ທ່ານນາງກ່າວຕໍ່ໄປວ່າ ວິທີແກ້ໄຂ ຢ່າງນ້ອຍກໍສ່ວນນຶ່ງ ແມ່ນໃຫ້ UNAIDS ແລະອົງການອື່ນໆ
ແນເປົ້າໝາຍຄວາມພະຍາຍາມຂອງພວກເຂົາເຈົ້າໃໝ່ ເພື່ອໃຫ້ແນ່ໃຈວ່າ ພວກກຸ່ມຄົນສ່ຽງ
ເຫລົ່ານັ້ນ ຮູ້ວ່າມີການບໍລິການຕ່າງໆໄວ້ຊ່ວຍເຫລືອພວກເຂົາເຈົ້າ. ທ່ານນາງ Emond ເວົ້າ
ວ່າ ເວລານີ້ ກຳປູເຈຍແມ່ນໄດ້ເດີນທາງມາຮອດ "ທາງແຍກ."
ທ່ານນາງ Emond ເວົ້າວ່າ: “ການ ປ່ຽນແປງໃນດ້ານທຶນຮອນແມ່ນຈະໃຫຍ່ຫລວງ
ຫລາຍ ໃນຊຸມປີຕໍ່ໜ້ານີ້. ສະນັ້ນພວກເຮົາ ຈຶ່ງຫວັງອີ່ຫລີ່ວ່າ ລັດຖະບານຈະເພີ້ມ
ງົບປະມານຂອງຊາດສຳຫລັບໂຄງການນີ້ຂຶ້ນ ເພາະວ່າການລົງທຶນທັງໝົດແລະ
ຄວາມກ້າວໜ້າ ທີ່ໄດ້ຮັບມາ ໃນການຮັບມີກັບເຊື້ອ HIV ນັ້ນ ຈໍາເປັນຕ້ອງຮັກສາ
ໄວ້ ແລະໃຫ້ມີ ສືບຕໍ່ໄປ.”
ມາຮອດປັດຈຸບັນນີ້ ມັນແມ່ນຄວາມພະຍາຍາມຮ່ວມກັນ ຂອງລັດຖະບານ ກັບປະຊາຄົມ
ນາໆຊາດ ກຸ່ມປະຊາສັງຄມ ແລະກຸ່ມພົນລະເມືອງຄວາມສ່ຽງສູງທີ່ສຳຄັນໆ ທີ່ໄດ້ຜັກດັນ
ໃຫ້ການຮັບມືກັບເຊື້ອ HIV ຂອງກຳປູເຈຍ ສຳເລັດຜົນ. ແຕ່ວ່າ ການທີ່ຈະໃຫ້ບັນລຸເປົ້າ
ໝາຍອັນໃຫຍ່ໂຕ ໃນການບໍ່ໃຫ້ມີກໍລະນີຕິດເຊື້ອ HIV ລາຍໃໝ່ເລີຍ ພາຍໃນປີ 2020 ນັ້ນ
ຢ່າງນ້ອຍທີ່ສຸດ ລັດຖະບານກໍຈະຕ້ອງໄດ້ໃຊ້ຈ່າຍເງິນຕື່ມອີກ ແລະຮັບປະກັນວ່າ ບັນດາ
ກະຊວງຕ່າງໆຮ່ວມແຮງຮ່ວມໃຈປະຕິບັດງານໄປໃນທາງດຽວກັນ. ຫາກແຕ່ວ່າ ມາຮອດ
ປັດຈຸບັນນີ້ ສິ່ງນັ້ນຍັງບໍ່ໄດ້ເກີດຂຶ້ນເລີຍ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບກອງປະຊຸມໂຣກເອດສ໌ ທີ່ຫາກໍສິ້ນສຸດລົງບໍ່ດົນ: