ເຖິງແມ່ນວ່າ ໂຣກ HIV/AIDS ໃນປັດຈຸບັນ ຈະເປັນໂຣກທີ່ປິ່ນ
ປົວໄດ້ກໍຕາມ ແຕ່ການຖືກວິນິດໄສວ່າເປັນໂຣກນີ້ ກໍຍັງເປັນປະ
ສົບການທີ່ປ່ຽນແປງຊີວິດໄດ້. ຢູ່ກຳປູເຈຍ ພວກຜູ້ຄົນທີ່ຕິດເຊື້ອ
HIV ມັກຈະຖືກເພື່ອນຝູງ ຄອບຄົວ ແລະປະຊາຄົມ ປະຕິເສດ
ແລະຕັດຂາດ. ຄວາມອັບອາຍຂາຍໜ້າດັ່ງກ່າວນີ້ ອາດສາມາດ
ເປັນສິ່ງທີ່ທົນບໍ່ໄດ້. ອັນດັບຕໍ່ໄປ ເຮົາມີເລື້ອງລາວກ່ຽວກັບການດິ້ນ
ຮົນຕໍ່ສູ້ຂອງແມ່ຍິງກຳປູເຈຍຄົນນຶ່ງ ເພື່ອໃຫ້ຜ່ານພົ້ນໂສກນາດຕະ
ກຳບັ້ນນຶ່ງໃນຊີວິດຂອງນາງ ເມື່ອຖືກກວດເຫັນວ່ານາງຕິດເຊື້ອໄວ
ຣັສ HIV ທີ່ພາໃຫ້ເປັນໂຣກ AIDS ຊຶ່ງສິງຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ໃນທຸກໆເຊົ້າທີ່ນາງອຸກນາວີ ຢືນແຕ່ງໂຕຢູ່ຕໍ່ໜ້າກະຈົກ ນາງກໍແມ່ນຈະເຫລືອດເບິ່ງຮູບ
ຂອງມື້ລາງສາມີຂອງນາງ ແລະລະນຶກເຖິງວັນເວລາທີ່ພວກເຂົາເຈົ້າເຄີຍມ່ວນຊື່ນນຳກັນ.
ສາມີຂອງນາງໄດ້ຂ້າໂຕຕາຍ ຫຼັງຈາກຮູ້ຈັກວ່າຕົນເອງຕິດເຊື້ອ HIV.
ນາງອຸກນາວີ ເລົ່າວ່າ “ຫຼັງ ຈາກເສັດສິ້ນພິທີສົ່ງສະການສາມີຂ້ອຍໄດ້ບໍ່ດົນ
ຂ້ອຍກໍຖືກຢຽດຢາມ ແລະໄດ້ຮັບການປະຕິບັດຕໍ່ ຜິດກັບແຕ່ກ່ອນຈາກພວກ
ຊາວບ້ານ. ພວກເດັກນ້ອຍໃນບ້ານດຽວກັນ ກໍເລີ້ມເວົ້າເຍາະເຍີ້ຍລູກຊາຍ
ຂ້ອຍເວົ້າໃສ່ລາວວ່າ ‘ພໍ່ມຶງເປັນໂຣກ AIDS ແລະລາວອາດຈະໄດ້ແຜ່ຜາຍ
ໄປໃສ່ຄົນໃນໝົດບ້ານແລ້ວ ກໍໄດ້’.”
ຫລັງຈາກຜົວຕາຍ ນາງອຸກນາວີໄດ້ສືບຕໍ່ອາໄສຢູ່ໃນເຮືອນຂອງລາວຕໍ່ໄປ ຢູ່ໃກ້ໆກັບ
ຊາຍແດນໄທ ແລະນາງກໍມີຄວາມຢ້ານກົວວ່າ ນາງເອງກໍອາດໄດ້ຕິດເຊື້ອພະຍາດ
ດັ່ງກ່າວນັ້ນ ແລ້ວເຊັ່ນກັນ.
ນາງອຸກນາວີ ກ່າວວ່າ: “ຂ້ອຍເວົ້າກັບໂຕເອງວ່າ ຖ້າຂ້ອຍຕິດພະຍາດຄືກັນ
ຂ້ອຍຈະຂ້າໂຕຕາຍ. ຂ້ອຍຢາກຕາຍດີກວ່າ ເພາະວ່າການເປັນໂຣກ AIDS
ນຳເອົາແຕ່ຄວາມອັບອາຍມາໃຫ້. ການຖືກກາໜ້າວ່າເປັນໂຣກ AIDS ມັນ
ຮຸນແຮງຫລາຍ ແລະຜູ້ຄົນກໍພາກັນລັງກຽດແລະຢຽດຢາມ.”
ຍ້ອນຄວາມລັງກຽດ ພວກຊາວບ້ານໄດ້ເອົາໄຟຈູດເຮືອນລາວ. ນາງອຸກນາວີ ຈຶ່ງໄດ້
ກັບຄືນບ້ານໄປຢູກັບເອື້ອຍລາວ ໃກ້ກັບນະຄອນຫຼວງພະນົມເປັນ.
ລາວມັກເຈັບຢູ່ເລື້ອຍໆ ແລະການກວດສຸຂະພາບໄດ້ຢັ້ງຢືນຄວາມຢ້ານກົວທີ່ສຸດຂອງ
ລາວ ກໍຄືລາວໄດ້ຕິດເຊື້ອ HIV ຊຶ່ງເປັນເຊື້ອໄວຣັສ ທີ່ພາໃຫ້ເປັນໂຣກ AIDS ນັ້ນ.
ນາງອຸກນາວີ ກ່າວວ່າ:
“ເອື້ອຍຄົນດຽວຂອງຂ້ອຍ ແລະພວກລູກນ້ອງລູກອ້າຍຂ້ອຍ ພາກັນສະແດງ
ທ່າທີແບບລັງກຽດຕໍ່ຂ້ອຍ. ແຕ່ກ່ອນນັ້ນ ພວກເຮົາໄດ້ກິນເຂົ້າກິນນ້ຳນຳກັນ
ແຕ່ຫຼັງຈາກຮູ້ວ່າ ຂ້ອຍຕິດເຊື້ອ HIV ແລ້ວ ພວກເຂົາເຈົ້າກໍບໍ່ຢາກກິນເຂົ້າ
ກິນນ້ຳຮ່ວມກັບຂ້ອຍ ເວລາລູກຊາຍຂ້ອຍໄປຫຼິ້ນຢູ່ໃກ້ໆ ພວກເຂົາເຈົ້ນເອີ້ນ
ລາວວ່າ “ລູກຄົນເປັນ AIDS.”
ກຳປູເຈຍໃຫ້ຢາຟີ ແກ່ພວກປະຊາຊົນທີ່ຕິດເຊື້ອ HIV 7 ໝື່ນຄົນຢູ່ໃນປະເທດ.
ແຕ່ຫຼາຍຄົນຕ້ອງຍົກຍ້າຍຈາກເຂດຊົນນະບົດ ເຂົ້າໄປອາໄສ
ຢູ່ໃນເມືອງຕ່າງໆ ເພື່ອຮັບການປິ່ນປົວ. ພວກທີ່ທຸກຈົນກໍພາກັນ
ອາໄສຢູ່ໃນເຂດເປິເປື້ອນ. ຄວາມລັງກຽດຢຽດຢາມທີ່ເຂົາເຈົ້າ
ໄດ້ຮັບຈາກພວກສະມາຊິກຄອບຄົວ ແລະປະຊາຄົມ ພາໃຫ້
ເຂົາເຈົ້າມີຄວາມຮູ້ສຶກຜິດ ອັບອາຍຂາຍໜ້າ ແລະຖິ້ມໂທດໃສ່
ຕົນເອງ.
ທ່ານ Teng Kunthy ເປັນເລຂາທິການໃຫຍ່ຂອງ ອົງການໂຣກ AIDS ແຫ່ງຊາດກຳປູເຈຍ.
ທ່ານ Teng Kunthy ກ່າວວ່າ “ ເກືອບ 75 ເປີເຊັນຂອງຄົນພວກນີ້ ຄຶດວ່າ ພວກ
ເຂົາເຈົ້າໄດ້ທຳຄວາມຜິດພາດຢ່າງໃຫຍ່ຫຼວງຫຼາຍໃນຊີວິດຂອງເຂົາເຈົ້າ ຈົນພວກ
ເຂົາເຈົ້າພາກັນຈຳແນກຕົນເອງ ແລະໂດດດ່ຽວຕົນເອງຈາກສັງຄົມ ແລະກໍລະນີ
ທີ່ຮ້າຍແຮງທີ່ສຸດ ກໍແມ່ນຈົບລົງດ້ວຍການຂ້າໂຕຕາຍ ຢູ່ເລື້ອຍໆ.”
ຍ້ອນຄວາມຮູ້ສຶກສິ້ນຫວັງແລະໂດດດ່ຽວ ນາງອຸກນາວີ ເຄີຍຄິດທີ່ຈະຂ້າໂຕຕາຍຕາມ
ສາມີໄປ.
ນາງເວົ້າວ່າ “ຂ້ອຍບໍ່ສະບາຍຫຼາຍ ແລະຈ່ອຍຜອມລົງຫຼາຍ ຈົນຂ້ອຍ ບໍ່ຢາກຈະມີ
ຊີວິດຢູ່ຕໍ່ໄປ . ແຕ່ບາດແລ້ວ ຂ້ອຍຄຶດຫາລູກຊາຍຂ້ອຍ ແລະອີດູຕົນລາວ ດັ່ງນັ້ນ
ຂ້ອຍຈຶ່ງພະຍາຍາມຕໍ່ສູ້ ເພື່ອໃຫ້ມີຊີວິດຢູ່ລອດຕໍ່ໄປ ເພື່ອລູກຊາຍຂ້ອຍຄົນດຽວ.”
ເຖິງແມ່ນນາງອຸກນາວີ ມີເຫື່ອແຮງ ທີ່ຈະສູ້ຊົນມີຊີວິດຢູ່ຕໍ່ໄປກໍຕາມ ແຕ່ການດຳເນີນ
ຊີວິດຂອງລາວກໍບໍ່ງ່າຍ. ເອື້ອຍລາວ ນາງ Suon Kea ບໍ່ສາມາດຊ່ອຍລາວໄດ້ອີກແລ້ວ.
ນາງ Suon Kea ເວົ້າວ່າ “ ຂ້ອຍບໍ່ສາມາດລ້ຽງລາວໄດ້ ເພາະວ່າ ຂ້ອຍເອງກໍ
ເກືອບຈະບໍ່ສາມາດລ້ຽງລູກສາວສອງຄົນຂອງຂ້ອຍໄດ້.”
ບັດນີ້ ນາງອຸກນາວີ ມີຄວາມຮູ້ສຶກດີຂຶ້ນແດ່ ໃນດ້ານຈິດໃຈ
ແລະໃນດ້ານຮ່າງກາຍ ເພາະນາງໄດ້ຮັບການຊ່ອຍເຫຼືອບ່ອນ
ຢູ່ບ່ອນເຊົາ ພ້ອມທັງເຂົ້າປາອາຫານແລະຢຸກຢາປົວພະຍາດ
ຈາກອົງການ “Place of Rescue” ຊຶ່ງເປັນອົງການການາ
ດາ ທີ່ໃຫ້ການຊ່ອຍເຫຼືອ ແກ່ພວກຄົນທີ່ຕິດເຊື້ອ HIV.
ແມ່ນລູກຊາຍລາວທີ່ເຮັດໃຫ້ຊີວິດລາວມີຄວາມມຸ້ງໝາຍຄືນອີກ.
ແຕ່ລາວກໍຄຶດຫາມື້ລາງສາມີ ຢູ່ເລື້ອຍໆ. ນາງອຸກນາວີ ກ່າວວ່າ
“ຂ້ອຍຮູ້ສຶກໃຈຮ້າຍ ແລະກິນແໜງຢູ່ທຸກໆມື້. ຖ້າລາວຍັງມີຊີວິດຢູ່ທຸກມື້ນີ້
ລາວກໍຈະໄດ້ຮັບຢຸກຢາ ແລະຮູ້ສຶກມີ ສຸຂະພາບດີ ຄືກັນກັບຄົນອື່ນໆ ທີ່ຕິດ
ເຊື້ອພະຍາດແບບດຽວກັນນີ້. ລາວບໍ່ຄວນຈະຄິດສັ້ນ ແລະຕັດສິນໃຈຂ້າ
ໂຕຕາຍແບບນັ້ນເລີຍ.”
ເຖິງແມ່ນ ຈະປະເຊີນກັບການທ້າທາຍຕ່າງໆ ແຕ່ ນາງອຸກນາວີ ກໍສູ້ຊົນກັບຊີວິດຕໍ່ໄປ ແລະເປັນແມ່ທີ່ເບິ່ງແຍງລ້ຽງດູລູກຊາຍຄົນດຽວຂອງລາວ ຕາມລຳພັງຄົນດຽວຢູ່ຕໍ່ໄປ.