ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ສຶກສາຄົນໃໝ່ ຂອງກຳປູເຈຍ ປາບປາມ ການລັກກ່າຍ ຂໍ້ສອບເສັງໃນໂຮງຮຽນ (ວີດີໂອພາສາລາວ/ຮຽນພາສາອັງກິດ)


ທ່ານ Hang Chuon Naron ລັດຖະມົນຕີກະຊວງສຶກສາທິການ ຂອງກຳປູເຈຍ.
ທ່ານ Hang Chuon Naron ລັດຖະມົນຕີກະຊວງສຶກສາທິການ ຂອງກຳປູເຈຍ.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ:

ນັກຮຽນ​ກຳປູ​ເຈຍ ຊັ້ນ​ປີ​ທີ 12 ​ເກືອບ 75 ສ່ວນ​ຮ້ອຍ ​ບໍ່​ຜ່ານການ
ສອບ​ເສັງທ້າຍປີ ​ໃນ​ເດືອນ​ສິງຫາ 2014 ນັ້ນ. ​ເປັນ​ຫຍັງຈຶ່ງ​ວ່າ
ມີ​ນັກຮຽນ​ເສັງ​ຕົກ​ຫລາຍ​ແທ້? ​ເຫດຜົນ​ກໍ​ຄື​ວ່າ ນະ​ໂຍບາຍ​ໃໝ່​ທີ່​
ລັດຖະບານ​ວາງ​ອອກ ​ເມື່ອ​ບໍ່​ດົນ​ກ່ອນ​ໜ້າ​ນັ້ນ ​ເຮັດ​ໃຫ້ນັກຮຽນ​ບໍ່​
ສາມາດ​ລັກ​ກ່າຍ​ຂໍ້​ສອບ​ເສັງ​ໄດ້. ທ່ານ ຮັງ ຈວນ ນະຣົນ ລັດຖະ
ມົນຕີ​ສຶກສາ​ຄົນ​ໃໝ່ ຢາກ​ຍຸດຕິ​ການ​ລັກ​ກ່າຍ​ແລະ​ໂກງ ຢູ່​ໃນໂຮງ
ຮຽນ. ດາຣາມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້ ຈາກ​ລາຍ​ງານ​ຂອງ
​ພະ​ແນ​ກ ພາສາ​ອັງກິດ​ພິ​ເສດ​ຂອງ​ວີ​ໂອ​ເອ.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:

ກຳປູເຈຍປະຕິຮູບ ລະບົບການສຶກສາ
please wait

No media source currently available

0:00 0:03:27 0:00

ເວລານັກຮຽນ ຊັ້ນ​ປິີ 12 ຂອງ​ກຳປູ​ເຈຍ ທຳ​ການ​ສອບ​ເສັ​ງທ້າຍ​ປີ ​ໃນ​ເດືອນ​ສິງຫາ ປີ 2014 ນັ້ນ ມີ​ແຕ່ 26% ​ເທົ່າ​ນັ້ນ ທີ່​ສອບ​ຜ່ານ. ລັດຖະມົນຕີ​ສຶກສາ​ຄົນ​ໃໝ່ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ມີ​ຕຳຫລວດ​ຍາມ​ເພີ້​ມຂຶ້ນ ຢູ່​ອ້ອມ​ແອ້​ມບ່ອນ​ສອບ​ເສັ​ງແຫ່ງ​ຕ່າງໆ ​ເພື່ອ​ກວດ​ນັກຮຽນ.

ພວກ​ນັກ​ຮຽນ​ແມ່ນບໍ່​ສາມາດ​ເອົາໂທລະສັບ​ມື​ຖື ຫລື ​ເຄື່ອງ​ຄິດ​ໄລ່​ເລກ ​ເຂົ້າ​ໄປ​ໃນ​ຫ້ອງ
ສອບ​ເສັງ​ໄດ້. ພວກ​ນາຍຄູ​ກໍ​ບໍ່​ມີ​ໂອກາດ​ທີ່​ຈະ​ບອກນັກຮຽນ ​ຄຳ​ຕອບຕໍ່​ຄຳ​ຖາມ​ໃນ​ຂໍ້​ສອບ
​ເສັງ​. ລັດຖະບານ​ໄດ້​ເອົາ ຄົນ​ໄປ​ເຝົ້າ​ຕິດຕາມ​ເບິ່ງ ​(monitors) ​ເພື່ອ​ສັງ​ເກດ​ເບິ່ງ​ພວກ
ສອບ​ເສັງຢ່າງ​ລະມັດລະວັງ. ​ເປັນ​ຫຍັງ​ປີ​ກາຍ​ນີ້ ຈຶ່ງ​ແຕກ​ຕ່າງ​ຈາກ​ປີ​ກ່ອນໆ?

ທ່ານ Hang Chuon Naron ​ເຂົ້າ​ມາ​ຮັບ​ຕຳ​ແໜ່​ງລັດຖະມົນຕີ​ສື​ກສາ ​ໃນ​ປີ 2014. ​ເພິ່ນ
ຢາກ​ຍຸດຕິ ​ການ​ສໍ້​ລາດ​ບັງ​ຫລວງ (corruption) ຫລື ການສໍ້ໂກງຢູ່ໃນບັນດາ​ໂຮງຮຽນ
ຂອງ​ກຳປູ​ເຈຍ. ​ເພິ່ນ​ຄິດ​ວ່າ ການ​ປະຕິ​ຮູບ​ດ້ານ​ການ​ສຶກສາ​ແມ່ນ​ມີ​ຄວາມ​ຈຳ​ເປັນ ສຳ​ຫລັບ
ການ​ພັດທະນາເສດຖະກິດ​ຂອງ​ກຳປູ​ເຈຍ.

ທ່ານ Hang ​ກ່າວ​ວ່າ “ສະຫລູ​ບ​ໄດ້​ວ່າ ປັດ​ໃຈ​ທີ່​ສຳຄັນ​ທີ່​ສຸດ ກໍແມ່ນ​ວ່າ ມັນມີ
ທັກ​ສະຫລື​ຄວາມ​ຊຳນານ​ສາມາດທີ່​ບໍ່​ເຂົ້າກັນ ຢູ່​ໃນ​ກຳປູເຈຍ. ​ແລະ​ມັນ​ກໍ​ກາຍ​
ມາ​ເປັນ​ອຸປະສັກ ຕໍ່​ການ​ພັດທະນາ​ເສດຖະກິດ ຕໍ່​ການເຕີບ​ໂຕ ຕໍ່​ການ​ດຶງ​ດູດ​
ເອົາ​ການ​ລົງ​ທຶນໂດຍ​ກົງ​ຈາກ​ຕ່າງປະ​ເທດ. ຄື ພວກ​ເຮົາ​ມີ​ນັກ​ລົງທຶນ​ເຂົ້າ​ມາ ​
ແລ້ວ​ເຂົາ​ເຈົ້າ​ກໍ​ຊອກ​ຫາ​ໜ່ວຍ​ແຮງງານ ທີ່​ມີ​ຄວາມ​ຊຳນານ ຊຶ່ງ​ພວກ​ເຮົາ​ບໍ່​ມີ​
ຢ່າງ​ພຽງພໍ. ຫາກ​ແຕ່​ວ່າ ​ໃນ​ດ້ານ ອຸປະ​ທານ​ນັ້ນ ເຮົາ​ຊ້ຳພັດ​ມີ​ພວກ​ທີ່​ຮຽນ​ຈົບ
ຫລາຍໆ​ຄົນ ທີ່​ບໍ່​ສາມາດ​ຊອກ​ວຽກ​ເຮັດ​ງານ​ທຳ​ໄດ້. ​ແລະ​ນີ້​ແຫລະ​ຄື​ບັນຫາ​ທີ່​
ຫລາຍໆ​ປະ​ເທດ ກຳລັງ​ປະ​ເຊີນ​ຢູ່ ກໍ​ຄື​ການ​ມີ​ຄວາມ​ຊຳນານ​ຄວາມ​ສາມາດ ​
ທີ່​ບໍ່​ເຂົ້າກັນ ກັບ​ຄວາມ​ຕ້ອງການ.”

ນັກຮຽນຂະເໝນຄົນນຶ່ງ ກຳລັງຈະຖິ້ມເຈ້ຍຄຳຕອບຂໍ້ສອບ ເຂົ້າໄປໃຫ້ໝູ່ ໃນຫ້ອງສອບເສັງ.
ນັກຮຽນຂະເໝນຄົນນຶ່ງ ກຳລັງຈະຖິ້ມເຈ້ຍຄຳຕອບຂໍ້ສອບ ເຂົ້າໄປໃຫ້ໝູ່ ໃນຫ້ອງສອບເສັງ.

ພວກ​ນັກຮຽນ​ທີ່​ສອບ​ບໍ່​ຜ່ານ ​ແມ່ນ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ສອບ
​ເສັງໃໝ່​ໄດ້​ໃນ​ເດືອນ​ຕຸລາຕໍ່​ມາ. ລັດຖະບານ​ແລະ​ໂຮງຮຽນ​ພະ
ຍາຍາມ​ຈະຊ່ວຍ​ພວກ​ນັກຮຽນ ປັບປຸງ​ຄະ​ແນນ​ຂອງ​ເຂົາ​ເຈົ້າ​ໃຫ້​
ດີ​ຂຶ້ນ. ​ໃນ​ການ​ສອບ​ເສັງ​ເທື່ອ​ທີ​ສອງ​ນັ້ນ ມີນັກ​ສຶກສາ​ປະມານ
ເສັງ​ຜ່ານ.

ພວກ​ນັກ​ສຶກສາທີ່​ທຳ​ການ​ສອບ​ເສັງ ​ໃນ​ປີ 2015 ຮູ້​ວ່າ ພວກ​ເຂົາ
​ເຈົ້າຈະ​ຕ້ອງ​ໄດ້ຮຽນ​ໜັກ ເພື່ອຈະ​ໄດ້ຄະ​ແນນ​ດີໆ​ເວລາ​ສອບເສັງ.

ທ້າວ​ລັດຕະນາ ນັກຮຽນ​ປີ​ສຸດ​ທ້າຍ ກ່າວ​ວ່າ ລາວ​ກັບ​ເພື່ອ​ນຮ່ວມ
ຫ້ອງ​ຮຽນຮູ້​ດີ​ວ່າ ພວກລາວຈະ​ບໍ່​ສາມາດ​ໂກງ​ຂໍ້​ສອບ​ໄດ້. ລາວ​ເວົ້າ​ວ່າ ​ເພື່ອທີ່ຈະ​ຮຽນ​ຈົບ
ມັດທະຍົມ​ສົມບູນ ​ແລະເຂົ້າ​ຮຽນ​ຕໍ່​ໃນມະຫາວິທະຍາ​ໄລ​ໄດ້ນັ້ນ ພວກ​ລາວຈະ​ຕ້ອງໄດ້ປ່ຽນ
ນິ​ໄສ​ຂອງຕົນ​ເອງ.

ທ້າວ​ລັດຕະນາ​ເວົ້າ​ວ່າ “ນະ​ໂຍບາຍ​ໃໝ່ນີ້ ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ຕ້ອງ​ໄດ້​ຮຽນ​
ໜັກ​ຂຶ້ນ ​ແລະ​ຈະ​ອອກ​ໄປ​ຫລິ້ນ​ຫລາຍ​ຄື​ແຕ່​ເກົ່າ ບໍ່​ໄດ້​ອີກ​ແລ້ວ. ມັນ​ຍັງ​ໝາຍ​
ຄວາມ​ອີກ​ວ່າ ພວກ​ເຮົາ​ຈະ​ບໍ່​ຕ້ອງ​ໄດ້​ໃຊ້​ຈ່າຍ​ເງິນ ​ໃນ​ລະຫວ່າງ​ການ​ສອບ​ເສັງ.”

​ໃນ​ອະດີດ​ຜ່ານ​ມາ ນາຍຄູ​ບາງ​ຄົນ​ຈະ​ເອົາ​ຂໍ້​ສອບ​ໄປ​ຂາຍ​ໃຫ້​ພວກ​ນັກຮຽນ. ນະ​ໂຍບາຍໃໝ່​
ຂອງ​ທ່ານ Hang ມີ​ຮວມທັງ​ເງິນ​ເດືອນ​ຫລາຍ​ຂຶ້ນ ​ແລະ​ການ​ເຝິກອົບຮົມ ສຳ​ຫລັບ​ພວກ​ນາຍຄູ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້:

​ເວລາ​ນີ້ ພວກ​ນາຍຄູ​ໄດ້​ເງິນ​ເດືອນ ສະ​ເລ່ຍ​ເດືອນ​ລະ 550,000 ຫລຽນ ຊຶ່ງ​ເທົ່າ​ກັບປະ
ມານ 137 ດອລລ່າ​ເງິນ​ອາ​ເມຣິກັນ. ​ໃນ​ເດືອນພຶດສະພາ ປີ 2015 ​ນີ້ ເງິນ​ເດືອນອັດຕາ
ຕ່ຳ​ສຸດ
​ຂອງ​ເຂົາ​ເຈົ້າ ຈະເພີ້​ມຂຶ້ນ​ເປັນ 650,000 ຫລຽນ ຫລື​ປະ​ມານ 162 ດອລລ່າ.
ງົບປະມານ​ໂດຍ​ລວມສຳ​ຫລັບ​ການ​ສຶກສາ ຈະ​ເພີ້​ມຂຶ້ນ​ເປັນ 440 ລ້ານ​ດອລລ່າ.

ການເຝິກອົບຮົມ​ໃໝ່ ຈະ​ຊ່ວຍ​ໃຫ້ ພວກ​ໃຫ້ການ​ສຶກສາ ກໍ​ຄື​ນາຍຄູ ສາມາດ​ສອນ​ວິທີການ​ນຶກ​ຄິດ​ແບບ​ວິ​ເຄາະ​ວິ​ໃຈ ​ແລະ​ຄວາມ​ສາມາດ ​ໃນ​ການ​ແກ້​ໄຂ​ບັນຫາ ​ໃຫ້​ພວກ​ລູກສິດ​ໄດ້.

ມີ​ຫລາຍໆ​ດ້ານສຳ​ຫລັບ ​ການ​ປັບປຸງ​ໃຫ້​ດີ​ຂຶ້ນໄດ້ຢູ່ໃນ​ໂຮງຮຽນ​ຂອງ​ກຳປູ​ເຈຍ. ຢູ່ໂຮງຮຽນ​ປະຖົມ ຕາມ​ປົກກະຕິ​ແລ້ວ ຫ້ອງ​ຮຽນ​ຫ້ອງ​ໜຶ່ງ​ແມ່ນ​ຈະມີ​ລູກ​ສິດ​ຮອດ 46 ຄົນ ຕໍ່​ນາຍຄູ​ຄົນ
ໜຶ່ງ ຊຶ່ງ​ເປັນ​ ອັດຕາ​ສ່ວນ ນັກຮຽນ-ນາຍຄູ ທີ່​ສູງ​ທີ່​ສຸດ ຢູ່​ນອກເຂດ​ທະວີບອາ​ຟຣິກາ.

ທະຫານເຝົ້າຍາມ ເພື່ອປ້ອງກັນບໍ່ໃຫ້ ນັກຮຽນເອົາມືຖື ເຂົ້າໄປໃນຫ້ອງສອບເສັງ.
ທະຫານເຝົ້າຍາມ ເພື່ອປ້ອງກັນບໍ່ໃຫ້ ນັກຮຽນເອົາມືຖື ເຂົ້າໄປໃນຫ້ອງສອບເສັງ.

ທະນາຄານ​ພັດທະນາ​ເອ​ເຊຍ The Asian Development
Bank ຫລື ADB ​ແມ່ນ​ເປັນແຫ​ລ່ງທຶນໃໝ່ ສຳ​ຫລັບ​ການ​ປະຕິ​
ຮູບການ​ສຶກສາ​ຂອງ​ກຳປູ​ເຈ​ຍ. ທະນາຄານ​ນີ້​ກຳລັງໃຫ້ເງິນ​ກຳ
ປູ​ເຈຍ 90 ລ້ານ​ດອລລ່າ ສຳ​ຫລັບ​ໄລຍະ 5 ປີ​ຕໍ່​ໜ້າ. ​ເງິນ​ນີ້
ສ່ວນ​ໜຶ່ງ​ແມ່ນ​ຈະ​ຖືກນຳ​ໃຊ້​ໃນ​ໂຄງການ​ຕ່າງ​ໆ ​ເພື່ອ​ຊ່ວຍ​ໃຫ້​
ເດັກນ້ອຍ​ສາມາດ​ເຂົ້າ​ຮຽນ ຕໍ່​ໄປ​ໄດ້. ​ເງິນ​ນີ້​ຍັງ​ຈະຖືກ​ນຳ​ໃຊ້ ​
ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ປັບປຸງ​ຄຸນ​ນະພາ​ບ
ຂອງ​ການ​ສຶກສາ​ນຳ.

ທ່ານ Sophea Mar ຈາກ​ທະນາຄານ ADB ກ່າວ​ຊົມ​ເຊີຍ​
ການ​ຕັດສິນ​ໃຈ​ຂອງລັດຖະບານກຳປູ​ເຈຍ ​ໃນ​ການ​ເພີ້​ມທະວີ​ການ​ໃຊ້​ຈ່າຍ​ດ້ານ​ການ​ສຶກ
ສາ​ນັ້ນ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ເຊື່ອ​ວ່າ ​ເງິນ​ຈຳນວນ​ນັ້ນ​ແມ່ນຍັງໜ້ອຍ​ເກິ​ນ​ໄປ. ກາ​ນສຶກ
ສາ​ແມ່ນ​ໄດ້​ສ່ວນ​ແບ່ງ​ຂອງງົບປະມານ​ແຫ່ງ​ຊາດ​ໄປ ​ແຕ່​ພຽງປະມານ 17 ສ່ວນ​ຮ້ອຍ​ເທົ່ານັ້ນ.

ທ່ານ​ Sophea ​ເວົ້າ​ວ່າ “ການຈັດສັນ ງົບປະມານເປັນສິ່ງສໍາຄັນ, ແຕ່ການໃຊ້ຈ່າຍ
ກໍແຮ່ງສໍາຄັນຫຼາຍກ່ວາ... ການປະຕິຮູບບໍ່ແມ່ນຈະ​ເຮັດ​ຂຶ້ນ​ແຕ່ຢູ່ພາຍໃນກະຊວງ
ເທົ່ານັ້ນ. ການປະຕິຮູບ ມັນ​ຕ້ອງເລີ່ມຕົ້ນຈາກຫ້ອງຮຽນ, ຕ້ອງເລີ່ມຕົ້ນຈາກລະດັບ
ຕ່ໍາກ່ວາ​ນັ້ນ. "

ການ​ປະຕິ​ຮູບ​ດ້ານ​ການ​ສຶກສາ​ຂອງ​ກຳປູ​ເຈຍ ​ແມ່ນ​ຕ້ອງ​ການ​ການ​ສະໜັບສະໜຸນ ຈາກ
ທຸກໆ​ຄົນ. ພວກ​ນັກຮຽນ​ ພໍ່​ແມ່ ລັດຖະບານ ​ແລະ​ພາກສ່ວນ​ທຸລະ​ກິດ ທັງໝົດ​ນັ້ນກໍ​ແມ່ນ​
ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງຊ່ວຍກັນ​ປັບປຸງພວກ​ໂຮ​ງຮຽນ. ທັງ​ການ​ສອບ​ເສັງ​ແລະ​ເສດຖະ
ກິດ ຈະ​ສະ​ແດງໃຫ້​ເຫັນຜົນ​ຂອງ​ມັນ.

ເບິ່ງວີດີໂອ ລາຍງານນີ້ ເປັນພາສາອັງກິດຊ້າໆ:

______________________________________________________________

Words in This Story

calculator – n. a small electronic device that is used for adding, subtracting, etc.

monitorn. a person who has the job of checking or watching some activity or behavior

mismatchn. a situation in which two people or things are not balanced or equal to each other in some way

minimumadj. least or lowest possible in amount or degree

salary n. an amount of money that an employee is paid each year

ratio – n. the relationship that exists between the size, number, or amount of two things and that is often represented by two numbers

allocation - n. to divide and give out (something) for a special reason or to particular people, companies, etc.

expendituren. an amount of money that is spent on something

XS
SM
MD
LG