ໃນຂະນະທີ່ການກໍ່ສ້າງເຂື່ອນໄຟຟ້າ ໃຫຍ່ທີ່ສຸດຂອງກໍາປູ
ເຈຍ ໄດ້ເລີ້ມຕົ້ນຂຶ້ນ ພວກທີ່ສະໜັບສະໜຸນໃນການຕໍ່ຕ້ານ
ການສ້າງ ເຂື່ອນດັ່ງກ່າວເຕືອນວ່າ ການຟ້າວຟັ່ງ ໃນການ
ສ້າງເຂື່ອນໄຟຟ້າພະລັງນໍ້າຢູ່ໃນຂົງເຂດ ຈະສົ່ງຜົນກະທົບ
ທີ່ສ້າງຄວາມເສຍຫາຍຕໍ່ຜູ້ຄົນ ເປັນລ້ານໆທີ່ກາງຕໍ່ອາໄສ
ແມ່ນໍ້າຂອງເພື່ອທໍາມາຫາລ້ຽງຊີບ. Robert Carmichael
ຜູ້ສື່ຂ່າວວີໂອເອ ມີລາຍງານເລື້ອງນີ້ ມາຈາກນະຄອນຫລວງ
ພະນົມເປັນ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.
ເດືອນແລ້ວນີ້ ກໍາມະກອນເລີ້ມກະກຽມພື້ນທີ່ ຢູ່ໃນເຂດພາກ
ຕາເວັນອອກສຽງເໜືອຂອງກໍາປູເຈຍເພື່ອໂຄງການສ້າງເຂື່ອນ
ໄຟຟ້ານໍ້າຕົກຂະໜາດ ໃຫຍ່ ຊື່ວ່າ ເຂື່ອນເຊສານ 2 ຕອນລຸ່ມ ຫລື Lower Se San 2 Dam ທີ່ສາມາດຜະລິດໄຟຟ້າໄດ້ 400 ເມກາວັດ.
ເຂື່ອນມູນຄ່າ 800 ລ້ານໂດລາ ທີ່ສ້າງໃສ່ເຊສານ ຊຶ່ງເປັນສາຂາທີ່ສຳຄັນຂອງແມ່ນໍ້າ
ຂອງຈະເຮັດໃຫ້ບໍລິສັດກໍາປູເຈຍ, ຈີນ ແລະຫວຽດນາມທີ່ຢູ່ເບື້ອງຫລັງນັ້ນ ໃຊ້ເວລາເຖິງ 5 ປີ ຈຶ່ງຈະສ້າງສໍາເລັດ.
ພວກຄັດຄ້ານເວົ້າວ່າ ຕົ້ນທຶນທີ່ແທ້ຈິງຂອງເຂື່ອນດັ່ງກ່າວ ແມ່ນຄວາມເສຍຫາຍຂອງປະ
ຊາຊົນ ຫລາຍໆລ້ານຄົນ ທີ່ກາງຕໍ່ອາໄສການຫາປາ ເພື່ອມາເປັນອາຫານທີ່ມີທາດໂປຣ
ຕິນອັນຫລວງຫລາຍສຳລັບເຂົາເຈົ້າ.
ທ່ານ ເອຣິກ ບາແຣນ (Eric Baran) ນັກຄົ້ນຄວ້າອາວຸໂສທີ່ອົງການ ປາຂອງໂລກຫຼື WorldFish ຊຶ່ງເປັນອົງການອິດສະລະ ທີ່ສຶກສາຄົ້ນ ຄວ້າກ່ຽວກັບຄວາມໝັ້ນຄົງທາງ
ດ້ານອາຫານ ເວົ້າວ່າ ຊາວກໍາປູເຈຍ ກິນປານໍ້າຈືດຫລາຍກວ່າຄົນຊາດອື່ນໃດໝົດ.
ທ່ານ ບາແຣນ ເວົ້າວ່າ “ສະນັ້ນປະຊາຊົນ ຈຶ່ງກາງຕໍ່ອາໄສ
ແຫລ່ງໂປຣຕິນຈາກສັດແຫລ່ງນີ້ ແລະປາກໍເປັນແຫລ່ງໂປຣ
ຕິນຈາກສັດໃນລະດັບ ທີ່ສຳຄັນອັນທຳອິດ.”
ໄທແລະຫວຽດນາມ ມີຂະແໜງລ້ຽງສັດ ທີ່ຈະເລີນຮຸ່ງເຮືອງດີ
ມີການລ້ຽງໄກ່ແລະໝູທີ່ກ້າວໜ້າທັນສະໄໝ. ແຕ່ຢູ່ໃນກໍາປູ
ເຈຍປາແມ່ນກວມເອົາ 80 ເປີເຊັນຂອງທາດໂປຕິນ ທີ່ປະຊາ
ຊົນໄດ້ຮັບຈາກສັດ.
ພວກນັກວິທະຍາສາດຄາດຄະເນວ່າ ໂຄງການສ້າງເຂື່ອນເຊສານ 2ຕອນລຸ່ມ ສາມາດ
ເຮັດໃຫ້ການຜະລິດປາໂດຍລວມຢູ່ອ່າງແມ່ນໍ້າຂອງ ຫລຸດລົງປະມານ 9.3 ເປີເຊັນ.
ທ່ານ ບາແຣນ ອະທິບາຍວ່າ: “ສະນັ້ນ ມັນແມ່ນ 9.3 ເປີເຊັນຂອງ ປາຈໍານວນ 2
ລ້ານ 1 ແສນໂຕນ ຊຶ່ງເປັນຈໍານວນອັນມະຫາສານ. ເວົ້າອີກຢ່າງນຶ່ງກໍຄື
ຫລຸດລົງປະມານ 2 ແສນໂຕຕໍ່ປີ ຊຶ່ງຫລາຍກວ່າ ພາກສ່ວນການຫາປາທະ
ເລທັງໝົດຂອງອອສເຕຣເລຍ. ແລະເກົ້າເທື່ອຫລາຍກວ່າຈໍານວນປານໍ້າຈືດ ທີ່ຈັບໄດ້ໃນແຕ່ລະປີ ຂອງເຢຍຣະມັນ ຫລືສະຫະລັດອີກດ້ວຍ.”
ການຫລຸດລົງທີ່ຄາດຄະເນນີ້ ແມ່ນຖືກນໍາສະເໜີ ຢູ່ໃນການສຶກສາຄົ້ນຄວ້າທີ່ທ່ານ ບາ
ແຣນເປັນຜູ້ຂຽນຮ່ວມ ຊຶ່ງພິມເຜີຍແຜ່ຢູ່ໃນວາລະສານ ທີ່ເກັບຮວບຮວມໄວ້ຂອງວິທະ
ຍາຄານແຫ່ງຊາດດ້ານວິທະຍາສາດ.
ພວກນັກຄົ້ນຄວ້າພົບວ່າ ຖ້າທຽບໃສ່ເຂື່ອນ ທີ່ມີແຜນສ້າງໃສ່
ສາຂາແມ່ນໍ້າຂອງຫລາຍສິບເຂື່ອນ ຢູ່ໃນລາວ, ຫວຽດນາມ
ແລະກໍາປູເຈຍແລ້ວ ໂຄງການເຂື່ອນເຊສານ 2 ຕອນລຸ່ມແມ່ນ
ຈະໃຫ້ຜົນເສຍຫາຍຫລາຍທີ່ສຸດຕໍ່ການປະມົງ.
ທັງນີ້ກໍເປັນຍ້ອນວ່າ ເຊສານແມ່ນ 1 ສ່ວນ 3 ຂອງເຄືອຂ່າຍ
ແມ່ນໍ້າ ຢູ່ໃນພາກຕາເວັນອອກສຽງເໜືອຂອງກໍາປູເຈຍ ຊຶ່ງ
ປະກອບເປັນ 3 ສ່ວນ 4 ຂອງສິ່ງທີ່ເອີ້ນວ່າ “ທາງດ່ວນ” ສຳ
ລັບປາລອຍຂຶ້ນລົງ ເພື່ອໄປຫາບ່ອນເພາະພັນຂອງມັນ.
ເຂື່ອນເຊສານ 2 ຕອນລຸ່ມ ຈະສ້າງຂຶ້ນຢູ່ປະມານ ສອງສາມໄມລຸ່ມລົງໄປຈາກບ່ອນບັນ
ຈົບຄົບກັນ ຂອງແມ່ນໍ້າສອງ ໃນສາມສາຍ ນັ້ນກໍຄືເຊ ສານແລະເຊຣປົກ. ພວກນັກວິທະ
ຍາສາດເວົ້າວ່າຝາກັ້ນນໍ້າຂອງເຂື່ອນ ທີ່ຍາວແປດກິໂລແມັດ ຈະຕັນທາງຂຶ້ນລ່ອງໄປ
ມາຂອງປາຊຶ່ງກວມເອົາ 40 ເປີເຊັນຂອງປາທັງໝົດຢູ່ໃນລະບົບ ບໍ່ໃຫ້ສາມາດເຂົ້າໄປເຖິງບ່ອນເພາະພັນ.
ນອກນັ້ນ ການສຶກສາຄົ້ນຄວ້າດັ່ງກ່າວຍັງພົບອີກວ່າ ເຂື່ອນເຊສານ 2 ຕອນລຸ່ມຈະເຮັດ
ໃຫ້ການລ່ອງໄຫລລົງມາຂອງດິນຕົມ ຫຼືຕະກອນທີ່ອຸ ດົມສົມບູນໄປດ້ວຍຝຸ່ນບໍາລຸງດິນ
ຫລຸດລົງ 6 ຫາ 8 ເປີເຊັນຊຶ່ງເປັນສິ່ງ ສໍາຄັນຕໍ່ການໃສ່ຝຸ່ນໃຫ້ໄຮ່ນາອັນນ້ອຍໆຂອງປະ
ຊາຊົນຫຼາຍໆຮ້ອຍພັນ ຄົນ ທີ່ປູກເຂົ້າໃນລະດັບພໍກຸ້ມຕົນເອງ.
ພ້ອມກັນນັ້ນ ການສຶກສາດັ່ງກ່າວຍັງເຕືອນອີກວ່າເຂື່ອນຕ່າງໆ ທີ່ມີແຜນສ້າງໃສ່ລຳແມ່ນໍ້າ
ຂອງ ຢູ່ໃນລາວແລະກໍາປູເຈຍຍິ່ງຈະສົ່ງຜົນກະທົບທີ່ ຮ້າຍແຮງຫລາຍກວ່ານັ້ນອີກ.
ທ່ານ ບາແຣນ ກ່າວມ້ວນທ້າຍວ່າ “ຖ້າຫາກທັງ 11 ເຂື່ອນສ້າງມີການ ສ້າງໃສ່ແມ່ນໍ້າຂອງ ຈຶ່ງຄາດຄະເນກັນວ່າຈະມີຕະກອນຫລາຍເຖິງ 75 ເປີເຊັນຈະ
ຖືກເຂື່ອນກັກຕັນໄວ້”
ບັນດາປະເທດທີ່ສ້າງເຂື່ອນໃສ່ລຳແມ່ນໍ້າຂອງ ກ່ອນອື່ນໝົດຈະຕ້ອງທຳ ການສຶກສາຜົນກະທົບຢ່າງລະອຽດ ເພື່ອວັດແທກເບິ່ງວ່າ ເຂື່ອນເຫລົ່ານັ້ນ ອາດຈະສົ່ງຜົນກະທົບ
ຕໍ່ປະເທດເພື່ອນບ້ານແນວໃດ.
ແຕ່ເຂື່ອນທີ່ສ້າງໃສ່ແມ່ນໍ້າທີ່ເປັນສາຂາ ເຊັ່ນ ເຂື່ອນເຊສານ 2 ຕອນລຸ່ມ ບໍ່ໄດ້ຮຽກຮ້ອງ
ໃຫ້ມີການດໍາເນີນສຶກສາເຊັ່ນນັ້ນ.
ທ່ານນາງ ເອມີ ແທຣນເດມ (Ame Trandem) ຜູ້ອຳນວຍການໂຄງການໃນເຂດເອເຊຍ
ຕາເວັນອອກສຽງໃຕ້ຂອງອົງການແມ່ນໍ້າສາກົນ ຊຶ່ງ ເປັນກຸ່ມປົກປ້ອງສິ່ງແວດລ້ອມ ທີ່ເປັນອິດສະຫຼະເວົ້າວ່າ ການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ສໍາລັບເຂື່ອນເຊສານ 2 ຕອນລຸ່ມ ແມ່ນຍັງ “ຂາດຕົກບົກຜ່ອງຫລາຍແທ້ໆ.” ທ່ານນາງ ແທຣນເດມເວົ້າວ່າ:
“ຍ້ອນວ່າມັນເປັນໂຄງການເຂື່ອນທີ່ສ້າງຢູ່ໃສ່ແມ່ນໍ້າທີ່ເປັນສາຂາແມ່ນໍ້າຂອງ
ສະນັ້ນຈຶ່ງບໍ່ເຄີຍມີການປຶກສາຫາລື ຢູ່ໃນລະດັບດຽວກັບແມ່ນໍ້າຂອງ. ແລະ
ດ້ວຍເຫດນີ້ ຂໍ້ມູນທີ່ເກັບກໍາໂດຍພວກນັກຊ່ຽວຊານຈຶ່ງບໍ່ໄດ້ໄປເຖິງ
ລັດຖະບານ
ຂອງປະເທດຕ່າງໆ ໃນຊ່ອງທາງປະເພດດຽວກັນກັບເຂື່ອນທີ່ສ້າງໃສ່ແມ່ນໍ້າຂອງ.
ຂ້າພະເຈົ້າຍັງຄິດຢູ່ວ່າ ຖ້າຫາກມີຂໍ້ມູນເຂົ້າໄປເຖິງລັດຖະບານຫຼາຍຂຶ້ນ ລັດຖະ
ບານກໍຈະໄດ້ພິຈາລະນາຄືນ.”
ທາງວີໂອເອ ພະຍາຍາມທີ່ຈະໂອ້ລົມ ກັບເຈົ້າໜ້າທີ່ກໍາປູເຈຍກ່ຽວກັບຜົນກະທົບຂອງ
ເຂື່ອນດັ່ງກ່າວ ແຕ່ກໍຖືກບອກວ່າ ທ່ານ Suy Sem ລັດຖະມົນຕີກະຊວງອຸດສະຫະກໍາ ບໍ່ແຮ່ ແລະພະລັງງານ ຊຶ່ງເປັນຜູ້ ຮັບຜິດຊອບເຂື່ອນໄຟຟ້ານໍ້າຕົກນັ້ນ ຄາວຽກຫລາຍ
ຈຶ່ງບໍ່ສາມາດທີ່ຈະ ເຮັດນັດມາຍເພື່ອໃຫ້ການສໍາພາດໄດ້ຈົນກວ່າຫລັງການເລືອກ
ຕັ້ງທົ່ວໄປ ທີ່ຈະຈັດຂຶ້ນໃນເດືອນກໍລະກົດທີ່ຈະມາເຖິງນີ້. ສ່ວນພະນັກງານ ຄົນອື່ນໆ
ຂອງກະຊວງ ຈະບໍ່ໃຫ້ການສໍາພາດ ແລະຄໍາຖາມທີ່ສົ່ງໄປໃຫ້ລັດຖະມົນຕີ ກໍບໍ່ໄດ້ຮັບ
ຄໍາຕອບແຕ່ປະການໃດ.
ໃນຂະນະດຽວກັນ ວຽກງານຢູ່ທີ່ເຂື່ອນເຊສານ 2 ຕອນລຸ່ມ ແມ່ນໄດ້ ເລີ້ມຕົ້ນຂຶ້ນແລ້ວ ແລະປະຊາຊົນຫລາຍໆພັນຄົນ ທີ່ດໍາລົງຊີວິດຢູ່ໃນ ຂົງເຂດນັ້ນ ທີ່ຈະຖືກນໍ້າຖ້ວມ ໂດຍ
ອ່າງເກັບນໍ້າໃຫຍ່ຂະໜາດ 300 ກິໂລແມັດມົນທົນ ກໍຖືກແຈ້ງໃຫ້ຍົກຍ້າຍອອກໄປແລ້ວ.
ນຶ່ງໃນຈໍານວນປະຊາຊົນເຫລົ່ານັ້ນ ແມ່ນທ້າວ ປາ ຕູ (Pa Tou) ອາຍຸ 37 ປີ ທີ່ເວົ້າວ່າ ບໍ່ມີຄອບຄົວໃດຂອງຊົນເຜົ່າສ່ວນນ້ອຍ 400 ຄອບຄົວຢູ່ບ້ານ Srekor ທີ່ຕັ້ງຢູ່ແຄມແມ່
ນໍ້າເຊສານນັ້ນ ຢາກຈະຍົກ ຍ້າຍອອກໜີ. ທ້າວ ປາ ຕູ ເວົ້າວ່າ:
”ເຂື່ອນດັ່ງກ່າວຈະເຮັດໃຫ້ພວກເຂົາເຈົ້າບໍ່ມີຫຍັງຈັກຢ່າງເລີຍ ນັບແຕ່ເຂົ້າ, ຕົ້ນ
ໄມ້ກິນໝາກ ແລະເຮືອນຊານ. ປັດຈຸບັນ ໃນແຕ່ລະປີ ພວກເຂົາເຈົ້າແມ່ນສາ
ມາດປູກເຂົ້າກຸ້ມກິນສຳລັບປີຕໍ່ໄປ ແລະພວກເຂົາເຈົ້າຍັງສາມາດລ້ຽງສັດຈໍາ
ນວນນຶ່ງ ເພື່ອໄວ້ກິນ ແລະໄວ້ຂາຍອີກດ້ວຍ.”
ທ້າວ ປາ ຕູ ທີ່ມີລູກສາວສາມຄົນເວົ້າວ່າ ສິ່ງເຫລົ່ານີ້ ຈະບໍ່ສາມາດ ມີໄດ້ ຢູ່ບ່ອນທີ່ຍ້າຍ
ໄປຢູ່ໃໝ່ ຊຶ່ງຕັ້ງຢູ່ໄກຈາກແມ່ນໍ້າຕັ້ງຫລາຍໄມ. ລາວເວົ້າອີກວ່າ ດິນຢູ່ທີ່ນັ້ນ ບໍ່ດີສໍາລັບ
ການເຮັດໄຮ່ເຮັດນາ ສ່ວນ ຫລາຍ ແມ່ນເປັນຫີນດານ ຫລືບໍ່ກໍເປັນປ່າ ແລະບໍ່ມີສຸກສາ
ລາປົວຄົນ ທັງບໍ່ມີໂຮງຮຽນອີກດ້ວຍ. ລາວຢ້ານວ່າ ພວກເຂົາເຈົ້າຈະຖືກປ່ອຍປະໃຫ້
ທຸກຈົນໄປກວ່ານີ້ອີກຫລາຍ.