ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ຮ່ວມສະເໜີຍັດຕິ ສະຫະປະຊາຊາດ ປະ​ນາມສົງຄາມ ຢູ່ໃນຢູເຄຣນ


ແຟ້ມຮູບ- ນາຍົກລັດຖະມົນຕີຂອງກໍາປູເຈຍ ທ່ານຮຸນ ເຊັນ ກ່າວຄໍາປາໄສທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 76 ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນນິວຢອກ, ວັນທີ 25 ກັນຍາ 2021.
ແຟ້ມຮູບ- ນາຍົກລັດຖະມົນຕີຂອງກໍາປູເຈຍ ທ່ານຮຸນ ເຊັນ ກ່າວຄໍາປາໄສທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 76 ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນນິວຢອກ, ວັນທີ 25 ກັນຍາ 2021.

ນາຍົກລັດຖະມົນຕີຂອງກໍາປູເຈຍ ທ່ານຮຸນ ເຊັນ, ເຊິ່ງເປັນມິດມາຍາວນານກັບ ມົສກູນັ້ນ ໄດ້ພະຍາຍາມອະທິບາຍ​ຕໍ່ພັກ ແລະລັດຖະບານຂອງທ່ານ​ໃຫ້​ຟັງດ້ວຍ ​ຄວາມ​ເຈັບ​ປວດ ໃນມື້ວັນພະຫັດວານນີ້ວ່າ ເປັນ​ຫຍັງລັດຖະບານ​ຂອງ​ທ່ານຈຶ່ງໄດ້ເຂົ້າຮ່ວມກັບປະເທດອື່ນໆຫຼາຍສິບປະເທດ ໃນການນຳ​ສະ​ເໜີ​ຍັດ​ຕິ​ ຂອງສະຫະປະຊາຊາດໃນອາທິດນີ້ ເພື່ອປະນາມການຮຸກຮານ ເຂົ້າ​ໄປ​ໃນຢູເຄຣນ ຂອງ ຣັດເຊຍ.

“ພວກເຮົາບໍ່ສະໜັບສະໜຸນຕໍ່ການໃຊ້ກອງກໍາລັງທະຫານ ແລະຄວາມພ້ອມໃນການໃຊ້ກອງກໍາລັງທະຫານ ຫຼືໄພຂົ່ມຂູ່ໃຫ້ນໍາໃຊ້ກອງກໍາລັງທະຫານ,” ທ່ານກ່າວຢູ່ໃນຂໍ້ຄວາມທີ່​ສົ່ງ​ເປັນສຽງ ໂດຍຍັງໄດ້ສະແດງຄວາມຫວັງວ່າ ຣັດເຊຍຈະ “ເຂົ້າໃຈ” ຕໍ່ການຕັດສິນໃຈຂອງທ່ານ.

ທ່ານກ່າວວ່າ ກໍາປູເຈຍ ບໍ່ສາມາດ ທີ່ຈະມິດງຽບໄດ້ ໃນຂະນະທີ່ຣັດເຊຍປະ​ຕິ​ບັດ​ກົງ​ກັນ​ຂ້າມ ກັບນະໂຍບາຍຂອງກຸ່ມປະເທດເອ​ເຊຍຕາເວັນອອກສຽງໃຕ້ ແລະ “ສະຖານະການໃນປະເທດ ຢູເຄຣນທີ່ຊຸດໂຊມລົງ,” ອີງຕາມການບັນທຶກຂໍ້ຄວາມ ທີ່ຖືກ​ນຳ​ອອກ​ເຜີຍແຜ່ໂດຍໜ່ວຍງານໂຄສົກຂອງລັດຖະບານແຫ່ງລາດຊະອານາຈັກກໍາປູເຈຍ ໃນແລງວັນພະຫັດວານນີ້.

ທ່ານຮຸນ ເຊັນ ຍັງໄດ້ກ່າວອີກວ່າ ລັດຖະບານຂອງທ່ານແມ່ນກໍາລັງດໍາເນີນງານເພື່ອແກ້ໄຂວິກິດການທີ່ຢູ່ພາຍໃຕ້ນະໂຍບາຍຂອງສະມາຄົມບັນ​ດາປະຊາຊາດ​ໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN, ເຊິ່ງກໍາປູເຈຍ ເປັນປະທານວຽນ​ຂອງ​ກຸ່ມໃນປີນີ້.

“ພວກເຮົາກໍາລັງປຶກສາຫາລືກັບປະເທດສະມາຊິກຂອງກຸ່ມ ASEAN ເພື່ອອອກຖະແຫຼງການຮຽກຮ້ອງໃຫ້ຢຸດຍິງ, ເນື່ອງຈາກວ່າ ຫາກບໍ່ມີການຢຸດຍິງ ຊີວິດຂອງປະຊາຊົນ ແລະຊັບສິນກໍຈະຍັງຄົງສືບຕໍ່ເສຍເຊຍວິດ ແລະກໍຖືກທໍາລາຍ, ເຮັດໃຫ້ບໍ່ສາມາດມີການເຈລະຈາໄດ້,” ທ່ານກ່າວ. “ດັ່ງນັ້ນ ພວກເຮົາຕ້ອງໄດ້ຕັດສິນໃຈຮຽກຮ້ອງໃຫ້ຍຸຕິ​ການສູ້ລົບກັນ, ເຊິ່ງເປັນການດີ ຫາກມີການເຈລະຈາເພື່ອຊອກຫາທາງອອກໃນການແກ້ໄຂບັນຫາທັງຫຼາຍເຫຼົ່ານັ້ນ. ນີ້ຄືໃນນາມຂອງ ASEAN.”

ທ່ານຮຸນ ເຊັນ ກ່າວວ່າ ກໍາປູເຈຍຕ້ອງໄດ້ດໍາເນີນການພາຍໃຕ້ນະໂຍບາຍຂອງປະເທດກໍາປູເຈຍເອງ ເຊັ່ນດຽວກັບປະເທດຕ່າງໆໃນກຸ່ມ ASEAN.

ແຟ້ມຮູບ-ພາບໂດຍລວມທີ່ເຜີຍແຜ່ໃຫ້ເຫັນຜົນສະຫຼຸບຂອງການລົງຄະແນນສຽງ ໃນລະຫວ່າງການປະຊຸມສຸກເສີນຂອງສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ກ່ຽວກັບການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນແມນຮັດທ໌ຕັນ, ນະຄອນນິວຢອກຊິຕີ້, ເມື່ອວັນທີ 2 ມີນາ 2022.
ແຟ້ມຮູບ-ພາບໂດຍລວມທີ່ເຜີຍແຜ່ໃຫ້ເຫັນຜົນສະຫຼຸບຂອງການລົງຄະແນນສຽງ ໃນລະຫວ່າງການປະຊຸມສຸກເສີນຂອງສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ກ່ຽວກັບການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນແມນຮັດທ໌ຕັນ, ນະຄອນນິວຢອກຊິຕີ້, ເມື່ອວັນທີ 2 ມີນາ 2022.

ເກືອບ 100 ປະເທດຮ່ວມສະໜັບສະໜຸນຕໍ່ຍັດຕິດັ່ງກ່າວ ເຊິ່ງໄດ້ນໍາສະເໜີຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ ລຸນຫຼັງທີ່ຣັດເຊຍ ໄດ້ຄັດຄ້ານຕໍ່ການເຄື່ອນ ໄຫວທີ່ຄ້າຍຄືກັນນີ້ ຢູ່​ໃນສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດໃນອາທິດແລ້ວນີ້.

ໃນຈໍານວນ 193 ປະເທດສະມາຊິກຂອງອົງການສະຫະປະຊາຊາດ, ມີ 181 ປະເທດທີ່ໄດ້ລົງຄະແນນສຽງ​ກ່ຽວ​ກັບຍັດຕິ​ດັ່ງ​ກ່າວ ໃນມື້ວັນພຸດແລ້ວນີ້. ມີ 141 ປະເທດ ສະໜັບສະໜຸນຕໍ່ຍັດຕິ ໃນການປະນາມມົສກູ. ຫ້າປະເທດລວມມີ ຣັດເຊຍ ແລະພັນທະມິດຂອງພວກເຂົາເຊັ່ນ ເບລາຣຸສ, ຊີເຣຍ, ເກົາຫຼີເໜືອ ແລະ ເອຣິເທຣຍ ແມ່ນຄັດຄ້ານ ຕໍ່ຍັດຕິດັ່ງກ່າວ. ມີ 35 ປະເທດແມ່ນບໍ່ອອກ ສຽງ ລວມມີ ຈີນ ເຊິ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງກໍາປູເຈຍ, ອິນເດຍ ແລະປະເທດສະມາຊິກຂອງກຸ່ມ ASEAN ຄື ຫວຽດນາມ ແລະ ສປປ ລາວ.

XS
SM
MD
LG