ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳປູເຈຍ ຮຽກຮ້ອງໃຫ້ ລາວ ພິຈາລະນາ ຄືນໃໝ່ ເລື່ອງ ການກໍ່ສ້າງເຂື່ອນ ດອນສະຫົງ


ຊາວປະມົງກຳປູເຈຍ ຄົນນຶ່ງກຳລັງຫວ່ານແຫຫາປາ ຢູ່ໃນແມ່ນຳ້ຂອງ
ຊາວປະມົງກຳປູເຈຍ ຄົນນຶ່ງກຳລັງຫວ່ານແຫຫາປາ ຢູ່ໃນແມ່ນຳ້ຂອງ
ລັດຖະບານກຳປູ​ເຈຍ ​ໄດ້​ຮຽກຮ້ອງອີກຄັ້ງນຶ່ງ ໃຫ້ປະ​ເທດ
ລາວ ຈົ່ງ​ພິຈາລະ​ນາ​ຄືນ​ໃໝ່​ ເຖິງການ​ກໍ່ສ້າງເຂື່ອນດອນ
ສະຫົງ ໃສ່ແມ່​ນຳຂອງ ຊຶ່ງ​ບັນດາ​ພວກຕຳ ໜິຕິຕຽນກ່າວ​
ວ່າ​ ອາດຈະ​ເປັນ​ໄພ​ອັນ​ຮ້າຍ​ແຮງ​ຕໍ່ລະບົບ​ນິ​ເວດ​ແລະມີ
ຜົນ​ກະທົບ​ທາງ​ດ້ານເສດຖະກິດ ຕໍ່​ຜູ້​ຄົນ​ທີ່ອາໄສ ຢູ່​ລຸ່​ມ​
ເຂື່ອນນັ້ນ.

ທ່ານ Te Navuth ຫົວໜ້າ ຄະນະ​ກຳມະການແມ່​ນຳ້ຂອງ​
ແຫ່ງ​ຊາດ ຂອງກຳ ປູເຈຍ ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ໃນກຸງ​ພະ
ນົມ​ເປັນ ວ່າການ​ຊັງ​ຊາຕີລາຄາກ່ຽວ​ກັບ ​ສິ່ງ​ແວດ​ລ້ອມ ທີ່​
ລັດຖະບານ​ລາວໄດ້ເຮັດໄປນັ້ນ ບໍ່ໄດ້ສະແດງໃຫ້ເຫັນຢ່າງ
ຈະ ແຈ້ງວ່າ ປາຈະຂຶ້ນລົງຢ່າງ​ໃດ ​ແລະ​ດັ່ງນັ້ນ ການ​ສຶກສາ​ຄົ້ນຄວ້າເພີ້ມ​ຕື່ມ​ ຈຶ່ງມີ
ຄວາມຈຳເປັນ.

ທ່ານ Te Navuth ກ່າວ​ວ່າ “ມາ​ດຕະການ ທີ່ຮຽກຮ້ອງໃຫ້ສ້າງສອງເສັ້ນທາງ ຂຶ້ນລົງ
ສຳລັບປານັ້ນ ​ເປັນ​ທີ່​ເຊື່ອ​ຖືບໍ່​ໄດ້ ​ຈາກການ​ເບິ່ງ​ເອກ​ກະສາ​ນ​ການ​ຄົ້ນ ຄວ້າ ​ແລະ​ກິດ​
ຈະ​ການ​ຕ່າງໆ. ບໍ່​ມີ​ຂໍ້ມູນ​ທີ່​ໜ້າ​ເຊື່ອ​ຖື​ໄດ້ກ່ຽວກັບພວກໝູ່ປາ ​ແຕ່​ມາ​ຈາກການ​ຄາດ
ຄະເນເອົາ​ເທົ່າ​ນັ້ນ.”

ບັນດາ​ກຸ່ມ ປ້ອງ​ກັນ​ສິ່ງ​ແວດ​ລ້ອມ ມີ​ຄວາມ​ເປັນ​ຫ່ວງວ່າ ​ເຂື່ອນດອນ​ສະ​ຫົງ ທີ່​ຈະ​ສ້າງ
ໃສ່ແມ່ນຳຂອງ ເໜືອກຳປູເຈຍ ຂຶ້ນໄປ ພຽງໜ້ອຍດຽວເທົ່ານັ້ນ ​ອາດຈະ​ສ້າງ​ຄວມ​ເສຍ​
ຫາຍ​ຢ່າງໜັກໃຫ້​ແກ່ການ​ຫາ​ປາຊຶ່ງ​ເປັນ​ແຫຼ່ງ​ທີ່ມາອັນສຳຄັນຂອງ ອາຫານ​ການກິນ
ສຳລັບຊາວ​ກໍ​າປູ​ເຈຍ ທີ່​ພາກັນອາໄສ​ຢູ່​ຕາມແຄມ​ລຳ​ແມ່​ນຳ້ ຂອງ ​ແລະຕົງ​ເລ​ສາບ.
​ນອກນັ້ນ ໄທ ​ແລະ​ຫວຽດນາມ ກໍ​ໄດ້​ຂໍຮ້ອງ​ໃຫ້ລາວ ​ໂຈະ​ໂຄງການ​ສ້າງ​ເຂື່ອນ ດັ່ງ
ກ່າວນີ້ດ້ວຍ.

ຫົວໜ້າກອງ​ປະ​ຊຸມ ຂອງບັນດາອົງການຈັດຕັ້ງທີ່​ບໍ່​ຂື້ນ​ກັບ​ ລັດຖະບານ ທ່ານ Teuk
Vannara ກ່າວ​ວ່າ ບັນຫາ​ດັ່ງກ່າວ​ ຈະ​ຢູ່​ໃນ​ລາຍການກອງ​ປະຊຸມຂອງ​ຂົງ​ເຂດ ​ໃນ​
ເດືອນ​ໜ້າ​ນີ້.

ທ່ານ Tuek Vannara ກ່່າວ​ວ່າ “ບັນດາ​ຜູ້​ນຳ້ ຈາກ ກຳປູ​ເຈຍ ຫວຽດນາມ ລາວ ​
ແລະ​ໄທ​ຈະ​ສົນທະນາ​ ​ແລະ​ຕັດສິນ​ໃຈກ່ຽວກັບ ຊາຕາ​ກໍາຂອງ​ເຂື່ອນ​ດອນ​ສະ​ຫົງ ​ໃນ
​ກອງປະ
ຊຸມໃນ​ຕົ້ນ​ເດືອນ​ເມສານີ້ ທີ່​ຫວຽດນາມ. ​ເພາະສະ​ນັ້ນ ພວກ​ເຮົາ​ຕ້ອງ​ໄດ້​ສົ່ງ​ຄຳແນະ
ນຳ ແລະ​ຂໍ້​ສະ​ເໜີ​ຕ່າງໆ​ຂັ້ນ​ສຸ​ດທ້າຍຂອງພວກເຮົາໄປ​ທີ່​ນັ້ນ.”

​ແຕ່​ຮອງ​ລັດຖະມົນຕີ ວາງ​ແຜນ ​ແລະການ​ລົງທຶນຂອງລາວ ທ່ານສົມ​ຈິດ ອິນ​ທະ​ມິດ
ກ່າວ​ໃນ​ອາທິດ​ນີ້​ວ່າ ​ເຂື່ອນ​ດັ່ງກ່າວເປັນ​ສິ່ງ​ສຳຄັນ​ທີ່​ສຸດ ​ແຕ່ກໍໂຄງການ​ພະລັງງານ ທີ່
ເປັນມິດຕໍ່​ສິ່ງ​ແວດ​ລ້ອມ​.

“ຈະ​ຖື​ເອົາການ​ສ້າງ​ເຂື່ອນຳຕົກ​ນີ້ ​ເປັນບຸລິມະສິດ ພວກ​ເຮົາ​ເຫັນ​ວ່າ ປະ​ເທດ​ລາວ​ເຮົາ
ມີ​ທ່າ​ແຮງ​ທາງ ສັບພະ​ຍາກ​ອນທຳມະ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ ​ເລື້ອງ​ແມ່​ນໍ້າ​ ລຳເຊ ກໍ
​ເຫັນ​ວ່າ ການ​ພັດທະນາ​ນຳ້ຕົກນີ້ ເປັນ​ເຂຶ່ອນທີ່​ເປັນ​ມິດ​ຕໍ່​ສີ່​ງ​ແວດ​ລ້ອມ​ຫລາຍ​ກວ່າ
ການ​ນຳໃຊ້​ພະລັງ​ງານ​ດ້ານ​ອຶ່ນໆ.”

ທ່ານ​ຍັງ​ກ່າວ​ອີກ​ວ່າ ລັດຖະບານ​ລາວ ຍັງ​ຈະ​ມີລາຍຮັບ 30 ຫາ 40 ລ້ານ​ໂດ​ລາ​ຕໍ່​ປີ
​ເວລາເຂື່ອນດັ່ງກ່າວ​ເລີ້ມ​ປະຕິບັດ​ງານ.




XS
SM
MD
LG