ທ່າມກາງການເພີ່ມຂຶ້ນຂອງກໍລະນີຄົນຕິດເຊື້ອໄວຣັສໂຄໂຣນາຍ້ອນປະເທດເລີ້ມອອກມາຈາກການປິດເມືອງໃນການຄວບຄຸມພະຍາດໂຄວິດຢ່າງເຄັ່ງຄັດຢູ່ນັ້ນ, ກຳປູເຈຍກຳລັງມີຄວາມຫວັງໃນການນຳໃຊ້ວັກຊີນເພື່ອຊ່ວຍໃຫ້ປະເທດສາມາດມີພູມຕ້ານທານໃນຊຸມຊົນໄດ້, ແມ່ນແຕ່ໃນຂະນະທີ່ປະເທດນັ້ນ ປະເຊີນໜ້າກັບບັນຫາທ້າທາຍທີ່ມີລັກສະນະສະເພາະຂອງຕົນ ທີ່ອາດຈະກີດກັນຄວາມພະຍາ ຍາມນັ້ນກໍຕາມ.
ຕົວເລກຂອງກໍລະນີຄົນຕິດເຊື້ອປະຈຳວັນແມ່ນໄດ້ສູງຂຶ້ນຢ່າງເປັນປະຫວັດການເຖິງ 1,130 ຄົນໃນວັນພຸດວານນີ້, ເຊິ່ງເປັນຈໍານວນຫຼາຍກວ່າຈໍານວນທີ່ໄດ້ລາຍງານໃນເດືອນເມສາຜ່ານມາຫຼາຍ ໃນຕອນທີ່ມີການປິດເມືອງຢ່າງເຄັ່ງຄັດ, ການຫ້າມຂາຍເຫຼົ້າ ແລະການເດີນທາງລະຫວ່າງບັນດາແຂວງຕ່າງໆວາງອອກມາຢູ່ນັ້ນ.
ແຕ່ເຖິງຢ່າງໃດກໍ່ຕາມ ກຳປູເຈຍກໍ່ຄືກັບປະເທດທີ່ກໍາລັງພັດທະນາສ່ວນຫລາຍ, ກໍາລັງປະເຊີນກັບຫລາຍໆບັນຫາທີ່ປົກກະຕິບໍ່ຄ່ອຍຈະເຫັນຢູ່ໃນບັນດາປະເທດ ທີ່ຮັ່ງມີກວ່າໃນປະເທດຕາເວັນຕົກ, ໂດຍສະເພາະແມ່ນຄົນຫລາຍເກີນໄປຢູ່ໃນນະຄອນຫລວງພະນົມເປັນ, ເຊິ່ງມີຫລາຍໆຄົນມັກເຊົ່າຢູ່ຫ້ອງດຽວກັນ, ໃນບາງກໍລະນີກໍນອນຕຽງດຽວກັນ, ເພື່ອຊອກເວລານອນສອງສາມຊົ່ວໂມງຫລັງຈາກ ທໍາງານໜັກຢູ່ນອກບ່ອນຢູ່ອາໄສແລ້ວ.
ທ່ານແບຣດດລີ ເມີກ (Bradley Murg) ທີ່ປຶກສາຂັ້ນສູງຂອງສະຖາບັນການຮ່ວມມື ແລະສັນຕິພາບຂອງກຳປູເຈຍກ່າວຕໍ່ວີໂອເອວ່າ ຄົນຢູ່ໜີ້ ແມ່ນບໍ່ມີພື້ນທີ່ຢູ່, ຄວາມປອດໄພ, ຫລືການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະຫ້າງສັບພະສິນຄ້າຄືກັນກັບຄົນໃນເຂດຊານເມືອງທີ່ມີກົກໄມ້ຂຽວສະອຸ່ມຢູ່ໃນເມືອງເຂດຊານເມືອງຂອງປະເທດຕາເວັນຕົກ ໃນປະເທດເຊັ່ນສະຫະລັດ ຫຼື ອອສເຕຣເລຍເລີຍ.
ທ່ານກ່າວວ່າ "ຢູ່ໃນເມືອງທີ່ມີປະຊາກອນໜາແໜ້ນ ເຊັ່ນພະນົມເປັນ, ມັນຍາກຫລາຍທີ່ຈະປະຕິບັດການປິດເມືອງ ຢ່າງມີປະສິດທິຜົນ ເຖິງແມ່ນວ່າຈະມີວິທີການຂອງລັດຖະບານທັງໝົດກໍຕາມ."
ທ່ານກ່າວຕື່ມວ່າ "ຕາມທຳມະດາແລ້ວມັນກໍຈະເປັນສິ່ງທ້າທາຍຫລາຍ ເມື່ອເບິ່ງລະດັບຂອງການພັດທະນາ, ເບິ່ງຄວາມຕ້ອງການໃນຊີວິດປະຈຳວັນຂອງປະຊາ ກອນແລະອື່ນໆ ແລ້ວ."
"ໃນທີ່ສຸດການປິດເມືອງແບບຖາວອນ ຫລືການປິດເມືອງໄລຍະຍາວແມ່ນຍຸດທະສາດທີ່ເປັນໄປບໍ່ໄດ້ໃນກຳປູເຈຍ ຫລືໃນນະຄອນຫຼວງພະນົມເວົ້າໂດຍສະເພາະ."
ການປິດຕະຫຼາດໄວ້ສົ່ງຜົນໃຫ້ມີການຂາດແຄນອາຫານ ແລະການຂຶ້ນລາຄາ, ໂດຍທີ່ເຈົ້າໜ້າທີ່ກຳລັງປະຕິບັດການປິດເມືອງຫຼັງຈາກແບ່ງເຂດນະຄອນຫຼວງອອກເປັນເຂດສີເຫຼືອງ, ສີສົ້ມ ແລະສີແດງ, ອີງຕາມຈໍານວນກໍລະນີຕິດເຊື້ອແລະການແຜ່ເຊື້ອ- ໂດຍມີພື້ນທີ່ສີແດງເປັນບ່ອນທີ່ມີຄວາມສ່ຽງສູງທີ່ສຸດ.
ຂໍ້ຈຳກັດຕ່າງໆໄດ້ຜ່ອນຄາຍລົງ, ແຕ່ວ່າໂຮງຮຽນ, ຮ້ານກິນດື່ມ ຫລືບາ, ບ່ອນອອກກໍາລັງກາຍແລະທຸລະກິດອື່ນໆຍັງຄົງປິດຢູ່, ໃນຂະນະທີ່ຊົ່ວໂມງໃນການເປີດຮ້ານອາຫານຫລຸດລົງ ໂດຍມີການຮັກສາການຢູ່ຫ່າງກັນທາງສັງຄົມຢ່າງເຄັ່ງຄັດ ແລະມາດຕະການສາທາລະນະສຸກອື່ນໆອີກທີ່ມີຢູ່.