ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄຟໄໝ້ປ່າ ໃນລັດ ຄາລິຟໍເນຍ ເກີດຂຶ້ນ ຖ້າມກາງ ອຸນຫະພູມ ສູງທຳລາຍ ສະຖະຕິ


ນັກດັບເພີງ ທ້າວ Jake Hainey, ຊ້າຍ, ແລະ ນັກວິສະວະກອນ ນາງ Anna Mathiasen ຢືນເບິ່ງໄຟກຳລັງໄໝ້ປ່າຢູ່ໃກ້ເກັບເມືອງ Oroville, ລັດຄາລິຟໍເນຍ. 8 ກໍລະກົດ, 2017.
ນັກດັບເພີງ ທ້າວ Jake Hainey, ຊ້າຍ, ແລະ ນັກວິສະວະກອນ ນາງ Anna Mathiasen ຢືນເບິ່ງໄຟກຳລັງໄໝ້ປ່າຢູ່ໃກ້ເກັບເມືອງ Oroville, ລັດຄາລິຟໍເນຍ. 8 ກໍລະກົດ, 2017.

ບັນດານັກດັບເພີງ ກຳລັງຕໍ່ສູ້ກັບໄຟໄໝ້ປ່າໃນທົ່ວລັດ ຄາລິຟໍເນຍ ທີ່ຕັ້ງຢູ່ຊາຍຝັ່ງກໍ້າຕາ
ເວັນຕົກຂອງ ສະຫະລັດ, ໃນຂະນະທີ່ລັດດັ່ງກ່າວກໍໄດ້ປະເຊີນກັບອຸນຫະພູມສູງທຳລາຍ
ສະຖິຕິເຊັ່ນກັນ.

ອຸນຫະພູມສູງ 35 ອົງສາແຊລຊຽດສໃນນະຄອນ Los Angeles, ຕັ້ງຢູ່ພາກໃຕ້ຂອງລັດ
ຄາລິຟໍເນຍ ໃນວັນເສົາວານນີ້, ໄດ້ທຳລາຍສະຖິຕິ 131 ປີ ທີ່ຖືກຕັ້ງໄວ້ໃນປີ 1886.

ອົງການບໍລິການພະຍາກອນອາກາດແຫ່ງຊາດ ກ່າວວ່າ ຄື້ນຄວາມຮ້ອນແມ່ນຜົນຂອງ
“ລະບົບຄວາມກົດດັນສູງເກີດຂຶ້ນໃນທະເລຊາຍພາກຕາເວັນຕົກສຽງໃຕ້.”

ບັນດາເຈົ້າໜ້າທີ່ກ່າວວ່າ ໄຟໄໝ້ປ່າກວ້າງ 7,689 ເຮັກຕາໃນພາກເໜືອຂອງເມືອງ
Santa Barbara ແມ່ນພຽງ 10 ເປີເຊັນທີ່ຖືກຄວາມຄຸມໄວ້ໄດ້.

ອຸນຫະພູມສູງ ແລະ ການແຜ່ລະບາດຂອງໄຟໄດ້ເກີດຂຶ້ນ ຫຼັງຈາກການຟື້ນຕົວຄືນຈາກ
ໄພແຫ້ງແລ້ງຂອງລັດ ຄາລິຟໍເນຍ ເມື່ອບໍ່ດົນມານີ້.

ໃນເດືອນເມສາທີ່ຜ່ານມາ, ຜູ້ປົກຄອງລັດ ທ່ານ Jerry Brown ໄດ້ປະກາດການສິ້ນສຸດ
ໄພແຫ້ງແລ້ງ 5 ປີຢ່າງເປັນທາງການ, ແຕ່ທ່ານຍັງຄົງຮຽກຮ້ອງໃຫ້ລາຍງານ ກ່ຽວກັບ
ນໍ້າ ແລະ ຫ້າມສະຖານທີ່ຕ່າງໆບໍ່ໃຫ້ຫົດນໍ້າ.

ທ່ານ Brown ໄດ້ກ່າວວ່າ “ການອະນຸລັກຕ້ອງຄົງໄວ້ເປັນວິຖີຊີວິດ.”

Firefighters are battling wildfires across the U.S. west coast state of California, as the state also experiences record-breaking temperatures.

Saturday's 35 degree (Celsius) high temperature in Los Angeles, in southern California, broke a 131-year record set in 1886.

The National Weather Service said the heat wave is result of a "strong upper-level high-pressure system centered over the desert southwest."

Officials say a 7,689 hectare wildfire in northern Santa Barbara County is only ten percent contained.

The high temperatures and the outbreak of the fires follows California's recent recovery from a drought.

In April, Governor Jerry Brown announced the official end of the five-year drought, but he kept in place water reporting requirements and bans on various watering practices.

"Conservation must remain a way of life," Brown said.

XS
SM
MD
LG